google-site-verification: google0d91bc93cfc88895.html ວິທີການຜະລິດນ້ຳຖ່ານ​ດ້ວຍຝຸ່ຍ 200 ລິດ. - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, June 14, 2015

ວິທີການຜະລິດນ້ຳຖ່ານ​ດ້ວຍຝຸ່ຍ 200 ລິດ.




ວິທີການຜະລິດນ້ຳຖ່ານແບບຝຸ່ຍນ້ຳມັນ 200 ລິດ.

ກຽມຟືນມາເຜົາ

ການຕັດຟືນມາເຜົາຖ້າເປັນໄມ້ດິບຕັດໃຫມ່ຈະມີຄວາມປຽກຊຸ່ມເຖິງ50%ໂດຍນ້ຳຫນັກຖ້ານຳມາຜະລິດໂລດຈະໃຊ້ເວລາໃນການເຜົາດົນແຕ່ຖ້າໃນກໍລະນີໄມ້ແຫ້ງໂພດ ຫລື ເປັນຟືນຕາຍແລ້ວນຳມາເຜົາຈະເຮັດໃຫ້ຟືນກາຍເປັນຖ່ານໄວ ແລະ ກໍ່ຈະໄດ້ນ້ຳຖ່ານຫນ້ອຍ, ໄມ້ຟືນທີ່ ເຫມາະສົມໃນການເຜົາເອົານ້ຳຖ່ານຄວນຕັດຈະໄວ້ບ່ອນຮົ່ມປະມານ 2-3 ອາທິດປະລິມານຄວາມຊຸ່ມຂອງຂອງຟືນຫລຸດລົງ 35% ( ຟືນຕາຍຫມາດ ); ຂະຫນາດຂອງໄມ້ຟືນທີ່ເຫມາະສົມທີ່ຈະນຳມາເຜົາເອົານ້ຳຖ່ານໃນເຕົາໃນເຕົາທີ່ເຮັດດ້ວຍຝຸ່ຍນ້ຳມັນ 200 ລິດຟືນຈະຕ້ອງມີຄວາມໃຫຍ່ເສັ້ນ ຜ່າກາງປະມານ 5 ຊັງຕີແມັດ ແລະ ຍາວ 80 ຊັງຕີແມັດຖ້າເປັນໄມ້ໃຫຍ່ຕ້ອງຜ່າກ່ອນ ແລະ ຕາກແດດໄວ້ 2-3 ອາທິດເພື່ອໃຫ້ໄມ້ຕາຍຫມາດກ່ອນ.

ການບັນຈຸຟືນເຂົ້າເຕົາ

ນຳໄມ້ຟືນທີ່ມີຂະຫນາດເສັ້ນຜ່າກາງ 5 ຊັງຕີແມັດ ແລະ ຍາວ80 ຊັງຕີແມັດທີ່ຕັດມາປະມານ 2-3 ອາທິດນຳເຂົ້າມາບັນຈຸໃສ່ຝຸ່ຍໃນແນວນອນຕາມລວງຂອງຝຸ່ຍພື້ນຂອງເຕົາຕ້ອງຮອງດ້ວຍຕານ່າງເຫລັກເພື່ອບໍ່ໃຫ້ຟືນແທດກັບພື້ນເຕົາ

ການປິດປາກເຕົາ

ອັດປາກເຕົາດ້ວຍຝາປິດທີ່ກຽມໄວ້ນັ້ນໃຫ້ແຫນ້ນຫນາ ແລະ ຈອດຮອຍຕໍ່ລະ ຫວ່າງຂອບຝາປິດ ແລະ ຂອບປາກເຕົາດ້ວຍດິນຫນຽວໂດຍບໍ່ໃຫ້ມີຮູພິ່ວ, ຈາກນັ້ນກໍ່ກຽມຈູດໄຟທີ່ປາກເຕົາ

ການຈູດໄຟຫນ້າເຕົາ

ການຈູດໄຟທີ່ປາກເຕົາເມື່ອເລີ່ມເຜົາຄວນລະມັດລະວັງບ່ອນຈູດຂອງໄຟຫນ້າເຕົາບໍ່ຄວນໃຫ້ໄຟເຂົ້າໃກ້ຫລາຍຈົນເກີນໄປບ່ອນທີ່ເຫມາະສົມຕ້ອງຫ່າງຈາກຟືນໃນເຕົາປະ ມານ 20 ຊັງຕີແມັດ, ປອຍໃຫ້ອາຍຄວັນໄຟຮ້ອນເຂົ້າໄປໃນເຕົາໂດຍໃຊ້ແຜ່ນເຫລັກມີຮູບລັກສະນະອູບມຸງມາກາງໄວ້; ຫລັງຈາກນັ້ນກໍ່ຈູດໄຟຫນ້າເຕົາເພື່ອໃຫ້ຄວັນຮ້ອນເຂົ້າໄປໃນເຕົາເຊິ່ງເປັນຂັ້ນຕອນອົບໄມ້ໃນເຕົາໃຫ້ແຫ້ງຢ່າງທົ່ວເຖິງ ແລະ ຄ່ອຍໆໃຫມ້ໄມ້ຟືນໃນເຕົາ; ໄລຍະຈູດໄຟຫນ້າເຕົານ້ັນຈະໃຊ້ເວລາຢູ່ປະມານ 6-10 ຊົ່ວໂມງ(ຖ້າເປັນຝຸ່ຍຂະຫນາດ 200 ລິດ) ການສັງເກດເບື້ອງຕົ້ນວ່າຟືນໃນເຕົາເລີ່ມໄຫ້ມແລ້ວບໍ່, ແມ່ນເຮົາຈະສັງເກດເຫັນຄວັນທີ່ປ່ອງລະບາຍອອກເປັນສີດຳປົນຂາວເນື່ອງຈາກເປັນການລະເຫີຍອາຍຄວາມຊື້ນຈາກໄມ້ຟືນອອກມາເປັນອາຍ.

ການໂຕ່ງເອົານ້ຳຖ່ານ

ຄັວນທີ່ເກີດຈາກການເຜົາຖ່ານເລີ່ມຕົ້ນຄັວນຈະເປັນສີດຳປົນຂາວແມ່ນໄລຍະທີ່ເລີ່ມຕົ້ນໃນການເຜົາໄຫມ້ເຣົາຈະໂຕ່ງເອົານ້ຳຖ່ານໃນໄລຍະນີ້ເລີຍແມ່ນບໍ່ໄດ້ເທື່ອ, ໃຫ້ສັງ ເກດໄປຕື່ມຈົນກ່ວາຄັວນທີ່ລະບາຍອອກມານັ້ນຈະເປັນສີຂາວປົນກັບສີເຫລືອງເຮົາຈຶ່ງຈະສາມາດໂຕ່ງເອົານ້ຳຖ່ານໄດ້; ເຊິ່ງຈະໃຫ້ປະກອບທໍ່ຄັວນ ແລະ ປ່ອງໂຕ່ງນ້ຳຖ່ານໂດຍນຳເອົາໄມ້ໃຜ່ບ້ານໂລ່ງຂໍ້ບາວປະມານ 4-5 ຊັງຕີແມັດ, ນຳມາສຸບໃສ່ແປວຄັວນໄຟທີ່ອອກມາໂດຍຈະຕັ້ງໃຫ້ເປັນມູມ 45  ໍ ເຈາະຮູໄມ້ໃຜ່ຫ່າງຈາກສົ້ນບ່ອນຕໍ່ປ່ອງລະບາຍປະມານ 40 ຊັງຕີແມັດ, ຄວາມກ້ວາງຂອງຮູໂຕ່ງປະມານ 1-2 ຊັງຕີແມັດ ແລະ ນຳໃຊ້ພາຊະນະເຊັ້ນ: ຄຸ, ກະຖັງ, ຊາມ ຫລື ພາຊະນະອື່ນໆທີ່ສາມາດບັນຈຸນ້ຳໄດ້, ນ້ຳດັ່ງກ່າວນີ້ເອີ້ນວ່າ: ນ້ຳຖ່ານ ຫລື ນ້ຳສົ້ມຄັວນໄມ້( Wood vinegar), ຈະມີກິ່ນຂິວຄັວນໄຟມີຄວາມເປັນກົດ(ສົ້ມ) ແລະມີສີນ້ຳຕານໄຫ້ມ.

 ການສັງເກດສີຂອງຄັວນເພື່ອເກັບເອົານ້ຳຖ່ານ

ຄັວນທີ່ເກີດຈາກການເຜົາຖ່ານຈະແບ່ງອອກເປັນ 3 ລັກສະນະດັ່ງນີ້:
-    ໄລຍະເບື້ອງຕົ້ນຄັວນຈະເປັນຄັວນສີຂາວປົນສີດຳຄັວນດັ່ງກ່າວແມ່ນຄັວນທີ່ລະເຫີຍອາຍນ້ຳຈາກພາຍໃນໄມ້ຟືນໄລຍະນີ້ບໍ່ໂຕ່ງເອົາກໍ່ໄດ້
-    ໄລຍະຄັວນເປັນສີເຫລືອງເປັນໄລຍະຂອງການລະເຫີຍອາຍຂອງນ້ຳຖ່ານໄລຍະນີ້ແມ່ນໄລຍະທີ່ເກັບເອົານ້ຳຖ່ານ.
-    ໄລຍະຄັວນເປັນສີຟ້າ(ນ້ຳມັນTar)ແມ່ນບໍ່ຄວນເອົາເພາະໄລຍະນີ້ນ້ຳເປັນພິດຈະລະເຫີຍອອກມາ ແລະ ເປັນອັນຕະລາຍ(ເປັນພິດ)



ການປິດເຕົາຫລັງຈາກເຜົາໄຫ້ມແລ້ວ

ເມື່ອສັງເກດເຫັນວ່າຢູ່ປາກປ່ອງລະບາຍອາຍຄັວນຄ່ອຍໆຮ້ວຍລົງ ຫລື ຈົນກະທັ້ງວ່າບໍ່ມີຄັວນອອກມາແລ້ວແມ່ນໃຫ້ອັດປາກເຕົາໃຫ້ແຈບດີໂດຍຈະໃຊ້ດິນຫນຽວຈອດອັດຕາມຂອບປາກເຕົາ, ບໍ່ຄວນໃຫ້ມີບ່ອນພິ່ວ ຫລື ຮອຍຮົ່ວຈັກບ່ອນສ່ວນປາກປ່ອງລະບາຍຄັວນອອກກໍ່ປິດດ້ວຍດິນຫນຽວເພື່ອບໍ່ໃຫ້ອາກາດເຂົ້າໄປພາຍໃນເຕົາໄດ້ຖ່ານກໍ່ຈະສຸກພໍດີ; ຫລັງຈາກທີ່ເຮົາປິດແລ້ວກໍ່ໃຫ້ປະໄວ້ຫນຶ່ງຄືນ( 12 ຊົ່ວໂມງ ) ຫລື ຈົນກ່ວາເຕົາຈະເຢັນລົງຈື່ງຈະສາມາດເປີດເຕົານຳເອົາຖ່ານອອກໃນຕອນເຊົ້າແລ້ວຈະນຳເອົາໃຊ້ ຫລື ຈຳຫນ່າຍກໍ່ໄດ້

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ