google-site-verification: google0d91bc93cfc88895.html ຫມາກ​ລະ​ແຊ່ງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 12, 2015

ຫມາກ​ລະ​ແຊ່ງ

ໝາກ​ລາ​ແຊັງ​ເປັນ​ໝາກໄມ້​ທີ່​ມີ​ລົດ​ຊາດ​ຫວານ​ອົມ​ສົ້ມເມື່ອ​ກິນ​ເຂົ້າ​ໄປ​ແລ້ວ​ຈະ​ໃຫ້​ຄວາມສົດຊື່ນ​ແກ່​ຮ່າງ­ກາຍນອກ­ຈາກ ໝາກ​ລາ​ແຊັງ​ຈະ​ມີ​ວິ­ຕາ­ມິນ​ເອແລ້ວ​ຍັງ​ປະ­ກອບ​ນ້ຳ­ຕານ​ກລູ​ໂຄ​ສຫຼາຍ​ທີ່​ສຸດຈິ່ງ​ເຮັດ​ໃຫ້​ເມື່ອ​ກິນ​ເຂົ້າໄປ​ແລ້ວ​ອາ­ລົມ​ດີ​ຂຶ້ນ




–  ຊ່ວຍ​ແກ້ອາ­ການ​ຢາກ​ນ້ຳ,
–  ແກ້​ອາ­ການໜາວ​ສັ່ນ ແລະ​ ຊ່ວຍ​ຂັບ​ປັດ​ສະ​ວະ
– ສຳ­ລັບ​ຄົນ​ມັກ​ເຈັບ​ປວດ​ທີ່​ແອວແລ້ວ​ນ້ຳ­ໝາກ​ລາ​ແຊັງ​ສາ­ມາດບັນ­ເທົາ​ໄດ້​ພຽງ​ແຕ່​ນຳ​ນ້ຳໝາກລາ​ແຊັງ ແລະ​ ໂສມ​ແນວ​ລະ 4 ກຣາມ ແຊ່​ໃນ​ເຫຼົ້າ​ອຸ່ນໆ 20 ມິ​ລິ​ລິດ ແຊ່​ໄວ້ 1 ຄືນ​ແລ້ວ​ນຳ​ມາ​ທາ​ບໍ​ລິເວນ​ທີ່​ເຈັບ​ປວດ​ແອວ​ເລື້ອຍໆ​ຈະ ເຮັດ​ໃຫ້​ຫາຍ​ເຈັບ​ປວດ​ແອວ​ໄດ້.

–  ຖ້າ​ຜູ້​ໃດ​ທີ່​ຍ່ຽວ​ເປັນ​ເລືອດ​ເປັນຢອດໆ ຫຼື ຍ່ຽວ​ບໍ່​ອອກໃຫ້​ຄັ້ນ​ນ້ຳໝາກ​ລາ​ແຊັງ​ສົດ 300 ມິ​ລິ​ລິດ, ນ້ຳ​ຮາກ​ບົວ​ສົດ 300 ມິ​ລິ​ລິດ ປະສົມ​ກັບ​ນ້ຳ­ເຜິ້ງ​ສົດ 200 ກຣາມ​ປະສົົມ​ໃຫ້​ເຂົ້າ­ກັນ​ແລ້ວ​ກິນ​ຄັ້ງ​ລະ 100-150 ມິ​ລິ​ລິດ ກ່ອນ​ອາ­ຫານທຸກ​ມື້​ແຕ່​ຕ້ອງ​ລະ­ວັງ​ຢ່າ​ກິນ​ຫຼາຍຈົນ​ເກີນ​ໄປ​ຈະ​ເຮັດ​ໃຫ້​ຖອກ­ທ້ອງໄດ້ເພາະ​ໝາກ​ລາ​ແຊັງ​ເຮັດ​ໃຫ້ເກີດ​ຄວາມ​ຮ້ອນ​ໃນ​ຮ່າງ­ກາຍອາດ​ເຮັດ​ໃຫ້​ຕາ­ມົວ​ລາຍ​ໄດ້​ຈິ່ງຕ້ອງ​ລະ­ວັງ​ເລື່ອງ​ນີ້​ໃຫ້​ຫຼາຍ​ທີ່​ສຸດ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ