google-site-verification: google0d91bc93cfc88895.html ສັດຕູພືດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 08, 2016

ສັດຕູພືດ

ແມງໄມ້
ພືດມີຄວາມດຶງດູດຕໍ່ແມງໄມ້ຕ່າງໆຫຼາຍຊະນິດ. ສັດຕູພືດບາງຊະນິດກໍ່ມາກິນ ຫຼື ດູດນໍ້າຫຼໍ່ລ້ຽງຜົນລະປູກຂອງທ່ານ. ບາງຊະນິດກໍ່ນໍາພະຍາດມາໃສ່ພືດ ແລະ ແຜ່ລະບາດການຕິດເຊື້ອໄປທົ່ວສວນ. ແຕ່ບໍ່ໝາຍຄວາມວ່າແມງໄມ້ທຸກໆ ຊະນິດຈະແມ່ນສັດຕູພືດທັງໝົດ! ເພາະມີແມງໄມ້ບາງຊະນິດກໍ່ເປັນແມງໄມ້ທີ່ມີປະໂຫຍດເຊິ່ງພວກມັນຈະຊ່ວຍໃນ ການປະສົມເກສອນຂອງດອກໄມ້ ແລະ ບາງຊະນິດກໍ່ຈະຂັບໄລ່ ແລະ ກິນແມງໄມ້ທີ່ເປັນສັດຕູພືດ.
ການພະຍາຍາມຊອກຫາສັດຕູພືດໃນສວນຂອງທ່ານບໍ່ໝາຍຄວາມວ່າທ່ານຕ້ອງກັງວົນ. ສັດຕູພືດເຫຼົ່ານີ້ກໍ່ມີຄວາມດຶງດູດຕໍ່ແມງໄມ້ທີ່ມີປະໂຫຍດເຊັ່ນກັນ. ສະນັ້ນ ໃນສວນຜັກປອດສານຜິດ ຫຼື ສວນຊີວະພາບ, ຕ້ອງຫຼີກເວັ້ນການໃຊ້ຢາປາບສັດຕູພືດ.ມັນເປັນສິ່ງທີ່ດີທີ່ສຸດທີ່ຈະຮັກສາຄວາມສົມດຸນລະຫວ່າງສັດຕູພືດ ແລະ ແມງໄມ້ທີ່ເປັນປະໂຫຍດ. ຕາມປົກກະຕິ, ໃນຊ່ວງໄລຍະທໍາອິດຂອງການເຮັດສວນ, ສັດຕູພືດຈະແຜ່ຂະຫຍາຍໄວກວ່ານັກລ່າຂອງມັນເຊິ່ງແມ່ນແມງໄມ້ທີ່ກິນສັດຕູພືດເປັນອາຫານ. ຈາກນັ້ນພວກມັນກໍ່ຈະກາຍເປັນບັນຫາໃນການຕິດເຊື້ອທີ່ຮຸນແຮງ, ແລະ ທ່ານ ອາດຈະຈໍາເປັນຕ້ອງຕໍ່ສູ້ກັບພວກມັນດ້ວຍການນໍາໃຊ້ຢາປາບສັດຕູພືດທີ່ເຮັດຈາກທໍາມະຊາດ. ໃນບາງກໍລະນີທ່ານ ອາດຈະພົບທັງສັດຕູພືດ ແລະ ແມງໄມ້ທີ່ເປັນປະໂຫຍດຢູ່ຜົນລະປູກຂອງທ່ານພ້ອມກັນ, ເຊິ່ງມັນເປັນການດີທີ່ສຸດທີ່ ຈະປ່ອຍໃຫ້ແມງໄມ້ທີ່ເປັນນັກລ່າໄດ້ເຮັດໜ້າທີ່ຂອງຕົນເອງ. ວິທີນີ້ຈະເປັນການຮັກສາວົງຈອນຂອງລະບົບນິເວດ ແລະ ກໍ່ເປັນການຫຼຸດພາລະຂອງທ່ານ! ສິ່ງທີ່ທ່ານຄວນຈະເຮັດກໍ່ຄື ໝັ່ນສັງເກດເບິ່ງຄວາມສົມດຸນລະຫວ່າງສັດຕູພືດ ແລະ ແມງໄມ້ທີ່ເປັນປະໂຫຍດ.

ສັດຕູພືດທົ່ວໄປ

ແມງລີ້ນໝາ ແລະ ຫອຍທາກ
ສັດທັງສອງຊະນິດນີ້ມີຮ່າງກາຍທີ່ເມືອກ ແລະ ອ່ອນນຸ້ມ. ຫອຍທາກຈະມີເປືອກຫຸ້ມ ແຕ່ແມງລີ້ນໝາບໍ່ມີ. ພວກມັນມັກກິນເບ້ຍ ແລະ ໃບອ່ອນຂອງ ພືດ. ເນື່ອງຈາກວ່າພວກມັນມັກເຄື່ອນໄຫວກາງຄືນ, ສະນັ້ນການເຄື່ອນທີ່ຂອງພວກມັນສາມາດຕິດຕາມໄດ້ຈາກຮອຍ ທາງທີ່ເປັນສີຄ້າຍຄືສີນໍ້າເງິນທີ່ພວກ ມັນປະໄວ້. ວິທີທີ່ດີທີ່ສຸດທີ່ຈະຈັດການກັບສັດຕູພືດພວກນີ້ກໍ່ຄືຄວບຄຸມໂດຍນໍາໃຊ້ວິທີທາງທໍາ ມະຊາດ. ສັດພວກນີ້ມັກເບຍ! ຖ້າທ່ານເອົາຈານ ແລະ ເຫຍັ້ນເບຍໃສ່ປະມານ 2 ຊັງຕີແມັດ ແລ້ວເອົາໄປວາງໄວ້, ໃນຕອນເຊົ້າທ່ານຈະເຫັນພວກມັນຈໍານວນຫຼາຍໂຕເຂົ້າມາຢູ່ໃນຈານເບຍ ແລະ ທ່ານກໍ່ສາມາດເກັບເອົາພວກມັນຢ່າງ ສະບາຍ.
















ບົ້ງ
ບົ້ງເປັນຕົວອ່ອນ ຫຼື ໜອນຂອງແມງກະເບື້ອ ແລະ ແມງເມົ່າ. ບົ້ງຈະສ້າງ “ຮອຍ” ຫຼື ເສັ້ນທາງນ້ອຍໆເວລາພວກມັນຄານ. ໂດຍປົກກະຕິແລ້ວ, ຈະ ພົບບົ້ງໃນຜັກກະລ່ຳປີ ເຊິ່ງພວກມັນຈະກັດກິນໃບກະລ່ຳປີ. ທ່ານສາມາດ
ຈັບບົ້ງໄດ້ດ້ວຍມືຢ່າງງ່າຍດາຍ ແລະ ປ່ອຍມັນກັບຄືນສູ່ທໍາມະຊາດທີ່ຢູ່ຫ່າງໄກຈາກສວນຂອງຂອງທ່ານ. ລະມັດລະວັງໃນເວລາຈັບບົ້ງເພາະມີບົ້ງບາງຊະນິດມີຂົນທີ່ເປັນພິດ, ສະນັ້ນຄວນໃຊ້ອຸປະກອນຊ່ວຍ ແລະ ບໍ່ໃຫ້
ຈັບພວກມັນໂດຍກົງ.





ແມງງວງຊ້າງ
ແມງງວງຊ້າງມີລັກສະນະສະເພາະຄືມີດັງໂຄ້ງຍາວ. ມີລໍາຕົວຍາວປະມານ 1 ຊມ ແລະ ເປັນສີນໍ້າຕານປົນຂີ້ເຖົ່າ. ຕົວອ່ອນຈະມີຮູບຮ່າງຄືແມງລີ້ນໝາ. ພວກມັນຈະກັດໃບ, ຮາກ ແລະ ຍອດຂອງພືດໃຫ້ເປັນຮູ. ແມງງວງຊ້າງຈະຫາກິນຕອນກາງຄືນ ແລະ ນອນໃນດິນຕອນກາງເວັນລັກສະນະການທໍາລາຍຂອງແມງງວງຊ້າງ ແລະ ບົ້ງຈະຄ້າຍຄືກັນການກໍາຈັດແມງງວງຊ້າງຂ້ອນຂ້າງຍາກ. ວິທີໜຶ່ງແມ່ນເອົງໂຖທີ່ບັນຈຸເສດພືດຜັກປອດສານພິດ ແລະດິນວາງໃສ່ໂດຍປິ່ນຫົວໂຖລົງລຸ່ມ. ວິທີນີ້ຈະດຶງດູດແມງງວງຊ້າງເຂົ້າມານອນໃນຍາມກາງເວັນແລ້ວທ່ານກໍ່ສາມາດເກັບພວກມັນໄດ


ເພ້ຍ
ເພ້ຍສາມາດເປັນສີຂຽວ, ດໍາ, ນໍ້າຕານ ແລະ ແມ່ນແຕ່ສີສົ້ມ, ເພ້ຍມີຄວາມຍາວປະມານ 2 ຫາ 5 ມີລີແມັດ. ພວກມັນຂະຫຍາຍຕົວໄວໃນສະພາບອາກາດທີ່ແຫ້ງ ແລະ ອົບອຸ່ນກາບຂອງເພ້ຍມີນໍ້າຕານເຊິ່ງດຶງດູດໃຫ້ເກີດມີເຊື້ອລາຢູ່ຕາມດ້ານໜ້າຂອງໃບພືດ. ມົດກໍ່ມັກກາບຂອງເພ້ຍທີ່ມີນໍ້າຕານນີ້ຄືກັນ. ມົດຈະປົກປ້ອງເພ້ຍເຫຼົ່ານີ້ຈາກແມງໄມ້ທີ່ມີປະໂຫຍດ ແລະ ມົດກໍ່ຈະຂົນຍ້າຍເພ້ຍໄປຫາພືດຕົ້ນອື່ນໆ. ຖ້າມີການລະບາດຂອງເພ້ຍພຽງເລັກນ້ອຍ, ທ່ານສາມາດສີດນໍ້າອຸ່ນໃສ່ ຫຼື ລ້າງບ່ອນທີ່ຕິດເຊື້ອອອກຈາກພືດດ້ວຍນໍ້າສະບູ.




ແມງມີ່ຂາວ
ແມງມີ່ຂາວເປັນແມງໄມ້ນ້ອຍສີຂາວເຊິ່ງມັກຈະພົບຢູ່ກ້ອງໃບຂອງພືດເທົ່ານັ້ນ. ຖ້າຖືກລົບກວນພວກມັນຈະບິນອອກໄປເປັນຝູງ. ວິທີທີ່ງ່າຍທີ່ສຸດໃນການກວດຫາພວກມັນແມ່ນທ່ານພຽງແຕ່ສັ່ນພືດ ຂອງທ່ານຄ່ອຍໆ ແລ້ວສັງເກດເບິ່ງວ່າຈະມີແມງມີ່ຂາວບິນອອກໄປບໍ່. ທ່ານສາມາດປັດແມງມີ່ຂາວອອກຈາກພືດດ້ວຍນິ້ວມືຂອງທ່ານ ແລະ ໝັ່ນກວດກາເບິ່ງພືດທຸກໆ 3 ຫາ 4 ວັນ. ຕົວອ່ອນຂອງແມງມີ່ຂາວຈະນ້ອຍຫຼາຍ ຈົນທ່ານບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ. ຫຼັງຈາກນັ້ນປະມານ 3 ຫາ 4 ວັນ ພວກມັນຈຶ່ງຈະໃຫຍ່ໃນຂະໜາດທີ່ສາມາດເບິ່ງເຫັນໄດ້ ແລະ ທ່ານກໍ່ສາມາດກໍາຈັດພວກມັນ.




ເພ້ຍຫອຍ
ເພ້ຍຫອຍມີຫຼາຍສາຍພັນ. ຕອນຍັງເປັນຕົວອ່ອນພວກມັນມັກຍ້າຍໄປມາຕະຫຼອດ, ສ່ວນໂຕໃຫຍ່ມັກພັກຢູ່ຕາມໃບ ແລະ ກ້ານຂອງພືດ,ບາງເທື່ອກໍ່ ຢູ່ໂຕດຽວ. ບາງເທື່ອກໍ່ຢູ່ເປັນກຸ່ມໂດຍພື້ນຖານແລ້ວເພ້ຍຫອຍເປັນແມງໄມ້
ປະເພດດູດນໍ້າຫຼໍ່ລ້ຽງຈາກພືດແລ້ວກໍ່ປະຄາບສີເຫຼືອງໄວ້ຕາມໃບຂອງພືດມັນ ເປັນແມງໄມ້ປະເພດກາບມີນໍ້າຕານທີ່ດຶງດູດເຊື້ອລາແລະມົດທ່ານສາມາດ ໃຊ້ແປງຊະນິດອ່ອນ, ສະບູ ແລະ ນໍ້າເຊັດຖູເພ້ຍຫອຍອອກຈາກພືດ. ຈົ່ງລະ ວັງບໍ່ໃຫ້ທໍາລາຍໃບຂອງພືດ. ທ່ານຍັງສາມາດເຮັດສ່ວນປະສົມລະຫວ່າງນໍ້າ ທໍາມະດາໜຶ່ງສ່ວນ ແລະ ເຫຼົ້າຂາວໜຶ່ງສ່ວນເຊັດເພ້ຍອອກ. ໃນກໍລະນີທີ່ມີ ການລະບາດທີ່ຮຸນແຮງ ທ່ານຈະຕ້ອງຊ້ນໍ້າປະສົມນີ້ເຊັດຖູຄືນອີກເທື່ອໜຶ່ງ.



ເພ້ຍແປ້ງ
ເພ້ຍແປ້ງຄືສັດຕູພືດທົ່ວໄປ, ທີ່ມີຮູບຊົງໄຂ່, ມີສີຂີ້ເຖົ່າຂາວອ່ອນນຸ້ມເບິ່ງຄືຍອງຝ້າຍ, ມີຄວາມຍາວປະມານ 2 ຫາ 5 ມີລີແມັດ. ສ່ວນໃຫຍ່ມັກພົບເຫັນພວກມັນຕາມກ້ອງໃບ ແລະ ພືດທີ່ປົ່ງໃໝ່. ຄືກັບເພ້ຍຫອຍ, ເພ້ຍແປ້ງ
ຈະຄາຍນໍ້າຫວານອອກມາ. ໃນກໍລະນີທີ່ມີການລະບາດທີ່ບໍ່ຮ້າຍແຮງ,ທ່ານສາມາດໃຊ້ກ້ານສໍາລີປັດ ແລະ ທໍາຄວາມສະອາດບ່ອນທີ່ພືດຕິດເຊື້ອດ້ວຍສະບູເພື່ອເອົາເພ້ຍແປ້ງທີ່ໃຫຍ່ອອກ.ໃນກໍລະນີທີ່ມີການລະບາດທີ່ຮຸນແຮງ,ທ່ານອາດຈະຕ້ອງເຮັດຊໍ້າອີກເທື່ອໜຶ່ງ.




ໄຮແມງມຸມແດງ (ແມງແດງ)
ໄຮແມງມຸມແດງສາມາດເບິ່ງເຫັນໄດ້ຍາກດ້ວຍສາຍຕາມະນຸດ (ມີຂະໜາດພຽງ 0.5 ຫາ 1 ມມ), ແຕ່ທ່ານສາມາດສັງເກດໄດ້ຈາກຈຸດທີ່ເປັນຄືແຜ່ນຟີມທີ່ຢູ່ຂ້າງລຸ່ມຂອງໃບພືດ ແລະ ຈຸດທີ່ມີສີເຫຼືອງຫາຂາວຢູ່ໜ້າໃບ. ພວກມັນຈະດູດນໍ້າຫຼໍ່ລ້ຽງ ແລະ ທໍາລາຍເຊວຂອງໃບພືດ. ນີ້ຈະສົ່ງຜົນໃຫ້ໃບເຫຼືອງ ແລະ ຕາຍ. ໄຮແມງມຸມແດງຕ້ອງການອາກາດແຫ້ງແລະ ຄວາມຊຸ່ມໜ້ອຍເພື່ອການແຜ່ພັນ. ໃນຕອນເຊົ້າຂອງລະດູແລ້ງ, ທ່ານສາມາດສີດພົ່ນ ນໍ້າໃສ່ປາຍ ແລະ ຂ້າງລຸ່ມຂອງໃບພືດເພື່ອປ້ອງກັນການລະບາດຂອງໄຮແມງມຸມແດງ.




ເພ້ຍໄຟ
ເພ້ຍໄຟແມ່ນແມງໄມ້ຊະນິດທີ່ມີປີກນ້ອຍໆ (ຍາວປະມານ 0,2 ຫາ 1 ມມ) ມີສີອອກຂີ້ເຖົ່າ. ຕາມປົກກະຕິພວກມັນ ມັກຈະຢູ່ຕາມກ້ອງໃບພືດ. ພວກມັນຈະດູດຜິວໜ້າຂອງໃບ ເພື່ອເອົານໍ້າຫຼໍ່ລ້ຽງ ເຊິ່ງເຮັດໃຫ້ເກີດມີບໍລິເວນສີນໍ້າເງິນທີ່ມີຈຸດນ້ອຍໆສີດໍາຢູ່ຕາມໃບພືດທ່ານສາມາດໃຊ້ຢາປາບສັດຕູພືດ ຈາກທໍາມະຊາດ ເຊັ່ນ ນໍ້າສະກັດຈາກຜັກທຽມເພື່ອຈັດການກັບເພ້ຍໄຟ.



ໜູ
ໜູຄືສັດທໍາລາຍເພາະພວກມັນມັກກັດກິນຕົ້ນພືດ, ໝາກ ແລະ ແກ່ນ. ຫ້າມເອົາຊີ້ນ ຫຼື ປາທຸກຊະນິດໃສ່ໃນຄອກຝຸ່ນບົ່ມ ເພາະມັນດຶງດູດໜູ. ປິດ ແລະ ປ້ອງກັນຄອກຝຸ່ນບົ່ມໃຫ້ດີເພື່ອບໍ່ໃຫ້ໜູເຂົ້າໄດ້. ຖ້າມີໜູຫຼາຍ, ໃຊ້ ແຮ້ວຈັບພວກມັນ. ຢ່າໃຊ້ສານເບື່ອໜູເພາະມັນຈະເປັນອັນຕະລາຍຕໍ່ພືດ ແລະ ຄົນ!



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ