google-site-verification: google0d91bc93cfc88895.html ສະເລດພັງພອນແມ່ Clinacanthus nutans - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 15, 2016

ສະເລດພັງພອນແມ່ Clinacanthus nutans






ສະເລດພັງພອນແມ່
ຊື່ວິທະຍາສາດ: Clinacanthus nutans (Burm.f.) Lindau.
ສະເລດພັງພອນແມ່ເປັນພືດຟຸ່ມນ້ອຍ, ລຳເປັນຂໍ້, ໃບກ້ຽງເຫຼືອມ ສີຂຽວອ່ອນ, ດອກສີແດງອອກເປັນຈຸ້ມຢູ່ຍອດ. ປະຊາຊົນຊາວພາກເໜືອປູກເອ້ຍ້ອງ ແລະ ປູກເພື່ອເກັບຍອດອ່ອນປຸງແຕ່ງອາຫານ ໂດຍສະເພາະຊາວເມືອງຫຼວງພະບາງ ເພິ່ນເອົາໃສ່ແກງໜໍ່ໄມ້ ແລະ ເພິ່ນໄດ້ຮ້ອງຊື່ຕົ້ນນີ້ວ່າກົກຍໍ, ກົກຍໍເປັນພືດທີ່ສວຍສົດງົດງາມປຽບເໝືອນດອກໄມ້ທີ່ປະດິດແຕ່ງຂື້ນ ມີດອກສີແດງ ເມື່ອຫຼຽວເບິ່ງແລ້ວເປັນໜ້າອອນຊອນ. ພືດຊະນິດນີ້ນອກຈາກມີຄວາມງາມແລ້ວ ຍັງມີຄຸນຄ່າ ແລະ ມີປະໂຫຍດໃນການປົວພະຍາດໄດ້ເຊັ່ນ:

ໃບສົດ ໃຊ້ແກ້ບາດແຜໄຟໄມ້, ນ້ຳຮ້ອນລວກ, ຖືກແມງໄມ້ຕອດ, ຕຸ່ມຄັນຄາຍ ແລະຕຸ່ມເປື່ອຍ.

ວິທີໃຊ້: ເກັບໃບສົດ 1 ກຳມືລ້າງໃຫ້ສະອາດຕຳໃຫ້ມຸ່ນແລ້ວນຳໄປໂພະໃສ່ບ່ອນທີ່ເປັນບາດ ຫຼື ບ່ອນເກີດຕຸ່ມ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ