google-site-verification: google0d91bc93cfc88895.html ຄວາມເປັນມາຂອງໂຄງການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຊໍ້ Namsor Hydro power - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 19, 2019

ຄວາມເປັນມາຂອງໂຄງການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຊໍ້ Namsor Hydro power


ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຊໍ້ ບ້ານ​ມີ​ໄຊ ເມືອງວຽງ​ທອງ ແຂວງ ບໍ​ລິ​ຄຳ​ໄຊ ມີ​ທີ່​ໄປ​ທີ່​ມາ​ແຕ່​ຕົ້ນ​ຈົນ​ເຖິງ​ກໍ່​ສ້າງ​ສຳ​ເລັດ​ມີ​ທີ່​ມາ​ດັ່ງ​ນີ້:
ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ເບື້ອງ​ຕົ້ນ (Desk study) ໂດຍ​ບໍ​ລິ​ສັດ​ວຽງ​ຈັນ​ເຕັກ​ໂນ່​ກໍ່​ສ້າງ​ຈຳ​ກັດ ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ບ້ານ​ດົງ​ສະ​ຫວ​າດ ເມືອງ​ສີ​ສັດ​ຕະ​ນາກ ນະ​ຄອນ​ຫລວງວຽງ​ຈັນ ແຕ່ ຕົ້ນ​ເດືອນ ມັງ​ກອນ 2012 ພາຍ​ຫລັງ​ລົງ​ມາ​ສຶກ​ສາ​ເບິ່ງ​ພາກ​ສະ​ຫນາມ​ຕົວ​ຈິງ​ເຫັນ​ໄດ້​ວ່າ​ໂຄງ​ການ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ຈຶ່ງ​ໄດ້​ສິນ​ໃຈ ເຂົ້າ​ໄປ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບ​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ບໍ​ລິ​ຄຳ​ໄຊ​ໂດຍ​ຕາງ​ຫນ້າ​ແມ່ນ​ພະ​ແນກ​ແຜນ​ການ ແລະ ການ​ລົງ​ທຶນ​ແຂວງ ໃນ​ຄັ້ນ​ວັນ​ທີ 15 ສິງ​ຫາ 2012, ພາຍ​ຫລັງ​ໄດ້​ເຊັນ​ບົດ​ບັນ​ທຶກ ທາງ​ບໍ​ລິ​ສັດ​ວຽງ​ຈັນ​ເຕັກ​ໂນ​ກໍ່​ສ້າງ​ຈຳ​ກັດ ກໍ່​ໄດ້​ລົງ​ມື້​ສຳ​ຫລວດ ເພື່ອ​ອອກ​ແບບ​ຢ່າງ​ເຕັມ​ລະ​ບົບ​ໂດຍ​ໄດ້​ມີ​ການ​ວ່າ​ຈ້າງ​ບໍ​ລິ​ສັດ​ເຂົ້າ​ມາ​ຮ່ວມ​ສຶກ​ສາ​ໂຄງ​ການ​ຄື: ວ່າ​ຈ້າງ​ບໍ​ລິ​ສັດ ລາວ-ເຈ​ແປນ​ໄຮ​ໂດຼ​ຄອນ​ຊາວ​ຕິງ ສຶກ​ສາ ແລະ ສຳ​ຫລວດ​ທາງ​ດ້ານ​ອຸ​ທົກ​ກະ​ສາດ​ຂອງ​ໂຄງ​ການ, ວ່າ​ຈ້າງ​ໃຫ້​​ຄະ​ນະ​ວິ​ສະ​ວະ​ກຳ​ສາດ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ສຶກ​ສາ ແລະ ສຳ​ຫລວດ​ທາງ​ດ້ານ​ຜົນ​ກະ​ທົບ​ສິງ​ແວວ​ລ້ອມ ແລະ ສັງ​ຄົມ, ສຳ​ລວດ​ພູມ​ສາດ ແລະ ສ້າງ​ແຜນ​ທີ່ ໂດຍ​ ກອງ​ສຳ​ຫລວດອອ​ກ​ແບບ​ກົມ​ຊົນ​ລະ​ປະ​ທານ ແລະ ສຳ​ຫລວດ​ທໍ​ລະ​ນີ​ສາດ ໂດຍ​ບໍ​ລິ​ສັດ DML ຈຳ​ກັດ, ພາຍ​ຫລັງ​ໄດ້​ຂໍ້​ມູນ​ມາ​ກໍ່​ສ້າ​ວ່າ​ຈ້າງ​ໃຫ້ ບໍ​ລິ​ສັດ DCS (ປະ​ເທດ​ໄທ) ຕ່າງ​ຫນ້າ​ແມ່ນ ດ​ຣ ພິ​ບູນ ບຸນ​ສົ່ງ ເປັນ​ຫົວ​ຫນ້າ​ທີມ​ໃນ​ການ​ຄິດ​ໄລ່ ແລະ ອອກ​ແບບ​ໂຄງ​ການ, ​ສຳ​ລັບ​ການ​ປະ​ກອບ ແລະ ຂຽນ​ບົດ​ລາຍ​ງານ FS ແມ່ນ​ບໍ​ລິ​ສັດ​ວຽງ​ຈັນ​ເຕັກ​ໂນ​ Consulting sole ຈຳ​ກັດ ແລະ​ ໄດ້​ຮັບ​ການຢັ້ງ​ຢືນ​ບົດ​ວິ​ພາກ​ເສດ​ຖະ​ກິດ-ເຕັກ​ນິກ​ຂອງ​ໂຄງ​ການ ຄັ້ງ​ວັນ​ທີ 29 ມັງ​ກອນ 2014, ທີ່ 24 ມັງ​ກອນ 2014 ໄດ້​ຮັບ​ການຢັ້ງ​ຢືນ​ບົດ​ສຶກ​ສາ​ທາງ​ດ້ານ​ຜົນ​ກະ​ທົບ ແລະ ສິ່ງ​ແວດ​ລ້ອມ​ຂອງ​ໂຄງ​ການ, ທີ່ 27 ກຸມ​ພາ 2014 ໄດ້​ທຳ​ກ່ນ​ເປີດ​ເປັນ​ບໍ​ລິ​ສັດ​ນ້ຳ​ຊໍ້​ໄຮ​ໂດຼ​ພາວ​ເວີ​ຈຳ​ກັດ ເພື່ອ​ເປັນ​ບໍ​ລິ​ສັດ​ໄປ​ຕໍ່​ລອງ ແລະ ເຊັນ​ສັນ​ຍາ​ຊື້-ຂາຍ​ໄຟ​ຟ້າ​ກັບ​ໄຟ​ຟ້າ​ລາວ ເຊິ່ງ​ສຳ​ເລັດ​ການ​ເຈ​ລະ​ຈາ ແລະ ເຊັນ​ສັນ​ຍາ​ກັນ​ໃນ​ຄັ້ງ​ວັນ​ທີ 20 ມີ​ນາ 2014
ພາຍ​ຫລັງ​ໄດ້​ປະ​ກອບ​ເອ​ກະ​ສານ​ຄົບ​ຕາມ​ຂັ້ນ​ຕອນ​ແລ້ວ ບໍ​ລິ​ສັດ​ໄດ້​ສຶບ​ຕໍ່​ເຂົ້ນ​ໄປ​ສຳ​ຫລວດ ເພື່ອ​ກໍ່​ສ້າງ ແລະ ໃນ​ຊ່ວງ​ນີ້​ກໍ່​ໄດ້​ປະ​ກາດ​ຊອກ​ຫາ​ແຫລ່ງ​ທືນ ເພື່ອ​ມາ​ສົມ​ທົບ​ສ້າງ​ໄປ​ພ້ອມໆ​ກັນ, ບໍ​ລິ​ສັດ​ໄດ້​ລົງ​ສຳ​ຫລວດ​ລະ​ອຽດ​ວຽກ​ພູມ​ສາດ, ວຽກ​ທໍ​ລະ​ນີ​ສາດ ຊີ​ເຈາະ​ລະ​ອຽດ ແລະ​ຖີ​ເຂົ້າ​ກວ່າ​ເກົ່າ ຈົນ​ສຳ​ເລັດ ຮອດ​ຕົ້ນ​ປີ 2017 ທາງ​ບໍ​ລິ​ສັດ​ໄດ້​ມີ​ແຫລ່ງ​ທືນ​ຈາກ​ປະ​ເທດ​ໄທ​ເຂົ້າ​ມາ​ສົມ​ທົບ ເພື່ອ​ເຂົ້າ​ມາ​ຮັບ​ໃຊ້​ໃນ​ການ​ກໍ່​ສ້າງ ເຊິ່ງ​ປະ​ກອບ​ດ້​ວຍ ບໍ​ລິ​ສັດ ວຽງ​ຈັນ​ເຕັກ​ໂນ່​ກໍ່​ສ້າງ​ຈຳ​ກັດ (ປະ​ເທດ​ລາວ8 ຖື​ຫຸ້ນ 40%, ບໍ​ລິ​ສັດ CSS (ປະ​ເທດ​ໄທ) ຖື​ຫຸ້ນ 28% ບໍ​ລິ​ສັດ ພ​ຣີ​ໄຊ (ປະ​ເທດ​ໄທ) 28% ແລະ ບໍ​ລິ​ສັດ V-Hydro (ປະ​ເທດ​ໄທ) ຖື​ຫຸ້ນ 4%
ການ​ກໍ່​ສ້າງ​ໄດ້​ເລີ່ມ​ລົງ​ມື້​ນັບ​ແຕ່​ບຸກ​ເບີກ​ພື້ນ​ທີ່​ເລີ່ມ​ທີ່ 9 ມີ​ນາ 2017 ກະ​ກຽມ ແລະ​ບຸກ​ເບີກ​ພື້ນ​ທີ່ ລວມ​ທັງ​ລົງ​ວຽກ​ດິນ​ສຳ​ເລັດ 26 ພະ​ຈິກ 2017 ວັນ​ທີ 28 ມີ​ນາ ເປັນ​ມື້​ເລີມ​ເທ​ຄອນ​ກີດ​ເຂື່ອນ​ເທື່ອ​ທຳ​ອິດ ແລະ ເລີ່ມ​ກໍ່​ສ້າງ​ທຸກ​ຫນ້າ​ວຽກ​ມາ​ຈົນ​ເຖິງ​ທີ 22 ມີ​ຖຸ​ນາ 2018 ຈຶ່ງ​ໄດ້​ໂຈະ​ການ​ກໍ່​ສ້າ​ງ​ໄລ​ຍະ​ທີ່ ຫນຶ່ງ (ລະ​ດູ​ຝົນ) ຕົ້ນ​ເດືອນ ສິງ​ຫາ ທາງ​ໂຄງ​ການ​ໄດ້​ເລີ່ມ​ສຶບ​ຕໍ່​ການ​ກໍ່​ສ້າງ ຈົນ​ມາ​ເຖິງວັນ​ທີ 3 ເດືອນ​ທັນ​ວາ 2018 ວຽກ​ງານ​ກໍ່​ສ້າງ​ຕາມ​ສັນ​ຍາ​ໄດ້​ສຳ​ເລັດ​ລົງ ພ້ອມ​ທັງ​ທົດ​ລອງ​ຈັກ ແລະ ເດີນ​ໄຟ​ຟ້າ​ເຂົ້າ​ລະ​ບົບ ຮອດ ວັນ​ທີ 27 ທັນ​ວາ 2018 ຈຶ່ງ​ໄດ້​ຮັບ​ເອ​ກະ​ສານ​ຮັບ​ຮອງ​ສຳ​ເລັດ​ການ​ກໍ່​ສ້າງ​ຢ່າງ​ເປັນ​ທາງ​ການ








1 comment:

  1. ຄວາມເປັນມາຂອງໂຄງການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຊໍ້ Namsor Hydro Power - Hukased >>>>> Download Now

    >>>>> Download Full

    ຄວາມເປັນມາຂອງໂຄງການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຊໍ້ Namsor Hydro Power - Hukased >>>>> Download LINK

    >>>>> Download Now

    ຄວາມເປັນມາຂອງໂຄງການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຊໍ້ Namsor Hydro Power - Hukased >>>>> Download Full

    >>>>> Download LINK

    ReplyDelete

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ