google-site-verification: google0d91bc93cfc88895.html ການລ້ຽງປານິນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, May 29, 2015

ການລ້ຽງປານິນ




  1. Scientific nameOreochromis niloticus
  2. RankSpecies

  ການ​ເລືອກ​ແນວ​ພັນ

ສໍາ­ລັບປາ​ພໍ່​ພັນ ແລະ ແມ່​ພັນ​ຕ້ອງ​ເປັນປາ​ທີ່​ມີ​ຄວາມ​ສົມ­ບູນ, ແຂງແຮງ, ຈະ­ເລີນ​ເຕີບ​ໂຕ​ໄວ, ສຸ​ຂະພາບ​ດີ​ຈິ່ງ​ຈະ​ເອົາ​ມາ​ເຮັດ​ພໍ່​ພັນ ແລະ ແມ່​ພັນ​ໄດ້, ຕ້ອງ​ເປັນ​ປາ​ທີ່ມີ​ນ້ຳ­ຫນັກ​ປະ­ມານ 150 - 200 ກຣາມ. 
ສຳ­ລັບ​ການ​ລ້ຽງ​ໃນ​ບໍ່​ອະ­ນຸບານ: ລູກ​ປາ​ທີ່​ຈະ​ເອົາ​ມາ​ລ້ຽງໃນ​ບໍ່​ອະ­ນຸ­ບານ​ຕ້ອງ​ມີ​ອາ­ຍຸ​ປະມານ 2 ອາ­ທິດ, ຂະ­ຫນາດ 2000 ຕາ​ແມັດ, ສາ­ມາດ​ລ້ຽງ​ລູກ​ປາໄດ້​ປະ­ມານ 5-6 ແສນ​ໂຕ, ລ້ຽງເອົາ​ໄວ້​ໃຫ້​ໄດ້​ປະ­ມານ​ເດືອນ​ເຄິ່ງກໍ່​ສາ­ມາດ​ປ່ອຍ​ລົງ​ບໍ່​ລ້ຽງ​ໄດ້ແລ້ວ, ສ່ວນ​ອາ­ຫານ​ໃນ​ການລ້ຽງ​ປາ​ໄລ­ຍະ​ອະ­ນຸ­ບານ​ຈະ​ເປັນເປືອກ​ຖົ່ວ​ປົ່ນ, ຮໍາ​ອ່ອນ, ປາ​ປົ່ນ, ວິ­ຕາ­ມິນ ແລະ ເກືອ​ນໍາມາ​ປະ­ສົມເຂົ້າ­ກັນ​ແລ້ວ​ໃຫ້​ລູກ​ປາ​ກິນ. 




ບໍ່​ລ້ຽງ

ເຮົາ​ຕ້ອງ​ເບິ່ງໃຫ້​ລະ­ອຽດ​ດ້ານ​ຂະ­ຫນາດ​ຂອງບໍ່ວ່າ​ສາ­ມາດ​ປ່ອຍ​ປາ​ໄດ້​ຈັກ​ໂຕຈິ່ງ​ຈະ​ເຫມາະ​ສົມ, ເຊິ່ງ​ຕ້ອງ​ຢຶດຫລັກ­ການ​ທີ່​ວ່າ​ເນື້ອ­ທີ່ 1 ຕາ​ແມັດ ສາ­ມາດ​ລ້ຽງ​ປາ​ໄດ້​ຫນຶ່ງ​ໂຕ ຈິ່ງຈະ​ເຫມາະ​ສົມ​ທີ່​ສຸດ, ຖ້າ​ຫາກປ່ອຍ​ປາ​ເກີນ​ຂະ­ຫນາດ​ກໍ່​ຈະ​ເຮັດໃຫ້​ປາ​ຈະ­ເລີນ​ເຕີບ​ໂຕ​ຊ້າ​ລົງ. 



ສໍາ­ລັບ​ອາ­ຫານ


 ການ​ໃຫ້ອາ­ຫານ​ແມ່ນ 3 ຄັ້ງ​ຕໍ່​ມື້, ສ່ວນ ໃຫຍ່​ປາ​ນິນ​ເປັນ​ປາ​ທີ່​ກິນ​ພືດຈິ່ງ ລ້ຽງ​ໄດ້​ງ່າຍ, ປາ​ຈະ​ຫາ​ກິນ​ເອງ ໃນ​ທຳ​ມະ​ຊາດ, ແຕ່​ກໍ່​ຄວນ​ເສີມດ້ວຍ​ອາ­ຫານ​ເສີມ​ເຂົ້າ​ໄປ​ອີກ ເພື່ອ​ຄວາມ​ຈະ­ເລີນ​ຂອງ​ປາ​ເອງ ແລະ ຈະ​ໄດ້​ນ້ຳ­ຫນັກ​ຫລາຍ​ຂຶ້ນ, ອາ­ຫານ​ທີ່​ຈະ​ເສີມ​ໃຫ້​ປາ​ກິນ​ນັ້ນໄດ້­ແກ່: ຮໍາ​ອ່ອນ, ເປືອກ​ຖົ່ວລວມ​ກັບ​ຫົວ­ອາ­ຫານ​ປາ​ປະ­ສົມເຂົ້າ­ກັນ, ກໍ່​ສາ­ມາດ​ຈະ­ເລີນ​ເຕີບໂຕ​ໄດ້​ດີກ​ວ່າ­ການ​ລ້ຽງ​ແບບ​ທໍາມະ​ຊາດຖ້າ​ເຮົາ​ໃຫ້​ອາ­ຫານ​ສະຫມໍ່າ​ສະ­ເຫມີ​ປາ​ຈະ​ໃຫຍ່​ໄວອາຍຸ 3 ເດືອນຈະ​ມີ​ນ້ໍາຫນັກ 30 ກຣາມ, 6 ເດືອນ​ນ້ໍາຫນັກ 200 ກຣາມ ແລະ 12 ເດືອນ ນ້ໍາຫນັກ 500 - 800 ກຣາມ ສາ­ມາດ​ສົ່ງຂາຍ​ພ້ອມ​ທັງ​ສ້າງ​ລາຍ​ຮັບ​ໄດ້ແລ້ວ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ