google-site-verification: google0d91bc93cfc88895.html ຄວາມຫຼາກຫຼາຍຂອງປ່າໄມ້ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, February 24, 2016

ຄວາມຫຼາກຫຼາຍຂອງປ່າໄມ້

ຄວາມຫຼາກຫຼາຍຂອງປ່າໄມ້ ແລະ ສຸຂະພາບ
         ມັນເປັນການງ່າຍທີ່ຈະສາມາດເບິ່ງເຫັນວົງຈອນຊີວິດໄດ້ງ່າຍຢູ່ໃນປ່າເພາະວ່າປ່າໄມ້ທີ່ອຸດົມສົມບູນປະ ກອບດ້ວຍຫຼາຍຢ່າງທີ່ແຕກຕ່າງກັນເຊັ່ນຊະນິດຂອງພືດພັນ ແລະ ສັດຕ່າງໆ. ສິ່ງນີ້ແມ່ນສາມາດປົກປັກຮັກສາຊີວິດຂອງຜູ້ຄົນຕັ້ງເປັນຫຼາຍໆປີ. ແມງເຜີ້ງ ແລະ ແມງໄມ້ຊະນິດຕ່າງໆແມ່ນອາໄສຢູ່ນໍາຕົ້ນໄມ້ເພື່ອປະສົມເກ
ສອນດອກໄມ້ໃຫ້ກັບພືດພັນ ສະນັ້ນ ພວກມັນເກີດດອກອອກຜົນ. ຕໍ່ ແລະ ມົດກິນແມງໄມ້ທີ່ໂຈມຕີພືດພັນຕ່າງໆ. ເຈຍ ແລະ ນົກກິນຍຸງທີ່ເປັນພາຫະໃນການແຜ່ຂະຫຍາຍໂລກມາເລເລັຍ, ໄຂ້ໝາກເຫຼືອງ ແລະ ໂລກຕ່າງໆ. ສັດປ່າຕ່າງໆແມ່ນສາມາດຄອບຄຸມປະລິມານສັດຕ່າງໆເຊັ່ນ: ໜູ, ໝັດ, ແມງວັນ ແລະ ໂຕເຫັບ.ໂດຍການລ່າເປັນ
ອາຫານຂອງພວກມັນ ແລະ ນີ້ກໍ່ເພື່ອເປັນການປ້ອງກັນຈາກການແຜ່ລາມ ເຊື້ອພະຍາດ ຫຼື ໂລກຕ່າງໆ.
         ເມື່ອທີ່ພັກຂອງຄົນຖືກສ້າງຂຶ້ນໃນ ຫຼື ໃກ້ໆກັບປ່າເສື່ອມໂຊມ, ຈໍານວນ ແລະ ຊະນິດຂອງສັດຕ່າງໆຖືກຫຼຸດລົງ ເພາະວ່າບ່ອນອາໄສຂອງພວກມັນກໍ່ຫຼຸດລົງ ແລະ ຫາຍາກ. ອີກຢ່າງໜຶ່ງສັດທີ່ຍັງອາໃສແມ່ນຖືກບັງຄັບໃຫ້ຢູ່ໃກ້ກັບຜູ້ຄົນ. ນີ້ແມ່ນນໍາໄປເຖິງຄວາມສ່ຽງທີ່ວ່າພະຍາດຈາກສັດສາມາດຕິດໃສ່ຄົນ. ໂດຍການຮັກສາໃຫ້ມີ
ປະລິມານປ່າໄມ້ພຽງພໍເພື່ອຕອບສະໜອງການປູກຕົ້ນໄມ້ຊະນິດຕ່າງໆ ແລະ ສັດຊະນິດຕ່າງໆ, ພວກເຮົາປົກປັກຮັກສາສຸຂະພາບຂອງຄົນເຮົາ.

ປ່າໄມ້, ອາຫານ, ເຊື້ອໄຟ ແລະ ຢາປົວພະຍາດ
          ຢູ່ໃນປ່າມີໝາກໄມ້ຫຼາຍຊະນິດ, ໝາກຖົ່ວເປືອກແຂງ, ໝາກໄມ້ເປືອກແຂງ, ຮາກໄມ້, ແມງໄມ້ ແລະ ສັດຊະນິດຕ່າງໆທີ່ໃຊ້ໄວ້ເປັນອາຫານ ແລະ ຢາປິ່ນປົວພະຍາດສໍາລັບຄົນ. ຜົນຂອງການທີ່ປ່າ ໄມ້ຖືກທໍາລາຍແມ່ນຄວາມອຶດຫີວ, ການຂາດອາ ຫານ ແລະ ເຈັບປ່ວຍ. ຜູ້ຄົນທີ່ອາໄສແຫຼ່ງຊັບພະຍາກອນທໍາມະຊາດເຫຼົ່ານີ້ຈະຕ້ອງຫາວິທີທາງອື່ນເພື່ອມີຊີວິດຢູ່ລອດ. ເມື່ອອາຫານ ແລະ ຢາປິ່ນ ປົວພະຍາດສູນຫາຍໄປ, ຄວາມຮູ້ກ່ຽວກັບການກະກຽມ ແລະ ໃຊ້ສິ່ງເຫຼົ່ານີ້ກໍ່ສູນຫາຍໄປເຊັ່ນກັນ. ຈະສາມາດເວົ້າອີກຢ່າງໜຶ່ງວ່າ ການສູນເສຍປ່າແມ່ນນໍາໄປສູ່ການສູນເສຍຄວາມສໍາຄັນຂອງຄວາມຮູ້ ແລະ ປະເພນີທີ່ເຄີຍປະຕິບັດກັນມາ.
            ຢູ່ໃນບ່ອນທີ່ມີຊັບພະຍາກອນຂາດແຄນ, ຜູ້ຄົນບາງຄັ້ງຮູ້ສຶກວ່າຖືກບັງຄັບໃຫ້ເລືອກລະຫວ່າງການຮັກສາຕົ້ນໄມ້ໄວ້ ແລະ ການຕັດຕົ້ນໄມ້ເພື່ອປູກພືດພັນທັນຍາຫານຕ່າງໆເພື່ອເປັນອາຫານ. ແຕ່ແນວໃດກໍ່ຕາມຊາວກະເສດຕະກອນຄວນເຫັນໄດ້ເຖິງຄວາມສໍາຄັນຂອງຕົ້ນໄມ້ຢູ່ໃນບໍລິເວນທີ່ທ່ານເຮັດກະເສດ, ເພາະວ່າຕົ້ນໄມ້ມັນມີຄວາມສໍາຄັນໃນການຮັກສາສົມດູນຂອງທໍາມະຊາດ ສະນັ້ນການຮັກສາສົມດູນລະຫວ່າງການຕັດຕົ້ນໄມ້ ແລະ ປູກຕົ້ນໄມ້ແມ່ນມີຄວາມສໍາຄັນ
ປ່າໄມ້ ແລະ ການດໍາລົງຊີວິດ
         ປ່າໄມ້ຕ່າງໆແມ່ນມີຄວາມສໍາຄັນສໍາລັບການດໍາລົງຊີວິດ. ບາງລັດຖະບານ ແລະ ອົງການຈັດຕັ້ງຕ່າງໆກ່າວວ່າ ການທໍາລາຍຢ່າງຮ້າຍແຮງທີ່ສຸດໃຫ້ແກ່ປ່າໄມ້ມີສາເຫດມາຈາກຄົນທຸກຍາກພວກເຂົາໄດ້ຕັດໄມ້ທໍາລາຍປ່າ ເພື່ອເປັນບ່ອນທໍາມາຫາກິນເຊັ່ນ: ເຮັດໄຮ່, ເຮັດນາແລະ ອື່ນໆ. ແຕ່ວ່າເມື່ອຜູ້ຄົນບໍ່ມີອາຫານພຽງພໍ ແລະ ບໍ່ມີລາຍໄດ້ ຫຼື ຄວາມຕ້ອງການພື້ນຖານຕ່າງໆ, ມັນຈຶ່ງເຮັດໃຫ້ບັນຫາເຫຼົ່ານີ້ຖືເປັນບັນຫາສໍາຄັນຫຼາຍກວ່າການອະນຸລັກປ່າ.ບາງຄົນແມ່ນບໍ່ມີທາງເລືອກ ພວກເຂົາຈໍາຕ້ອງຕັດໄມ້ເພື່ອເຮັດເປັນດິນນາ ຫຼື ຕັດເພື່ອເປັນຟືນ ແລະ ໄມ້ທ່ອນເພື່ອຂາຍ. ຂໍ້ກ່າວຫານີ້ແມ່ນບໍ່ໄດ້ຕໍານິພາກສ່ວນອຸດສະຫະກໍາທີ່ຊົມໃຊ້ໄມ້ຈໍານວນຫຼວງຫຼາຍ ຫຼື ຕັດໄມ້ເພື່ອການຂຸດຄົ້ນບໍ່ແຮ່, ບໍ່ນໍ້າມັນ, ຫຼື ອຸດສາຫະກໍາໄຮ່ຢາສູບ ແລະ ສວນຢາງຕ່າງໆ.
           ເມື່ອຄວາມຕ້ອງການຂອງຄົນໃນການດໍາລົງຊີວິດໃນແຕ່ລະມື້ໄດ້ຮັບການຕອບສະໜອງ, ພວກເຂົາກໍສາມາດໄປເຖິງອະນາຄົດຂອງພວກເຂົາ, ນີ້ລວມທັງຈະເຮັດແນວໃດ ເພື່ອດູແລສຸຂະພາບແວດລ້ອມ. ຜູ້ຄົນທີ່ອາໄສຢູ່ໃນປ່າ ແລະ ຮັກສາປ່າໄມ້ຕ່າງໆຮູ້ວ່າມີ ຫຼາຍວິທີທາງ ເພື່ອຫາລາຍໄດ້ຈາກປ່າໄມ້ໂດຍປາສະຈາກການເຮັດອັນຕະລາຍປ່າໄມ້ຫຼາຍເກີນໄປ. ຢູ່ໃນຫຼາຍກໍລະນີການທໍາລາຍປ່າແມ່ນມີສາເຫດມາຈາກຄວາມຕ້ອງການຂອງອຸດສະຫະກໍາ ແລະ ຄວາມກົດດັນຈາກຄວາມທຸກຍາກ.


ການທ່ອງທ່ຽວເພື່ອອະນຸລັກສິ່ງແວດລ້ອມ
           ການທ່ອງທ່ຽວເພື່ອອະນຸລັກສິ່ງແວດລ້ອມແມ່ນວິທີທາງໜຶ່ງທີ່ສາມາດຫາລາຍໄດ້ມາຈາກນັກທ່ອງທ່ຽວທີ່ມັກການທ່ຽວເບິ່ງຄວາມສວຍງາມຂອງທໍາມະຊາດ ຫຼື ເພື່ອຮຽນກ່ຽວກັບການປູກຝັງ ແລະ ລ້ຽງສັດຂອງບໍລິເວນນັ້ນໆ. ບາງໂຄງການທ່ອງທ່ຽວແບບອະນຸລັກທໍາມະຊາດນໍາພາຜູ້ຄົນມ່ວນຊື່ນກັບທໍາມະຊາດທີ່ສວຍງາມ. ໂຄງການອື່ນໆແມ່ນເຊື້ອເຊີນໃຫ້ຜູ້ຄົນໄປຢູ່ກັບຜູ້ຄົນໄປອາໄສຢູ່ນໍາຊຸມຊົນຂອງພວກເຂົາເພື່ອໃຫ້ພວກເຂົາໄດ້ຮຽນຮູ້ວິທີການປົກປັກຮັກສາສິ່ງ ແວດລ້ອມ. ຍັງມີໂຄງການອື່ນໆອີກເພື່ອເຊີນຊວນນັກທ່ອງທ່ຽວປະກອບສ່ວນໃນການເຮັດວຽກຕົວຈິງຂອງໂຄງການໃນການປົກປັກຮັກສາສິ່ງແວດລ້ອມຢ່າງຫ້າວຫັນ.

                 
             







             ການທ່ອງທ່ຽວເພື່ອອະນຸລັກສິ່ງແວດລ້ອມບໍ່ແມ່ນວິທີການອະນຸລັກສິ່ງແວດລ້ອມ ແບບຍຶນຍົງສະເໝີໄປ. ແຕ່ວ່າການກະກຽມ ແລະ ດໍາເນີນໂຄງການແມ່ນຕ້ອງການເງິນ ທຶນຫຼາຍພໍສົມຄວນ ແລະ ຕ້ອງການການວາງແຜນການຢ່າງລະມັດລະວັງ. ນັກທ່ອງທ່ຽວ ຕ້ອງການອາຫານ, ຄວາມສະດວກສະບາຍ, ທີ່ພັກ, ຄໍາແນະນໍາ ແລະ ຄວາມອົດທົນຫຼາຍໃນການຈັດການກັບຄວາມແຕກຕ່າງທາງຮີດຄອງປະເພນີ. ພວກເຂົາອາດຈະເກີດອຸບັດເຫດ ຫຼື ເຂົາຕ້ອງດູແລຮັກສາສຸຂະພາບ. ເພື່ອຢາກໃຫ້ນັກທ່ອງທ່ຽວມາຢ້ຽມຢາມແມ່ນຮຽກຮ້ອງ ໃຫ້ມີການໂຄສະນາທັງວາລະສານຕ່າງໆ ຫຼື ທາງອິນເຕີເນັດ, ພິມແຜ່ນພັບເພື່ອເປັນການປະຊາສໍາພັນກ່ຽວກັບການທ່ອງທ່ຽວ ແລະ ເຮັດເປັນຮູບແບບຕ່າງໆໃຫ້ສາທາລະນະຊົນຮັບຮູ້.
            ໂຄງການທ່ອງທ່ຽວເພື່ອອະນຸລັກສິ່ງແວດລ້ອມຈໍາຕ້ອງມີການຈັດຕັ້ງຢ່າງລະມັດລະວັງ ເພາະວ່າຜົນປະໂຫຍດແມ່ນບໍ່ໄດ້ໃຫ້ພຽງແຕ່ຊຸມຊົນ, ຕົວແທນ ຫຼື ທຸລະກິດພາຍນອກ, ຫຼື ບາງຄອບຄົວເທົ່ານັ້ນ. ໂຄງການການທ່ອງທ່ຽວເພື່ອອະນຸລັກສິ່ງແວດລ້ອມທີ່ປະສົບຜົນສໍາເລັດແມ່ນຈໍາກັດປະລິມານຂອງນັກທ່ອງທ່ຽວນີ້ກໍ່ເພື່ອຫຼຸດຜ່ອນຄວາມກົດດັນໃຫ້ແກ່ຊຸມຊົນ ແລະ ຫຼຸດຜ່ອນການທໍາລາຍສິ່ງແວດລ້ວມ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ