google-site-verification: google0d91bc93cfc88895.html ຄຸນປະໂຫຍດຂອງນ້ຳຖ່ານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, June 14, 2015

ຄຸນປະໂຫຍດຂອງນ້ຳຖ່ານ

ຄຸນປະໂຫຍດຂອງນ້ຳຖ່ານ


v  ຖ້າມີຄວາມຈຳເປັນໃຊ້ສານເຄມີຂ້າແມງໄມ້ໃຫ້ເອົານ້ຳຖ່ານມາປະສົມເຂົ້າຈະເຮັດໃຫ້ການກຳຈັດແມງໄມ້ຍາວກ່ວາເຄິ່ງຫນື່ງຂອງການໃຊ້ຢາຂ້າແມງໄມ້ທີ່ເປັນເຄມີ.
v  ເມື່ອໃຊ້ນ້ຳຖ່ານຮ່ວມກັບສານເຄມີຈະເຮັດໃຫ້ມີປະສິດທິພາບຫລາຍຂື້ນ
v  ຖ້າປະສົມນ້ຳຖ່ານກັບນ້ຳໃນອັດຕາ 1/ 500-1000 ໃຊ້ຫົດຕົ້ນໄມ້ກິນຫມາກຈະຊ່ວຍເພີ່ມຄວາມຫວານຂອງໝາກໄມ້ໄດ້

vຊ່ວຍຍ່ອຍຝຸ່ນຫມັກ, ຝຸ່ນຄອກ ແລະລົດກິ່ນເຫມັນຕ່າງໆໄດ້ຢ່າງມີປະສິດທິພາບ
ຖ່ານທີ່ນຳມາແຊ່ກັບນ້ຳຖ່ານນຳໄປໃສ່ດິນຈະຊ່ວຍປັບປຸງເຮັດໃຫ້ດິນດີຂື້ນ, ເພີ່ມຈຸລິນຊີໃນດິນ ແລະ ເປັນປະໂຫຍດແກ່ພືດ
ການໃຊ້ນ້ຳຖ່ານກັບພືດຄວນໃຊ້ໃນຕອນເຊົ້າ ແລະ ຕອນແລງຈະເກີດມີຜົນປະໂຫຍດແກ່ພືດຫລາຍກ່ວາຕອນກາງເວັນ, ໃບພືດຈະເພີ່ມຄວາມຕ້ານທານຕໍ່ໂຣກໄດ້ດີ

ສາມາດຂ້າເຊື້ອໂຣກໃນດິນໄດ້ໃນອັດຕາສ່ວນ 1 / 20-30 ນ້ຳທຳມະດາ, ຈະເຮັດໃຫ້ຈຸລິນຊີທີ່ເປັນປະໂຫຍດມີຫລາຍຂື້ນ, ສາມາດກຳຈັດໂຣກທີ່ເກີດຈາກເຊື້ອລາ ແລະ ຂີ້ກະເດືອນຝອຍໃນດິນເມື່ອປະສົມກັນແລ້ວກໍ່ໃຊ້ໃນອັດຕາສ່ວນ 6 ລິດ / 1 ຕາແມັດ
ສີດນ້ຳຖ່ານໃນອັດຕາສ່ວນ 1/500-1000 ສ່ວນຈະເຮັດໃຫ້ເພີ່ມລົດຊາດຂອງຫມາກໄມ້ທີ່ບໍ່ຫວານໃຫ້ມີຄວາມຫວານຂື້ນກ່ວາເກົ່າ

ນ້ຳຖ່ານສາມາດນຳໄປຂັບໄລ່ແມງໄມ້ໂດຍສະເພາະແມ່ນຂີ້ເຂັບ
ດັບກິ່ນຂີ້ສັດໃນອັດຕາສ່ວນ 1 / 500

ນ້ຳຖ່ານສາມາດເພີ່ມຄຸນະພາບຂອງຜົນຜະລິດໂດຍໃຊ້ 2-3 ຄັ້ງ ຫລື ທຸກໆ 15 - 20 ວັນນັບແຕ່ໄລຍະປູກຈົນເຖິງ 15 ວັນກ່ອນເກັບກ່ຽວ, ໃນກໍລະນີຜັກ ກ່ອນເກັບກ່ຽວຈະຊ່ວຍເພີ່ມຄຸນນະພາບໃຫ້ດີຂື້ນບໍ່ແຫ່ວງ່າຍສຳລັບຜັກຈະໃຊ້ 1-2 ຄັງຕໍ່ 2 ອາທິດກ່ອນເກັບກ່ຽວໂດຍທົ່ວໄປແລ້ວຄວນປະສົມກັບນ້ຳລະຫວ່າງນ້ຳຖ່ານ 1 ສ່ວນຕໍ່ກັບນ້ຳ 300-1000 ສ່ວນ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ