google-site-verification: google0d91bc93cfc88895.html ຂີ້ເຫຼັກບ້ານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 15, 2016

ຂີ້ເຫຼັກບ້ານ



ຂີ້ເຫຼັກບ້ານ
ຊື່ວິທະຍາສາດ: Cassia alata L.
ຕົ້ນຂີ້ເຫຼັກບ້ານ ເປັນໄມ້ຟຸ່ມ ສູງ 2-3 ແມັດ ມີໃບປະສົມຄູ່ ໃບໃຫຍ່ຍາວ 30-50 ຊັງຕີແມັດ ດອກອອກເປັນຊໍ່ ຢູ່ເທິງຍອດ ສີເຫຼືອງ ເປັນພືດມັກເກີດຕາມປ່າເລົ່າ ແຄມທາງປະປົນກັບຫຍ້າຂິ່ວ ແລະ ເປັນພືດມັກແສງແດດຫຼາຍ ເກີດໃນທົ່ວທຸກພາກຂອງປະເທດ. ພືດຊະນິດນີ້ເພາະປູກດ້ວຍແກ່ນ ການເກັບກູ້ມາເຮັດຢາ ສາມາດເກັບໄດ້ຕະຫຼອດປີ
ສວນທີ່ໃຊ້ເປັນຢາ ແມ່ນໃບ ມີປະໂຫຍດໃນດ້ານ ການປິ່ນປົວຝີ, ບາດແຜເປື່ອຍ, ຂີ້ຫິດແລະ ຂີ້ກາກ ໃຊ້ໃບສົດປະສົມກັບໃບປິດເຕາະ, ໃບປິດປີຂາວ, ໃບທອງພັນຊັ່ງ ເອົາແຕ່ລະຢ່າງ 1 ກຳ ມາຕຳປະສົມເຫຼົ້າເກົ້າສິບ ປະໄວ້ປະມານ 30 ນາທີ ແລ້ວຕອງເອົານ້ຳເຫຼົ້າໄປທາບໍລິເວນທີ່ເປັນ ຫຼື ຕາມບາດແຜທີ່ອັກເສບ 2-3 ເທື່ອຕໍ່ມື້. ຖ້າຊອກພືດຊະນິດອື່ນບໍ່ໄດ້ ກໍ່ເອົາໃບຂີ້ເຫຼັກສົດມາລ້າງໃຫ້ສະອາດ ຕຳບີບເອົານ້ຳທາກໍໄດ້.

ອີງຕາມຂໍ້ມູນວາລະສານຂອງປະເທດໄທ ໃບຂີ້ເຫຼັກບ້ານໃຊ້ຕົ້ມນ້ຳດື່ມ ເປັນຢາລະບາຍ ແກ້ທ້ອງຜູກ ຂ້າແມ່ທ້ອງໂຕກົມ ແລະ ນ້ຳຄັ້ນໃບຂີ້ເຫຼັກ ໃຊ້ທາຂີ້ກາກ ຂີ້ເຮືອນ,ແຜຊຶມເຊື້ອ ແລະ ຕຸ່ມເປື່ອຍຕາມຜິວໜັງ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ