google-site-verification: google0d91bc93cfc88895.html ຄວາມສຳຄັນຂອງນ້ຳຖ່ານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, June 14, 2015

ຄວາມສຳຄັນຂອງນ້ຳຖ່ານ

ຄວາມສຳຄັນຂອງນ້ຳຖ່ານປັນສານຄວບຄຸມການຈະເລີນເຕີບໂຕ(plant growth regulator): ປັນສານປັບປຸງດິນ: ເປັນສານປ້ອງກັນກຳຈັດສັດຕູພືດ ເປັນສານຊ່ວຍຍ່ອຍສະຫລາຍອິນຊີວັດຖຸເປ

ຄວາມສຳຄັນຂອງນ້ຳຖ່ານ

ເປັນສານຄວບຄຸມການຈະເລີນເຕີບໂຕ(plant growth regulator):

ຕາມປົກກະຕິແລ້ວພືດທີ່ເກີດຈາກດິນກໍ່ສາມາດຈະເລີນເຕີບໂຕໄດ້ເນື່ອງຈາກວ່າໃນດິນມີທາດອາຫານສະສົມຢູ່ແລ້ວແຕ່ທາດອາຫານບາງຈຳນວນທີ່ພືດຕ້ອງການກໍ່ຍັງຂາດຢູ່, ດັ່ງນັ້ນນ້ຳຖ່ານທີ່ເຮົາໃຊ້ລົງໄປໃນດິນຈະເປັນຕົວທຳປະຕິກິລິຍາກັບສານຕ່າງໆບໍ່ວ່າຈະເປັນລັກສະນະແຂງ ຫລື ແຫລວກໍ່ຕາມໃຫ້ຢູ່ໃນສະພາບທີ່ພືດນຳໄປໃຊ້ໄດ້, ນັບແຕ່ເມັດງອກຈົນເຖິງເກັບກ່ຽວພືດຈະຈະເລີນເຕີບໂຕເປັນປົກ ກະຕິໃຫຍ່ໄວ, ພືດຈະບໍ່ຢຸດສະງັກການຈະເລີນເຕິບໂຕຕາມສະພາບອາກາດເພາະພືດຈະຖຶກ ບັງຄັບດ້ວຍນ້ຳຖ່ານນັ້ນເອງ.

ເປັນສານປັບປຸງດິນ:

ເນື່ອງຈາກວ່າໃນນ້ຳຖ່ານປະກອບດ້ວຍຈຸລິນຊີທີ່ເປັນປະໂຫຍດຫລາຍຊະນິດ ແລະ ກໍ່ເຮັດຫນ້າທີ່ຢ່າງມີປະສິດທິພາບ, ເມື່ອສີດພົ່ນນ້ຳຖ່ານລົງໃສ່ດິນຈຸລິຊີທີ່ມີໃນນ້ຳຖ່ານຈະຍ່ອຍສະຫລາຍຊາກພືດຊາກສັດໃຫ້ກາຍເປັນອິນຊີວັດຖຸ.

ເປັນສານປ້ອງກັນກຳຈັດສັດຕູພືດ:

ນ້ຳຖ່ານເປັນນ້ຳທີ່ມີກິ່ນຂິວ ແລະ ກໍ່ມີຄວາມເປັນກົດສູງ, ສັດຕູພືດ-ແມງໄມ້ຕ່າງໆຈະບໍ່ມັກກິ່ນຂິວຄັວນໄຟເນື່ອງຈາກສັນຊາດຕະຍານຂອງສັດ, ເມື່ອໃດທີ່ມີກິ່ນຄັວນໄຟພວກມັນຈະຫນີເພາະວ່າບ່ອນໃດທີ່ມີກິ່ນຄັວນໄຟບ່ອນນັ້ນຍ່ອມມີໄຟໄຫມ້ ແລະ ອີກຢ່າງຫນື່ງໃນເວລາທີ່ສັດຕູພືດກຳລັງລະບາດຢູ່ເມື່ອສີດພົ່ນນ້ຳຖ່ານແລ້ວນ້ຳຖ່ານຈະເຮັດຫນ້າທີ່ຂັບໄລ່ແຕ່ເມື່ອຈຳພວກແມງໄມ້ຫນີໄປກໍ່ຈະຍັງເຫລືອໄຂ່ຂອງພວກມັນ, ນ້ຳຖ່ານຈະຄວບຄຸມໄຂເຮັດໃຫ້ໄຂ່ບໍ່ແຕກເປັນໂຕ ແລະ ໄຂກໍ່ຈະເຊື່ອມຄຸນນະພາບໃນທີ່ສຸດ(ໄຂ່ເນົ່າ).

ເປັນສານຊ່ວຍຍ່ອຍສະຫລາຍອິນຊີວັດຖຸ:
ຈະມີຈຸລິນຊີອີກກຸ່ມຫນື່ງເຮັດຫນ້າທີ່ຍ່ອຍສະຫລາຍອິນຊີວັດຖຸໃຫ້ກາຍມາເປັນທາດອາຫານທີ່ພືດນຳໄປໃຊ້ລໍ່ລ້ຽງຮ່າງກາຍໄດ້ເຊິ່ງຈຸລິນຊີກຸ່ມນີ້ຈະບໍ່ແຍກກຸ່ມກັນ ແລະ ຈະເກີດຂື້ນເອງດ້ວຍການຄູນສອງ.
ເປັນສານດັບກິ່ນມູນສັດ(ຂີ້ສັດ):

ນ້ຳຖ່ານສາມາດດັບກິ່ນຂີ້ສັດໄດ້ເມື່ອນ້ຳໄປໃຊ້ຢ່າງຕໍ່ເນື່ອງໃນບໍລິເວນພາຍໃນ-ພາຍນອກຂອງຄອກສັດ, ຖັງຂີ້ເຫຍື້ອ, ຮ່ອງລະບາຍນ້ຳເປື້ອນ ແລະ ຫ້ອງນ້ຳອີກດ້ວຍ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ