google-site-verification: google0d91bc93cfc88895.html ການລ້ຽງສັດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, February 21, 2016

ການລ້ຽງສັດ

ການລ້ຽງສັດ

ນອກຈາກເປັນອາຫານແລ້ວ ສັດລ້ຽງຍັງສາມາດໃຫ້ຜົນປະໂຫຍດຫຼາຍຢ່າງມາສູ່ໄຮ່ນາຮົ້ວສວນ. ກໍ່ເຊັ່ນດຽວກັບພືດພັນທັນຍາຫານຕ່າງໆ ສັດ ນາໆຊະນິດກໍ່ໃຫ້ຜົນດີກວ່າຕໍ່ພື້ນທີ່ກະສິກຳ ແລະ ຊາວກະສິກອນ.

  • ເຜິ້ງ ຜະລິດນ້ຳເຜິ້ງໃຫ້ຄົນເຮົາໄດ້ກິນ ແລະ ພ້ອມນີ້ພວກມັນກໍ່ຍັງຊ່ວຍປະສົມເກສອນດອກໄມ້ນຳອີກ.
  • ໄກ່, ຫ່ານ ແລະ ເປັດ ກິນຫຍ້າ, ແກ່ນຫຍ້າ ແລະ ສັດຕູພືດຕ່າງໆເປັນອາຫານ ແລ້ວພວກມັນກໍ່ຂີ້ອອກມາເປັນຝຸ່ນແກ່ດິນ. ພ້ອມນີ້ ພວກມັນຍັງຄວັດເຂັ່ຍດິນໃນເວລາຊອກຫາອາຫານໃນດິນ. ປ່ອຍໃຫ້ໄກ່ຊອກກິນອາຫານຢູ່ສ່ວນໜຶ່ງໆເດືອນ ແລະ ຈາກນັ້ນກໍ່ຍ້າຍໄກ່ນັ້ນໄປຫາກິນຢູ່ສ່ວນໃໝ່ຕໍ່ໄປ. ໄກ່ໄປຫາກິນຢູ່ສ່ວນໃດພວກມັນກໍ່ຄວັດເຂັ່ຍຫຍ້າອອກ ແລະ ກໍ່ປີ້ນດິນຫາອາຫານ. ຫຼັງຈາກຍ້າຍໃກ້ອອກໄປແລ້ວໃຫ້ໄຖຄາດສ່ວນໜຶ່ງນັ້ນ ແລ້ວປູກພືດໃສ່.


  • ໝູ ດຸດປີ້ນດິນຂຶ້ນມາເພື່ອຊອກຫາກິນອາຫານຈຳພວກຮາກຫຍ້າທີ່ແຜ່ຕາມພື້ນດິນ. ເຮັດຄອກນ້ອຍໄວ້ໃຫ້ໝູຢູ່ ແລະ ຄ່ອຍຍ້າຍໄປຕາມຈຸດຕ່າງໆຂອງສວນ ຄືກັນກັບຍ້າຍໄກ່.
  • ແບ້ ເຮັດໃຫ້ດິນແປນໂດຍທີ່ພວກມັນກິນພຸ່ມໄມ້ຕ່າງໆ. ເນື່ອງຈາກວ່າແບ້ຈະກິນໄມ້ພຸ່ມເກືອບທຸກຊະນິດ, ທ່ານອາດຈະຕ້ອງໄດ້ມັດແບ້ໄວ້ໃກ້ກັບພຸ່ມໄມ້ທີ່ທ່ານຢາກໃຫ້ມັນກິນ.

ການລ້ຽງສັດກິນຫຍ້າ
           ສັດກິນຫຍ້າຕ່າງໆ ເຊັ່ນ: ງົວ, ແກະ ແລະ ແບ້ມີທັງຜົນດີ ແລະ ຜົນເສຍຕໍ່ດິນ. ມັນຈະມີຜົນດີ ຫຼື ເສຍແມ່ນຂຶ້ນກັບການບໍລິຫານຈັດການ. ເມື່ອໃຫ້ສັດກິນຫຍ້າໃນທົ່ງຫຍ້າທີ່ມີຫຍ້າຂຶ້ນເຕັມ ພວກມັນກໍ່ຊ່ວຍເຮັດໃຫ້ຫຍ້າລົດລົງ ພ້ອມໃສ່ຝຸ່ນໃຫ້ດິນ. ແຕ່ຖ້າຫາກສັດກິນຫຍ້າເຫຼົ່ານັ້ນກິນຫຍ້າໝົດ ດິນກໍ່ຈະແຫ້ງ ແລະ ແກ່ນ. ເມື່ອຝົນຕົກມາ ນ້ຳຝົນກໍ່ຈະກັດເຊາະເອົາດິນໄປ; ເມື່ອດິນຖືກກັດເຊາະໄປຈາກພື້ນທີ່ໆແປນນັ້ນ ມັນກໍ່ຈະບໍ່ມີພືດພັນຫຍັງເກີດຂຶ້ນອີກ.ເຮັດແຫຼ່ງສັດໄວ້ໃກ້ເຮືອນ ເພື່ອສະດວກໃນການຮັກສາ ແລະ ເອົາຝຸ່ນຂອງພວກມັນມາໃຊ້. ແຕ່ຖ້າຄອກນ້ອຍຫຼາຍພວກມັນກໍ່ຈະເຈັບເປັນໄດ້ງ່າຍ ເມື່ອມີແມງວັນ, ໂຕກາຝາກ ແລະ ພະຍາດມາເຕີບໃຫຍ່ຕາມຂີ້ຂອງພວກມັນ.ຈົ່ງອະນາໄມແຫຼ່ງ ຫຼື ຄອກເລື້ອຍໆ ໂດຍສະເພາະໃນຍາມຝົນ ເພື່ອປ້ອງກັນທັງຄົນ ແລະ ສັດຈາກການເຈັບປ່ວຍ. ຂີ້ສັດເຫຼົ່ານີ້ກໍ່ສາມາດນຳມາເຮັດຝຸ່ນໝັກໄດ້. ບໍ່ວ່າທ່ານຈະລ້ຽງສັດກິນຫຍ້າຂອງທ່ານດ້ວຍວິທີການໃຫ້ກິນຫຍ້າໃນບໍລິເວນອ້ອມຮົ້ວໄວ້ ຫຼື ປ່ອຍໃຫ້ກິນຢ່າງອິດສະຫຼະ, ຈົ່ງລ້ຽງພວກມັນໃນຈຳນວນທີ່ເໝາະສົມກັບຂະໜາດ
ຂອງດິນທີ່ສາມາດຮອງຮັບໄດ້.



ໃຫ້ສັດລ້ຽງຍ້າຍບ່ອນກິນຫຍ້າຈາກສ່ວນໜຶ່ງໄປກິນອີກສ່ວນໜຶ່ງ


ຖ້າທ່ານຫາກປ່ອຍໃຫ້ສັດລ້ຽງໄປກິນຫຍ້າຢູ່ບ່ອນໃດກໍ່ໄດ້ຕາມທີ່ພວກມັນຕ້ອງການ, ພວກມັນກໍ່ຈະກິນຫຍ້າລົງຈົນຈຳຮາກ ແລະ ປີຕໍ່ມາຫຍ້າເຫຼົ່ານັ້ນກໍ່ຈະບໍ່ສາມາດເຕີບໂຕໄດ້ງາມຄືເກົ່າ. ຈົ່ງປ່ຽນບ່ອນສັດລ້ຽງກິນຫຍ້າ ຈາກທົ່ງຫຍ້າສ່ວນທີ່ເຫັນວ່າສັດໄດ້ກິນໃບຫຍ້າໄປແລ້ວເຄິ່ງຕົ້ນ ໄປຍັງສ່ວນທີ່ຍັງມີຫຍ້າງາມຢູ່.ຖ້າທ່ານເຮັດຮົ້ວໄດ້ ໃຫ້ແບ່ງທົ່ງຫຍ້າລ້ຽງສັດຂອງທ່ານອອກເປັນສ່ວນນ້ອຍໆ ໂດຍອີງໃສ່ຊະນິດຂອງພືດທີ່ເກີດໃນນັ້ນ. ຈົ່ງປ່ຽນບ່ອນ
ໃຫ້ສັດລ້ຽງຂອງເຈົ້າກິນຫຍ້າໄປມາຕາມສ່ວນຕ່າງໆທີ່ແບ່ງໄວ້ນັ້ນ. ຖ້າທ່ານປ່ອຍໃຫ້ສັດກິນຫ້ຍາ, ໃຫ້ມີຮົ້ວຂັ້ນພວກມັນໄວ້ ເຖິງແມ່ນກຳແພງຫີນຕ່ຳກໍ່ຈະສາມາດກັນບໍ່ໃຫ້ສັດຂ້າມໄປກິນຫຍ້າຢູ່ສ່ວນອື່ນໄດ້. ແຕ່ຖ້າທ່ານໄປລ້ຽງເອງ ກໍ່ບໍ່ຈຳເປັນຕ້ອງມີຮົ້ວກໍ່ໄດ້.ຈົ່ງລະວັງບໍ່ໃຫ້ປ່ອຍໃຫ້ສັດກິນຫຍ້າລຽບຕາມແຄມ ຫຼື ອ້ອມແອ້ມແຫຼ່ງນ້ຳທີ່ຄົນໃຊ້. ເພາະຖ້າຫາກຂີ້ສັດເຫຼົ່ານັ້ນປົນເປື້ອນກັບນ້ຳທີ່ຄົນດື່ມ, ນ້ຳທີ່ຄົນອາບ, ລອຍ, ຫຼື ຫາປາແລ້ວແມ່ພະຍາດກໍ່ຈະລະບາດ. ຈົ່ງຂຸດຮ່ອງເພື່ອນຳນ້ຳຈາກລຳນ້ຳເຂົ້າມາຫາໜອງ ຫຼື ແອ່ງບ່ອນໃຫ້ສັດກິນນ້ຳ.


ຍ້າຍບ່ອນສັດກິນຫຍ້າເລື້ອຍສ່ຳໃດ
ຈະປ່ອຍໃຫ້ສັດກິນຫຍ້າຢູ່ໃນສວ່ນໜຶ່ງນັ້ນດົນເທົ່າໃດນັ້ນ ແມ່ນຂຶ້ນກັບຈຳນວນສັດລ້ຽງ, ແລະ ຂະໜາດ ແລະ ຄຸນ ນະພາບຂອງທົ່ງຫຍ້າແຕ່ລະສ່ວນ. ໃນແຕ່ລະປີຕ້ອງໄດ້ປ່ອຍໃຫ້ສ່ວນໜຶ່ງໄດ້ຟື້ນຕົວເປັນເວລາໜຶ່ງປີເຕັມ ໂດຍບໍ່ປ່ອຍໃຫ້ມີສັດເຂົ້າມາກິນຫຍ້າໃນສ່ວນນັ້ນເລີຍ. ການເຮັດເຊັ່ນນີ້ຈະຊ່ວຍໃຫ້ດິນບໍ່ແຈບ ແລະ ຊ່ວຍໃຫ້ຫຍ້າໃຫຍ່ຄືນ ມາຄືເກົ່າ.ຍົກຕົວຢ່າງ: ຖ້າທ່ານແບ່ງພື້ນທີ່ທົ່ງຫຍ້າອອກເປັນສາມສ່ວນ ຫຼື ຫຼາຍສ່ວນກວ່ານັ້ນໃຫ້ທ່ານຍ້າຍສັດລ້ຽງຂອງທ່ານເຂົ້າໄປກິນຫຍ້າໄປຕາມແຕ່ລະສ່ວນ ແລະ ຈາກນັ້ນກໍ່ໃຫ້ປະສ່ວນໜຶ່ງໄວ້ໃຫ້ມັນພັກຟື້ນຕົວເປັນເວລາ 1 ປີ. ແລະ ໃນປີຕໍ່ໄປກໍ່ປ່ອຍໃຫ້ສ່ວນຕໍ່ໄປໄດ້ພັກ. ຫຼື ຫຼັງຈາກລະດູເກັບກ່ຽວກໍ່ໃຫ້ສັດລ້ຽງຂອງທ່ານກິນຕໍເຟືອງ, ກົກສາລີ ແລະ ຫຍ້າຕ່າງໆທີ່ລົ້ມຢູ່ຕາມໜ້າດິນ. ພວກມັນຈະອະນາໄມໜ້າດິນໃຫ້ທ່ານພ້ອມໆກັບກະຈາຍຝຸ່ນໄປນຳ.

ດິນຂອງທ່ານສາມາດຮອງຮັບສັດກິນຫຍ້າໄດ້ຈັກໂຕ?

ສັດລ້ຽງເປັນສິ່ງຄ້ຳປະກັນໃນເວລາຂາດເຂີນ ເພາະວ່າຊາວກະສິກອນຈະສາມາດຂາຍ ຫຼືເອົາສັດລ້ຽງນັ້ນມາເປັນອາຫານໄດ້. ຈຳນວນສັດລ້ຽງມັນສະແດງເຖິງຖານະທາງເສດຖະກິດທີ່ເຮັດໃຫ້ຜູ້ຄົນມີຄວາມນັບຖື. ແຕ່ເມື່ອຜູ້ລ້ຽງຕ້ອງການໆນັບຖື ແລະ ສິ່ງຮັບປະກັນຫຼາຍຂຶ້ນໂດຍການລ້ຽງສັດໃຫ້ຫຼາຍຂຶ້ນເກີນກວ່າທີ່ເນື້ອທີ່ດິນຂອງຕົນຈະຮອງຮັບໄດ້ ມັນຈະເຮັດໃຫ້ທັງດິນ ແລະ ສັດລ້ຽງມີສຸຂະພາບຊຸດໂຊມລົງ. ຂະໜາດຂອງເນື້ອທີ່ດິນທີ່ຕ້ອງການໃນການລ້ຽງສັດນັ້ນມັນຂຶ້ນກັບວ່າພື້ນທີ່ນັ້ນມີຫຍ້າງາມຫຼາຍປານໃດ ແລະ ດິນຊຸ່ມດີສ່ຳໃດ. ສຳລັບ ໃນພື້ນທີ່ແຫ້ງ ແມ່ນຕ້ອງການເນື້ອທີ່ດິນກວ້າງຂວາງຫຼາຍກວ່າດິນທີ່ມີຄວາມຂຽວຫຼາຍ.


ການລ້ຽງປາ
ໜອງລ້ຽງປາຂະໜາດນ້ອຍກໍ່ສາມາດຜະລິດອາຫານໄດ້ຢ່າງຫຼວງຫຼາຍໃນພື້ນທີ່ໆຈຳກັດ ແລະ ພ້ອມນີ້ມັນກໍ່ຍັງເປັນການເກັບນ້ຳໄວ້ສຳລັບການປູກຝັງ. ຢູ່ຕາມໄຮ່ນາ ແລະ ໜອງປາທ່ານຍັງສາມາດ:

  • ລ້ຽງປາ ຫຼື ຫອຍຕ່າງໆໄວ້ເປັນອາຫານ ເຊັ່ນ: ປາໃນ, ປານິນ, ກຸ້ງ ແລະ ກຸ້ງຝອຍ.
  • ປູກພືດໄວ້ເປັນອາຫານ ເຊັ່ນ: ບົວທອງ, ບົວຫຼວງ, ເຜືອກ, ເຂົ້າ ແລະ ໝາກຈັບ.
  • ປູກພືດໄວ້ເຮັດເຄື່ອງໃຊ້ຕ່າງໆ ເຊັ່ນ: ຕົ້ນເລົາ ແລະ ກໍໄຜ່.
  • ເທົາ, ໄຄ ເພື່ອເປັນອາຫານຄົນ, ສັດ ແລະ ໄວ້ເຮັດຝຸ່ນ.
  • ດິນພື້ນສະອຸດົມສົມບູນດ້ວຍຝຸ່ນໄວ້ໃສ່ສວນ.

ວິທີການເຮັດສະປາ

  1. ກ່ອນທີ່ທ່ານຈະເຮັດໜອງປາ ຕ້ອງກວດໃຫ້ແນ່ໃຈກ່ອນວ່າຕອນດິນຂອງທ່ານມີເງື່ອນໄຂທີ່ເໝາະສົມໃນການລ້ຽງປາ ຫຼື ບໍ່. ທ່ານຕ້ອງມີນ້ຳພຽງພໍ ເພື່ອໃຫ້ນ້ຳຈຳນວນໜຶ່ງໄຫຼຜ່ານສະຂອງທ່ານໄປໄດ້. ຖ້ານ້ຳບໍ່ໄຫຼ ຍຸງກໍ່ຈະມາແຜ່ພັນໄດ້.ດິນທີ່ທ່ານຈະເຮັດສະໃສ່ນັ້ນຕ້ອງເປັນດິນທີ່ເກັບນ້ຳໄດ້ດີ ຖ້າເປັນດິນດາກໄດ້ແມ່ນດີທີ່ສຸດ. ຖ້າດິນທ່ານບໍ່ແມ່ນດິນດາກ ກໍ່ຕ້ອງໄດ້ເຮັດພື້ນ ແລະ ແຄມສະໃຫ້ສາມາດເກັບນ້ຳໄດ້ ໂດຍການເອົາດິນດາກມາຈາກບ່ອນອື່ນ, ຫຼື ໃຊ້ຊີມັງ, ຫຼື ໃຊ້ແຜ່ນຢາງກໍ່ໄດ້. ພື້ນ ແລະ ແຄມ ສະ ອາດຈະເຮັດຈາກໄມ້ໄຜ່ ຫຼື ຫຍ້າສານ ແລະ ທາຢາງໄມ້ກັນນ້ຳຮົ່ວ.ບ່ອນທີ່ເໝາະສົມແກ່ການເຮັດໜອງທີ່ສຸດແມ່ນຕີນຄ້ອຍ (ເພື່ອນ້ຳຈະສາມາດໄຫຼລົງ ມາໂຮມໃນໜອງໄດ້) ແລະ ຕ້ອງໃຫ້ຢູ່ຫ່າງຈາກແຫຼ່ງນ້ຳກິນນ້ຳໃຊ້ຢ່າງໜ້ອຍ 10 ແມັດ. ຫາກຈະໃຊ້ນ້ຳຈາກຮ່ອງ ຫຼື ຫ້ວຍ ແມ່ນໃຫ້ເຮັດຄູກັ້ນນ້ຳຊົ່ວຄາວໄວ້ກ່ອນ ເພື່ອໃຫ້ທ່ານສາມາດກະກຽມໜອງປານັ້ນໃຫ້ຮຽບຮ້ອຍ.
  2. ຂຸດຂຸມໃຫ້ເລິກ 1 ແມັດເປັນວົງມົນ ແລະ ກວ້າງຕາມທທ່ານສາມາດເຮັດໄດ້. ເຖິງແມ່ນວ່າມັນຈະເປັນໜອງນ້ອຍໆທີ່ມີເສັ້ນຜ່າສູນກາງ 1 ຫຼື 2 ແມັດ ກໍ່ສາມາດລ້ຽງປານ້ອຍ ແລະ ເທົາໄວ້ເປັນອາຫານເສີມໄດ້. ຖ້າທ່ານມີເນື້ອທີ່ພຽງພໍ ກໍ່ສາມາດເຮັດໜອງລ້ຽງປາຫຼາຍໜ່ວຍໄດ້ໂດຍໃຫ້ແຕ່ລະໜ່ວຍມີເສັ້ນຜ່າສູນກາງຕ່ຳກວ່າ 3 ແມັດ. ເພາະມັນຈະເຮັດໃຫ້ການຂຸດສະ ແລະການເອົາປາຂຶ້ນມາກິນໄດ້ງ່າຍກວ່າ.
  3. ຢຽບດິນດາກຢູ່ພື້ນສະໃຫ້ແໜ້ນດີ. ຖ້າມັນເປັນສະໃຫຍ່ ກໍ່ໃຫ້ຂໍຄວາມຊ່ວຍເຫຼືອນຳເພື່ອນບ້ານມາຢຽບພື້ນສະຊ່ວຍ. ທ່ານສາມາດໃຊ້ສັດໃຫຍ່ ເຊັ່ນ: ງົວ, ຄວາຍ ແລະ ສັດອື່ນທີ່ທ່ານມີມາຢຽບພື້ນສະໃຫ້ແໜ້ນໄດ້, ຂີ້ຂອງພວກມັນກໍ່ຍັງໄປອັດຮູຮົ່ວຕາມພື້ນໜອງໄດ້.ເມື່ອໜອງມີນ້ຳເຕັມແລ້ວ, ເທົາ ແລະ ພືດນ້ຳອື່ນໆກໍ່ຈະເກີດຂຶ້ນ. ຖ້າມີຫ້ວຍຮ່ອງ ຫຼືໜອງອື່ນຢູ່ໃກ້ ໃຫ້ເອົາພືດນ້ຳ ແລະ ສັດນ້ຳນ້ອຍຈາກຫ້ວຍຮ່ອງ ຫຼື ໜອງນັ້ນມາປ່ອຍໃສ່ໜອງຂອງທ່ານເພື່ອໃຫ້ມັນຂະຫຍາຍພັນຕໍ່ໄປ. ຈາກນັ້ນກໍ່ຊອກຫາ ຫຼື ຊື້ປາທີ່ທ່ານຕ້ອງການລ້ຽງມາປ່ອຍໃສ່ໜອງຂອງນັ້ນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ