google-site-verification: google0d91bc93cfc88895.html ສະພາບດິນປູກຝັງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 19, 2016

ສະພາບດິນປູກຝັງ



ສະພາບດິນປູກຝັງ
             ສ່ວນປະກອບຂອງດິນມີຊາຍ, ດິນຕົມ, ດິນດາກ ແລະ ຊີວະພາບຊະນິດຕ່າງໆ (ຕົວຢ່າງ:ແມງໄມ້, ແບັກທີເຣຍ, ໃບໄມ້ຂຽວ, ພືດທີ່ເນົ່າເປື່ອຍ ແລະ ຝຸ່ນສັດ). ປະລິມານຂອງສ່ວນປະກອບແຕ່ລະຢ່າງໃນດິນ ແລະ ວິທີການປູກຝັງທີ່ທ່ານໃຊ້ ແມ່ນມີຜົນກະທົບຕໍ່ເນື້ອດິນ, ໂຄງສ້າງ ແລະ ຄວາມອຸດົມສົມບູນຂອງດິນ. ດິນທີ່ມີເນື້ອດີ, ໂຄງສ້າງດີ ແລະ ມີຄວາມອຸດົມສົມບູນດີນັ້ນເຮັດໃຫ້ນ້ຳ, ອາກາດ, ທາດບຳລຸງລ້ຽງ ແລະ ຮາກຂອງພືດຜ່ານເຂົ້າໄປ ໄດ້ສະດວກດີ ຊຶ່ງມັນຈະເປັນການຊ່ວຍປັບປຸງຄວາມສາມາດໃນການປູກຝັງຂອງດິນໃຫ້ດີຂຶ້ນ ແລະ ປ້ອງກັນການເຊາະເຈື່ອນຂອງດິນ.
           ຍິ່ງໄປກວ່ານັ້ນ, ດິນບາງຕອນອາດເປັນດ່າງ ( ດິນ “ເຄັມ” ຫຼື “ຫວານ”) ໃນຂະ ນະທີ່ບ່ອນອື່ນໆເປັນກົດ (ດິນສົ້ມ). ເຊິ່ງເຈົ້າສາມາດຮູ້ໄດ້ວ່າດິນຂອງທ່ານນັ້ນສົ້ມ ຫຼື ເຄັມ ໂດຍການເອົາດິນໄປກວດເບິ່ງຄ່າ “pH” (ຄ່າຄວາມເປັນກົດ ຫຼື ເປັນດ່າງ) ຫຼື ທ່ານຊິມ ເບິ່ງກໍ່ໄດ້ວ່າດິນທ່ານນັ້ນມີລົດຊາດເຄັມ, ຫວານ ຫຼື ສົ້ມ. ພືດທົ່ວໄປເກືອບທຸກຊະນິດແມ່ນເຕີບໂຕດີໃນດິນທີ່ບໍ່ເຄັມ, ຫວານ ຫຼື ສົ້ມເກີນໄປ. ການເພີ່ມທາດບຳລຸງລ້ຽງບາງຊະນິດໃຫ້ດິນສາມາດເຮັດໃຫ້ດິນນັ້ນຫວານ ຫຼື ສົ້ມຂຶ້ນໄດ້ (ເບິ່ງໜ້າ 346). ການເພີ່ມທາດຊີວະພາບໃຫ້ກັບດິນແມ່ນມີແນວໂນ້ມທີ່ສາມາດເຮັດໃຫ້ດິນທຸກຊະນິດດີຂຶ້ນໄດ້.



           ການນຳໃຊ້ເຄື່ອງຈັກໜັກໄຖ, ຄາດ, ຂຸດປີ້ນດິນ ຫຼື ຂຸດດິນສາມາດເຮັດໃຫ້ດິນແຈບໄດ້ (ດິນຖືກຢຽບອັດແໜ້ນລົງໄປ ບໍ່ມີອາກາດ ຫຼື ຊ່ອງວ່າງເຫຼືອຢູ່). ດິນທີ່ແຈບນັ້ນ ເຮັດໃຫ້ນ້ຳ ແລະ ຮາກຂອງພືດຜັກຜ່ານເຂົ້າໄປໄດ້ຍາກ ແລະ ມັນກໍ່ເປັນການຍາກທີ່ພືດຈະສາມາດດູດຊືມເອົາທາດບຳລຸງລ້ຽງທີ່ມັນຕ້ອງການຈາກດິນແຈບນີ້ໄດ້.
           ເພື່ອປ້ອງກັນບໍ່ໃຫ້ດິນແຈບ ແມ່ນໃຫ້ອະນາໄມໜ້າດິນ ແລະ ໄຖ ຫຼື ຂຸດປີ້ນດິນໃນຕອນທີ່ມັນບໍ່ປຽກ ຫຼື ແຫ້ງເກີນໄປ (ຕອນທີ່ດິນຍັງຊຸ່ມຄືກັບຜ້າຈຸບນ້ຳທີ່ປັ້ນໃຫ້ສະເດັດນ້ຳດີແລ້ວ). ຊາວນາຊາວສວນສ່ວນຫຼາຍມັກຈະຂຸດ ຫຼື ໄຖປີ້ນດິນໃຫ້ໜ້ອຍເທົ່າທີ່ຈະເປັນໄປໄດ້, ຈາກນັ້ນກໍ່ເອົາຝຸ່ນສັດ ແລະ ເສດຊິ້ນສ່ວນທີ່ເຫຼືອຂອງຕົ້ນທັນຍາພືດຕ່າງໆໃສ່ລົງໄປໃນດິນນັ້ນ, ຫຼື ບໍ່ຊັ້ນເຂົາເຈົ້າກໍ່ນຳໃຊ້ວິທີຂຸດຂຸມປູກ (ເບິ່ງໜ້າ 356) ຫຼື ໃຊ້ວິທີປູກພືດຝຸ່ນ ຂຽວ ເພື່ອໃຫ້ດິນຫຼົມ ແລະ ສາມາດປູກພືດຜັກໄດ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ