google-site-verification: google0d91bc93cfc88895.html ຫວ້ານຊົນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 15, 2016

ຫວ້ານຊົນ

ຫວ້ານຊົນ
ຊື່ວິທະຍາສາດ: Crinum asiaticum L.




ຫວ້ານຊົນ ເປັນພືດຈັດໃນຈຳພວກຫຍ້າສູງ 1-1,5 ແມັດ, ທົ່ວຕົ້ນອວບ ນ້ຳເວລາຈັບຈະນຸ້ມມື,ໃບກ້ຽງຍາວເຖິງ 1 ແມັດ ມີເອັນໃບຂະໜານ. ປະຊາຊົນມັກປູກໄວ້ໜ້າບ້ານ ແລະໃນສວນຄົວ ເພື່ອນຳໃຊ້ປະໂຫຍດທາງດ້ານຢາ ທີ່ປູ່ຢ່າຕາຍາຍນຳໃຊ້ມາແຕ່ດຶກດຳບັນແລະກໍຍັງສືບທອດກັນນຳໃຊ້ຈົນເຖິງປັດຈຸບັນ. ອີງຕາມພູມປັນຍາຂອງປະຊາ ຊົນທ້ອງຖິ່ນໃບຫວ້ານຊົນນຳໄປຂາງໄຟ ແລ້ວເອົາໄປໂອບຕາມກ້າມຊີ້ນທີ່ຖືກກະທົບ ຫຼື ກະດູກໂຄ່ນເຮັດໃຫ້ບັນ ເທົາອາການເຈັບປວດໄດ້. ນອກຈາກນັ້ນໃບຫວ້ານຊົນຍັງນຳໃຊ້ປະກອບເຂົ້າໃນຕຳລາຢາພອກກ້າມຊີ້ນປັ້ນ, ປວດຕາມຕົນໂຕ, ແກ້ຟົກບວມຊຶ່ງລາຍລະອຽດຂອງການປຸງແຕ່ງມີດັ່ງນີ້:

















ອາການ ແລະ ວິທີປຸງແຕ່ງ
        ຢາພອກກ້າມຊີ້ນປັ້ນ, ປວດຕາມຕົນໂຕ ແລະ ແກ້ພົກຊຳ້ ເອົາໃບຜັກຕຳນິນ 1 ກຳມື, ໃບສົ້ມເສົ້າ 1 ກຳມື, ຫົວຂີ້ໝິ້ນ 1 ຫົວ, ໃບເປົ້າທ້ອງແຕກ 1 ກຳມື, ໃບເອັນອ່ອນ 1 ກຳມື ແລະ ໃບຫວ້ານຊົນ 1 ໃບ ລ້າງໃຫ້ສະອາດ ແລ້ວນຳໄປຊອຍ ແລະຕຳໃຫ້ເຂົ້າກັນໃສ່ເກືອໜ້ອຍໜຶ່ງ, ໃຊ້ແຜຂາວສະອາດຫໍ່ ນຳໄປໜຶ້ງ ຫຼັງຈາກນັ້ນຈຶ່ງເອົາ
ໄປປະຄົບ ຫຼື ພອກຕາມບ່ອນທີ່ເຈັບປວດ.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ