google-site-verification: google0d91bc93cfc88895.html ຫວ້ານນາງ ຫຼື ຫວ້ານຫົວດຽວ ຊື່ວິທະຍາສາດ: Curcuma xanthorrhiza Roxb. - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 16, 2016

ຫວ້ານນາງ ຫຼື ຫວ້ານຫົວດຽວ ຊື່ວິທະຍາສາດ: Curcuma xanthorrhiza Roxb.



ຫວ້ານນາງ ຫຼື ຫວ້ານຫົວດຽວ
ຊື່ວິທະຍາສາດ: Curcuma xanthorrhiza Roxb.
ຫວ້ານຫົວດຽວ ເປັນພືດທີ່ນອນຢູ່ຕະກຸນຂີງ ແຕ່ຈັດຢູ່ໃນສະກຸນຫວ້ານ ຖ້າເບິ່ງຕົ້ນຢູ່ໄກບາງຄົນກໍຄິດວ່າແມ່ນຂີ້ໝິ້ນ ແຕ່ມັນຕ່າງກັນເຊັ່ນ: ຫວ້ານນາງ ມີເອັນໃຈກາງໃບມີສີມ່ວງ, ຫົວມົນທາງໃນມີສີຂາວ ອອກຄີມ. ເປັນພືດມັກເກີດຕາມປ່າໂຄກ ເກີດເປັນຈຸ້ມລາມໄປຕາມໜ້າດິນ ປະຊາຊົນມັກຂຸດຄົ້ນ ແລະ ສົ່ງຂາຍໃຫ້ແກ່ໂຮງງານຜະລິດຢາ ແລະ ຜະລິດເປັນຢາສຳເລັດຮູບອອກຮັບໃຊ້ສັງຄົມ. ແຕ່ເຖິງແນວໃດກໍດີ ປະຊາຊົນຍັງມີການນຳໃຊ້ແບບພື້ນເມືອງຢູ່ເຊັ່ນ: ຫົວຫວ້ານນາງ ລ້າງສະອາດ ນຳໄປຝານຕາກແດດແຫ້ງ ເອົາ ນຶ່ງກຳມືຕົ້ມ/ນ້ຳດື່ມ 1 ລິດ ສາມາດປົວລົງຂາວ, ມົດລູກອັກເສບ ແລະ ເຮັດໃຫ້ມົດລູກເຂົ້າອູ່ໄວສຳລັບແມ່ຢູ່ກຳ.ຫວ້ານນາງນອກຈາກປົວພະຍາດແມ່ຍິງແລ້ວ ຜູ້ຊາຍກໍສາມາດນຳໃຊ້ປົວພະຍາດໃສ້ລົງຫຳ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ