google-site-verification: google0d91bc93cfc88895.html ຊອກຫາສັດຕູພືດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, February 20, 2016

ຊອກຫາສັດຕູພືດ

ສັດຕູພືດ, ການຊອກຫາສັດຕູພືດ, ແມງໄມ້ສັດຕູພືດ, ສັດ, ຕູພືດ, ແມງໄມ້, ກຳຈັດສັດຕູພືດ,ຊອກຫາສັດຕູພືດ, ກວດກາສັດຕູພືດ, ພະຍາດພືດ,ກຳຈິັດພະຍາດພືດ ຊອກຫາສັດຕູພືດ ແມງໄມ້ກິນພືດເປັນສ່ວນທຳມະດາໜຶ່ງໃນການປູກຝັງ. ຖ້າຫາກພວກມັນມີໃນປະລິມານທີ່ສົມສ່ວນ ຫຼື ສົມດຸນກັບພວກແມງໄມ້ອື່ນໆ (ໂດຍສະເພາະແມງໄມ້ພວກ

ຊອກຫາສັດຕູພືດ

ແມງໄມ້ກິນພືດເປັນສ່ວນທຳມະດາໜຶ່ງໃນການປູກຝັງ. ຖ້າຫາກພວກມັນມີໃນປະລິມານທີ່ສົມສ່ວນ ຫຼື ສົມດຸນກັບພວກແມງໄມ້ອື່ນໆ (ໂດຍສະເພາະແມງໄມ້ພວກກິນສັດຕູພືດ), ພວກແມງໄມ້ກິນພືດເຫຼົ່ານັ້ນກໍ່ເຮັດໃຫ້ພືດທັນຍາ ຫານເສຍຫາຍໜ້ອຍ.
           ໃຫ້ກວດເບິ່ງພືດພັນທີ່ປູກເປັນປະຈຳ ເຊິ່ງການເຮັດເຊັ່ນນີ້ຈະຊ່ວຍໃຫ້ທ່ານເຂົ້າໃຈວ່າ ເມື່ອໃດຄວນປ່ອຍໃຫ້ແມງໄມ້ທີ່ເປັນມິດໄດ້ເຮັດໜ້າທີ່ປົກປ້ອງພືດຜັກຂອງທ່ານ ແລະເວລາໃດຈິ່ງຄວນສີດພົ່ນສານທຳມະຊາດກຳ ຈັດສັດຕູພືດ ຫຼື ນຳໃຊ້ວິທີການຄວບຄຸມສັດຕູພືດແບບອື່ນໆ. ໃນເວລາທີ່ທ່ານຊອກສຳຫຼວດຫາສັດຕູພືດ ແລະ ພະຍາດພືດ, ຈົ່ງຖາມຄຳຖາມຕໍ່ໄປນີ້:
● ສ່ວນຕ່າງໆຂອງພືດກຳລັງຖືກແມງໄມ້ກິນບໍ?
● ຄວາມເສຍຫາຍນັ້ນເພີ່ມຫຼາຍຂຶ້ນບໍ?
● ບັນດາແມງໄມ້ທີ່ເປັນມິດກັບພືດຜັກສາມາດຄວບຄຸມສັດຕູພືດໄດ້ບໍ?

ມັນເປັນມິດ, ເປັນສັດຕູ ຫຼື ມັນບໍ່ມີພິດໄພຫຍັງ?


ບາງຄັ້ງຈະເຫັນໄດ້ຢ່າງງ່າຍດາຍວ່າບັນດາແມງໄມ້ໄດ້ທຳການປົກປ້ອງພືດພັນໂດຍການກິນສັດຕູພືດເປັນອາ ຫານ. ຫຼື ວ່າພືດພັນທີ່ປູກນັ້ນອາດຈະເຕີບໃຫຍ່ໄດ້ຂະໜາດພໍທີ່ຈະທົນທານຕໍ່ກັບການທຳລາຍຂອງສັດຕູພືດ ແລະ ສາມາດເຕີບໃຫຍ່ຕໍ່ໄປໄດ້.ຂີ້ກະເດືອນແມ່ນມີຄວາມສຳຄັນຕໍ່ຄວາມອຸດົມສົມບູນຂອງດິນ. ເຜິ້ງ, ແມງມຸມ ແລະ
ແມງໄມ້ທີ່ດຳລົງຊີວິດໃນນ້ຳສ່ວນໃຫຍ່ (ເຊັ່ນ: ດຳລົງຊີວິດຢູ່ຕາມໄຮ່ນາເປັນຕົ້ນ) ລ້ວນແລ້ວແຕ່ເປັນມິດ ແລະ ພວກມັນຊ່ວຍຄວບຄຸມສັດຕູພືດ. ແມງຕໍ່ແຕນ ຫຼື ແມງປໍຊະນິດຕ່າງໆກໍ່ອາດຈະເປັນແມງໄມ້ທີ່ເປັນມິດກັບພືດຜັກຂອງທ່ານກໍ່ໄດ້. ຈົ່ງຮັກສາແມງໄມ້ທີ່ເປັນມິດໄວ້ ເພື່ອໃຫ້ພວກມັນຊ່ວຍທ່ານຄວບຄຸມສັດຕູພືດ.
           ຈົ່ງຊອກຫາ ແລະ ສັງເກດເບິ່ງວ່າແມງໄມ້ຊະນິດໃດແດ່ທີ່ເປັນມິດ, ແມງໄມ້ຊະນິດໃດແດ່ທີ່ເປັນສັດຕູພືດ ແລະ ຊະນິດໃດທີ່ບໍ່ມີພິດໄພຫຍັງ. ຖ້າຫາກທ່ານບໍ່ແນ່ໃຈວ່າແມງໄມ້ ຊະນິດໃດໜຶ່ງເປັນມິດ ຫຼື ເປັນສັດຕູ ກໍ່ໃຫ້ເອົາແມງໄມ້ພ້ອມກັບສ່ວນໃດໜຶ່ງຂອງພືດທີ່ມັນຢູ່ນັ້ນມາໃສ່ໃນພາຊະນະ ແລະ ເຝົ້າສັງເກດເບິ່ງພຶດຕິກຳຂອງມັນເປັນເວລາຫຼາຍມື້. ຖ້າ ຫາກວ່າທ່ານພົບເຫັນໄຂ່ຂອງແມງໄມ້ ກໍ່ໃຫ້ສັງເກດເບິ່ງວ່າມັນແຕກອອກມາເປັນຫຍັງ ຖ້າ ມັນແຕກອອກມາເປັນບົ້ງ ຫຼື ໂຕດ້ວງ ນັ້ນກໍ່ສະແດງວ່າມັນອາດແມ່ນສັດຕູພືດກໍ່ເປັນໄດ້. ຖ້າມັນແຕກມາເປັນແມງໄມ້ບິນໄດ້ກໍ່ມັກຈະເປັນແມງໄມ້ທີ່ເປັນມິດກັບພືດ.ວິທີການທຳລາຍຫຼັກໆຂອງສັດຕູພືດກໍ່ຄື: ດູດກິນຂອງແຫຼວໃນຕົ້ນພືດ ແລະ ກິນພືດຜັກນັ້ນເລີຍ.
● ສັດຕູພືດປະເພດດູດກິນນ້ຳຫຼໍ່ລ້ຽງຂອງພືດ ລວມມີ: ເພັ້ຍ, ເພັ້ຍຫອຍ (ເກັດ), ເພັ້ຍແປ້ງ, ເພັ້ຍກະໂດດ, ເພັ້ຍຈັກຈັ່ນ, ແມງມີ່ຂາວ, ເພັ້ຍໄຟ, ໄຮແດງ ແລະ ຂີ້ກະ ເດືອນຝອຍ.
● ແມງໄມ້ກິນພືດ ລວມມີ: ບົ້ງ, ຫອຍທາກ, ບົ້ງຫອຍທາກ, ຫອຍ, ແມງໄມ້ ຫຼື ໜອນເຈາະພືດ.

ສັດຕູພືດ, ການຊອກຫາສັດຕູພືດ, ແມງໄມ້ສັດຕູພືດ, ສັດ, ຕູພືດ, ແມງໄມ້, ກຳຈັດສັດຕູພືດ,ຊອກຫາສັດຕູພືດ, ກວດກາສັດຕູພືດ, ພະຍາດພືດ,ກຳຈິັດພະຍາດພືດ ຊອກຫາສັດຕູພືດ ແມງໄມ້ກິນພືດເປັນສ່ວນທຳມະດາໜຶ່ງໃນການປູກຝັງ. ຖ້າຫາກພວກມັນມີໃນປະລິມານທີ່ສົມສ່ວນ ຫຼື ສົມດຸນກັບພວກແມງໄມ້ອື່ນໆ (ໂດຍສະເພາະແມງໄມ້ພວກ

ຖ້າເປັນສັດຕູພືດ, ທ່ານຈະກຳຈັດມັນແນວໃດ?


ເມື່ອຮູ້ແລ້ວວ່າສັດຕູພືດທຳລາຍພືດພັນຂອງທ່ານແນວໃດ, ທ່ານກໍ່ສາມາດນຳໃຊ້ສານທຳມະຊາດກຳຈັດສັດຕູພືດ (ເບິ່ງຢູ່ໜ້າຕໍ່ໄປ) ທີ່ເຮັດຂຶ້ນມາເພື່ອຂ້າສັດຕູພືດຊະນິດນັ້ນໂດຍສະເພາະ.ເມື່ອທ່ານຮູ້ໄລຍະເວລາໃດທີ່ມັກເກີດມີສັດຕູພືດ ແລະ ມັນມີສາຍພົວພັນ (ຫຼື ຂຶ້ນ) ກັບສະພາບແວດລ້ອມແນວໃດ, ທ່ານກໍ່ຈະສາມາດນຳໃຊ້ວິທີການຄວບ ຄຸມສັດຕູພືດຕາມວິທີທາງທຳມະຊາດ ມັນຈະສາມາດຊ່ວຍໃຫທ່ານສາມາດຄວບຄຸມສັດຕູພືດໄດ້ ເມື່ອທ່ານສາມາດຕອບຄຳຖາມເຫຼົ່ານີ້ໄດ້: ສັດຕູພືດນັ້ນມາຈາກໃສ? ມັນເລີ່ມທຳລາຍ ພືດພັນທັນຍາຫານເມື່ອໃດ? ມັນເກີດມາເປັນໂຕແນວໜຶ່ງ ຈາກນັ້ນມັນກໍ່ປ່ຽນໄປເປັນອີກແນວອື່ນບໍ (ຕົວຢ່າງເຊັ່ນ: ໂຕບົ້ງປ່ຽນໄປເປັນແມງກະບີ້ ຫຼື ແມງກະເບື້ອ ເປັນຕົ້ນ)? ພວກມັນເປັນອາຫານຂອງພວກນົກ, ແມງໄມ້ຊະນິດອື່ນໆ, ຫຼື ສັດອື່ນໆທີ່ອາໄສຢູ່ໃນພື້ນທີ່ປູກຝັງນັ້ນບໍ?

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ