google-site-verification: google0d91bc93cfc88895.html ວັດສະດຸປົກຄຸມດິນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 19, 2016

ວັດສະດຸປົກຄຸມດິນ


ມັນຈະເປັນການດີທີ່ສຸດ ສຳລັບໜ້າດິນ ຫາກມີສິ່ງປົກຫຸ້ມມັນໄວ້ ເຖິງຈະເປັນໃນລະດູປູກຝັງ ກໍ່ຕາມ. ສິ່ງທີ່ໃຊ້ປົກຫຸ້ມໜ້າດິນ ນີ້ອາດຈະເປັນວັດສະດຸອັນໃດກໍ່ໄດ້. ວັດສະດຸທີ່ປົກໜ້າດິນ ນີ້ຈະຮັກສາຄວາມຊຸ່ມໃຫ້ກັບດິນ, ຄວບຄຸມຫຍ້າ ແລະ ປ້ອງກັນການເຈື່ອນຂອງດິນ. ສິ່ງ ເສດເຫຼືອຈາກຕົ້ນພືດຕ່າງໆ ເຊັ່ນ: ກົກສາລີ, ເຟືອງ, ເຄືອໝາກຖົ່ວ, ຫຼື ແມ່ນແຕ່ຫຍ້າກໍ່ສາມາດເປັນສິ່ງທີ່ປົກຫຸ້ມໜ້າດິນໄດ້ດີທີ່ສຸດ, ເພາະວ່າສາມາດປະໃຫ້ພວກມັນເນົ່າຢູ່ກັບບ່ອນປູກຝັງນັ້ນເລີຍ ເພື່ອໃຫ້ກາຍເປັນຝຸ່ນທີ່ເພີ່ມສານອິນຊີໃຫ້ກັບດິນ. ບັນດາຫຍ້າຕ່າງໆກໍ່ສາມາດນຳມາໃຊ້ປົກໜ້າດິນໄດ້ເຊັ່ນກັນ ແຕ່ຕ້ອງໄດ້ຕັດເອົາມາກ່ອນທີ່ພວກມັນຈະມີແກ່ນ ເພື່ອປ້ອງກັນພວກມັນເກີດກັບຄືນມາໃໝ່. ໃຊ້ແນວມາປົກດິນໃຫ້ໜາບໍ່ເກີນ 10 ຊມ, ຖ້າໜາເກີນກວ່ານີ້ຫຼາຍມັນກໍ່ຈະເກັບຄວາມຊຸ່ມໄວ້ຫຼາຍ ແລະ ສາມາດພາໃຫ້ເກີດພະຍາດແກ່ພືດຜັກໄດ້.



ຝຸ່ນສັດ (ຝຸ່ນຄອກ)
ຝຸ່ນສັດສາມາດຕອບສະໜອງທາດບຳລຸງລ້ຽງທຸກຢ່າງທີ່ດິນຕ້ອງການ ແລະ ຊ່ວຍປັບປຸງ ເນື້ອດິນ, ໂຄງສ້າງຂອງດິນ ແລະ ໃຫ້ຄວາມອຸດົມສົມບູນແກ່ດິນ. ແຕ່ໃນທາງກັບກັນ ຝຸ່ນເຄມີສະໜອງທາດບຳລຸງລ້ຽງໃຫ້ກັບພືດພຽງແຕ່ສອງ ຫຼື ສາມຊະນິດເທົ່ານັ້ນ ແລະ ກໍ່ຍັງບໍ່ ໄດ້ຊ່ວຍປັບປຸງດິນ.ໃນການນຳໃຊ້ຝຸ່ນສັດນີ້ກໍ່ມີສິ່ງທີ່ຕ້ອງໄດ້ເອົາໃຈໃສ່ຢູ່ຈຳນວນໜຶ່ງ. ການໃຊ້ຝຸ່ນສັດໃນປະລິມານທີ່ຫຼາຍເກີນໄປກໍ່ຈະພາໃຫ້ມີທາດບຳລຸງລ້ຽງສະສົມກັນຂຶ້ນໃນດິນຫຼາຍໂພດ ແລະ ສາມາດພາໃຫ້ເກີດມົນລະພິດກັບນ້ຳຕາມຫ້ວຍຮ່ອງໄດ້. ຝຸຸ່ນສັດສົດກໍ່ມີແມ່ພະຍາດທີ່ສາມາດພາໃຫ້ເກີດການເຈັບເປັນໄດ້. ບໍ່ໃຫ້ເອົາຝຸ່ນສັດສົດໄວ້ໃກ້ກັບຫ້ວຍນ້ຳລຳທານ. ໃຫ້ລ້າງມື ແລະ ຊັກເຄື່ອງນຸ່ງຂອງຖືໃຫ້ສະອາດທຸກໆຄັ້ງຫຼັງຈາກໃສ່ຝຸ່ນສັດແລ້ວ.



ຝຸ່ນຈາກສິ່ງເສດເຫຼືອຈາກຮ່າງກາຍຄົນ (ຂີ້ ແລະ ຍ່ຽວ)
ຍ່ຽວຂອງຄົນກໍ່ສາມາດເປັນຝຸ່ນໄດ້ ແລະ ຖ້ານຳໃຊ້ຕາມວິທີການທີ່ເໝາະສົມ ຂີ້ຄົນກໍ່ສາມາດເປັນຝຸ່ນທີ່ສາມາດເພີ່ມສານອິນຊີໃຫ້ກັບດິນໄດ້ເຊັ່ນກັນ. ແຕ່ວ່າຂີ້ ແລະ ຍ່ຽວຄົນນັ້ນມີແມ່ພະຍາດອັນຕະລາຍທີ່ສາມາດພາໃຫ້ເກີດພະຍາດກັບຄົນໄດ້ ຖ້າຫາກນຳໃຊ້ບໍ່ຖືກວິທີ. (ສຳລັບວິທີການນຳໃຊ້ຂີ້ຍ່ຽວຂອງຄົນເປັນຝຸ່ນປັບປຸງຜົນຜະລິດພືດທັນຍາຫານຢ່າງປອດໄພ

ຝຸ່ນໝັກ
ຝຸ່ນໝັກແມ່ນເປັນຝຸ່ນທຳມະຊາດທີ່ໝັກຈາກເສດອາຫານ, ສິ່ງເສດເຫຼືອຈາກພືດທັນຍາ ຫານ, ຫຍ້າ ແລະ ຝຸ່ນສັດ. ການໃສ່ຝຸ່ນໝັກເປັນວິທີການໜຶ່ງທີ່ເພີ່ມທາດບຳລຸງລ້ຽງໃຫ້ກັບດິນ. ການທີ່ຈະເຮັດຝຸ່ນໝັກໃສ່ພື້ນທີ່ປູກຝັງອັນກວ້າງໃຫຍ່ນັ້ນແມ່ນຕ້ອງໄດ້ອອກແຮງງານໜັກຈິ່ງຈະພຽງພໍ, ສະນັ້ນ ຝຸ່ນໝັກຈິ່ງມັກນຳມາໃຊ້ໃນເນື້ອທີ່ປູກຝັງຕອນນ້ອຍຫຼາຍກວ່າ
ຝຸ່ນໝັກແມ່ນຖືກນຳໄປໃຊ້ໃນຫຼາຍຮູບແບບ ເຊັ່ນ:

  •  ເອົາຝຸ່ນໝັກເຕັມຊວ້ານໃສ່ລົງຮອງພື້ນຂຸມກ່ອນປູກຕົ້ນໄມ້ກິນໝາກ.
  • ເມື່ອທ່ານກ້າແກ່ນພືດໃຫ້ເອົາຝຸ່ນໝັກກຳໜຶ່ງປົນກັບດິນໃນຂຸມ.
  • ເອົາຝຸ່ນໝັກໃສ່ຢາຍໄວ້ເທິງໜ້າດິນກ່ອນຈະໄຖ ຫຼື ຂຸດປີ້ນໜ້າດິນ.
  • ໃນເວລາທີ່ພືດກຳລັງໃຫຍ່ ໃຫ້ເອົາຝຸ່ນໝັກຢາຍອ້ອມເປັນວົງອ້ອມຕາມກິ່ງກ້ານຂອງພືດ ແລະ ຖ້າແມ່ນຕົ້ນໄມ້ກໍ່ໃຫ້ເອົາໃສ່ຢາຍໄປຕາມຂອບຂອງຮົ່ມຕົ້ນໄມ້ໃນເວລາທ່ຽງວັນ. ຈາກນັ້ນກໍ່ເອົາດິນປົກໄວ້ໜ້ອຍໜຶ່ງ. ພືດຈະຄ່ອຍດູດຊັບເອົາທາດບຳລຸງລ້ຽງຈາກຝຸ່ນນັ້ນເທື່ອລະໜ້ອຍໃນເວລາທີ່ນ້ຳພາເອົາທາດບຳລຸງລ້ຽງນັ້ນລົງໄປຫາຮາກ.


ນ້ຳຝຸ່ນໝັກ
ຝຸ່ນໝັກສາມາດນຳເຮັດໃຫ້ເປັນຝຸ່ນຊະນິດນ້ຳເພື່ອເປັນຝຸ່ນໃຫ້ກັບພືດຜັກຕ່າງໆ ແລະ ໃຊ້ເພື່ອຄວບຄຸມສັດຕູພືດຕ່າງໆ. ເອົາຝຸ່ນໝັກຈຳນວນໜຶ່ງຫໍ່ໃສ່ໃນຜ້າ ແລະ ມັດໄວ້. ເອົາຫໍ່ຝຸ່ນນັ້ນແຊ່ໄວ້ໃນຄຸນ້ຳປະໄວ້ 7 ຫາ 14 ມື້. ເມື່ອນ້ຳແຊ່ນັ້ນກາຍເປັນສີນ້ຳຕານ ກໍ່ໃຫ້ເອົາຖົງນັ້ນອອກມາໄຂ ແລະ ເອົາໄປໃສ່ບ່ອນປູກພືດຜັກ. ສ່ວນນ້ຳແຊ່ຝຸ່ນໝັກນັ້ນກໍ່ເອົາໄປສີດ ຫຼື ໃສ່ບົວຫົດໃສ່ໃບພືດຜັກ ຕ່າງໆ. ຫຼັງຈາກໃຊ້ແລ້ວໃຫ້ລ້າງມືທຸກໆຄັ້ງ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ