google-site-verification: google0d91bc93cfc88895.html ການເຄົາລົບສາຍໃຍແຫ່ງຊີວິດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 22, 2016

ການເຄົາລົບສາຍໃຍແຫ່ງຊີວິດ

ເຄົາລົບສາຍໃຍແຫ່ງຊີວິດ
ໃນໂລກຂອງທຳມະຊາດນັ້ນມີສິ່ງທີ່ມີຊີວິດຢູ່ຫຼາກຫຼາຍຊະນິດ ເຊັ່ນ: ມະນຸດ, ພືດ, ສັດ ແລະແມງໄມ້ຊະນິດຕ່າງໆ ທີ່ເອີ້ນຊື່ທາງວິທະຍາສາດວ່າ ຊີວະພາບ. ກ່ອນໜ້າທີ່ນັກວິທະຍາສາດຕັ້ງຊື່ດັ່ງກ່າວນັ້ນ, ຫຼາຍຄົນໄດ້ສອນລູກຫຼານຂອງຕົນກ່ຽວກັບສາຍໄຍແຫ່ງຊີວິດ. ຄືດັ່ງກັບໄຍແມງມຸມທີ່ໜຽວແໜ້ນນັ້ນແມ່ນຖືກສ້າງຂຶ້ນຈາກໄຍຫຼາຍໆເສັ້ນເຊື່ອມໂຍງເຂົ້າກັນແລະ ສາຍໄຍຊີວິດກໍ່ເຊັ່ນດຽວກັນຄວາມເຂັ້ມແຂງຂອງມັນກໍ່ຂຶ້ນກັບການເຊື່ອມໂຍງເຂົ້າກັນຂອງສິ່ງທີ່ມີຊີວິດທັງໝົດ ຫຼືວ່າ ທຸກຊີວິດໃນສາຍໄຍໜຶ່ງໆນັ້ນຢູ່ໄດ້ເພາະອາໄສອີກຊະນິດໜຶ່ງ.ຊຶ່ງສາຍໄຍຊີວິດນັ້ນຕ້ອງຢູ່ໃນສະພາວະທີ່ສົມດຸນນັ້ນກໍ່ໝາຍຄວາມວ່າ ສິ່ງມີຊີວິດທີ່ມີຢູ່ແຕ່ລະຊະນິດຕ້ອງມີຈຳນວນພໍດີບໍ່ຫຼາຍ ແລະ ກໍ່ບໍ່ໜ້ອຍເກີນໄປຢູ່ໃນພື້ນທີ່ໜຶ່ງໆ.
          ຍົກຕົວຢ່າງເຊັ່ນ: ໃນສາຍໄຍຊີວິດຢູ່ພື້ນທີ່ແຫ່ງໜຶ່ງທີ່ມີມະນຸດ, ໝາຈິ້ງຈອກ, ນົກ ແລະແມງໄມ້. ມະນຸດເຮົາມີສຸຂະພາບແຂງແຮງດີ ເພາະໄດ້ໝາກໄມ້ເປັນອາຫານ. ຊຶ່ງໝາກໄມ້ນັ້ນເປັນໝາກຜົນຂອງການປະສົມເກສອນຂອງແມງໄມ້ຊະນິດຕ່າງໆ. ນົກກໍ່ກິນແມງໄມ້ເປັນອາຫານ ແລະ ນົກເອງກໍ່ເປັນອາຫານຂອງໝາຈອກອີກຕໍ່ໜຶ່ງ ເພາະຖືກໝາຈອກລ່າ.ເມື່ອໃດທີ່ສາຍໄຍຊີວິດນະທີ່ແຫ່ງນີ້ຂາດຄວາມສົມດຸນຂຶ້ນມາມັນກໍ່ຈະສົ່ງຜົນກະທົບໄປຍັງອີກສິ່ງທີ່ມີຊີວິດຊະນິດອື່ນໆອີກ ເຊັ່ນ: ຖ້າຈຳນວນໝາຈອກລົດລົງເພາະຖືກລ່າເນື່ອງຈາກມັນໄປກິນໄກ່ຂອງຄົນ ຈຳນວນຂອງນົກກໍ່ຈະເພີ່ມຂຶ້ນ ແລະ ສົ່ງຜົນໃຫ້ຈຳນວນຂອງແມງໄມ້ນັ້ນລົດລົງເພາະຖືກນົກກິນ. ເມື່ອຈຳນວນຂອງແມງໄມ້ໜ້ອຍ ມະນຸດເຮົາກໍ່ມີໝາກໄມ້ກິນເປັນອາຫານນັ້ນໜ້ອຍລົງ ນັ້ນກໍ່ເນື່ອງຈາກວ່າບໍ່ມີແມງໄມ້ເປັນຕົວປະສົມເກສອນໃຫ້ຕົ້ນໄມ້ເພື່ອໃຫ້ມີໝາກໄມ້.



ໃນຄວາມເປັນຈິງແລ້ວມັນຕ່າງຈາກຕົວຢ່າງທີ່ຍົກມາທີ່ຈຳນວນໝາຈອກຊະນິດດຽວທີ່ໜ້ອຍລົງ ແລະ ມັນກໍ່ສົ່ງຜົນທ້ອນຕໍ່ກັບການດຳລົງຊີວິດຂອງມະນຸດເຮົາ, ເພາະວ່າໂລກເຮົາໃນປະຈຸບັນກຳລັງປະເຊີນໜ້າກັບຄວາມສູນເສຍທາງຊີວະພາບຢ່າງຫຼວງຫຼາຍ. ພືດພັນ ແລະ ສັດຫຼາຍໆຊະນິດກຳລັງສູນພັນໄປຈາກໂລກຂອງພວກເຮົາໃນແຕ່ລະປີ. ນອກຈາກຊີວະພາບຈະມີຄຸນຄ່າໃນຕົວຂອງພວກມັນເອງແລ້ວ ມັນຍັງມີຄຸນຄ່າໃນການປົກປັກຮັກສາ
ສຸຂະພາບຂອງມະນຸດເຮົານຳ.

ຖ້າສາຍໄຍຊີວິດເສຍຫາຍມັນກໍ່ພາໃຫ້ເກີດໂລກໄພໄຂ້ເຈັບຊະນິດໃໝ່ໆຂຶ້ນ
ການສູນເສຍຄວາມສົມບູນຂອງລະບົບຊີວະພາບນັ້ນໝາຍເຖິງຊະນິດຂອງພືດ ແລະ ສັດ ນັ້ນມີໜ້ອຍລົງ ແລະ ພ້ອມດຽວກັນນັ້ນກໍ່ເກີດຄວາມບໍ່ສົມດຸນທາງທຳມະຊາດລະຫວ່າງ ຄົນ,ສັດ ແລະ ພືດພັນຕ່າງໆ. ຊຶ່ງຄວາມສູນເສຍທາງຄວາມສົມບູນຂອງລະບົບຊີວະພາບແມ່ນເປັນຕົ້ນເຫດທີ່ພາໃຫ້ເກີດໂລກໄພໄຂ້ເຈັບຊະນິດໃໝ່ໆຂຶ້ນ. ສອງກໍລະນີຕົວຢ່າງຕໍ່ໄປນີ້ແມ່ນຍົກໃຫ້ເຫັນການລະບາດຂອງໂລກໄພໄຂ້ເຈັບຊະນິດໃໝ່ໆທີ່ເກີດມາຈາກການຕັດໄມ້ທຳລາຍປ່າໃນທະວີບອາຟຼິກກາ ແລະ ປະເທດ ອາເມລິກາ.

  • ຢູ່ທະວີບອາຟຼິກກາ ຊຶ່ງໄດ້ມີການລະບາດຂອງໂລກໃໝ່ໆ ເຊັ່ນ: ໂລກ ລີສມານີອາຊິສ (leishmaniasis), ໄຂ້ໝາກເຫຼືອງ, ໂລກນອນບໍ່ຫຼັບ. ຊຶ່ງໂລກເຫລົ່ານີ້ແຜ່ລະບາດແມ່ນຍ້ອນມີແມງໄມ້ຈຳນວນຫຼວງຫຼາຍເປັນພາຫະນຳ ເຊື້ອ. ການທີ່ຈຳນວນຂອງແມງໄມ້ເພີ່ມຂຶ້ນຢ່າງໄວວານັ້ນ ແມ່ນເປັນຍ້ອນເງື່ອນໄຂທາງທຳມະຊາດອຳນວຍ. ເນື່ອງຈາກປ່າໄມ້ທີ່ເປັນຕົວດູດຊືມນ້ຳ ແລະ ເປັນທີ່ອາໃສຂອງບັນດາສັດ ແລະ ນົກຖືກທຳລາຍເພື່ອຂະຫຍາຍເມືອງ ແລະ ເນື້ອທີ່ການກະສິກຳ (1) ໄດ້ເຮັດໃຫ້ເກີດມີບວກ ຫຼື ໜອງທີ່ມີນ້ຳຂັງຢູ່ ທົ່ວໄປ ແລະ ມັນກໍ່ເປັນແຫຼ່ງເພາະພັນທີ່ດີໃຫ້ແກ່ແມງໄມ້ເຫລົ່ານັ້ນ ແລະ (2) ເມື່ອບໍ່ມີປ່າ ບັນດານົກ ແລະ ສັດທີ່ກິນແມງໄມ້ນັ້ນກໍ່ໜີໄປ.
  • ໃນອາເມລິກາເໜືອ ໄດ້ເກີດມີການລະບາດຂອງໂລກ Lyme ຊຶ່ງໜູຕີນຂາວເປັນພາຫະນຳເຊື້ອໂລກ ລາຍມີ Lyme ມາແຜ່ໃສ່ຄົນ. ສາຍເຫດຂອງການລະບາດແມ່ນເນື່ອງມາຈາກປ່າໄມ້ໄດ້ຖືກຕັດເປັນບໍລິເວນກວ້າງຂວາງຊຶ່ງມັນໄດ້ສ້າງເງື່ອນໄຂອັນເໝາະສົມໃຫ້ແກ່ການຂະຫຍາຍພັນຂອງໜູຕີນຂາວ. ນັ້ນກໍ່ຍ້ອນວ່າ ເມື່ອປ່າໄມ້ຖືກທຳລາຍແຫຼ່ງອາຫານຂອງພວກມັນກໍ່ເພີ່ມຂຶ້ນ ແລະ ພ້ອມດຽວກັນນັ້ນບັນດາສັດທີ່ກິນພວກໜູຕີນຂາວນີ້ກໍ່ມີຈຳນວນໜ້ອຍລົງ.

ບັນດາພືດສະໝູນໄພຕ່າງໆກໍ່ຂຶ້ນຢູ່ກັບຄວາມສົມບູນຂອງລະບົບຊີວະພາບ
          ການປົກປັກຮັກສາສາຍໄຍຊີວິດ ແລະ ລະບົບຊີວະພາບໃຫ້ສົມບູນນັ້ນກໍ່ເທົ່າກັບພວກເຮົາສາມາດຮັກສາວັດທະນະທຳ ຮີດຄອງປະເພນີ ແລະ ການແພດແຜນໂບຮານໄວ້ໄດ້. ບັນດາຢາປົວພະຍາດນັ້ນແມ່ນເຮັດມາຈາກພືດພັນ ຊະນິດຕ່າງໆ ແລະ ເມື່ອໃດທີ່ປ່າ ໄມ້ຖືກທຳລາຍ, ແມ່ນ້ຳ ແລະ ຫ້ວຍບຶງຕ່າງໆເຫືອດແຫ້ງເມື່ອນັ້ນພວກເຮົາຈະສູນເສຍບັນດາພືດສະໝຸນໄພຕ່າງໆໄປພ້ອມໆກັບຄວາມຮູ້ທາງການແພດແຜນບູຮານ.




ແຫຼ່ງອາຫານການກິນທີ່ອຸດົມສົມບູນກໍ່ຂຶ້ນກັບຄວາມສົມບູນຂອງລະບົບຊີວະພາບ
ການກິນອາຫານຄົບໝູ່ເຮັດໃຫ້ມີສຸຂະພາບທີ່ສົມບູນດີເຊັ່ນ: ໝາກໄມ້, ຜັກ, ສາລີ ແລະ ອາຫານທີ່ຫາມາໄດ້ ຈາກທຳມະຊາດ ເຊັ່ນ: ໝາກເບີຣີ, ປາ ແລະ ສັດປ່າ. ເມື່ອເກີດການສູນເສຍຄວາມສົມບູນຂອງລະບົບຊີວະພາບ
ນັ້ນໝາຍເຖິງອາຫານການກິນທີ່ສົມບູນຂອງພວກເຮົາກໍ່ສູນເສຍໄປນຳ ຊຶ່ງການທີ່ຂາດເຂີນອາຫານນັ້ນແມ່ນເປັນ
ສາເຫດໃຫ້ທຸກໆຄົນໃນຊຸມຊົນປະເຊີນໜ້າກັບບັນຫາການຂາດແຄນສານອາຫານໃນຮ່າງກາຍ ອັນເນື່ອງມາຈາກ ການກິນອາຫານບໍ່ຄົບໝູ່ນັ້ນເອງ.
      ການເຂົ້າໃຈເຖິງໜ້າທີ່ຂອງສາຍໄຍຊີວິດ ທັງ ກຼໍເຣຍ ແລະ ຊາລູດ ປາຣາ ເອວ ປູເອບໂບ ກໍ່ໄດ້ພາປະຊາຊົນໃນຊຸມຊົນລົງມືຮັກສາສາຍໄຍຊີວິດໂດຍການລ້ຽງເຜິ້ງ ແລະ ປູກ ຕົ້ນໄມ້. ເພາະພວກເຂົາຮູ້ວ່າ ບັນດາຕົ້ນໄມ້ຊະນິດຕ່າງໆ ກ່ອນຈະອອກຜົນໄດ້ແມ່ນຕ້ອງການປະສົມເກສອນໃຫ້ພວກມັນ ແລະ ນັ້ນກໍ່ແມ່ນໜ້າທີ່ຂອງເຜິ້ງ ທີ່ຕ້ອງການທັງນ້ຳຫວານ ແລະ ເກສອນຈາກດອກໄມ້ຊະນິດຕ່າງໆເພື່ອມາຜະລິດນ້ຳເຜິ້ງ. ການອອກຕະເວນອອກໄປຫານ້ຳຫວານ ແລະ ເກສອນຂອງເຜິ້ງນັ້ນເປັນວິທີການປະສົມເກສອນຕາມທຳມະຊາດທີ່ຊ່ວຍໃຫ້ຕົ້ນໄມ້ຕ່າງຈໍ່ດອກອອກຜົນໄດ້. ສະນັ້ນ ການລ້ຽງເຜິ້ງ ແລະ ປູກຕົ້ນໄມ້ນັ້ນຈິ່ງເປັນການສ້າງຄວາມສົມດຸນໃຫ້ແກ່ສາຍໄຍຊີວິດ ແລະ ກໍ່ເປັນການຜະລິດອາຫານໃຫ້ແກ່ຊຸມຊົນນຳ.

ລະບົບຊີວະພາບສົມບູນຊ່ວຍໃຫ້ໝາກຜົນຜະລິດພືດພັນທັນຍາຫານດີ

ອັນທີ່ຈິ່ງແລ້ວ ປະຊາຊົນໄດ້ເກັບກ່ຽວເອົາເຂົ້າ, ເຂົ້າບາເຣ, ສາລີ ແລະ ທັນຍະພືດຕ່າງໆ ທີ່ມີຕາມທຳມະຊາດມາ ເປັນອາຫານມາໄດ້ເປັນເວລາດົນນານແລ້ວ. ຊຶ່ງວ່າພືດພັນທັນຍາ ຫານເຫຼົ່ານີ້ອອກດອກ ແລະ ໃຫ້ຜົນໄດ້ກໍ່ຕ້ອງໄດ້ອາໃສບັນດາແມງໄມ້ ແລະ ສັດຊະນິດ ຕ່າງໆມາຊ່ວຍປະສົມເກສອນ.
         ໃນປະຈຸບັນນີ້ ການເຮັດການກຳສິກຳນັ້ນແມ່ນຜະລິດເພື່ອອຸດສະຫະກຳ ຊຶ່ງໄດ້ມີການນຳໃຊ້ເຄື່ອງກົນຈັກທາງການກະສິກຳ ແລະ ສານເຄມີທີ່ມີພິດເຂົ້າມາຊ່ວຍໃນຂະບວນການຜະລິດ ແລະ ພວກມັນກໍ່ເຮັດໃຫ້ມີຜົນຜະລິດດີກວ່າການຜະລິດແບບເດີມ. ແຕ່ວ່າການທີ່ນຳໃຊ້ສານເຄມີນັ້ນ ພັດໄປທຳລາຍພືດ, ແມງໄມ້ ແລະ ເຮັດໃຫ້ຄວາມສົມບູນຂອງດິນເສຍໄປ. ຕາມປົກກະຕິແລ້ວ ການນຳໃຊ້ສານເຄມີນັ້ນມັນຈະຊ່ວຍເພີ່ມຜົນຜະລິດໄດ້ກໍ່ພຽງລະດູດຽວເທົ່ານັ້ນ ແລະ ລະດູຕໍ່ໆມາການຜະລິດກໍ່ຈະຫຼຸດລົງໄປເລື້ອຍໆ ແລະຜົນທີ່ຕາມມານັ້ນກໍ່ຄືບໍ່ມີບັນດາອາຫານທີ່ມີປະໂຫຍດຕໍ່ສຸຂະພາບຢ່າງພຽງພໍກັບຄວາມຕ້ອງການ.


        ສະນັ້ນ ການເຮັດການກະສິກຳແບບຍືນຍົງເທົ່ານັ້ນ ທີ່ຈະສາມາດເພີ່ມຜົນຜະລິດ ແລະກໍ່ຍັງສາມາດຫຼຸດບັນຫາສັດຕູພືດຕ່າງໆທີ່ມາທຳລາຍພືດຜັກທີ່ປູກໄວ້ນັ້ນ. ການທຳການປູກຝັງແບບຍືນຍົງນີ້ ຍັງຊ່ວຍການຂະຫຍາຍຕົວຂອງບັນດາແມງໄມ້ ແລະ ສັດຊະນິດຕ່າງໆ ທີ່ເປັນປະໂຫຍດຕໍ່ການປູກຝັງ, ນອກຈາກນີ້ ວິທີການກະສິກຳແບບ
ຍຶນຍົງນີ້ ຍັງຊ່ວຍຄືນຄວາມອຸດົມສົມບູນໃຫ້ກັບດິນ ໂດຍການນຳໃຊ້ຝຸ່ນທຳມະຊາດເຂົ້າໃນການບຳລຸງດິນ. ຮັກ ສາພືດ ແລະ ຕົ້ນໄມ້ທີ່ມີຕາມທຳມະຊາດໄວ້ ເພື່ອຮັກສາໜ້າດິນ. ການທີ່ທຳການຜະລິດທັນຍະພືດຫຼາຍໆຊະນິດໃນລະດູ ການຜະລິດໜຶ່ງໆນັ້ນ ມັນຈະຊ່ວຍໃຫ້ຊຸມຊົນນັ້ນມີອາຫານຄົບໝູ່ທີ່ມີສານອາຫານທີ່ດີຕໍ່ສຸຂະພາບຂອງທຸກໆຄົນໄວ້ບໍລິໂພກ.

ລະບົບຊີວະພາບປົກປັກຮັກສາແຫຼ່ງນ້ຳບໍ່ໃຫ້ເຫືອດແຫ້ງ ແລະ ບໍ່ໃຫ້ເກີດມົນລະພິດ.
           ຄືດັ່ງທີ່ກ່າວມາຂ້າງເທິງນັ້ນມີແຕ່ການກະສິກຳແບບຍືນຍົງເທົ່ານັ້ນ ທີ່ເປັນມິດກັບສິ່ງແວດລ້ອມ. ການເຮັດອຸດສະຫະກຳ ການກະສິກຳ ແລະ ການທຳລາຍປ່ານັ້ນ ເປັນເຫດໃຫ້ດິນສູນເສຍຄວາມຊຸ່ມຊື່ນ ແລະ ເຮັດໃຫ້ນ້ຳຕາມຫ້ວຍຮ່ອງຕ່າງໆແຫ້ງ ຂອດໃນລະດູແລ້ງ. ນອກຈາກນີ້ ປຸຍເຄມີ ແລະ ຢາຂ້າແມງໄມ້ ທີ່ໃຊ້ໃນຂະບວນ ການຜະລິດອຸດສະຫະກຳ ກະສິກຳນັ້ນ ກໍ່ຈະໄຫຼໄປປົນເປື້ອນແມ່ນ້ຳ ແລະ ທະເລ ສາບຈົນເກີດມົນລະພິດກັບແມ່ນ້ຳ ແລະ ທະເລສາບດັ່ງກ່າວ.


ລະບົບຊີວະພາບປົກປັກຮັກສາຊຸມຊົນຈາກຄວາມທຸກຍາກ.
          ການດຳລົງຊີວິດ ຫຼື ຊີວິດການເປັນຢູ່ທີ່ແຕກຕ່າງກັນຂອງແຕ່ລະຊຸມຊົນນັ້ນມັນຂຶ້ນຢູ່ກັບການເຂົ້າເຖິງແຫຼ່ງຊັບພະຍາກອນທຳມະຊາດທີ່ມີຢູ່ນັ້ນໄດ້ຫຼາຍໜ້ອຍສຳ່ໃດ. ເມື່ອບັນດາແຫຼ່ງຊັບພະຍາກອນທຳມະຊາດທີ່ມີນັ້ນໝົດໄປ ຄວາມທຸກຍາກກໍ່ຈະຄ່ອຍໆເຂົ້າມາແທນທີ່. ໂດຍສະເພາະແມ່ນຢູ່ໃນພື້ນທີ່ການເຮັດອຸດສະຫະກຳການກະສິກຳ, ມັນນຳມາເຖິງໜີ້ສິນແກ່ບາງຄົນ ແລະ ຂາດແຄນທີ່ດິນທຳກິນແກ່ຫຼາຍໆຄົນໃນຊຸມຊົນນັ້ນໆ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ