google-site-verification: google0d91bc93cfc88895.html ລັກສະນະທາງພືດສາດຂອງ ຫຍ້າ (Botanical description) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 18, 2016

ລັກສະນະທາງພືດສາດຂອງ ຫຍ້າ (Botanical description)

ລັກສະນະທາງພືດສາດຂອງຫຍ້າ (Botanical description)

ອານາຈັກ (Kingdom) :                    Plantea
       • ຊັ້ນ (Class)       :                    Angiospermae
       • ຊັ້ນຍ່ອຍ (Subclass) :             Monocotyledoneae
       • ລະດັບ (Order) :                    Graminales
       • ຕະກູນ (Family) :                  Poaceae ຫຼື Gramineae
       • ຕະກູນຍ່ອຍ (Subfamily) :
                                                      o Agrosteae
                                                      o Aveneae
                                                      o Andropogoneae
                                                      o Eragrostideae
                                                      o Festuceae
                                                      o Paniceae
                                                      o Aristideae
                                                      o Chlorideae
                                                      o Oryzeae
                                                      o Spoloboleae
                                                      o Zoysieae

ໃນຕະກູນຂອງ Poaceae ຫຼື Gramineae ຈະປະກອບມີຫຍ້າຫຼາຍກວ່າ 600 ສະກຸນ (Genera) ແລະ ໃນນັ້ນປະກອບມີທັງໝົດ ປະມານ 10,000 ກວ່າ ຊະນິດ (species).


1. ຮາກ (Root)
ຫຍ້າຈັດເປັນພືດທີ່ມີລະບົບຮາກຝອຍ (Fibrous root system). ຮາກທໍາອິດທີ່ເລີ້ມງອກອອກຈາກແກ່ນເອີ້ນວ່າ: ‘Primary root’ ເຊີ່ງຈະເກີດຂື້ນໃນໄລຍະສັ້ນໆ. ຫຼັງຈາກນັ້ນກໍ່ຈະຖືກແທນດ້ວຍຮາກທີ່ສອງ (Secondary root) ແລະ ຮາກ ທີ່ໃຊ້ເພື່ອການຂະຫຍາຍຕົວ (Seminal roots). ຮາກຫຍ້າສ່ວນໃຫ່ຍຈະລວມກັນຢູ່ໃນລະດັບເລີກໄຕ້ພື້ນດິນ ປະມານ 0-25cm

2. ລໍາຕົ້ນ ແລະ ໜໍ່ (Shoot)
ຫຍ້າ ຈັດເປັນພືດໃບລ້ຽງດ່ຽວ (monocotyledon) ເຊີ່ງຈະປະກອບດ້ວຍ ລໍາຕົ້ນຫຼັກ (main stem), ແໜງ (tillers), ຕາ ຫຼື ຂໍ້ (nodes), ປ້ອງ (internodes), ເຄືອ (stolen) ແລະ ຮາກທີ່ຢູ່ໄຕ້ດິນ (rhizome). ລໍາຕົ້ນຂອງຫຍ້າມີ 3 ລັກສະນະທີ່ແຕກຕ່າງກັນ ເຊັ່ນ: ແບບທີ່ເປັນລັກສະນະຕັ້ງຊື່ (erect stem), ແບບເລື່ອຕາມດິນ (protrate) ແລະ ແບບເຄີ່ງຕັ້ງ-ເຄີ່ງເລືອ (procumbens).

3. ໃບ (Leaf)
ໃບຂອງຫຍ້າ ແມ່ນໃບລ້ຽງດ່ຽວ (monocotyledon) ມີລັກສະນະລຽວຍາວຄ້າຍຄືໃບຂອງຕົ້ນເຂົ້າ ເຊີ່ງຈະລ່ຽງສະລັບກັນຢູ່ຕາມລໍາຕົ້ນ. ໃບຫຍ້າປະກອບໄປດ້ວຍ 2 ສ່ວນໃຫ່ຍໆຄື: ກາບໃບ (leaf sheath) ແລະ ໃບ (leaf blade). ກາບໃບເຮັດໜ້າທີ່ປ້ອງກັນ ແລະ ຄໍ້າຊູ່ປ້ອງ. ສຳລັບໃບເຮັດໜ້າທີ່ສັງເຄາະແສງ ແລະ ປຸງແຕ່ງອາຫານ. ຫຍ້າອາຫານສັດບາງຊະນິດຈະມີຫູໃບ (auricle) ເຊີ່ງຈະຍາວອອກມາຈາກດ້ານຂ້າງທັງສອງຢູ່ລະຫວ່າງກາບໃບ ແລະ ໃບ.

4. ຊໍ່ດອກ (Inflorescences)
ດອກ (flower) ຂອງຫຍ້າ ມັກຈະຢູ່ເທີ່ງແກ່ນ (axis) ຫຼື ກ້ານດອກ(peduncle) ເຊີ່ງຈະລວມຕົວກັນຢູ່ເປັນຊໍ່ດອກ (inflorescences). ໃນຊໍ່ດອກຈະປະກອບດ້ວຍຫຼາຍກຸ່ມດອກ (spikelet), ແຕ່ລະກຸ່ມດອກຈະປະກອບດ້ວຍດອກຍ່ອຍ (floret) ພຽງດອກດຽວ ຫຼືຫຼາຍດອກ. ດອກຍ່ອຍ (floret) ແຕ່ລະດອກ ຈະປະກອບດ້ວຍອະໄວຍາວະສືບ ພັນເພດຜູ້ (stemens) 3 ອັນ ແລະ ອະໄວຍາວະສືບພັນເພດແມ່ (pistil) ຢູ່ພຽງ 1 ອັນ. ໃນອະໄວຍະວະສືບພັນເພດແມ່ 1 ອັນ ຈະປະກອບມີຮັງໄຂ່ (overy) ຢູ່ພຽງຮັງດຽວເຊັນກັນ. ໃນຕອນປາຍຂອງອະໄວຍາວະສືບພັນເພດແມ່ຈະມີອະໄວຍາວະໜື່ງທີ່ມີລັກສະນະຄ້າຍຄືຂົນນົກເອີ້ນວ່າ: ‘stigma’ ແລະ ບໍລິເວນຖານຂອງຮັງໄຂ່ຈະມີໂຄງສ້າງໜື່ງທີ່ປະກົດອອກມາ 1 ຄູ່ ເອີ້ນວ່າ: ‘lodicules’ເຊີ່ງເຮັດໜ້າທີ່ປິດ-ເປີດກີບດອກ.



ໝາຍເຫດ:
• ດອກຫຍ້າອາດມີທັງ 2 ເພດ (bisexual floret) ຫຼື ມີສະເພາະເພດແມ່ (staminate floret).

5. ໝາກຫຍ້າ/ແກ່ນຫຍ້າ [Fruit/Seed (Caryopsis)]
ແກ່ນຫຍ້າທີ່ເຮົາເອີ້ນກັນຈົນຊີ້ນເຄີຍນັ້ນແທ້ຈີງແລ້ວເອີ້ນວ່າ: ‘ໝາກຫຍ້າ (Fruit)’. ແຕ່ເນື່ອງຈາກໝາກຂອງຫຍ້າແຕກຕ່າງຈາກໝາກໄມ້ຊະນິດອື່ນໆ ຄື: ພະໜັງຮັງໄຂ່ (pericarp) ຈະມີລັກສະນະບາງໆຕິດກັບໄຂ່ ເຊີ່ງຈະຈັດຢູ່ໃນປະເພດດຽວກັນກັບໝາກລໍາໄຍ, ລີ້ນຈີ່... ດ້ວຍເຫດນັ້ນ, ຈື່ງເປັນການຍາກທີ່ຈະແຍກແກ່ນອອກຈາກພະໜັງຮັງໄຂ່. ແກ່ນຂອງຫຍ້າຈະປະກອບມີ 2 ສ່ວນທີສຳຄັນຄື: endosperm ແລະ embryo (ໜໍ່ທີ່ຢູ່ດ້ານໃນແກ່ນ). ແກ່ນຫຍ້າແຕ່ລະຊະນິດຈະມີຂະໜາດທີ່ແຕກຕ່າງກັນ ຍົກຕົວຢ່າງ: ແກ່ນເຂົ້າຟ້າງ (sorghum) ມີຂະໜາດ ປະມານ 75,000 – 100,000 ແກ່ນ/kg, ແກ່ນຫຍ້າ Ruzi ມີຂະໜາດ ປະມານ 700,000 – 1,500,000 ແກ່ນ/kg.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ