google-site-verification: google0d91bc93cfc88895.html ດອກຕາເວັນ Helianthus annuus - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 09, 2016

ດອກຕາເວັນ Helianthus annuus

ດອກຕາເວັນ
Helianthus annuus



ຄຸນຄ່າທາງໂພຊະນາການ
ແກ່ນດອກຕາເວັນແມ່ນແຫຼ່ງພະລັງງານທີ່ດີເລີດ,ປະກອບດ້ວຍໄຂມັນທີ່ເປັນປະໂຫຍດ, ມີວິຕາມິນ ແລະ ແຮ່ທາດຫຼາຍຊະນິດ.ໂດຍຫຼັກໆແລ້ວແກ່ນຂອງດອກຕາເວັນຈະນໍາໄປຜະລິດເປັນນໍ້າມັນ ພືດຂາຍໄປທົ່ວໂລກ. ຄົນ ແລະ ນົກ ກໍມັກກິນແກ່ນດອກຕາເວັນ ເປັນອາຫານຫວ່າງທີ່ແຊບຊ້ອຍຄືກັນ!

ວິທີນໍາໃຊ້ ເພື່ອການປິ່ນປົວ
ໃຊ້ເພື່ອຮັກສາອາການໄອ ໂດຍນໍາເອົາແກ່ນໄປຂົ້ວຈົນມັນເປັນສີນໍ້າຕານ, ຈາກນັ້ນກໍເອົາໄປຊົງໃນນໍ້າຮ້ອນດື່ມຄືກັບຊາສໍາລັບບາດແຜທີ່ມີເລືອດ ໄຫຼ, ເອົາແກນທີ່ຢູ່ໃນລໍາຕົ້ນ ມາທຸບແລ້ວເອົາໄປປົກຫຸ້ມບາດແຜ. ສໍາລັບກະ ເພາະອາຫານ ແລະ ເຈັບພົກຍ່ຽວ, ແມ່ນໃຫ້ເອົາຮາກສົດມາຫຍໍ້າຫຼື ຕົ້ມໃສ່ນໍ້າດື່ມ ຈົນຮູ້ສຶກດີຂຶ້ນ.
ຄໍາເຕືອນ:ແມ່ຍິງຖືພາບໍ່ຄວນນໍາໃຊ້ວິທີການປິ່ນປົວເຫຼົ່ານີ້ !

ໄລຍະເວລາ
ຫຼັງຈາກປູກແລ້ວ, ດອກຕາເວັນ ຈະໃຊ້ເວລາປະມານ 2 - 3 ເດືອນ ກ່ອນທີ່ຈະບານ. ຫຼັງຈາກປູກໄດ້ປະມານ 3 ເດືອນແລ້ວທ່ານກໍສາມາດເກັບແກ່ນມັນໄດ້.

ວິທີເບິ່ງແຍງຮັກສາ
ດອກຕາເວັນ ເປັນພືດທີ່ເຕີບໃຫຍ່ໄວ ແລະ ພວກມັນມັກດິນທີ່ລະບາຍນໍ້າໄດ້ດີ ແລະ ຕ້ອງການແສງແດດ 100%. ພວກມັນບໍ່ມັກດິນທີ່ທີມີຄວາມ ຊຸ່ມຫຼາຍໂພດ, ສະນັ້ນຄວນຫົດນໍ້າດອກຕາເວັນພຽງໜຶ່ງຄັ້ງຕໍ່ມື້ກໍພໍແລ້ວ. ຕົ້ນດອກຕາເວັນ ຕ້ອງການສານອາຫານຢ່າງຫຼວງຫຼາຍ ເພື່ອອອກດອກ ແລະ ແກ່ນ, ສະນັ້ນຄວນໃສ່ຝຸ່ນບົ່ມ ສອງເທື່ອຕໍ່ເດືອນ. ການເຮັດແບບນີ້ ນອກຈາກຈະເປັນການເພີ່ມສານອາຫານໃຫ້ພືດແລ້ວ ຍັງສາມາດຄວບຄຸມບໍ່ໃຫ້ຫຍ້າຂຶ້ນໄດ້ອີກ.

ການເກັບກ່ຽວ
ເມື່ອເວລາດອກຕາເວັນມີອາຍຸໄດ້ສາມເດືອນ, ດອກຂອງມັນຈະປ່ຽນເປັນສີນໍ້າຕານ. ຊ່ວງນີ້ເປັນເວລາທີ່ເໝາະສົມທີ່ສຸດ ທີ່ຈະເກັບແກ່ນຂອງມັນ. ເມື່ອເກັບແກ່ນມາແລ້ວ ຄວນຕາກແດດປະມານ 2 - 3 ວັນ ເພື່ອໃຫ້ແກ່ນແຫ້ງດີ, ຈາກນັ້ນກໍເກັບຮັກສາແກ່ນໄວ້ໃນບ່ອນທີ່ເຢັນດີ ແລະ ປ້ອງກັນບໍ່ໃຫ້ນົກ ແລະ ໜູມາກິນໄດ້.

ຄໍາແນະນໍາ ສຳລັບການຂະຫຍາຍພັນ
ການຂະຫຍາຍພັນດອກຕາເວັນແມ່ນສາມາດເຮັດໄດ້ດ້ວຍວິທີການນໍາໃຊ້ແກ່ນເທົ່ານັ້ນ. ແກ່ນດອກຕາເວັນຈະງອກໄດ້ຢ່າງງ່າຍດາຍ ແລະ ໄວວາທ່ານສາມາດຂະຫຍາຍພັນດ້ວຍການຫວ່ານໃສ່ຖາດ, ໂຖ ຫຼື ໜານກ້າເບ້ຍໄມ້ກໍໄດ້. ພາຍຫຼັງກ້າແກ່ນໄດ້ 10 - 12 ວັນ ທ່ານຄວນນໍາເອົາເບ້ຍໄປປູກ. ທ້າຍລະດູຝົນ (ໃນລະຫວ່າງ ເດືອນສິງຫາ - ກັນຍາ) ແລະ ໃນລະຫວ່າງ ເດືອນພະຈິກ - ເດືອນທັນວາ ເປັນຊ່ວງເວລາທີ່ເໝາະສົມທີ່ສຸດ ໃນການປູກດອກຕາເວັນ.

ການນໍາໃຊ້ ທາງດ້ານອື່ນໆ
ດອກຕາເວັນ ຈັດເປັນພືດສວຍງາມ ຫຼື ພືດປະດັບ ສະນັ້ນຈຶ່ງມີຫຼາຍຄົນມັກປູກດອກຕາເວັນ. ສາມາດນໍາເອົາດອກຕາເວັນໄປປະດັບເຮືອນ, ຫ້ອງ ຫຼື ໂຕະ ແລະ ຍັງສາມາດນໍາໄປໃຊ້ໃນງານແຕ່ງງານນໍາອີກ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ