google-site-verification: google0d91bc93cfc88895.html ໝາກເລັ່ນ Lycopersicon esculentum - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 09, 2016

ໝາກເລັ່ນ Lycopersicon esculentum

ໝາກເລັ່ນ
Lycopersicon esculentum



ໝາກເລັ່ນ
ຄຸນຄ່າທາງໂພຊະນາການໝາກເລັ່ນປະກອບດ້ວຍແຮ່ທາດທີ່ມີຄຸນຄ່າພ້ອມທັງ ວິຕາມິນເອ ແລະ ຊີ, ເຊິ່ງເປັນສິ່ງທີ່ຈໍາເປັນຕໍ່ເດັກນ້ອຍໃນແຕ່ລະວັນ. ໝາກເລັ່ນ ສຸກຈະມີວິຕາມິນຫຼາຍທີ່ສຸດ.

ວິທີການກິນໝາກເລັ່ນ
ເອົາໝາກເລັ່ນສົດ ຫຼື ແຫ້ງໃສ່ຍຳສະຫຼັດ ຫຼື ກິນກັບເຂົ້າເປັນເຄື່ອງກັບ, ເຊັ່ນ ແຈ່ວໝາກເລັ່ນ. ເອົາໝາກເລັ່ນ ມາຕົ້ມໃສ່ກັບປາ, ຊີ້ນ ຫຼື ຖົ່ວ ຫຼື ເຮັດເປັນຊອສ໌ກໍໄດ້.

ຄໍາແນະນໍາ ສຳລັບການຂະຫຍາຍພັນ
ເອົາໜ່ວຍສຸກມາຜ່າເອົາແກ່ນ ແລ້ວລ້າງເຍື່ອອອກຈາກແກ່ນ. ຫວ່ານແກ່ນເປັນຈຸ້ມຫ່າງກັນປະມານ 2 ຊັງຕີແມັດ. ເມື່ອສັງເກດເຫັນວ່າເບ້ຍສູງຂຶ້ນປະມານ 2 ຊັງຕີແມັດ ແລະ ກ້ານທີ່ຖານລຸ່ມຂອງມັນເປັນສີມ່ວງ ກໍ່ສາມາດເອົາເບ້ຍໄປປູກໃສ່ໜານທີ່ສວນໄດ້ເລີຍ, ປູກຫ່າງກັນປະມານ 50 ຊັງຕີແມັດ.ແກ່ນໝາກເລັ່ນສາມາດເກັບໄວ້ໄດ້ເປັນເວລາໜຶ່ງປີ.

ວິທີເບິ່ງແຍງຮັກສາ
ຕົ້ນໝາກເລັ່ນຈະເຕີບໃຫຍ່ໄດ້ດີທີ່ສຸດ ຖ້າວ່າງ່າທີ່ມີໝາກຫຼາຍ ແລະ ໜັກ ຄວນມັດງ່າ ແລະ ຕົ້ນຫຼົມໆ ໃສ່ກັບຫຼັກໄມ້ທີ່ມີຄວາມຍາວ 2 ແມັດ.ເພື່ອໃຫ້ພົ້ນໜ້າດິນ ເດັດຍອດຈໍານວນໜຶ່ງອອກ ເພື່ອບໍ່ໃຫ້ໃບ ແລະ ໝາກ ແອອັດກັນໂພດ. ເອົາຫຍ້າມາປົກອ້ອມ, ປົກຈາກຂຸມກ້ວາງອອກໄປປະມານເຄິ່ງແມັດ. ເອົາຝຸ່ນບົ່ມ ຫຼື ມູນສັດມາຕື່ມໃສ່ຫຍ້າທີ່ປົກ. ຫົດນໍ້າຢ່າງເປັນປົກກະຕິ ແຕ່ບໍ່ຕ້ອງຫົດນໍ້າໃນປະລິມານຫຼາຍໂພດ. ໝາກເລັ່ນ ເປັນພືດທີ່ຕິດເຊື້ອລາ ແລະ ແບັກທີເຣຍໄດ້ງ່າຍ, ເວລາຫົດນໍ້າຕ້ອງຫົດໃສ່ດິນ ບໍ່ໃຫ້ຫົດໃສ່ໃບ.

ບັນຫາທີ່ອາດຈະເກີດຂຶ້ນ
ຫຼີກຫຼ່ຽງການຕິດພະຍາດໂດຍໃຊ້ດິນທີ່ສະອາດ, ຫຼົກຫຍ້າອອກ ແລະ ປົກຫຸ້ມໜານເພື່ອບໍ່ໃຫ້ມັນຮ້ອນໂພດ. ເອົາຕົ້ນ ຫຼື ໝາກທີ່ເປັນພະຍາດອອກແລະ ທໍາລາຍ ເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດແຜ່ລາມ.

ການເກັບກ່ຽວ
ເກັບໝາກເລັ່ນ ເມື່ອມັນປ່ຽນຈາກສີຂຽວ ເປັນສີແດງ ຫຼື ສີສົ້ມ. ໝາກທີ່ເກັບອອກຈາກຕົ້ນແລ້ວ ຍັງຈະສືບຕໍ່ສຸກ ແລະ ອ່ອນໄປອີກ. ໝາກເລັ່ນສົດ ສາມາດເກັບຮັກສາໄດ້ດົນເຖິງສາມອາທິດ ໃນບ່ອນທີ່ເຢັນ ແລະ ມີອາກາດທ່າຍເທ.

ໄລຍະເວລາ ແລະ ການອອກຜົນຜະລິດ
ໝາກເລັ່ນ ພ້ອມທີ່ຈະຖືກເກັບກ່ຽວ ພາຍຫຼັງທີ່ປູກໄດ້ 2 - 3 ເດືອນ. ພືດຊະນິດນີ້ຕ້ອງການຄວາມອົບອຸ່ນເພື່ອເຕີບໃຫຍ່ ແຕ່ຕ້ອງການຄໍ່າຄືນທີ່ ເຢັນດີເພື່ອຜະລິດໝາກ, ສະນັ້ນລະດູໜາວ ຈຶ່ງເປັນເວລາທີ່ເໝາະສົມໃນການເພາະປູກ. ຕົ້ນໜຶ່ງຈະສາມາດຜະລິດໝາກໄດ້ ປະມານ 10 - 30ກິໂລກຣາມ ແລະ ຈະໃຫ້ຜົນຢ່າງຕໍ່ເນື່ອງເປັນເວລາ 2 - 3 ເດືອນ. ຕົ້ນໝາກເລັ່ນຈະຕິດພະຍາດງ່າຍ ຖ້າພວກມັນຖືກຝົນ. ສະນັ້ນຄວນເລີ່ມຕົ້ນປູກໝາກເລັ່ນໃນຊ່ວງຕົ້ນເດືອນທັນວາ ແມ່ນດີທີ່ສຸດ.

ການນໍາໃຊ້ດ້ານອື່ນໆ
ບໍ່ຄວນກິນໃບໝາກເລັ່ນ ເພາະມັນມີທາດເບື່ອ. ຄວນລ້າງມືທຸກຄັ້ງ ຫຼັງຈາກທີ່ຈັບໃບໝາກເລັ່ນ. ເຮົາສາມາດນໍາໃຊ້ໃບໝາກເລັ່ນ ເພື່ອປົົກຫຸ້ມໜານ ເພື່ອກໍາຈັດຫອຍທາກ ແລະ ແມງລີ້ນໝາ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ