google-site-verification: google0d91bc93cfc88895.html ​ວິ​ທີ​ການ​ໂທມ​ງ່າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, June 13, 2015

​ວິ​ທີ​ການ​ໂທມ​ງ່າ

ວິທີ​ໃນ​ການ​ໂທມ​ງ່າ



 ແບບ​ວິທີ​ຕ່າງໆຂອງ​ການໂທມ​ງ່າແມ່ນເຮົາສາມາດເຮັດໄດ້ຫຼາຍວິທີດັ່ງລຸ່ມນີ້:

ການ​ໂທມ​ງ່າ​ໂດຍ​ໃຊ້ດິນຖົມຮາກ:

      ຄື​ການກ​ກົງ​ເອົາ​ຍອດ​ກີ່​ງລົງ​ໃສ່ດິນ​ ແລ້ວ​ຖົມ​ດິນ ເມື່ອ​ຮາກ ​ແລະ ຍອດ​ແຕກ​ດ​ີແລ້ວກໍ່​ສາມາດຕັດອອກແລ້ວນ​ຳ​ໄປ​ປູກໄດ້.

ການ​ໂທມ​ງ່າ​ໂດຍ​ວິທີ​ຖົມຍອດພົ້ນຈາກດິນ

ຄື​ການ​ກົງ​ເອົາ​ຍອດຂອງພືດ​ລົງ​ມາໃສ່ໜ້າດິນ ທີ່ເຮົາຂຸດຂົ່ມຕຽມໄວ້ແລ້ວນັ້ນ ​ຫຼັງຈາກນັ້ນນຳເອົາ​ດິນ​ຖົມໃນຂະນະທີ່ຖົມນັ້ນແມ່ນ​​ໃຫ້​ຍອດ​ພົ້ນ​ຈາກດິນຂື້ນ​ໜ້ອຍໜື່ງຂື້ນມາ​ສວ່ນທີ່​ຖືກ​ຖົມດິນ​ນັ້ນອາດ​ຈະ​ປາດ ຫຼຶ ທຸບໃຫ້ແຕກເພື່ອໃຫ້​ເປັນ​ປາກ​ບາດ ​ເຊີ່ງ​ຈະ​ເຮັດ​ໃຫ້ພືດມີການ​ອອກ​ຮາກ​ໄວ້​ຂື້ນ,ຖ້າ​ເປັນ​ກີ່​ງທີ່​ກົງໄດ້​ຍາກ​ອາດ​ຈະນຳ​ໃຊ້​ໄມ້ເຕັ່ງ​ ຫຼຶ ວັດຖູທີ່ໜັກເຕັ່ງເທີ​ງໄວ້, ພໍເມື່ອພືດ​ອອກ​ຮາກເຕັມທີ່​ດີ​ແລ້ວ​ ຈາກນັ້ນກໍ່​ຈະຕັດອອກຈາກ ຕົ້ນຕໍ່ແລ້ວຈະນຳ​ໄປ​ປູກ​ໄດ້​ເລີຍ​ສວ່ນຫຼາຍແມ່ນອາ​ດຈະ​ໃຊ້​ກັບ​ຕົ້ນມັນຝຣັ່ງ.




ການ​ຕອນ​ກີ່​ງ​ແບບ​ຊັບ​ຊອ້ນ ຫຼື ແບບ​ງູ​ເລືອ​ຍ.
 ວິທີນີ້ຄ້າຍໆ​ຄື​ກັນ​ແບບ​ທີ 2 ຄື​ແທນ​ທີ່​ຈະ​ບາກ​ສະ​ເພາະ​ຕົງ​ຂໍ້​ໃດ​ຂໍ້​ໜື່ງພຽງ​ຂໍ້​ດຽວ​ເທົ່ານັ້ນການ​ບາກ​ເປັນໃຫ້ເປັນຂໍ້​ສະ​ລັບ​ກັນ​ໄປ​ຈາກ​ໄກ້​ເຫົ້ງາ​ຂື້ນໄປ​ຫາ​ປາຍ​ ຫຼຶ ຍອດ​ກີ່​ງຫຼາຍໆ​ແຫ່​ງ, ກົງ​ກີ່​ງລົງແລ້ວ​ເອົາ​ດິນຖົມ​ທັບ​ກີ່​ງພ້ອມ​ກັບຫາ​ແນວ​ເຕັງ​​ເທີ​ງ​ໄວ້​,ສວ່ນຂໍ້​ທີ່​ບໍ່​ໄດ້​ບາກ​ນັ້ນກໍ່​ປ່ອຍ​ໃຫ້​ມັນພົ້ນ​ຢູ່​ເທີ​ງໜ້າ​ດິ​ນ ວິທີ​ນີ້​ແມ່ນເໝາະ​ສົມທີ່ສຸດ​ກັບ​ໄມ້​ທີ່ແກ່,​ ເຊີ່ງວ່າຖ້າ​ມີ​ກີ່​ງທີ່ອ​່ອນ​ເຊີ່ງ​ອາດ​ສາມາດ​ກ່ົງ​ໄດ້ຕາມ​ຄວາມ​ຕ້ອງການ​ ເມື່ອ​ຮາກ​ແຕກ​ອອກ​ມາ​ຕາມ​ທີ່ຮອຍ​ບາດນັ້ນ​ ແລ້ວ​ກໍ່​ສາມາດຕັດ​ອອກ​ຈາກ​ຕົ້ນ​ພໍ່ແມ່​ພັນ 
ຈາກນັ້ນກໍ່ນຳໄປ​ປູກ​ໄດ້ເລີຍ.





ການ​ຕອນ​ກີ່​ງ​ແບບ​ຄູ ຫຼື ຂຸດ​ຮ່ອງ.

 ເປັນ​ການ​ກົງ​ເອົາ​ກີ່​ງລົງ​ໃຫ້ແປະກັບໜ້າດິນ​ໃຫ້​ງ່າ​ຂະໜານ​ໄປ​ກັບ​ຄູ ຫຼື ຮ່ອງ​ທີ່​ຂຸດ​ໄວ້ ແລ້ວ​ຖົມ​ດ້ວຍ​ດິນ
ທຸກໆ​ຂໍ້​ທີ່​ບາກທີ່ບໍ່ລິເວນຕ້ອງການໃຫ້ເກີດຮາກແລ້ວຮາກກໍ່ຈະເກີດຕາມຮອຍບາດທີ່ຝັງຢູ່ໃນດິນສວ່ນຕາທີ່ຢູ່
ກີ່ງກໍ່ຈະຈະເລີນເຕີບໂຕເປັນຕົ້ນຂື້ນມາ, ວິທີນີ້ມັກໃຊ້ກັບການຂະຫຍາຍພັນຕົ້ນຕໍ່ຂອງໝາກແອັບເປີນ.



ການໂທມງ່າແບບສຸມ ຖົມ​ໂຄນ:

 ເປັນ​ການ​ຂະຫຍາຍ​ພັນ​ໂດຍ​ການ​ຕັດ​ລຳຕົ້ນ​ໃຫ້​ເຫຼືອ​ແຕ່​ເຫົ້ງາ​ຢູ່​ເໜືອ​ນດິນໜ້ອຍໜື່ງ​ແລ້ວ​ປ່ອຍ​ໃຫ້​ແຕກ​ກີ່​ງ​ໃໝ່​ຂື້ນມາ​ແທນ ເມື່ອ​ກີ່​ງ​ໃໝ່​ມີ​ອາຍຸ​ໄດ້ 2-3 ເດືອນ ຈາກນັ້ນກໍ່​ນຳເອົາດິນມາຖົມ​ເຫົ້ງາ​ໃຫ້​ເຫຼືອ​ແຕ່​ກີ່​ງຍອດ​ທີ່ເກີດຂື້ນມານັ້ນໄວ້ ແລະ ​ຮາກ​ຈະ​ແຕກ​ອອກຕາມ​ທຸກໆ​ກີ່​ງທີ່ເກີດຂື້ນມາ ​ໃນ​ກໍ່​ລະ​ນີທີ່​ພືດ​ອອກ​ຮາກ​ຍາກ​ໂດຍ​ສະ​ເພາະ​ໄມ້​ທີ່ຢູ່ໃນເຂດ​ຮ້ອນ​ໂດຍສະເພາະໄດ້​ແກ່ : ໄມ້​ມ່ວງ ແມ່ນອາດ​ຈະ​ຂະຫຍາຍ​ພັນ​ໂດຍ​ວິທີ​ນີ້​ໄດ້​ເຊັ່ນ​ກັນ ແຕ່​ຕ້ອງ​ໃຊ້​ສານ​ເລັ່ງຮາກ ​ເຊັ່ນ: IBA ເຂົ້າ​ຊ່ວຍ​ຄື: ດ້ວຍ​ວິທີ​ການ​ຫັ່ນ​ຮອບໆ​ກີ່​ງ​ຈາກນັ້ນກໍ່ນຳໃຊ້ສັນ ມີດຂູດ​ເນື້ອ​ເຍື່ອນັ້ນອອກເພື່ອຕັດທໍ່ລຳລຽງອາຫານບໍ່ໃຫ້ສ້າງເປືອກຂື້ນມາໃໝ່ແທນການອອກຮາກ,ເມື່ອເຮັດ ສຳເລັດແລ້ວຈາກນັ້ນກໍ່ນຳໃຊ້ສຳລີຈຸເອົາສານເລັ່ງຮາກທາ​ໃສ່ ບໍ່​ລ​ິເວນ​ດ້ານ​​ເທີ​ງຂອງ​ປາກ​ບາດນັ້ນ.




ການ​ໂທມ​ງ່າ​ເທີ​ງອາກາດ​:

       ວິທີນີ້​ສ່ວນຫຼາຍແມ່ນ​ເຮັ​ດໄດ້ສະເພາະກັບ​ພື​ດທີ່​ອອກ​ຮາກ​ຍາກ​​ເຊັ່ນ: ຕົ້ນ​ໝາກມ່ວງ, ລຳ​ໃຍ...ການໂທມ
ເທີງອາກາດນີ້ສ່ວນຫຼາຍແມ່ນ​ນິຍົມ​ກັນ​ຫຼາ​ຍສຸດ​ໃນ​ບ້ານ​ເຮົາ ແລະ ກະບໍ່ຊີ້ນເປືອງທືນຮອນຫຼາຍ,ປະຢັດໃນການ

ໃຊ້ຈ່າຍອີກດ້ວຍ.




No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ