ຫມາກເລັ່ນສາມາດຈະເລີນເຕີບໂຕໄດ້ທາງດ້ານລຳຕົ້ນ, ໃບ ແລະ ອອກດອກໄດ້ຕະຫລອດທັງປີແຕ່ການທີ່ຫມາກຈະຕິດແມ່ນຕ້ອງການສະພາບອາກາດຂ້ອນຂ້າງເຢັນ, ອຸນຫະພູມໃນໄລຍະກາງເວັນທີ່ເຫມາະສົມຢູ່ລະຫວ່າງ 2530 ອົງສາເຊ ອຸນຫະພູມກາງຄືນປະມານ 1620 ອົງສາເຊ ຖ້າອຸນຫະພູມກາງຄືນສູງກວ່າ 22 ອົງສາເຊ ຈະເຮັດໃຫ້ຫມາກເລັ່ນບໍ່ຕິດຫມາກ ຫລື ຕິດກໍ່ຕິດຫນ້ອຍ ຝົນ ແລະ ຄວາມຊຸ່ມສູງເປັນສາເຫດສຳຄັນທີ່ເຮັດໃຫ້ພະຍາດທາງໃບ ແລະ ຮາກລະບາດຮຸນແຮງ ດັ່ງນັ້ນລະດູປູກທີ່ເຫມາະສົມທີ່ສຸດຈິ່ງຢູ່ໃນໄລຍະລະດູຫນາວໂດຍມີໄລຍະຢອດແກ່ນເພາະກ້າຢູ່ລະຫວ່າງເດືອນຕຸລາ ຫາ ເດືອນທັນວາ ເຊິ່ງສະພາບອາກາດຈະເຫມາະຕໍ່ການຕິດຫມາກເຮັດໃຫ້ໄດ້ຜົນຜະລິດສູງແລ້ວຍັງມີສັດຕູພືດລົບກວນຫນ້ອຍຕົ້ນທຶນການຜະລິດຈິ່ງຕ່ຳກວ່າການປູກໃນລະດູອື່ນ.
ການປູກ: ແມ່ນສາມາດປູກໄດ້ 2 ວິທີຄື:
ວິທີທີ 1
ກ້າເບ້ຍແລ້ວຍ້າຍປູກ
ໂດຍການກຽມຫນານກ້າຍົກຫນານສູງຂຶ້ນປະມານ 1 ຄືບ ເອົາຝຸ່ນຄອກ ຫລື ປຸ໋ຍຫມັກມາຄົນກັບດິນປະມານ 12 ບຸງ ຕໍ່ 1 ຕາແມັດ, ໃຊ້ແກ່ນປະມານ 3040 ກຣາມ, ຢອດລົງໃນຫນານທີ່ຍາວ 10 ແມັດ, ກວ້າງ 1 ແມັດ ຈະໄດ້ເບ້ຍຫມາກເລັ່ນພໍສຳລັບປູກໃນພື້ນທີ່ 1 ໄລ່ ການຢອດເມັດຄວນຢອດເປັນແຖວຫ່າງກັນປະມານ 10 ຊັງຕີແມັດ, ເລິກບໍ່ເກີນ 1 ຊັງຕີແມັດ. ເມື່ອຢອດເມັດແລ້ວປົກດ້ວຍດິນປະສົມປຸ໋ຍຫມັກ ແລະ ປົກຫນານດ້ວຍເຟືອງ ຫລື ຫຍ້າແຫ້ງບາງໆ. ໃນໄລຍະ 3 ມື້ທຳອິດໃຫ້ຫົດນ້ຳສະຫມ່ຳສະເຫມີຢ່າໃຫ້ຜິວຫນ້າດິນແຫ້ງ ຖ້າແດດຮ້ອນຫລາຍ ຫລື ຝົນຕົກແຮງຕ້ອງປົກຫນານດ້ວຍຜ້າໄນລອນ ຫລື ຜ້າຢາງເພື່ອປ້ອງກັນເມັດຝົນຖືກລຳຕົ້ນ ຫລື ໃບ ຈະເປັນຮອຍຊ້ຳເຊິ່ງເປັນສາເຫດຂອງການເກີດພະຍາດຕ່າງໆໄດ້ງ່າຍ.
ພະຍາດທີ່ສຳຄັນໃນຫນານກ້າແມ່ນ
ພະຍາດກົກເນົ່າໂດຍສະເພາະໃນເວລາຝົນຕົກຕິດຕໍ່ກັນເປັນເວລາຫລາຍວັນ ເຮັດໃຫ້ຄວາມຊຸ່ມໃນອາກາດ ແລະ ດິນສູງແຕ່ກໍ່ມີວິທີການປ້ອງກັນໂດຍນຳເອົາເສດເຟືອງ ຫລື ຫຍ້າທີ່ປົກຫນານອອກໃຫ້ຫມົດເພື່ອໃຫ້ຫນານກ້າໂປ່ງ ແລະ ລະບາຍອາກາດໄດ້ດີແລ້ວສີດພົ່ນຢາກັນເຊື້ອລາໃນໄລຍະທີ່ເບ້ຍຫມາກເລັ່ນອາຍຸປະມານ 1722 ວັນ ຄວນຫລຸດປະລິມານການໃຫ້ນ້ຳລົງ ແລະ ໃຫ້ເບ້ຍຫມາກເລັ່ນໄດ້ຮັບແສງແດດຢ່າງເຕັມທີ່, ເບ້ຍຫມາກເລັ່ນຈະແຂງແຮງ, ຫນຽວ, ບໍ່ບວມນ້ຳເຊິ່ງມີຜົນເຮັດໃຫ້ເບ້ຍຫມາກເລັ່ນລອດຕາຍສ່ວນການຍ້າຍເບ້ຍໂດຍທົ່ວໄປການຍ້າຍເບ້ຍລົງຫນານປູກມັກຈະໃຊ້ເບ້ຍທີ່ມີອາຍຸປະມານ 2125 ວັນ ຫລັງຈາກຢອດເມັດ ຫລື ເມື່ອເບ້ຍມີໃບຈິງ 34 ໃບ.
ວິທີທີ່ 2
ຢອດເມັດລົງຫນານປູກໂດຍກົງ
ໃຊ້ໃນກໍລະນີທີ່ສາມາດໃຫ້ນ້ຳໄດ້ງ່າຍແຕ່ຈະເສຍ ເວລາ ແລະ ແຮງງານໃນການດູແລຮັກສາຫລາຍອີກທັງຍັງຕ້ອງໃຊ້ເມັດພັນຫລາຍຂຶ້ນເປັນ 80-100 ກຣາມຕໍ່ໄລ່ ສຳລັບໄລຍະປູກທີ່ເຫມາະສົມແມ່ນ 25-50 ຊັງຕີແມັດ. ປູກ1ຕົ້ນຕໍ່ຂຸມ ຖ້າໄລຍະປູກຖີ່ຈະໄດ້ຜົນຜະລິດຕໍ່ພື້ນທີ່ຫລາຍຂຶ້ນແຕ່ການຄວບຄຸມໂລກ ແລະ ອື່ນໆຈະຫຍຸ້ງຍາກຂຶ້ນ. ໃນລະດູແລ້ງຄວນປູກຖີ່ສ່ວນໃນລະດູຝົນຄວນປູກຫ່າງເນື່ອງຈາກຫມາກເລັ່ນຈະເລີນເຕີບໂຕດີມີຊົງພຸ່ມສູງໃຫຍ່ກວ່າລະດູອື່ນໆ.
ການດູແລຮັກສາ
ການຄຸມຫນານດ້ວຍເຟືອງ ຫລື ຫຍ້າແຫ້ງ: ເພື່ອເປັນການຮັກສາຄວາມຊຸ່ມຂອງດິນ ແລະ ເປັນການປ້ອງກັນການເຊາະລ້າງຂອງຫນ້າດິນເວລາຝົນຕົກ ຫລື ຫົດນ້ຳ ນອກຈາກນີ້ຍັງຊ່ວຍຫລຸດອັດຕາສ່ວນການເນົ່າ ແລະ ການລະບາດຂອງພະຍາດໃບ ເຊິ່ງຈະຊ່ວຍໃຫ້ຜົນຜະລິດເພີ່ມປະມານຂຶ້ນ 2040% ແຕ່ເຟືອງມັກຈະມີເຊື້ອລາ ສະໂຄໂລດຽມຕິດມາພ້ອມເຮັດໃຫ້ເກີດພະຍາດຫ່ຽວຕົ້ນແຫ້ງຕາຍໄປການປົກເຟືອງຄວນປົກໃຫ້ຫ່າງຕີນຕົ້ນເພື່ອບໍ່ໃຫ້ຕີນຕົ້ນມີຄວາມຊຸ່ມສູງເກີນໄປ.
ການກຳຈັດວັດສະພືດ
ໃຊ້ສານເຄມີຊື່ ເມຕິບູຊິນ ຫລື ຊື່ການຄ້າວ່າ: ເຊງຄໍ ປະລິມານ 801-20 ກຣາມ (ເນື້ອສານບໍລິສຸດ) ຫລື 115-170 ກຣາມ, ສານເຊງຄໍ 70% ຕໍ່ພື້ນທີ່ 1 ໄລ່ ສີດຫລັງຈາກຍ້າຍເບ້ຍຂະນະທີ່ດິນມີຄວາມຊຸ່ມຢູ່ຈະສາມາດຄວບຄຸມວັດສະພືດໃບແຄບ ແລະ ໃບກວ້າງບາງຊະນິດໄດ້ແຕ່ຫລັງຈາກມີການພວນດິນ, ພູນກົກ, ໃສ່ປຸຍໄດ້ 20 ແລະ 40 ວັນ ກໍ່ບໍ່ຈຳເປັນໃຊ້ສານຄວບຄຸມວັດສະພືດ.
ການໃສ່ປຸຍ
1. ປຸຍຮອງພື້ນໃຊ້ປຸຍ 15-15-15, ອັດຕາສ່ວນ 30ກິໂລຕໍ່ໄລ່ ຮອງກົ້ນຂຸມພ້ອມກັບປຸຍຄອກ ຫລື ປຸຍຫມັກ 2.000ກິໂລຕໍ່ໄລ່ ແລະ ໂບແລກ 4ກິໂລຕໍ່ໄລ່.
2. ເມື່ອອາຍຸເບ້ຍຫມາກເລັ່ນໄດ້ 7-10ວັນ ຫລັງຈາກຍ້າຍປູກໃຊ້ປຸຍ 46-0-0ຫລື 21-0-0ອັດຕາສ່ວນ 10ຫລື 20ກິໂລຕໍ່ໄລ່ ຖ້າປ່ຽນຫນານປູກທີ່ເຄີຍປູກຜັກກິນໃບເຊັ່ນ: ຜັກຫອມປ້ອມມາກ່ອນຄວນໃຊ້ປຸຍ 13-13-21ແທນ.
3. ອາຍຸ 21-25ວັນຫລັງຈາກຍ້າຍປູກໃຊ້ປຸຍ 15-15-15ໃນອັັດຕາສ່ວນ 30ກິໂລຕໍ່ໄລ່.
4. ອາຍຸ 40ວັນ ຫລັງຈາກຍ້າຍປູກໃຊ້ປຸຍ 13-13-21ໃນອັດຕາສ່ວນ 30ກິໂລຕໍ່ໄລ່.
5. ອາຍຸ 60ວັນ ຫລັງຈາກຍ້າຍປູກໃຊ້ປຸຍ 13-13-21ໃນອັດຕາສ່ວນ 30ກິໂລຕໍ່ໄລ່ ແຕ່ຖ້າສະພາບຕົ້ນຫມາກເລັ່ນຂ້ອນຂ້າງມີຫມາກຫນ້ອຍກໍ່ບໍ່ຈຳເປັນໃສ່ປຸຍຄັ້ງທີ 5.
ໃນສະພາບອາກາດທີ່ເຫມາະສົມເຊັ່ນ: ຮ້ອນເກີນໄປ ຫລື ມີຝົນຫລາຍເຮັດໃຫ້ຕົ້ນຫມາກເລັ່ນບໍ່ຄ່ອຍສົມບູນ ຫລື ມີອາການໃບດ່າງສາມາດຊ່ວຍໄດ້ໂດຍການສີດພົ່ນປຸຍທາງໃບສູດຕ່າງໆຕາມໄລຍະການຈະເລີນເຕີບໂຕເຊັ່ນ: ໄລຍະທີ່ຍັງບໍ່ອອກດອກອາດໃຊ້ປຸຍໃບສູດສະເຫມີເຊັ່ນ: 25-25-25 ສ່ວນໃນໄລຍະອອກດອກແລ້ວຄວນໃຊ້ປຸຍໃບທີ່ມີຟົດສະຟໍ ແລະ ໂປເຕຊຽມສູງເຊັ່ນ: 10-23-20 ຫລື 10-30-20 ເປັນຕົ້ນ. ນອກຈາກນີ້ຍັງມີປຸຍໃບທີ່ມີທາດອາຫານຮອງຫລາຍຊະນິດຢູ່ນຳເຊັ່ນ: ແມັງການັດ, ເຫລັກ, ສັງກະສີ, ໂບລອນ ຈະຊ່ວຍໃຫ້ຕົ້ນຫມາກເລັ່ນສົມບູນຍິ່ງຂຶ້ນ.
ການໃຫ້ນ້ຳ:
ໄລຍະທີ່ຫມາກເລັ່ນຕ້ອງການນ້ຳຫລາຍຄື: ໄລຍະທຳອິດຂອງການເຕີບໂຕ ແລະ ໄລຍະຫມາກທີ່ກຳລັງຂະຫຍາຍ (ປະມານ 35-50 ວັນຫລັງຈາກຍ້າຍເບ້ຍ) ສຳລັບໄລຍະທີ່ກຳລັງຫມາກຕິດ (20-35 ວັນ) ບໍ່ຕ້ອງການນ້ຳຫລາຍແຕ່ຕ້ອງການການພວນດິນເພື່ອໃຫ້ຮາກຈະເລີນເຕີບໂຕໄປໄດ້ເລິກ ແລະ ຮາກກະຈາຍທາງດ້ານຂ້າງໄດ້ສະດວກ.
ການປັກຄ້າງ:
ມີຄວາມຈຳເປັນຫລາຍເມື່ອປູກຫມາກເລັ່ນໃນລະດູຝົນ ຫລື ປູກດ້ວຍພັນທີ່ມີການຈະເລີນເຕີບໂຕແບບເຄືອການປັກແບບຄ້າງດ່ຽວ ຫລື ແບບກະໂຈມຈະຊ່ວຍໃຫ້ຜົນຜະລິດຂອງຫມາກເລັ່ນສູງຂຶ້ນກວ່າການບໍ່ປັກຄ້າງ 20% ແລະ ເຮັດໃຫ້ການສີດຢາປ້ອງກັນສັດຕູພືດ, ການເກັບກ່ຽວ ແລະ ການປະຕິບັດງານອື່ນໆໃນຫນານສະດວກຂຶ້ນນອກຈາກປັກຄ້າງແລ້ວຕ້ອງຫມັ່ນມັດຕົ້ນຫມາກເລັ່ນຕິດກັບຄ້າງ. ບໍ່ດັ່ງນັ້ນແຫນງທີ່ເກີດໃຫມ່ຈະເລີນເຕີບໂຕເລືອໄປຕາມດິນເຮັດໃຫ້ຫມາກເນົ່າເສຍຫາຍ.
ການປ້ອງກັນພະຍາດ:
1. ພະຍາດໃບໄຫມ້: ເນື່ອງຈາກເຊື້ອ Alternaria ແລະ Cercospora ລະບາດໄວຫລາຍໃນອຸນຫະພູມ ແລະ ຄວາມຊຸ່ມສູງໂດຍສະເພາະໃນລະດູຝົນທີ່ມີຝົນຕົກຕິດຕໍ່ກັນຫລາຍວັນການເດັດໃບດ້ານລຸ່ມທີ່ເປັນພະຍາດຖິ້ມຈະຊ່ວຍໃຫ້ການລະບາດຂອງພະຍາດຊ້າລົງ.
2. ພະຍາດໃບກູດ: ຈາກເຊື້ອໄວຣັດເກີດໄດ້ທຸກລະດູໂດຍມີແມງຫມີ່ຂາວ ແລະ ເພ້ຍອ່ອນເປັນພາຫະນຳເຊື້ອ.
3. ພະຍາດໃບແຫ່ວ: ຈາກເຊື້ອສະເຄີໂລດຽມ ເກີດຫລາຍເມື່ອດິນມີຄວາມຊຸ່ມສູງຈະພົບເຊື້ອລາສີຂາວທຳລາຍຜິວສ່ວນກົກຂອງຕົ້ນຫມາກເລັ່ນທີ່ຕິດກັບດິນ ແລະ ໃນໄລຍະຕໍ່ມາຈະເຫັນສະປໍຄ້າຍແກ່ນຜັກກາດທີ່ກົກຕົ້ນການປ້ອງກັນໃຊ້ສານເຄມີຊື່: ໄວຕາແວກລາດ ຫລື ໃຊ້ປູນຂາວປະມານເຄິ່ງກຳມື ຫລື ໃຊ້ເຊື້ອລາໄຕໂຄເດິລາໂຮຍຕິດກົກຕົ້ນ.
4. ພະຍາດໃບແຫ່ວ: ທີ່ເກີດຈາກແບັກທີເລຍຫມາກເລັ່ນແຫ່ວຕາຍຢ່າງໄວວາໃນຂະນະທີ່ລຳຕົ້ນ ແລະ ໃບຍັງຂຽວຢູ່ ບໍ່ມີຢາປ້ອງກັນຕ້ອງໃຊ້ຖ້າພົບຕົ້ນໃດເປັນພະຍາດໃຫ້ຫລົກຖິ້ມ ຫລື ເຜົາຖິ້ມທັນທີ.
ການປ້ອງກັນ ແລະ ກຳຈັດພະຍາດ ແລະ ແມງໄມ້:
1. ໃນຂະນະທີ່ຍັງບໍ່ເກີດພະຍາດຄວນສີດຢາປ້ອງກັນທຸກໆ 7-10ວັນ ໂດຍໃຊ້ສານເຄມີທົ່ວໄປເຊັ່ນ: ແຄບແທນ, ໄດເທນແອມ 45, ຄອບເປີອອກຊີຄໍໄລ, ຄູປາວິດ.
2. ເມື່ອເລີ່ມເກີດພະຍາດລະບາດຈົນສັງເກດເຫັນຄວນໃຊ້ສານເຄມີປະເພດດູດຊຶມເຊັ່ນ: ເບນເລດໂອສິ, ບາວິຊານ, ຣໍພັດ, ດາໂຄນິດ ແຕ່ບໍ່ຄວນໃຊ້ຕິດຕໍ່ກັນເກີນ 3ຄັ້ງ ເພາະຈະເຮັດໃຫ້ເຊື້ອພະຍາດລຶ້ງຢາ.
ສຳລັບບົ້ງເຈາະຫມາກຕ້ອງກຳຈັດຕັ້ງແຕ່ຍັງນ້ອຍກ່ອນທີ່ເຈາະທຳລາຍເຂົ້າໄປໃນຫມາກໂດຍສັງເກດຈາກໄຂ່ທີ່ແມງກະເບື້ອກາງຄືນມາໄຂ່ໃສ່ຕາມຍອດອ່ອນ ຫລື ກີບດອກຖ້າພົບໄຂ່ໃນປະລິມານໄຂ່ທີ່ຫລາຍຕ້ອງສີດຢາພາຍໃນ 12 ວັນສານເຄມີທີ່ໃຊ້ເປັນປະເພດທີ່ຖືກແລ້ວຕາຍເຊັ່ນ: ແລນເນດ ຫລື ສານໄພລີທອຍ ແລະ ຫມັ່ນເກັບຫມາກເລັ່ນທີ່ຖືກບົ້ງເຈາະທຳລາຍອອກຈາກຫນານນຳມາເຜົາໄຟເພາະບົ້ງທີ່ຢູ່ໃນຫມາກຈະອອກມາທຳລາຍຫມາກທີ່ຢູ່ໃນຊໍ່ດຽວກັນໃຫ້ເສຍຫາຍຫລາຍຂຶ້ນ.
ການເກັບຫມາກສົດ:
ເລີ່ມເກັບຜົນຜະລິດໄດ້ເມື່ອອາຍຸປະມານ 55ວັນຫລັງຈາກການຍ້າຍບົງໂດຍເກັບຫມາກທີ່ເລີ່ມປ່ຽນສີເພື່ອຫລີກເວັ້ນ ຫມາກແຕກ ແລະ ສຸເກີນໄປ.
ການເກັບເມັດພັນໄວ້ປູກຕໍ່ໄປ.
ສາມາດເຮັດໄດ້ເມື່ອພັນທີ່ປູກບໍ່ແມ່ນພັນລູກປະສົມການເລືອກເກັບເມັດພັນຄວນເລືອກເກັບຈາກຫນານທີ່ປູກໃນລະດູ ຫນາວເທົ່ານັ້ນ ແລະ ເລືອກເກັບຈາກຕົ້ນທີ່ສົມບູນແຂງແຮງ, ມີລັກສະນະຫມາກຕາມທີ່ຕະຫລາດຕ້ອງການຈິ່ງຈະ ໄດ້ເມັດທີ່ສົມບູນ, ແຂງແຮງ, ມີອັດຕາສ່ວນໃນການແຕກງອກສູງ. ການຜະລິດເມັດພັນສາມາດເຮັດໄດ້ງ່າຍໂດຍເກັບກ່ຽວຫມາກທີ່ສຸກແດງຜ່າກາງຫມາກ, ບີບແກ່ນອອກ, ຫມັກປະໄວ້ໃນພາຊະນະພາສຕິກ 24-36 ຊົ່ວໂມງ (2-3 ວັນ), ເອົາໄປລ້າງນ້ຳຫລາຍໆຄັ້ງ, ເມັດພັນທີ່ດີຈະຈົມລົງ, ເມັດພັນທີ່ບໍ່ສົມບູນຈະລອຍຂຶ້ນເມື່ອແກ່ນສະອາດດີແລ້ວນຳໄປຕາກແດດ 2-3 ວັນຈົນແກ່ນແຫ້ງຈິ່ງບັນຈຸແກ່ນເຂົ້າໃນຖົງພາສຕິກຫນາ ຫລື ໃນກະປ໋ອງທີ່ປິດສະນິດແລ້ວນຳໄປເກັບຮັກສາໄວ້ໃນບ່ອນທີ່ເຢັນໂດຍວິທີການນີ້ສາມາດເກັບແກ່ນໄວ້ຢ່າງນ້ອຍ 2-3 ປີ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ