google-site-verification: google0d91bc93cfc88895.html ຜັກຕຳນິນ ສັບພະຄຸນທາງການຢາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 15, 2016

ຜັກຕຳນິນ ສັບພະຄຸນທາງການຢາ

ຜັກຕຳນິນ
ຊື່ວິທະຍາສາດ: Coccinia grandis (L.) Voigt.




ຜັກຕຳນິນເປັນພືດເຄືອກ້ຽວນຳຕົ້ນໄມ້ອື່ນ ຫຼື ເລືອຕາມໜ້າດິນ, ເຄືອອ່ອນສີຂຽວ, ເຄືອແກ່ເປັນແຊກສີເທົາ; ໃບເຫ໌ື້ຼອມສີຂຽວເຂັ້ມ, ຮູບຫົວໃຈ; ດອກສີຂາວ ຮູບລຳໂພງ. ພືດຊະນິດນີ້ປະຊາຊົນມັກປູກໄວ້ໃນບ້ານໃນສວນ ເພື່ອໃຊ້ຍອດປຸງແຕ່ງອາຫານພື້ນເມືອງເຊັ່ນ: ເອາະຫຼາມ, ເອາະປາ, ເອາະຊີ້ນ, ແກງ, ຊຸບຜັກ ແລະ ອື່ນໆ ເພາະຜັກຕຳ ນິນເວລາຕົ້ມຈະມີລົດຊາດຫອມ ແລະ ຫວານ ເໝາະສຳລັບໃນການນຳມາປຸງແຕ່ງອາຫານ. ນອກຈາກນັ້ນຜັກ ຕຳນິນຍັງນຳໄປໃຊ້ເປັນປະໂຫຍດໃນການປິ່ນປົວພະຍາດເຊັ່ນ: ແກໄ້ ຂ,້ ຜິວໜັງອັກເສບຶ ແລະ ແກ້ພິດຈາກບັນ ດາຕົ້ນໄມ້ທີ່ມີພິດດາດ ຕົວຢ່າງ: ຫຍ້າບົ້ງຫານ ແລະ ຕົ້ນອື່ນໆ



ເກັບໃບສົດຜັກຕຳນິນມາລ້າງນຳ້ທີ່ສະອາດ ແລ້ວນຳໄປຕຳໃຫ້ແຫຼກ ປັ້ນເອົານຳ້, ໃຊ້ສຳລີຈຸບເອົານຳ້ທາບ່ອນຜິວ ໜັງອັກເສບ ຫຼື ບາດແຜ ແລະ ບ່ອນທີ່ຖືກຕົ້ນໄມ້ມີພິດດາດ

ແກ້ໄຂ້ ເກັບເອົາໃບ ແລະ ຮາກຜັກຕຳນິນປະມານຢ່າງລະໜຶ່ງກຳມື ລ້າງໃຫ້ສະອາດ ນຳໄປຕົ້ມກັບນຳ້ 2 ລີດ ໃຫ້ຟົດ ແລ້ວໃຊ້ນຳ້ຕົ້ມດື່ມຕາງນຳ້ຈົນກວ່າອາການຈະດີຂື້ນ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ