google-site-verification: google0d91bc93cfc88895.html ຜັກ​ບົ້ງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 12, 2015

ຜັກ​ບົ້ງ







ສັບ­ພະ​ຄຸນ​ຂອງ​ຜັກ­ບົ້ງ​ໂດຍສະ­ເພາະ​ແມ່ນ​ຜັກ­ບົ້ງ​ແດງ​ທີ່​ຄົນສ່ວນ​ຫຼາຍ​ບໍ່​ຄ່ອຍ​ກິນ​ເພາະ​ມີ​ລົດຊາດ​ຮືນໆຈົນ​ນິ­ຍົມ​ນຳ­ໄປ​ກິນ​ກັບ ຕຳ​ສົ້ມ​ຄົນ​ໃນ​ເມືອງ​ໃຊ້​ຊີ​ວິດ​ທີ່ຕ້ອງ​ພົບ​ກັບ​ມົນ​ລະ​ພິດ​ໃນ​ອາກາດ ແລະ​ ອາ­ຫານ​ລອງ​ເອົາ​ຜັກບົ້ງ​ແດງ​ມາ​ເຮັດ​ເປັນ​ຊາ​ໄວ້​ດື່ມເພື່ອ​ຊ່ວຍ​ຂັບ​ສານ­ພິດ​ໜ້າ​ຈະເໝາະ​ສົມ​ທີ່​ສຸດ ຫຼື ຈະ​ໃຊ້​ຜັກ­ບົ້ງຕົ້ມ​ອາບ ຫຼື ຮົມ​ຮ່ວມ​ກັບ​ສະ​ໝຸນໄພ​ອື່ນໆ​ກໍ​ຈະ​ຊ່ວຍ​ຂັບ​ສານ­ພິດອອກ​ຈາກ​ຮູ​ຂຸມ​ຂົນ​ໄດ້​ດີ​ສ່ວນ​ກໍລະ​ນີ​ທີ່​ໃຜ​ມັກ​ເຈັບ­ທ້ອງ​ເປັນ​ປະຈຳ, ຂັບ​ຖ່າຍ​ບໍ່​ອອກ​ແນະ­ນຳ​ໃຫ້ກິນ​ຜັກ­ບົ້ງ​ສົດ ຫຼື ລວກ​ກິນ​ກັບ​ອາ ຫານ​ອື່ນໆ​ໃນ​ຕອນ​ຄ່ຳ​ສ່ວນ​ນ້ຳຕົ້ມ​ຜັກ​ກໍ​ສາ­ມາດ​ໃຊ້​ດື່ມ​ໄດ້​ເພາະຈະ​ຊ່ວຍ​ໃຫ້​ຂັບ​ຖ່າຍ​ງ່າຍ​ຂຶ້ນ ແລະ ຊ່ວຍ​ດູດ​ຊັບ​ເອົາ​ຂອງ​ເສຍ​ນັ້ນ ອອກ​ມາ​ພ້ອມ​ໃນ​ຂະ​ບວນ​ການ​ຂັບຖ່າຍ​ດ້ວຍ ແລະ ​ຖ້າ​ກິນ​ຜັກ­ບົ້ງ​ເປັນປະ­ຈຳ​ຈະ​ຊ່ວຍ​ປັດ­ກວາດ ແລະ​ ເຮັດຄວາມ​ສະ­ອາດ​ເອົາ​ຂອງ​ເສຍ​ທີ່ຕົກ​ຄ້າງ​ໃນ​ລຳ​ໄສ້​ອອກ​ມາ ແລະ ຊ່ວຍ​ໃຫ້­ການ​ດູດ​ຊຶມ​ອາ­ຫານ​ດີ​ຂຶ້ນ.





ສັບ­ພະ​ຄຸນ​ຕ່າງໆ​ຂອງ​ຜັກ­ບົ້ງ:
• ຮາກ​ໃຊ້​ຖອນ​ພິດ,
• ແກ້​ຕົົກ​ຂາວ​ໃນແມ່­ຍິງ,
• ແກ້​​ເຈັບ​ແຂ້ວ​ເນື່ອງ​ຈາກແຂ້ວ​ເປັນ​ຮູ,
• ແກ້​ໄອ​ຊຳ​ເຮື້ອ,
• ແກ້ເຫື່ອ​ອອກ​ຫຼາຍ,
• ແກ້​ອາ­ການ​ໃຄ່ບວມ,
• ແກ້​ຖອນ​ພິດ​ງູ​ເຫົ່າ,
• ລຳ­ຕົ້ນໃຊ້​ແກ້​ຖອນ​ພິດ​ຕ່າງໆ,
• ແກ້​ອາການ​ເບື່ອ​ເມົາ,
• ຖອນ​ພິດ​ຢາທັງປວງ,
• ແກ້​ຕາ­ຟາງ, ແກ້​ໂລກ​ກ່ຽວກັບ​ຕາ,
• ຍອດ​ອ່ອນ​ໃຊ້​ຮັກ­ສາ​ຣິດສະ​ດວງ​ກົົ້ນ,
• ແກ້​ເດັກ​ເປັນ­ຫວັດ,
• ໃບ​ໃຊ້​ແກ້​ພິດ​ບົ້ງ­ຂົນ​ດາດ,
• ຖອນພິດ​ຢາ­ເບື່ອ​ເມົາ,
• ແກ້​ຕາ­ຟາງ, ຕາມົວ,
• ແກ້​ພິດ​ຝີ​ໜອງ,
• ແກ້​ປວດ​ອັກເສບ,
• ດອກ​ຈູມຮັກ­ສາ​ຂີ້­ຫິດ​ຂີ້­ກາກ,
• ເປັນ​ຢາ​ລະ­ບາຍ,
• ແກ້​ໄຂ້,
• ແກ້​ໂລກນອນ​ບໍ່​ຫຼັບ,
• ໃຊ້​ຖອນ​ພິດ​ອາ­ການເບື່ອ​ເມົາ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ