
ສີດພົ່ນສານທຳມະຊາດກຳຈັດສັດຕູພືດ
ສານທຳມະຊາດກຳຈັດສັດຕູພືດແມ່ນສາມາດປ້ອງກັນຄວາມເສຍຫາຍທີ່ຈະເກີດກັບພືດພັນທັນຍາຫານຕ່າງໆໄດ້ ແລະ ກໍ່ມີຜົນຮ້າຍຕໍ່ກັບຄົນ ແລະ ສິ່ງແວດລ້ອມໜ້ອຍກວ່າສານເຄມີ. ສານທຳມະຊາດກຳຈັດສັດຕູພືດນີ້ເຮັດງ່າຍ ແລະ ມີລາຄາຖືກກວ່າສານເຄມີ.ເຖິງມັນຈະເປັນສານທຳມະຊາດກຳຈັດສັດຕູພືດ ແຕ່ກໍ່ຕ້ອງມີການນຳໃຊ້ຢ່າງລະມັດລະວັງ. ຫ້າມບໍ່ໃຫ້ໃຊ້ເກີນກວ່າທີ່ທ່ານຈຳເປັນຕ້ອງໃຊ້. ໃຫ້ລ້າງມືຫຼັງຈາກໃຊ້ແລ້ວສະເໝີ. ໃຫ້ລ້າງພືດຜັກໝາກໄມ້ກ່ອນຈະກິນ ຫຼື ກ່ອນທີ່ຈະນຳໄປຂາຍ. ສານທຳມະຊາດອາດຈະໄດ້ຜົນໃນເງື່ອນໄຂໜຶ່ງ ແຕ່ມັນອາດຈະບໍ່ໄດ້ຜົນໃນສະພາບເງື່ອນໄຂອື່ນ. ຖ້າຫາກສານທຳມະຊາດຊະນິດໜຶ່ງໃຊ້ບໍ່ໄດ້ຜົນ ໃຫ້ປ່ຽນໄປລອງໃຊ້ຊະນິດໃໝ່ເບິ່ງ.
ສານທຳມະຊາດກຳຈັດສັດຕູພືດ ສຳລັບແມງໄມ້ຊະນິດກິນພືດ
ວິທີການຄວບຄຸມແມງໄມ້ກິນພືດທີ່ດີທີ່ສຸດແມ່ນໃຊ້ສານທຳມະຊາດກຳຈັດສັດຕູພືດທີ່ເຮັດມາຈາກພືດທີ່ມີກິ່ນແຮງ ເຊັ່ນ: ຫົວກະທຽມ, ຜັກບົ່ວຫົວໃຫຍ່, ໝາກເພັດ, ດອກດາວເຮືອງ ແລະ ໃບສີໄຄ.- ເກັບເອົາພືດທີ່ທ່ານຕ້ອງການໃຊ້ເຮັດສານທຳມຊາດຂ້າສັດຕູພືດມາປະໄວ້ໃຫ້ມັນແຫ້ງ ແລ້ວບົດພືດແຫ້ງນັ້ນໃຫ້ເປັນຜົງ.
- ເອົາຜົງທີ່ບົດນັ້ນໄປແຊ່ໃນນ້ຳປະໄວ້ຄືນໜຶ່ງ (ຜົງແປ້ງບົດນັ້ນໜຶ່ງກຳຕໍ່ນ້ຳໜຶ່ງລິດ).
- ຕອງນ້ຳແຊ່ຜົງນັ້ນໂດຍໃຊ້ແນວຕອງ ຫຼື ແຜ່ນແພ ເພື່ອຕອງເອົາກາກ ຫຼື ຂີ້ ເຫຍື້ອອອກ.
- ເອົານ້ຳສະບູຈາງໆເພີ່ມໃສ່ນ້ຳແຊ່ຜົງບົດນັ້ນ ເພື່ອໃຫ້ນ້ຳສານກຳຈັດສັດຕູພືດຕິດຢູ່ກັບຕົ້ນພືດຜັກ.
- ເອົານ້ຳຢາທີ່ເຮັດມານັ້ນໄປສີດພົ່ນ ຫຼື ຫົດພືດຜັກ. ໃຫ້ລອງເອົາສານທີ່ເຮັດຂຶ້ນມານັ້ນໄປທົດລອງໃຊ້ກັບພືດຈັກສອງສາມຕົ້ນກ່ອນ, ຖ້າມັນມີທ່າທີ່ຈະເຮັດໃຫ້ພືດເສຍຫາຍ ສະແດງວ່າສ່ວນປະສົມນັ້ນອາດຈະເຂັ້ມເກີນໄປ. ຖ້າເປັນເຊັ່ນນັ້ນໃຫ້ເອົານ້ຳຕື່ມໃສ່ເພື່ອໃຫ້ມັນຈາງລົງ ແລ້ວເອົາໄປທົດລອງໃຊ້ອີກຈົນກວ່າມັນຈະພໍດີ
- ໃຊ້ສ່ວນປະສົມນັ້ນໄດ້ເລື້ອຍໆຕາມທີ່ຕ້ອງການ ແລະ ໃຊ້ຫຼັງຈາກທີ່ຝົນເຊົາຕົກ.
ສານທຳມະຊາດກຳຈັດສັດຕູພືດ ສຳລັບແມງໄມ້ຊະນິດດູດກິນນ້ຳຫຼໍ່ລ້ຽງພືດ
ແມງໄມ້ຊະນິດດູດກິນນ້ຳຫຼໍ່ລ້ຽງຂອງພືດພັນນັ້ນແມ່ນສາມາດກຳຈັດໄດ້ໂດຍການໃຊ້ນ້ຳສະບູອ່ອນໆ (ຈາງ) ຫຼື ນ້ຳມັນພືດສີດພົ່ນໃສ່ພວກມັນ. ນ້ຳສະບູ ຫຼື ນ້ຳມັນພືດຈະເຄືອບແມງໄມ້ເຫຼົ່ານັ້ນ ແລະ ປິດກັ້ນຮູຫາຍໃຈຂອງພວກມັນ ແລະ ເຮັດໃຫ້ພວກມັນຕາຍໄປໃນທີ່ສຸດ. ຫ້າມບໍ່ໃຫ້ໃຊ້ນ້ຳແຟັບ ຫຼື ສະບູທີ່ເຂັ້ມເກີນໄປເພາະມັນຈະເປັນຜົນເສຍຕໍ່ກັບພືດຜັກ, ດິນ ແລະ ແມງໄມ້ຕ່າງໆໄດ້.
ສານກຳຈັດສັດຕູພືດທຳມະຊາດຊະນິດອື່ນໆ
ນ້ຳຍ່ຽວປົນກັບນ້ຳສາມາດຂ້າແມງໄມ້ສັດຕູພືດໄດ້. ເອົານ້ຳຍ່ຽວໜຶ່ງຈອກກາເຟ ປະສົມກັບນ້ຳ 10 ຈອກກາເຟ ປະໄວ້ໃນພາຊະນະປິດຝາເປັນເວລາ 10 ມື້. ຫຼັງຈາກໄດ້ 10 ມື້ກໍ່ນຳເອົາອອກມາສີດຂ້າແມງໄມ້ສັດຕູພືດໄດ້.

ສິ່ງສຳຄັນ: ນ້ຳຢາສູບນັ້ນເປັນພິດ! ຈົ່ງຢ່າໃຫ້ນ້ຳຢາສູບຖືກຜິວໜັງ ແລະ ເສື້ອຜ້າ. ຈົ່ງຢ່າ ເຂົ້າໃກ້ ຫຼື ສູດດົມເອົາອາຍນ້ຳຕົ້ມໃບຢາສູບນັ້ນ.
ການຄວບຄຸມສັດຕູພືດຕາມວິທີທາງທຳມະຊາດ
ມັນມີຫຼາກຫຼາຍວິທີໃນການຄວບຄຸມສັດຕູພືດ, ຫຼື ສົ່ງເສີມສັດທີ່ກິນ ຫຼື ລ່າສັດຕູພືດອື່ນມາເປັນອາຫານ ແລະ ພວກແມງໄມ້ກາຝາກຕ່າງໆມາຊ່ວຍໃນການຄວບຄຸມສັດຕູພືດຕ່າງໆ ໂດຍອີງໃສ່ພຶດຕິກຳໃນການດຳລົງຊີວິດ ແລະ ວົງຈອນຊີວິດຂອງພວກມັນ. ຈົ່ງຊອກຮູ້ວິທີການຄວບຄຸມສັດຕູພືດແບບຕ່າງໆໂດຍການຖາມນຳຊາວກະສິກອນວ່າເຂົາເຈົ້າໃຊ້ວິທີການແບບໃດ.
ສັດ ແລະແມງໄມ້ຫຼາຍໆຊະນິດຊ່ວຍໃນການ ຄວບຄຸມສັດຕູພືດ

ເຈຍເກືອບທຸກຊະນິດກິນຍຸງເປັນອາຫານ ແຕ່ກໍ່ມີບາງຊະນິດທີ່ກິນໝາກໄມ້ ແລະ ກໍ່ມີອີກຈຳໜ້ອຍໜຶ່ງທີ່ກັດສັດອື່ນໆ. ໂດຍການສັງເກດການກິນຂອງພວກມັນ, ຫຼື ສັງເກດເບິ່ງອາຫານທີ່ເຫຼືອກິນທີ່ຢູ່ກ້ອງບ່ອນທີ່ພວກມັນນອນໃນເວລາກາງຄືນ ທ່ານກໍ່ຈະສາມາດບອກໄດ້ວ່າພວກມັນກິນໝາກໄມ້ຈາກສວນຂອງທ່ານ ຫຼື ພວກມັນກິນແມງໄມ້ທີ່ກັດທ່ານ ຫຼື ແມງໄມ້ທີ່ມາກິນພືດພັນຂອງທ່ານ
ບາງວິທີການຄວບຄຸມສັດຕູພືດຕາມວິທີທາງທຳມະຊາດ
ເພື່ອຄວບຄຸມບັນດາແມງວັນໝາກໄມ້ທີ່ຈະມາເຈາະກິນໝາກໄມ້ທີ່ທ່ານປູກໄວ້ນັ້ນ, ໃຫ້ເອົາໝາກໄມ້ເນົ່າໃສ່ໄວ້ໃນຂວດຢາງ ທີ່ເຈາະຮູເທົ່າໆກັບຂະໜາດຕົວຂອງແມງວັນໝາກໄມ້ ແລ້ວເອົາໄປແຂວນໄວ້ກ້ອງງ່າຂອງຕົ້ນໝາກໄມ້ທີ່ທ່ານຕ້ອງການຈະປົກປ້ອງນັ້ນ. ພວກແມງວັນໝາກໄມ້ຈະເຂົ້າໄປໃນຂວດນັ້ນ ແຕ່ກັບອອກມາບໍ່ໄດ້. ເວລາທີ່ຄວນເອົາຂວດນັ້ນໄປແຂວນແມ່ນປະມານ 6 ອາທິດກ່ອນໜ້າທີ່ໝາກໄມ້ຂອງທ່ານຈະສຸກ (ເຊິ່ງເວລານັ້ນເປັນໄລຍະເວລາທີ່ແມງວັນເຫຼົ່ານີ້ຈະມາວາງໄຂ່ໃສ່ໝາກໄມ້ຂອງທ່ານ).
ແມງໄມ້ພວກຕໍ່ແຕນຊະນິດນ້ອຍຕ່າງໆ ແມ່ນອາໃສເກສອນດອກໄມ້ເປັນອາຫານ ແລະ ກໍ່ກຳຈັດສັດຕູພືດນຳ. ການປູກດອກໄມ້ທີ່ມີເກສອນໃຫ້ຫຼາຍໆ ແມ່ນເປັນການສ້າງເງື່ອນໄຂດຶງດູດເອົາຕໍ່ແຕນທັງຫຼາຍມາຊ່ວຍ
ຄວບຄຸມສັດຕູພືດ.

ຂອງແມງໄມ້ທີ່ເປັນປະໂຫຍດຫຼາຍໆຊະນິດ.
ມົດເປັນນັກລ່າຕົວເກັ່ງ. ຖ້າຫາກພືດທັນຍາຫານຂອງທ່ານຖືກພວກດ້ວງມາທຳລາຍ ແມ່ນໃຫ້ເອົານ້ຳຕານແຫຼວມາຊິດໆໃສ່ຕາມກິ່ງງ່າ ຫຼື ຫົວມັນທີ່ຈະເກັບກູ້ນັ້ນ. ຈາກນັ້ນມົດກໍ່ຈະພາກັນມາຢູ່ກິນນ້ຳຕານ ແລະ ກໍ່ຈະຈັດການກັບດ້ວງນັ້ນນຳ.
ແມງໄມ້ມີປີກທັງຫຼາຍມັກຈະວາງໄຂ່ໄວ້ນຳພືດທັນຍາຫານທີ່ປູກໄວ້ນັ້ນ. ແລ້ວໄຂ່ ຂອງພວກມັນກໍ່ແຕກອອກມາເປັນດ້ວງ ຫຼື ບົ້ງທີ່ຈະທຳລາຍພືດຜົນລະປູກຂອງທ່ານ. ການ ເອົາໄຟສາຍ ຫຼື ໂຄມໄຟແຂວນ ຫຼື ຫ້ອຍໄວ້ເທິງຄຸນ້ຳ ຫຼື ບັ້ງນ້ຳ ຈະເປັນການດຶງດູດແມງໄມ້ມີປີກທັງຫຼາຍມາຕອມ ແລະ ຕົກລົງໄປຕາຍໃນນ້ຳນັ້ນ. ນີ້ຈະເປັນການແກ້ໄຂບັນຫາລ່ວງ ໜ້າກ່ອນທີ່ພວກມັນຈະວາງໄຂ່ ຫຼື ແຕກອອກມາເປັນໂຕ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ