google-site-verification: google0d91bc93cfc88895.html ​ຫມາກ​ກ້ຽງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, June 13, 2015

​ຫມາກ​ກ້ຽງ

ໝາກ.


​ຫມາກ​ກ້ຽງ


 ​ລັກສະນະຂອງ​ໝາກກ້ຽງ​ແມ່ນ​ຈະ​ມີ​ເສັ້ນ​ໃຍ​ຜ່າ​ນໃຈກາງ​ຂອງ​ໜ່ວຍ​ແມ່ນປະມານ 10 - 15 cm. ໝາກຂອງ​ໝາກກ້ຽງ​ເມື່ອ​ເວລາ​ຍັງນ້ອຍ ຫຼື ​ອ່ອນ​ຈະມີ​ລັກ​ຊະນະ​ເ​ປັນ​ສີຂຽວເມື່ອ​ຮອດເຖີງ​ເວລາ​ຍາມໝາກ​ແກ່​ຈົນ​ຮອດ​ຂະ​ໜາດ​ສຸກ​​ເຕັມ​ທີ່​ເປື້ອກຂອງ​ໝາກກ້ຽງມັນ​ຈະ​ປ່ຽນ​ຈາກ​ສີຂຽວ​ຈະ​ກາຍ​ມາ​​ເປັນສີຂຽວ​ອົ່ມ​ເຫຼືອງ ຄວາມໜາ​ຂອງ​ເປືອກ​ໝາກກ້ຽງ​ເມື່ອຮອດ​ຍາມ​ເວລາ​ສຸກ​​ແມ່ນ​ຈະ​ໜາປະມານ 1.5 - 2 cm. ຢູ່​ໃນ​ໜ່ວຍ​ໝາກ ກ້ຽງ​ຈັດ​ເປັນ​ກີບ( ສັບ​ທອ້ງຖີ່​ນ​ເພີ່ນຈະ​ເອີ້ນກັນວ່າ: ງີມ )  ​ເຊີ່ງ​ແຕ່​ລະ​ກີບ​ແມ່ນ​ຈະ​ປະກອບ​ມີ​ເສັ້ນແພ​ບາງໆ​ ຫຸ້ມ​ຫໍ່ເນື້ອຂອງ​​ໝາກກ້ຽງເອົາ​ໄວ້ ແລະ ​​ໃນ​ເວລາ​​ແກະ ຫຼື ແຍກກີບນັ້ນ ​ແມ່ນ​ເຮົາ​ສາມາດ​ແຍກ​ອອກ​ຈາກ​ກັນ​ໄດ້​ງ່າຍ ພາຍ​ໃນ​ຂອງ​ໜ່ວຍໝາກກ້ຽງ​ແມ່ນຈະມີ​ນ້ຳ​ບັ່ນ​ຈຸ​ຢູ່​ໃນ​ນັ້ນ ​ເມື່ອ​ກີ​ນຈະມີ​ລົດຊາດຫວານ ​ຫຼື​ ຫວານ​ອົມ​ສົ້ມ​ເລັກ​ນ້ອຍ.

ຖ້າ​ຫາກ​ວ່າ​ຕົ້ນ​ໝາກກ້ຽງ​ທີ່​ເຮົາ​ຂະຫຍາຍ​ພັນ​ດ້ວຍ​ຊີ້ນສ່ວນຕ່າງໆ ​ຂອງ​ກີ່​ງງ່າຂອງ​ພືດ​ນຳ​ມາ​ປູກ​ເມື່ອ​ຮອດ​ຍາມ​ໃຫ້​ຜົນ​ຜະລິດແລ້ວ​​ເມື່ອ​ເປັນ​ໝາກຂື້ນມາໝາກກ້ຽງ​​ມັນ​ຈະ​ມີ​ໜ່ວຍລັກສະນະ​ຄື​ຕົ້ນ​ພໍ່​ແມ່ພັນ​ ( ພັນ ເລີມ​ທຸກ​ປະການ ) ບັ່ນ​ຫາ​ທາງ​ດ້ານລົດ​ຊາດກໍ່​ບໍ່​ມີ​ການປ່ຽນແປງ​ເໝືອນ​ກັບ​ຕົ້ນ​ພໍ່​ແມ່​ພັນ ແລະ ອີກ​ຢ່າງ​ໜື່ງຖ້າ​ຫາກ​ເຮົາ​ນຳ​ໃຊ້​ມິດ ( ​ແກ່ນ )​ ມາຂະຫຍາຍ​ນັ້ນ, ການ​ຂະຫຍາຍພັນ​ດ້ວຍ​​ມິດ​ຫຼາຍ​​ເທື່ອຫຼາຍ​ຄັ້ງ​ແມ່ນຈະ​ເຮັດ​ໃຫ້​ໝາກ​ຈາກ​ເຄີຍ​ໜ່ວຍ​ໃຫ່ຍອາດຈະກາຍ​ມາ​​ເປັນ​ນ້ອຍ ​ແລະ ຈາກ​ສົ້ມ​ກໍ່​ກາຍ​​ເປັນ​ຫວານ ດັ່ງ​ມັນ​ຈະ​ມີບັ່ນ ແລະ​ ຜົນ​ກະທົບ​ທາງ​ດ້ານຄຸນ​ນະພາ​ບ​ເຮັດ​ໃຫ້​ຜົນ​ຜະລິດ​ຕົກ​ຕ່ຳ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ