google-site-verification: google0d91bc93cfc88895.html ການລ້ຽງຕັກກະແຕນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, May 15, 2015

ການລ້ຽງຕັກກະແຕນ

 

ຕັກ­ແຕນ ເປັນ​ແມງ­ໄມ້​ຊະ­ນິດ​ໜຶ່ງ​ທີ່​ມີ​ປາກ​ແບບ​ກັດ​ກິນ​ພົບ​ຕັ້ງ­ແຕ່​ໃນ​ໄລ­ຍະ​ຕົວ​ອ່ອນ​ຈົນ​ເຖິງ​ຕົວ​ເຕັມ​ໄວ, ມີ​ຕາ​ຂະ­ໜາດ​ໃຫຍ່, ມີ​ໜວດ​ເປັນ​ແບບ​ເສັ້ນ​ດ້າຍ, ປີກ​ຄູ່​ໜ້າ​ຄື​ໜັງ ສ່ວນ​ປີກ​ຄູ່​ຫຼັງ​ບາງ​ໃສ, ຢູ່​ໃຕ້​ປີກ​ຄູ່​ໜ້າ​ມີ​ຂາ 2 ຄູ່ ແລະ ຂາ​ຄູ່​ຫຼັງ​ໄວ້​ກະ­ໂດດ, ສ່ວນ​ການ​ຈະ­ເລີນ ແລະ ການ​ປ່ຽນ­ແປງ​ຮູບ​ຮ່າງ​ແມ່ນ​ຈະ​ປ່ຽນ­ແປງ​ເທື່ອ​ລະ​ໜ້ອຍ, ຕົວ​ອ່ອນ​ຈະ​ມີ​ຂະ­ໜາດ​ຕົວ​ນ້ອຍ​ກວ່າ​ໂຕ​ເຕັມ​ໄວ ແຕ່​ຍັງ​ບໍ່​ມີ​ປີກ ແລະ ຈະ​ລອກ­ຄາບ ຫຼື ຈະ­ເລີນ​ເຕີບ​ໂຕ​ໄປ​ຈົນ​ເປັນ​ຕົວ​ເຕັມ​ໄວ​ເມື່ອ​ມີ​ການ​ລອກ­ຄາບ​ຄັ້ງ​ສຸດ​ທ້າຍ, ສ່ວນ​ການ​ວາງ​ໄຂ່​ມີ​ລັກ­ສະ­ນະ​ແຕກ​ຕ່າງ​ກັນ​ອາດ​ຈະ​ເປັນ​ໄຂ່​ດຽວ ຫຼື ໄຂ່​ກຸ່ມ​ມີ​ທັງ​ວາງ​ໃນ​ດິນ ແລະ ໃນ​ພືດ​ອາ­ຫານ. 
   ສະ­ນັ້ນ, ຫາກ​ໃຜ​ມີ​ຄວາມ​ສົນ­ໃຈ​ຢາກ​ລ້ຽງ​ຕັກ­ແຕນ​ເພື່ອ​ເປັນ​ອາ­ຊີບ​ເສີມ ຫຼື ຈະ​ເປັນ​ອາ­ຊີບ​ຫຼັກ​ກໍ່​ສາ­ມາດ​ປະ­ຕິ­ບັດ​ຕາມ​ຂັ້ນ​ຕອນ​ດັ່ງ­ນີ້​ເຊັ່ນ: 

ສະ­ຖານ­ທີ່​
ຄວນ​ເປັນ​ບ່ອນ​ຮົ່ມ​ມີ​ຫຼັງ­ຄາ​ກັນ​ແດດ ແລະ ຝົນ, ມີ​ແສງ​ແດດ​ສ່ອງ​ໃນ​ຍາມ​ເຊົ້າ ຫຼື ຕອນ​ບ່າຍ
ການ​ລ້ຽງ​ຕັກ­ແຕນ
ສາ­ມາດ​ລ້ຽງ​ໄດ້​ສອງ​ແບບ​ຄື: ການ​ລ້ຽງ​ໃນ​ກົງ​ມຸ້ງ​ນີ​ລົງ​ຂະ­ໜາດ​ກວ້າງ, ຍາວ ແລະ ສູງ ປະ­ມານ 25X35X25 ຊັງ​ຕີ​ແມັດ, ຂັ້ນ​ຕອນ​ໃນ​ການ​ເຮັດ​ແມ່ນ​ໃຊ້​ລວດ​ຂະ­ໜາດ 2 ຫຸນ​ຕັດ​ເປັນ​ໂຄງ​ສີ່​ລ່ຽມ​ແລ້ວ​ປະ­ກອບ​ເຂົ້າ­ກັນ, ຈາກ​ນັ້ນ​ໃຊ້​ສາຍ​ຢາງ​ສີ­ຂາວ​ໃສ​ຂະ­ໜາດ​ເສັ້ນ​ຜ່າ​ສູນ​ກາງ 1 ຊັງ​ຕີ​ແມັດ ແລະ ສາ­ມາດ​ຖອດ​ເຂົ້າ​ອອກ​ໄດ້, ມີ​ຜ້າ​ມຸ້ງ​ຂາວ​ບາງ​ຫຸ້ມ​ບໍ­ລິ­ເວນ​ປາກ​ປະ­ຕູ​ໄວ້ ເພື່ອ​ບໍ່​ໃຫ້​ຕັກ­ແຕນ​ດີດ​ອອກ​ໃນ​ເວ­ລາ​ປິດ​ເປີດ, ຈາກ​ນັ້ນ​ວາງ​ກົງ​ລວດ​ໃນ​ຖາດ​ເພື່ອ​ຄວາມ​ສະ­ດວກ​ໃນ​ການ​ຍົກ, ສ່ວນ​ດ້ານ​ພື້ນ​ຂອງ​ກົງ​ຈະ​ຕ້ອງ​ປູ​ດ້ວຍ​ເຈ້ຍ​ກະ­ດາດ ແລະ ຈະ​ປ່ຽນ​ກະ­ດາດ​ທຸກ​ວັນ​ເພື່ອ​ບໍ່​ໃຫ້​ຂີ້​ສະ​ສົມ, ໃນ​ກົງ​ຈະ​ມີ​ກະ­ບອກ​ນ້ຳ ໂດຍ​ໃຊ້​ກະ­ຕຸກ​ນ້ຳ​ຂະ­ຫນາດ 1-1,5 ລິດ ທີ່​ຕັດ​ຄໍ​ອອກ ສຳ­ລັບ​ໃສ່​ຕົ້ນ​ກາ​ລົດ​ໄວ້​ເປັນ​ອາ­ຫານ​ຂອງ​ຕັກ­ແຕນ, ຄວນ​ລ້າງ ແລະ ເຮັດ​ຄວາມ​ສະ­ອາດ​ກະ­ບອກ​ນ້ຳ​ທຸກ​ມື້​ໃນ​ເວ­ລາ​ປ່ຽນ​ອາ­ຫານ, ສ່ວນ​ອາ­ຫານ​ເສີມ​ຂອງ​ຕັກ­ແຕນ​ແມ່ນ​ຈະ​ໃຊ້​ຮຳ​ເຂົ້າ, ສາ­ລີ​ໃສ່​ຈານ​ຢາງ​ນ້ອຍໆ, ສ່ວນ​ກົງ​ລ້ຽງ​ຕັກ­ແຕນ​ໄວ​ອ່ອນ​ຂະ­ໜາດ​ໃຫຍ່​ຄື​ໄວ 1 ຫາ​ໄວ 5 ຈະ​ໄດ້​ປະ­ມານ 300 ຕົວ, ຢ່າງ­ໃດ​ກໍ່​ຕາມ​ເຮົາ​ສາ­ມາດ​ລ້ຽງ​ຕັກ­ແຕນ​ຈົນ​ເປັນ​ຕົວ​ເຕັມ​ໄວ​ໃນ​ກົງ​ດັ່ງ­ກ່າວ, ສ່ວນ​ຊັ້ນ​ເທິງ​ສາ­ມາດ​ວາງ​ກົງ ເພື່ອ​ປະ­ຢັດ​ເນື້ອ­ທີ່ ເມື່ອ​ຕັກ­ແຕນ​ເຂົ້າ​ໄວ 5 ຫຼື ເມື່ອ​ອາ­ຍຸ​ປະ­ມານ 1 ເດືອນ​ໃຫ້​ຫຼຸດ​ຈຳ­ນວນ​ຕົວ​ລົງ​ເຄິ່ງ​ໜຶ່ງ​ເພື່ອ​ບໍ່​ໃຫ້​ແອ​ອັດ​ເກີນ​ໄປ. 


ວິ­ທີ​ທີ 2 
ແມ່ນ​ລ້ຽງ​ໃນ​ກົງ​ມຸ້ງ​ລວດ ເຊິ່ງ​ຈະ​ເຮັດ​ໂຄງ​ເປັນ​ອະ­ລູ­ມິ­ນຽມ​ຂະ­ໜາດ​ກວ້າງ, ຍາວ ແລະ ສູງ ປະ­ມານ 60X60X100 ຊັງ​ຕີ​ແມັດ, ຂາ​ກົງ​ສູງ​ປະ­ມານ 15 ຊັງ​ຕີ​ແມັດ, ອ້ອມ​ກົງ​ດ້ວຍ​ມຸ້ງ​ລວດ, ສ່ວນ​ປະ­ຕູ​ດ້ານ​ໜ້າ​ມີ 2 ຊັ້ນ​ຄື: ຊັ້ນ​ເທິງ​ເຮັດ​ເປັນ​ປະ­ຕູ​ປູ​ລວດ​ມີ​ຫູ​ຈັບ ແລະ ຊັ້ນ​ລຸ່ມ​ເປັນ​ປະ­ຕູ​ທຶບ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຕັກ­ແຕນ​ອອກ​ຂະ­ນະ​ເປີດ​ປິດ, ສ່ວນ​ພື້ນ​ກົງ​ປູ​ດ້ວຍ​ລວດ​ຕາ​ຂ່າຍ ແລະ ມີ​ລີ້ນ­ຊັກ​ສູງ 10 ຊັງ​ຕີ​ແມັດ ສາ­ມາດ​ຖອດ​ເຂົ້າ​ອອກ​ໄດ້​ເພື່ອ​ຮອງ​ຮັບ​ຂີ້​ຂອງ​ຕັກ­ແຕນ ແລະ ງ່າຍ​ຕໍ່​ການ​ດຶງ​ອອກ​ມາ​ເຮັດ​ຄວາມ​ສະ­ອາດ, ສ່ວນ​ດ້ານ​ເທິງ​ຂອງ​ກົງ​ສາ­ມາດ​ຖອດ​ບານ​ມຸ້ງ​ລວດ​ອອກ​ໄດ້ ແລະ ກະ­ບອກ​ໃສ່​ນ້ຳ, ອາ­ຫານ ແລະ ພາ­ຊະ­ນະ​ໃສ່​ອາ­ຫານ​ເສີມ​ຄື​ກັບ​ທີ່​ເວົ້າ​ມາ​ເບື້ອງ​ຕົ້ນ, ກົງ​ມຸ້ງ​ລວດ​ນີ້​ສາ­ມາດ​ໃຊ້​ລ້ຽງ​ຕັກ­ແຕນ​ຕັ້ງ­ແຕ່​ໄວ 5 ຂຶ້ນ​ໄປ ເຊິ່ງ​ຈະ​ໃຊ້​ປະ­ມານ 2.000-2.500  ຕົວ ໂດຍ​ຕອນ​ທຳ​ອິດ​ອາດ​ຈະ​ລ້ຽງ​ຕັກ­ແຕນ​ໄວ​ອ່ອນ​ໃນ​ກົງ​ມຸ້ງ​ນີ​ລົງ. 
    ຄວນ​ປ່ຽນ​ຕົ້ນ​ກາ​ລົດ​ທຸກ​ວັນ ໂດຍ​ການ​ເຄາະ​ຕົ້ນ​ພືດ​ໃນ​ກະ­ບອກ​ນ້ຳ​ເພື່ອ​ໄລ່​ຕັກ­ແຕນ​ອອກ ໃຊ້​ຕົ້ນ​ກາ​ລົດ​ສົດ​ເພື່ອ​ໃຫ້​ຕັກ­ແຕນ​ກິນ​ໄດ້​ຫລາຍ​ຂຶ້ນ ຫລັງ​ຈາກ​ໄວ 5 ຕ້ອງ​ໃຫ້​ອາ­ຫານ​ວັນ​ລະ 2 ຄັ້ງ ແລະ ອາ­ຫານ​ເສີມ​ຄວນ​ໃຫ້​ຮຳ​ເຂົ້າ, ສາ­ລີ​ວັນ​ລະ​ເທື່ອ, ສ່ວນ​ການ​ໃຫ້​ນ້ຳ​ແມ່ນ​ໃຊ້​ຈານ​ດິນ ແລະ ເອົາ​ກ້ອນ​ຫີນ​ກັນ​ບໍ່​ໃຫ້​ຕັກ­ແຕນ​ຕົກ​ນ້ຳ, ສ່ວນ​ການ​ເຮັດ​ຄວາມ​ສະ­ອາດ​ກົງ​ຕັກ­ແຕນ ສະ­ເພາະ​ການ​ຖ່າຍ​ຂີ້​ຕັກ­ແຕນ​ໃນ​ກົງ​ມຸ້ງ​ນີ​ລົງ ແລະ ການ​ປ່ຽນ​ເຈ້ຍ​ທີ່​ປູ​ພື້ນ​ກົງ​ທຸກ​ມື້ ສ່ວນ​ໃນ​ກົງ​ມຸ້ງ​ລວດ​ແມ່ນ​ດຶງ​ລີ້ນ­ຊັກ​ທີ່​ຮອງ​ຮັບ​ຂີ້​ອອກ​ມາ​ລ້າງ​ທຸກ​ວັນ, ພ້ອມ​ທັງ​ລ້າງ​ເຮັດ​ຄວາມ​ສະ­ອາດ​ກະ­ບອກ​ທີ່​ໃສ່​ຕົ້ນ​ພືດ ແລະ ຈານ​ໃສ່​ນ້ຳ​ທຸກ​ວັນ. 
      ຕັກ­ແຕນ ເປັນ​ສັດ​ຊະ­ນິດ​ຫນຶ່ງ​ທີ່​ມີ​ມົດ​ເປັນ​ສັດ­ຕູ​ຕົວ​ຫລັກ ທີ່​ຈະ​ເຂົ້າ​ມາ​ກິນ​ໄຂ່ ແລະ ຊາກ​ຕັກ­ແຕນ ຫຼື ຕົວ​ທີ່​ລອກ­ຄາບ​ໃໝ່ໆ ເຊິ່ງ​ຍັງ​ບໍ່​ແຂງ­ແຮງ, ການ​ປ້ອງ​ກັນ​ໂດຍ​ໃຊ້​ຢາ​ກັນ​ມົດ ແລະ ການ​ເຮັດ​ຄວາມ​ສະ­ອາດ​ຖ້າ​ເປັນ​ກົງ​ມຸ້ງ​ລວດ​ລະ­ວັງ​ບໍ່​ໃຫ້​ມີ​ເສດ​ຫຍ້າ​ຕົກ­ເຮ່ຍ​ພາດ​ເຖິງ​ພື້ນ​ອັນ​ຈະ​ເປັນ​ສາຍ​ເຊື່ອມ​ຕໍ່­ໃຫ້​ມົດ​ເຂົ້າ​ໄປ​ໃນ​ກົງ, ນອກ​ນັ້ນ​ຍັງ​ມີ​ແມງ­ມຸມ, ບົ້ງ, ນົກ ແລະ ໜູ​ທີ່​ເປັນ​ສັດ­ຕູ​ຂອງ​ຕັກ­ແຕນ​ນຳ​ອີກ. 
ການ​ເລືອກ​ພໍ່ ແລະ ແມ່​ພັນ
ໃນ​ການ​ຂະ­ຫຍາຍ​ພັນ ຄວນ​ເລືອກ​ຕົວ​ທີ່​ມີ​ຂະ­ໜາດ​ໃຫຍ່, ມີ​ຄວາມ​ສົມ­ບູນ​ແຂງ­ແຮງ, ຈາກ​ນັ້ນ​ໃຫ້​ນຳ​ເອົາ​ພໍ່-ແມ່​ພັນ​ໃສ່​ກົງ​ໃຫ້​ປະ­ສົມ​ພັນ ແລະ ໃຫ້​ມີ​ການ​ປະ­ສົມ​ພັນ​ຂ້າມ​ກົງ​ເພື່ອ​ຫຼີກ­ເວັ້ນ​ການ​ເສື່ອມ​ຖອຍ​ອັນ​ເກີດ​ຈາກ​ປະ­ສົມ​ເລືອດ​ຊິດ, ພາ­ຊະ­ນະ​ວາງ​ໄຂ່​ໃຊ້​ຕຸກ​ນ້ຳ​ອັດ​ລົມ​ຂະ­ໜາດ 1,25 ລິດ ໃຫ້​ຕັດ​ເອົາ​ແຕ່​ກົ້ນ​ຕຸກ​ທີ່​ມີ​ຄວາມ​ສູງ 10 ຊັງ​ຕີ​ແມັດ, ໃສ່​ດິນ​ລ້ວນ​ປົນ​ຊາຍ ແລ້ວ​ໃຫ້​ນ້ຳ​ພໍ​ຊຸ່ມໆ ເມື່ອ​ຕັກ­ແຕນ​ວາງ​ໄຂ່​ນຳ​ຕຸກ​ດິນ​ທີ່​ມີ​ໄຂ່​ແຍກ​ອອກ​ມາ ຕັກ­ແຕນ​ມີ​ການ​ປະ­ສົມ 9-15 ຄັ້ງ ແລະ ວາງ​ໄຂ່ 3-4 ຄັ້ງ. 
ການ​ລ້ຽງ​ຕັກ­ແຕນ​ໄວ​ອ່ອນ ແລະ ຫຼັງ​ໄວ​ອ່ອນ​ຄື
ໄວ1 ຫາ​ຕົ້ນ​ໄວ 5 ໃນ​ກົງ​ມຸ້ງ​ນີ​ລົງ ໃຊ້​ເວ­ລາ​ປະ­ມານ 35 ວັນ ເມື່ອ​ເຂົ້າ​ໄວ 5 ເຊິ່ງ​ຈະ​ສັງ­ເກດ​ຈາກ​ແຜ່ນ​ອານ​ມ້າ​ທີ່​ສັນ­ຫລັງ​ແຫລມ​ເປັນ​ຮູບ​ຕົວ V, ມີ​ສີ­ເຫຼືອງ​ອ່ອນ ຫຼື ສີ­ນ້ຳ​ເງິນ​ຄາດ​ໜ້າ​ແຖບ​ສີ​ມີ​ຈຸດ​ດຳ​ລຽງ​ເປັນ​ແນວ ແລ້ວ​ຖ້າ​ຈະ​ລ້ຽງ​ໃນ​ມຸ້ງ​ນີ​ລົງ​ຕໍ່​ໄປ​ຈະ​ຕ້ອງ​ຫຼຸດ​ຈຳ­ນວນ​ລົງ​ເຫຼືອ​ພຽງ​ເຄິ່ງ​ດຽວ ຈາກ​ທີ່​ລ້ຽງ​ໃນ​ຕອນ​ທຳ​ອິດ ຫຼື ຈະ​ຍ້າຍ​ເຂົ້າ​ມາ​ກົງ​ມຸ້ງ​ລວດ​ລ້ຽງ​ຕໍ່​ໄປ​ອີກ​ປະ­ມານ 17-26 ວັນ ຕັກ­ແຕນ​ຈະ​ລອກ­ຄາບ​ເປັນ​ຕົວ​ເຕັມ​ໄວ, ຕົວ​ອ່ອນ​ເພດ​ຜູ່​ມີ 6 ໄວ ແລະ​ໃຊ້​ເວ­ລາ​ໜ້ອຍ​ກວ່າ​ເພດ​ເມຍ​ປະ­ມານ 53 ວັນ, ສ່ວນ​ຕົວ​ອ່ອນ​ເພດ​ເມຍ​ມີ 7 ໄວ ຈະ​ໃຊ້​ເວ­ລາ 61,8 ວັນ ຈິ່ງ​ຈະ​ເຕີບ​ໂຕ​ເຕັມ​ໄວ​ໄດ້. 


ໄລຍະເກັບຜົນຜະລິດອອກ 
ເກັບ​ຕັກ­ແຕນ​ອອກ​ຈຳ­ໜ່າຍ​ເມື່ອ​ຕຸ່ມ​ປີກ​ຂອງ​ຕົວ​ອ່ອນ​ໃຫຍ່​ມາ​ຕຳ​ກັນ​ທີ່​ບໍ­ລິ­ເວນ​ສັນ­ຫຼັງ​ກາງ​ລຳ​ຕົວ​ຍາວ​ຄຸມ​ເຖິງ​ສ່ວນ​ທ້ອງ​ປ້ອງ​ທີ 3 ສະ­ແດງ​ວ່າ​ເປັນ​ໄວ​ສຸດ​ທ້າຍ​ກ່ອນ​ລອກ­ຄາບ​ອອກ​ເປັນ​ຕົວ​ເຕັມ​ໄວ ເມື່ອ​ເປັນ​ຕົວ​ເຕັມ​ໄວ​ໃຫ້​ເກັບ​ຕັກ­ແຕນ​ໃສ່​ຖົງ, ສ່ວນ​ການ​ເກັບ​ຕັກ­ແຕນ​ໃຫ້​ຈັບ​ຂາ​ຄູ່​ຫຼັງ​ສຸດ​ເຂົ້າ­ກັນ ເນື່ອງ​ຈາກ​ເມື່ອ​ຕັກ­ແຕນ​ຖືກ​ລົບ​ກວນ​ມັນ​ຈະ​ປ້ອງ​ກັນ​ຕົວ ໂດຍ​ດີດ​ຂາ​ຄູ່​ຫຼັງ​ທີ່​ມີ​ໜາມ​ລຽງ​ເປັນ​ແຖວ​ເຮັດ​ໃຫ້​ເຈັບ​ປວດ​ໄດ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ