google-site-verification: google0d91bc93cfc88895.html ການ​ຈຳ​ແນກ​ຊັ້ນ​ທາງວິ​ທະ​ຍາ​ສາດ ຂອງ​ຫມາກ​ຍໍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 05, 2015

ການ​ຈຳ​ແນກ​ຊັ້ນ​ທາງວິ​ທະ​ຍາ​ສາດ ຂອງ​ຫມາກ​ຍໍ

ສຳລັບຄົນມີວິທີຮັກສາແບບທຳມະຊາດ ປອດໄພມາແນະນຳ


ຊື່​ວິທະຍາສາດ(Morinda citrifolia L.)
ການຈຳແນກຊັ້ນທາງວິທະຍາສາດ
ອານາຈັກ:
(unranked):
(unranked):
(unranked):
ອັນດັບ:
ວົງ:
ສະກຸນ:
ສະປີຊີ:
M. citrifolia

ຄົນທີ່ມີອາການເປັນໄຂ້ລອງເອົາໃບຍໍໄປກິນລອງເບິ່ງເພາະໃບຍໍອ່ອນມີສັບພະຄຸນເປັນຢາສາມາດແກ້ອາການເປັນໄຂ້, ບຳລຸງທາດ, ແກ້ອາການຖອກທ້ອງ, ແກ້ຟັນແຂ້ວໃຄ່່ບວມ, ປວດຂໍ້, ໃບຍໍ 100 ກຣາມ ປະກອບດ້ວຍແຄນຊຽມສູງເຖິງ 841 ມິລິກຣາມ.

   
ສັບພະຄຸນ

ໃບຍໍມີສັບພະຄຸນບຳລຸງທາດ, ແກ້ໄຂ້, ໃຊ້ເປັນຢຂ້າເຫົາ, ປວດຂໍ້, ແກ້ຖອກທ້ອງໃນເດັກນ້ອຍ, ແກ້ຟັນແຂ້ວໃຄ່ບວມມີລົດຊາດທີ່ເຜັດຮ້ອນໜ້ອຍໜຶ່ງ, ໝາກຍໍມີສັບພະຄຸນຂັບລົມ, ບຳລຸງທາດຊ່ວຍໃຫ້ຈະເລີນອາຫານ, ຂັບປະຈຳເດືອນຂອງແມ່ຍິງ, ຟອກເລືອດ, ແກ້ປວດຮາກ ແລະ ວິນວຽນ, ໝາກສຸກຂອງຍໍບ້ານມີກິ່ນຂື່ນໆມີສັບພະຄຸນໃຊ້ກຳຈັດເຫົາທີ່ມີໃນຫົວຄົນວິທີໃຊ້ແມ່ນຄັ້ນເອົາແຕ່ນໍ້າແລ້ວມາສະຜົມ 2-3 ຄັ້ງເຫົາກໍຈະໝົດໄປ, ໃຊ້ເປັນຢາຖ່າຍພະຍາດນຳໃບຍໍໄປຕາກແດດໃຫ້ແຫ້ງແລ້ວບົດເປັນຜົງລະລາຍນໍ້າຮ້ອນຄັ້ງລະ 2-3 ບ່ວງກາເຟດື່ມເປັນປະຈຳຊ່ວຍຖ່າຍພະຍາດຊະນິດຕ່າງໆໄດ້, ໃຊ້ເປັນຢາລະບາຍ ແລະ ແກ້ອາການປວດຮາກ, ຮາກນຳເອົາໝາກຍໍອ່ອນນມາຝານເປັນວົງມົນຂົ້ວໄຟອ່ອນໆຈົນເຫຼືອງກອບນຳມາຊົງກັບນໍ້າຮ້ອນດື່ມແທນນໍ້າ, ໃຊ້ເປັນຢາແກ້ທ້ອງອືດ ແລະ ຢາຂັບລົມນຳໝາກຍໍປະມານ 2-3 ໜ່ວຍມາຕຳກັບເກືອໜ້ອຍໜຶ່ງປະສົມກັບນໍ້າເຜິ້ງປັ້ນ ເປັນໜ່ວຍມົນໆເທົ່າຫົວໂປ້ມືກິນມື້ລະ 1-2 ໜ່ວຍ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ