google-site-verification: google0d91bc93cfc88895.html ເຫດຜົນທີ່ຕ້ອງຜະລິດ ແລະ ນ້ຳໃຊ້ນ້ຳຖ່ານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, June 14, 2015

ເຫດຜົນທີ່ຕ້ອງຜະລິດ ແລະ ນ້ຳໃຊ້ນ້ຳຖ່ານ











ເຫດຜົນທີ່ຕ້ອງຜະລິດ ແລະ ນ້ຳໃຊ້ນ້ຳຖ່ານ

  ເພື່ອເປັນການູນໃຊ້ທຳມະຊາດໃຫ້ເກີດປະໂຫຍດທີ່ສຸດເພື່ອຫຼີກລ້ຽງການໃຊ້ສານເຄມີທີ່ຈະເປັນອັນ ຕະລາຍໃຫ້ແກ່ຊີວິດຂອງຊາວກະສິກອນ, ເຖິງຢ່າງໃດກໍ່ຕາມນ້ຳຖ່ານແມ່ນນ້ຳທີ່ຜະລິດຂື້ນມາເພື່ອຮັບໃຊ້ ໃຫ້ແກ່ການສິກຳ ແລະ ດ້ານອື່ນໆອີກ, ນອກຈາກນີ້ຍັງເປັນການສ້າງເສດຖະກິດຄອບຄົວໃຫ້ດີຂື້ນອີກດ້ວຍ ແລະ ເພື່ອໃຫ້ຜົນຜະລິດດີຂື້ນຄືກັບໃຊ້ສານເຄມີແຕ່ວ່າປະສິດທີພາບຂອງລິດຢາຈະໃຫ້ຜົນຊ້າກ່ວາ  ແລະ ກໍ່ບໍ່ເປັນອັນຕະລາຍຕໍ່ສຸຂະພາບ, ນຳ້ຖ່ານສາມາດປັບສະພາບຂອງດິນໃຫ້ອຸດົມສົມບູນຂື້ນແຖມຍັງບໍ່ມີຜົນກະທົບໃດໆໃນເວລາໃຊ້ ແລະ ບໍ່ມີຜົນກະທົບໃດໆຕາມມາແຕ່ກົງກັນຂ້າມເມື່ອໃຊ້ສານເຄມີຜົນກະທົບທີ່  ຕາມມາກໍ່ມີຫລາຍເຊັ່ນ: ໃຊ້ສານເຄມີປາບສັດຕູພືດເຖິງຈະປົກປິດຮ່າງກ່າຍດີປານໃດກໍ່ບໍ່ສາມາດຫລິກລ້ຽງສານເຄມີດັ່ງກ່າວນັ້ນໄດ້ເນື່ອງຈາກຜ້າທີ່ນຳມາປິດດັງ ແລະ ຮ່າງກ່າຍນັ້ນບໍ່ສາມາດກັ່ນຕອງສານເຄມີໄດ້, ອີກຢ່າງຫນື່ງເມື່ອສິດຢາປ້ອງກັນ-ກຳຈັດ ແມງໄມ້ ຫລື ຈະໃສ່ຝຸ່ນເຄມີເພື່ອເລັ່ງການຈະເລີນເຕີບໂຕຂອງພືດລົງໄປຈະເຮັດໃຫ້ພືດດູດຊັບເອົາສານດັ່ງກ່າວໄປສະສົມໄວ້, ເມື່ອຄົນເຮົານຳໄປກິນສານດັ່ງກ່າວກໍ່ຈະສະສົມເທື່ອລະຫນ້ອຍໃນຮ່າງກາຍຈົນໃນທີ່ສຸດສານດັ່ງກ່າວກໍ່ຈະລວມຕົວກັນຫລາຍຂື້ນຈົນກາຍເປັນສານພິດເມື່ອຮ່າງກາຍຊຸດໂຊມລົງສານພິດຕົວນັ້ນກໍ່ຈະອອກລິດເຣັດໃຫ້ເກີດມີອາການຕ່າງໆນາໆເປັນຕົ້ນໂລກຫົວໃຈ, ເບົາຫວານ, ໂລກມະເລັງ ແລະ ອື່ນໆຈົນເຖິງແກ່ຊີວິດໄດ້ໃນທີ່ສຸດ, ດັ່ງນັ້ນຈຶ່ງຈຳຕ້ອງຫັນມາໃຊ້ນ້ຳຖ່ານເພື່ອຫລີກລ້ຽງຜົນກະທົບຕ່າງໆທີ່ຈະຕາມມາ.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ