google-site-verification: google0d91bc93cfc88895.html ປິດເຕາະ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 16, 2016

ປິດເຕາະ



ປິດເຕາະ
ຊື່ວິທະຍາສາດ: Barleria prionitis L.
ປິດເຕາະເປັນພືດທີ່ຈັດໃນໄມ້ຟຸ່ມນ້ອຍ ສູງ 60-80 ຊັງຕີແມັດ, ມີໜາມອອກຕາມຊອກໃບ, ດອກສີເຫຼືອງອອກສົ້ມ ຢູ່ຕາມຊອກໃບ ເປັນພືດທີ່ປູກງ່າຍສາມາດຂະຍາຍພັນດ້ວຍແກນ່ . ສະນັ້ນຈຶ່ງເໝາະໃນການທີ່ຈະປູກເພື່ອເອົາມານຳໃຊ້ໃນການປິ່ນປົວພະຍາດເຊັ່ນ:ໃບນຳມາລ້າງສະອາດ ຕຳໃຫ້ມຸ່ນ ໃຊ້ໂພະໃສ່ຝີ ຫຼື ພ້ຳ, ປົວຂີ້ຫິດ ຂີ້ກາກ ແລະ ສິວຫົວໃຫຍ່ນອກຈາກປິ່ນປົວພະຍາດທີ່ເວົ້າມາແລ້ວ ຕົ້ນປິດເຕາະຍັງສາມາດ ປົວໜີ້ວໝາກໄຂ່ຫຼັງແລະ ອັກເສບພົກຍ່ຽວ ໂດຍເອົາໝົດຕົ້ນ ຕົ້ມປະສົມກັບຫຍ້າໜວດແມວ, ອ້ອຍດຳ,ແກ່ນຝ້າຍ, ຕົ້ນໝາກເດື່ອຍຫີນ, ຮາກຫຍ້າຄາ ແລະ ໜວດສາລີ ເຊິ່ງເອົາຢ່າງລະ 1 ກຳມືແຫ້ງມາປະສົມກັນ ຕົ້ມກັບນ້ຳ 2 ລີດ ໃຫ້ຟົດ ແລ້ວນຳໄປຕອງດ້ວຍແພສະອາດ ແລະ ດື່ມຕາງນ້ຳຈົນກວ່າອາການຈະເຊົາ.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ