ການເຮັດການກະເສດແບບຍືນຍົງໃນເມືອງໃຫຍ່
ມີຜູ້ຄົນນັບມື້ນັບຫຼາຍທີ່ຢູ່ໃນຫຼາຍຕົວເມືອງໃຫຍ່ ໄດ້ທຳການປູກຝັງເພື່ອເອົາຜົນຜະລິດມາເປັນອາຫານ, ເພື່ອສ້າງວຽກເຮັດງານທຳ, ເພື່ອຮັກສາຄວາມຮູ້ ແລະ ຮີດຄອງ ປະເພນີ ທາງດ້ານການກະສິກຳໄວ້. ການສ້າງພື້ນທີ່ສີຂຽວໃນຕົວເມືອງ ໂດຍການປູກຕົ້ນໄມ້ ແລະ ພືດຜັກທັນຍາຫານຕ່າງໆ ແມ່ນເປັນການປັບປຸງໃຫ້ອາກາດສົດຊື່ນດີຂຶ້ນ ແລະ ພ້ອມນີ້ມັນກໍ່ຍັງເປັນການລົດການເປັນໂລກໄພໄຂ້ເຈັບຈາກມົນລະພິດທາງອາກາດ ເຊັ່ນ: ໂລກຫອບຫືດ
ເປັນຕົ້ນ. ການປ່ຽນພື້ນທີ່ວ່າງເປົ່າທີ່ມັກເປັນບ່ອນຖິ້ມຂີ້ເຫຍື້ອ ໃຫ້ກາຍມາເປັນພື້ນທີ່ປູກຝັງ ຫຼື ສວນຜັກນັ້ນເຮັດໃຫ້ຕົວເມືອງມີຄວາມສະອາດສວຍງາມຂຶ້ນ.
ການດັດແປງວິທີການກະສິກຳໃຫ້ເໝາະສົມກັບພື້ນທີ່ແຄບ
- ປູກພືດໃສ່ຕາມຫຼັກເສົາ, ຝາ ຫຼື ຮ້ານຕົ້ນໄມ້ ແລະ ອື່ນໆ. ຂ້າງຂອງຕຶກກໍ່ເປັນຄ້າງ ໃຫ້ພືດປະເພດເຄືອເກາະກ້ຽວຂຶ້ນໄປໄດ້ດີ.
- ປູກພືດທັນຍາຫານ ຕ່າງໆໃສ່ໃນຄຸເກົ່າ, ກະປ໋ອງ, ຊາມ, ຖົງຢາງໄວ້ ຕາມດາດຟ້າ (ຫຼັງຄາ) ຫຼື ຕາມລະບຽງຂອງຕຶກອາຄານຕ່າງໆກໍ່ໄດ້. ໃຊ້ພາຊະນະບັນຈຸອັນໃດ ກໍ່ໄດ້ ແລ້ວຈົ່ງຮູໃຫ້ນ້ຳໄດ້ລະບາຍອອກເພື່ອບໍ່ໃຫ້ຮາກພືດເນົ່າ. ພືດຜັກປະເພດກິນໃບ ແມ່ນເຕີບໃຫຍ່ດີໃນພາຊະນະບັນຈຸຕ່າງໆ ເຊັ່ນ: ຜັກຫົມ, ສະຫຼັດ, ໝາກເລັ່ນ, ໝາກ ເຜັດໃຫຍ່ ແລະ ໝາກເຂືອຕ່າງໆ. ໝາກເດື່ອ, ໝາກກ້ວຍ, ຕົ້ນປາມ, ໝາກນັດ, ຕົ້ນໝາກກ້ຽງເຕັ້ຍ (ໝາກກ້ຽງການ), ຕົ້ນມ່ວງເຕັ້ຍ (ໝາກມ່ວງການ) ກໍ່ປູກໃນຖັງ, ໂຖ ຫຼືພາຊະນະບັນຈຸອື່ນໆກໍ່ເຕີບໃຫຍ່ໄດ້ດີ.
- ສຳລັບໜານຜັກທີ່ບໍ່ເລິກ (ປະມານ 20 ຊັງຕີແມັດ) ແມ່ນສາ ມາດນຳເອົາຝຸ່ນຊີວະພາບຕ່າງໆ (ເປືອກສາລີ, ຂີ້ແກບ, ໃບໄມ້ ຫຼື ເຈັ້ຍ ໜັງສືພິມມຸ່ນ ແລະ ອື່ນໆ ໃສ່ປົນລົງໄປໄດ້. ເຮັດຂຸມໃນໜານນັ້ນແລ້ວປູກເບັ້ຍພືດຜັກໃສ່ໃນຂຸມ ແລະ ໂຮຍດິນລົງໄປໜ້ອຍໜຶ່ງເພື່ອຖົມຮາກພືດ ແລ້ວເມື່ອເວລາຜ່ານໄປຮາກຂອງພືດກໍ່ຈະຂະຫຍາຍອອກ ແລະ ຝຸ່ນຊີວະພາບໃນໜານນັ້ນກໍ່ຈະຍ່ອຍສະຫຼາຍກາຍເປັນດິນໄປໃນທີ່ສຸດ.
- ເຮັດໜານປູກສູງຈາກໜ້າດິນໂດຍການຂຸດດິນພື້ນຂຶ້ນ ແລ້ວໃຊ້ດິນຊັ້ນເທິງຖົມລົງ (ເບິ່ງໜ້າຕໍ່ໄປ) ຫຼື ເອົາດິນມາກອງຄູນຂຶ້ນເທິງພື້ນຊີມັງໃຫ້ສູງ 1 ແມັດ ຈາກນັ້ນກໍ່ ເຮັດຂອບອ້ອມໄວ້.
- ກ້າແກ່ນແນວ ຫຼື ບົງເບັ້ຍໃຫ້ຖີ່ກວ່າປົກກະຕິ. ເມື່ອເວລາຜ່ານໄປພືດຜັກທີ່ປູກແບບນີ້ຈະປັບຕົວເຂົ້າກັບພື້ນທີ່ແຄບໄດ້.
- ປູກພືດຫຼາກຫຼາຍຊະນິດນຳກັນໃນພື້ນທີ່ແຄບ.
- ຫຼັງຈາກເກັບກູ້ຜົນຜະລິດແລ້ວ ໃຫ້ປູກພືດຜັກໃໝ່ຂຶ້ນມາທົດແທນທັນທີ.
ວິທີການເຮັດໜານຜັກໂດຍຂຸດປີ້ນດິນພື້ນຂຶ້ນ ແລ້ວເອົາດິນເທິງຖົມລົງ
ວິທີການເຮັດໜານຜັກໂດຍຂຸດປີ້ນດິນພື້ນຂຶ້ນ ແລ້ວເອົາດິນເທິງຖົມລົງ ການຂຸດດິນພື້ນຂຶ້ນ ແລ້ວເອົາດິນເທິງ ຖົມລົງນີ້ເປັນວິທີການທີ່ດີ ໃນການປູກພືດໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ໃນພື້ນທີ່ນ້ອຍ ຫຼື ປູກໃນດິນທີ່ແຂງ ຫຼື ດິນທີ່ມີຝຸ່ນຊີວະພາບໜ້ອຍ.
- ລວງກວ້າງຂອງໜານຜັກທີ່ຈະຂຸດນັ້ນຄວນໃຫ້ກວ້າງພໍສົມຄວນ ຫຼື ກວ້າງປະມານທີ່ຄົນສອງຄົນນັ່ງຢອງຢໍ້ຢູ່ຄົນລະພາກໜານສາມາດຢື້ຈັບມືກັນໄດ້. ສຳລັບລວງຍາວນັ້ນແມ່ນແລ້ວແຕ່ທ່ານຕ້ອງການ.
- ຂຸດ ແລະ ທຸບດິນທາງເທິງໜານໃຫ້ມຸ່ນແລ້ວເອົາຝຸ່ນໝັກ ຫຼື ຝຸ່ນສັດໃສ່ໃຫ້ທົ່ວໜານ.
- ເລີ່ມຈາກສົ້ນໜານດ້ານໃດດ້ານໜຶ່ງ ໂດຍການຂຸດເປັນຮ່ອງລົງໄປຕາມລວງກ້ວາງຂອງໜານໃຫ້ເລິກ 30 ຊມ ແລະ ກວ້າງ 30 ຊມ.
4, ໃຊ້ຈົກ ຫຼື ຊ້ວານຂຸດດິນຊັ້ນລຸ່ມໃນຮ່ອງໃຫ້ຜົງ ແລ້ວຈາກນັ້ນກໍ່ເອົາຝຸ່ນໝັກ ຫຼື ຝຸ່ນສັດໃສ່.
5, ຈາກນັ້ນກໍ່ຂຸດຮ່ອງທີສອງທີ່ຢູ່ຖັດໄປ ເອົາດິນຊັ້ນເທິງທີ່ຂຸດນັ້ນຖົມລົງໄປໃນຮ່ອງທີໜຶ່ງ. ຂຸດ ຍົງດິນໃນຮ່ອງທີສອງໃຫ້ຜົງ ແລ້ວເອົາຝຸ່ນໝັກ ຫຼື ຝຸ່ນສັດໃສ່ລົງໄປໃນຮ່ອງທີສອງ.
6, ໃຫ້ເຮັດຕາມຂັ້ນຕອນໃນຂັ້ນຕອນທີ (4) ຫຼື (5) ໄປເລື້ອຍຈົນສຸດໜານ. ດິນທີ່ຂຸດຍົງຂຶ້ນມານັ້ນກໍ່ຈະສູງຢູ່ ເໜືອໜ້າດິນ. ເຮັດໜານໃຫ້ຮາບພຽງໄດ້ລະດັບພ້ອມມີຂອບໜານສູງຂຶ້ນເພື່ອບໍ່ໃຫ້ນ້ຳ ແລະ ດິນໃນໜານໄຫຼອອກໄປໄດ້. ຈາກນັ້ນກໍ່ເອົາຝຸ່ນໝັກທີ່ຮ່ອນແລ້ວມາປົກໜ້າໜານ ກໍ່ຖືວ່າພ້ອມທີ່ຈະປູກພືດໃສ່ໄດ້.
ຫຼັງຈາກເຮັດໜານແລ້ວ ແມ່ນບໍ່ຄວນຢຽບໜານເພາະມັນຈະເຮັດໃຫ້ດິນແໜ້ນ. ຖ້າທ່ານຫາກຂຸດຍົງດິນ ແລະ ໃສ່ຝຸ່ນຄືດັ່ງຂ້າງເທິງນີ້ທຸກໆລະດູກ່ອນຈະລົງມືປູກພືດຜັກນັ້ນ ດິນປູກຝັງຂອງທ່ານກໍ່ຈະຜຸຜຸ່ຍອຸດົມສົມບູນດີໄປເປັນເວລາຫຼາຍປີ.
ດິນທີ່ມີສານປົນເປື້ອນ
ດິນໃນຕົວເມືອງໃຫຍ່ອາດຈະມີການປົນເປື້ອນກັບສານພິດເຄມີ ເຊັ່ນ: ສານກົ່ວຈາກສີທາ, ນ້ຳມັນ ແລະ ຖ່ານໄຟສາຍເກົ່າ. ເຊິ່ງສິ່ງທັງໝົດເຫຼົ່ານີ້ສາມາດກໍ່ໃຫ້ເກີດບັນຫາສຸຂະພາບທີ່ຮ້າຍແຮງໄດ້. ເພື່ອຢາກຮູ້ວ່າດິນຂອງທ່ານມີການປົນເປື້ອນຫຼືບໍ່ແມ່ນໃຫ້ເຮັດດັ່ງນີ້:
- ຊອກຮູ້ວ່າພື້ນທີ່ດັ່ງກ່າວນັ້ນຖືກໃຊ້ແນວໃດໃນອະດີດ. ຖ້າມັນຫາກເຄີຍເປັນທີ່ຕັ້ງຂອງໂຮງງານ, ປ້ຳນ້ຳມັນ, ບ່ອນຈອດລົດ, ຫຼື ເປັນບ່ອນຖິ້ມຂີ້ເຫຍື້ອ, ດິນຕອນນັ້ນອາດຈະມີການປົນເປື້ອນກໍ່ເປັນໄປໄດ້.
- ຖ້າດິນນັ້ນມີກິ່ນຂິວຄືກັບສານເຄມີ ດິນນັ້ນອາດມີການປົນເປື້ອນກໍ່ໄດ້.
- ພື້ນທີ່ໆຢູ່ໃຕ້ຝາທີ່ມີການທາສີແມ່ນມີແນວໂນ້ມທີ່ຈະມີການປົນເປື້ອນທາດກົວຫຼາຍທີ່ສຸດ.ເຈົ້າສາມາດທີ່ຈະນຳເອົາຕົວຢ່າງຂອງດິນໄປກວດຫາສານປົນເປື້ອນໄດ້ໃນມະຫາວິທະຍາໄລ, ສຳນັກງານຕົວແທນ, ຫຼື ໃນຫ້ອງວິເຄະ (lab) ຂອງເອກະຊົນກໍ່ໄດ້. ການກວດສານກົ່ວແມ່ນບໍ່ແພງຫຼາຍ ແຕ່ການກວດຫາສານປົນເປື້ອນອື່ນໃນດິນແມ່ນມັກເປັນເລື່ອງຍາກ ແລະ ມີລາຄາແພງ.
ການກະສິກຳໃນຕົວເມືອງກຳລັງເຕີບໃຫຍ່
ປະເທດຄິວບາເປັນປະເທດທີ່ຕັ້ງຢູ່ເທິງເກາະ ທີ່ຄັ້ງໜຶ່ງເຄີຍເປັນປະເທດຜູ້ຜະລິດນ້ຳຕານ ແລະ ຢາສູບເພື່ອສົ່ງ ອອກຂາຍຕ່າງປະເທດ. ປະເທດຄິວບາ ມີການຜະລິດກະສິກຳທີ່ເປັນລະບົບອຸດສະຫະກຳທີ່ອາໄສນ້ຳມັນເຊື້ອໄຟ ແລະ ຜະລິດຕະພັນເຄມີເພື່ອການກະເສດທີ່ເຮັດຈາກນ້ຳມັນ (ເຊັ່ນ: ຢາຂ້າສັດຕູພືດ ແລະ ຝຸ່ນເຄມີ). ເມື່ອສະຫະ ພາບໂຊວຽດລົ້ມລະລາຍປະເທດຄິວບາກໍ່ສູນເສຍປະເທດຜູ້ຈຳໜ່າຍນ້ຳມັນ ແລະ ປະເທດລູກຄ້າຜູ້ຊື້ນ້ຳຕານ ແລະ ຢາສູບລາຍໃຫຍ່ທີ່ສຸດໄປ. ເນື່ອງຈາກນະໂຍບາຍການເມືອງບໍ່ລົງຮອຍກັນ, ບັນດາປະເທດຕ່າງໆສ່ວນໃຫຍ່ກໍ່ບໍ່ຍອມຂາຍຜະລິດຕະພັນເຄມີໃຫ້ກັບຄິວບາ ແລະ ພ້ອມດຽວກັນນັ້ນກໍ່ບໍ່ຊື້ສິນຄ້າຈາກປະເທດຄິວບາເຊັ່ນກັນ. ເມື່ອຖືກປິດລ້ອມບີບຮັດເຊັ່ນນັ້ນ ປະເທດຄິວຈຳຕ້ອງໄດ້ຊອກຫາທາງອອກໃໝ່ໃນການເຮັດການກະ ເສດ.ປະ ເທດ ຄິວບາໄດ້ອອກນະໂຍບາຍໃໝ່ໂດຍການຖືເອົາການກະເສດແບບຍືນຍົງເປັນວາລະແຫ່ງຊາດ. ລັດຖະບານໄດ້ສົ່ງເສີມວິທີການກະເສດແບບຍືນຍົງໂດຍການໃຫ້ເນື້ອທີ່ດິນເຮັດການກະສິກຳ, ໃຫ້ການສຶກສາ, ແລະ ສ້າງຕະ ຫຼາດປະຈຳທ້ອງຖິ່ນຕ່າງໆຂຶ້ນ. ໃນເມື່ອວິທີການກະເສດແນວໃໝ່ນີ້ໄດ້ພັດທະນາ ແລະ ແຜ່ຂະຫຍາຍອອກໄປ, ມັນກໍ່ມີອາຫານການກິນທີ່ດີຕໍ່ສຸຂະພາບຫຼາຍຂຶ້ນສຳລັບທຸກຄົນ.
ປະເທດຄິວບາກໍ່ຄືກັບບັນດາປະເທດອື່ນໆ ທີ່ມີປະຊາຊົນຍົກຍ້າຍຖິ່ນຖານເຂົ້າມາທຳມາຫາກິນໃນບັນ ດາຕົວເມືອງໃຫຍ່. ໃນປະຈຸບັນນີ້ລັດຖະບານກໍ່ໄດ້ປຸກລະດົມໃຫ້ປະຊາຊົນຫັນມາເຮັດການກະເສດປູກພືດທັນຍາ ຫານຢູ່ໃນເມືອງໂດຍນຳໃຊ້ວິທີການການກະເສດແບບຍືນຍົງ. ການກະເສດໃນຕົວເມືອງຊ່ວຍສົ່ງເສີມໃຫ້ມີສະ ບຽງອາຫານທີ່ອຸດົມສົມບູນ, ມີວຽກເຮັດງານທຳ ແລະ ມີການສຶກສາ. ເຊິ່ງວ່າຜະລິດຕະພັນພືດຜັກສົດ (ຜັກ, ສັດ ປີກ, ດອກໄມ້ ແລະ ພືດສະໝູນໄພຕ່າງໆ) ທີ່ໃຊ້ໃນນະຄອນຫຼວງຮາວັນນາລ້ວນແລ້ວແຕ່ປູກຢູ່ໃນ ຫຼື ຢູ່ບໍລິເວນໃກ້ ກັບຕົວເມືອງນັ້ນເອງ. ພືດສະໝູນໄພຕ່າງໆທີ່ປູກໃນນະຄອນຫຼວງຮາວັນນາແມ່ນຂາຍໃນລາຄາຖືກຢູ່ຮ້ານທີ່ມີຊື່ວ່າ:“ກຼີນຟາມາຊີ”(ສະໝູນໄພສົດ). ເຖິງວ່າຈະມີການນຳຂຶ້ນມາຕຳນິວິຈານກັນກໍ່ຕາມ, ແຕ່ການກະເສດແບບຍືນ ຍົງກໍ່ໄດ້ປ່ຽນແປງຊີວິດການເປັນຢູ່ຂອງປະຊາຊົນຄິວບາໄປໃນທາງທີ່ດີຂຶ້ນ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ