google-site-verification: google0d91bc93cfc88895.html ຄຸນ​ລັກ​ສະ​ນະ ຂອງ ຮູບ​ຕົວ​ໜັງ​ສື​ລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, June 16, 2015

ຄຸນ​ລັກ​ສະ​ນະ ຂອງ ຮູບ​ຕົວ​ໜັງ​ສື​ລາວ

ທູບ 1 ດອກ ແມ່ນ ໄຫວ​ສົບ ເຈົ້າ​ທີ່ ວິນ​ຍານ​ທຳ​ມະ​ດາ ທີ່​ບໍ່​ໄດ້​ຂື້ນ​ຂັ້ນ​ເທບ ​ທູບ 2 ດອກ ແມ່ນ ໄຫວ​ບູ​ຊາ​ເຈົ້າ​ທີ່ ​ທູບ 3 ດອກ ແມ່ນ ໄຊ້​ບູ​ຊາ​ພະ​ພຸດ ພະ​ທຳ ພະ​ສົງ ​ທູບ 5 ດອກ ແມ່ນ ໄຊ້​ບູ​ຊາ​ພະ​ຣັດ​ຕະ​ນະ​ໄຕ ບູ​ຊາ​ຣາ​ສ​ການ​ທີ 5 ທາດ​ທັງ​ຫ້າ ຫລື ທິດ​ທັງ 5 ສານ​ພະ​ພູມ ​ທູບ 7 ດອກ ແມ່ນ ໃຊ້​ໄຫວ້​ພະ​ພົມ ບູ​ຊາ​ດວງ​ຕາ​ເວັນ  ຖື​ອັກ​ຄະ​ຕິ​ຄຸ້ມ​ຄອງ​ທັ້ງ 7 ວັນ​ໃນ​ອາ​ທິດ


ຄຸນ​ລັກ​ສະ​ນະ ຂອງ ຮູບ​ຕົວ​ໜັງ​ສື​ລາວ ສາ​ມາດ ​ແບ່ງ​ອອກ​ເປັນ 6 ໝວດ​ຄື​:
1. ໝວດ​ຢູ່​ເທີ​ງ​ສຸດ (Above1): ​ໄດ້​ແກ່ ວັນ​ນະ​ຢຸດ ​ແລະ ​ໄມ້​ກະ​ລັນ​: ່, ້, ໊, ໋, ໌.
2. ໝວດ​ຢູ່​ເທີ​ງ​ທີ່​ສອງ​: ​​ໄດ້​ແກ່​ສະ​ຫຼະ​ທັງ​ເທິງ​ຄື​: ົ, ັ, ໍ, ິ, ີ, ຶ, ື.
3. ໝວດ​ທີ່​ຢູ່​ເສັ້ນຫ​ລັກ (Base line): ​ໄດ້​ແກ່ ພະ​ຍັນ​ຊະ​ນະ​, ສະ​ຫຼະ​ທາງ​ໜ້າ ​ແລະ ທາງ​ຫຼັງ ​ແລະ ​ເຄື່ອງ​ໝາຍ​ພິ​ເສດ​, ​ເຊີ່ງ ສາ​ມາດ​ແບ່ງ​ອອກ​ເປັນ​ສາມ​ຈຸ​ຄື​:
_ ພະ​ຍັນ​ຊະ​ນະ​ທີ່​ມີ​ຄວາມ​ສູງ​ທຳ​ມະ​ດາ​: ກ, ຂ, ຄ, ຈ, ສ, ຍ, ດ, ຕ, ທ, ນ, ບ, ຜ, ພ, ມ, ຣ, ລ, ວ, ຫ, ອ, ຮ
_ ພະ​ຍັນ​ຊະ​ນະ​ທີ່​ສູງ​ກາຍ​ມາ​ລະ​ດັບ​ສອງ​: ປ, ຝ, ຟ, ຢ, ໄ, ໃ, ໂ ​ເຊີ່ງ​ຕ້ອງ​ໄດ້ Kerning
_ ພະ​ຍັນ​ຊະ​ນະ ທີ່​ຍາວ​ລົງ​ມາ ລະ​ດັບ​ສີ່​: ຊ, ຖ, ງ, ຽ. ເຊີ່ງ​ຕ້ອງ​ໄດ້ Mark to base
4. ໝວດ​ທີ່​ຢູ່​ຕໍ່າ​ທີ່ 1: ​ໄດ້​ແກ່​ພະ​ຍັນ​ຊະ​ນະ " ຼ"
5. ໝວດ​ທີ່​ຢູ່​ຕ່ຳ​ທີ່​ສອງ 2: ​ໄດ້​ແກ່ ສະ​ຫຼະ​ຢູ່​ທາງ​ລຸ່ມ​: "ຸ", 'ູ'

6. ໝວດ​ທີ່​ຕ້ອງ​ການ ກຳ​ນົດ​ຄຸນ​ລັກ​ສະ​ນະ​ພິ​ເສດ​: ​ໄດ້​ແກ່​ສະ​ຫຼະ "ໍາ"

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ