google-site-verification: google0d91bc93cfc88895.html ຜັກສະຫຼັດ Lactuca sativa - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, February 10, 2016

ຜັກສະຫຼັດ Lactuca sativa

ຜັກສະຫຼັດ
Lactuca sativa



ຄຸນຄ່າທາງໂພຊະນາການ
ຜັກສະຫຼັດໂດຍສະເພາະແມ່ນໃບສີຂຽວແກ່ ແມ່ນເຕັມໄປດ້ວຍວິຕາມິນ ແລະ ແຮ່ທາດທີ່ສໍາຄັນໂດຍສະເພາະແມ່ນ ວິຕາມິນເອ, ຊີ ແລະ ເຄ.

ວິທີການກິນ ຜັກສະຫຼັດ
ດີທີ່ສຸດແມ່ນເຮັດຍໍາສະຫຼັດກິນແບບດິບ. ທ່ານສາມາດຕົ້ມແກງ ຫຼື ຂົ້ວ ແຕ່ຄວາມຮ້ອນຈະທໍາລາຍທາດວິຕາມິນທີ່ມີໃນຜັກສະຫຼັດ!

ຄໍາແນະນໍາ ສຳລັບການຂະຫຍາຍພັນ
ວິທີທີ່ດີທີ່ສຸດ ແມ່ນຫວ່ານແກ່ນໃສ່ຖາດ ເພາະວ່າຫອຍທາກ ແລະ ແມງລີ້ນໝາ ມັກຜັກສະຫຼັດອ່ອນທີ່ສຸດ. ແກ່ນຜັກສະຫຼັດ ຕ້ອງການແສງສະ ຫວ່າງເພື່ອຊ່ວຍໃນການແຕກຈາວ, ສະນັ້ນ ຄວນຈະປົກຫຸ້ມມັນດ້ວຍຝຸ່ນບົ່ມເປັນຊັ້ນບາງໆ. ພາຍຫຼັງທີ່ແກ່ນເລີ່ມແຕກຈາວແລ້ວ, ປະມັນໄວ້ໃນຖາດປະມານ 2 - 3 ອາທິດກ່ອນ ຈຶ່ງນໍາໄປວາງໃສ່ໜານ. ວາງເບ້ຍຜັກເປັນຖັນ ແລະ ແຕ່ລະຖັນຄວນຫ່າງກັນຢ່າງໜ້ອຍ 30 ຊັງຕີແມັດ.

ວິທີເບິ່ງແຍງຮັກສາ
ຄວນຫົດນໍ້າຜັກສະຫຼັດຢ່າງເປັນປົກກະຕິ. ຖ້າວ່າຜັກສະຫຼັດບໍ່ໄດ້ຮັບນໍ້າຢ່າງພຽງພໍ, ມັນຈະອອກດອກໄວ ແລະ ຈະມີລົດຊາດຂົມ ຜັກສະຫຼັດຈະ ດຶງດູດຫອຍທາກ ແລະ ແມງລີ້ນໝາໄດ້ດີທີ່ສຸດ, ສະນັ້ນຕ້ອງຫຼົກຫຍ້າອອກທັນທີທີ່ເຫັນມັນຂຶ້ນ. ໝັ່ນກວດກາເບິ່ງກ້ອງໃບສະຫຼັດເລື້ອຍໆ ເພາະ ວ່າສັດຕູພືດມັກຈະລີ້ຢູ່ທີ່ຮົົ່ມ ໃນຊ່ວງກາງເວັນ. ທ່ານອາດຈະຕ້ອງກຽນຕົ້ນຜັກໃຫ້ບາງລົງເມື່ອມັນໃຫຍ່ຂຶ້ນ.

ບັນຫາທີ່ອາດຈະເກີດຂຶ້ນ
ນົກນ້ອຍ ຈະມັກກິນຜັກສະຫຼັດ. ຖ້າມີບັນຫານີ້ເກີດຂຶ້ນ, ທ່ານສາມາດປົກປ້ອງໜານຜັກສະຫຼັດດ້ວຍລວດເຮັດຄອກໄກ່. ທ່ານສາມາດໃຊ້ຢາປາບສັດຕູພືດທໍາມະຊາດເພືື່່ອປ້ອງກັນແມງໄມ້. ຖ້າວ່າອາກາດຮ້ອນຫຼາຍ ແລະ ຜັກສະຫຼັດບໍ່ໄດ້ຮັບນໍ້າຢ່າງພຽງພໍ ມັນຈະອອກດອກໄວ.

ການເກັບກ່ຽວ
ຜັກສະຫຼັດພ້ອມທີ່ຈະຖືກເກັບກ່ຽວ ໃນເວລາທີ່ແກນກາງຂອງມັນຈໍ່ຂຶ້ນ. ຄວນເກັບກ່ຽວຜັກສະຫຼັດດ້ວຍການຕັດດີກ່ວາການດຶງ ພາຍຫຼັງທີ່ຜັກສະຫຼັດອອກດອກແລ້ວ, ແກ່ນຂອງມັນຈະສຸກພາຍໃນສອງອາທິດ. ທ່ານສາມາດເກັບເອົາແກ່ນ ແລະ ຮັກສາໄວ້ໃນບ່ອນແຫ້ງ ແລະ ເຢັນ. ແຕ່ວ່າຜັກສະຫຼັດມີການປະສົມເກສອນພືດ ທີ່ແຕກຕ່າງກັນ ສະນັ້ນພັນໃໝ່ທີ່ຂະຫຍາຍຈາກແກ່ນເຫຼົ່ານີ້ ອາດຈະບໍ່ເປັນທີ່ໜ້າເພິ່ງພໍໃຈ, ດີແທ້ທ່ານຄວນຊື້ແກ່ນແນວ
ພັນໃໝ່ສໍາລັບການປູກໃນລະດູຕໍ່ໄປ.

ໄລຍະເວລາ
ການປູກຜັກສະຫຼັດຄວນຈະແມ່ນໃນຊ່ວງເລີ່ມຕົ້ນຂອງລະດູໜາວ. ມັນຈະມີຄວາມພ້ອມສໍາລັບການເກັບກ່ຽວພາຍໃນເວລາ 45 ຫາ 50 ວັນ ນັບຈາກມື້ປູກ. ໃນລະດູປູກໜຶ່ງ ທ່ານສາມາດປູກຜັກສະຫຼັດໄດ້ຫຼາຍເທື່ອ. ຜັກສະຫຼັດໜຶ່ງຕົ້ນຈະໃຫ້ຜົນຜະລິດເຖິງ 300 ກຣາມ.

ການນໍາໃຊ້ດ້ານອື່ນໆ
ທຸກສ່ວນຂອງຕົ້ນຜັກສະຫຼັດ ສາມາດນໍາໄປເກືອສັດ, ເຮັດຝຸ່ນບົ່ມ ແລະ ເຮັດນໍ້າສະກັດຊີວະພາບໄດ້.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ