ການຜະລິດກະສິກຳ ແບບຍືນຍົງ (ນິເວດກະສິກຳ) ເປັນເຕັກນິກໃໝ່ອັນໜຶ່ງ ສຳລັບຊາວກະສິກອນຢູ່ເຂດພາກເໜືອຂອງ ສປປ ລາວ. ການຄົ້ນຄວ້າຮູບແບບການຜັນຂະຫຍາຍ ແລະ ການຮັບເອົາເຕັກນິກການ ຜະລິດ ກະສິກຳ ແບບຍືນຍົງ ໃນຄັ້ງນີ້ ແມ່ນໄດ້ຈັດຕັ້ງປະຕິບັດ ແລະ ເກັບກຳຂໍ້ມູນຕົວຈິງຢູ່ພາຍໃນຈຳນວນ 20 ບ້ານ, 3 ເມືອງ ຂອງ ແຂວງ ຊຽງຂວາງ ຊຶ່ງໄດ້ແບ່ງອອກເປັນ 4 ເຂດນິເວດ ກະສິກຳຄື: ເຂດເມືອງແປກ, ເມືອງຄຳເຂດເໜືອ, ເມືອງ ຄຳເຂດລຸ່ມ ແລະ ເຂດເມືອງໜອງແຮດ. ໂດຍຈຸດປະສົງມີ, ເພື່ອສຶກສາເຖິງການຈັດຕັ້ງປະຕິບັດ ແລະ ການຍອມຮັບເອົາເຕັກນິກການຜະລິດກະສິກຳແບບຍນື ຍົງ, ພອ້ມທງັ ຂໍ້ຈຳກັດ ຕາ່ງໆ ໃນການ ຜັນຂະຫຍາຍເຕກັ ນກິ ດັ່ງ ກາ່ວ. ໃນນັ້ນໄດເ້ກັບກຳຂໍ້ ມນູທາງດ້ານພົນລະເມືອງທັງໝົດຈຳນວນ 1463 ຄົວເຮືອນ (20 ບ້ານ), ນອກນີ້ກໍ່ຍັງໄດ້ສຳພາດຄອບຄົວຕົວຢ່າງ ຈາກການຊຸ່ມເອົາແບບບັງເອີນ ແລະ ຈັດກຸ່ມສົນທະນາເພື່ອປະເມີນເບິ່ງລະດັບການຮັບເອົາເຕັກນິກໃໝ່.
ຈາກການສຶກສາຄົ້ນຄວ້າເຫັນວ່າ: ຂໍ້ຈຳກັດທາງດ້ານສະພາບພູມີສາດ, ເງື່ອນໄຂຂໍ້ຫຍຸ້ງຍາກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເປັນສາເຫດເຮັດໃຫ້ການຮັບເອົາເຕັກນິກ ການຜະລິດກະສິກຳແບບຍືນ ຍົງ ຫລື ເຕັກນິກ ແບບ “ບໍ່ໄຖ-ບໍ່ຄາດ” ຂອງແຕ່ລະ ເຂດນິເວດກະສີກຳມີຄວາມແຕກຕາ່ງກັນ. ຜົນການສຳຫຼວດຄົວເຮືອນສະແດງໃຫ້ເຫັນວ່າ ການຂະຫຍາຍເຕັກນິກການຜະລິດກະສິກຳແບບຍືນຍົງໃນປີ 2009 ຢູ່ເມືອງແປກກວມເຖິງ 12% ຂອງຈຳນວນຄົວເຮືອນ, ຢູ່ເມືອງຄຳເຂດເໜືອມີ 13%, ເມືອງຄຳເຂດລຸ່ມ 11% ແລະ ເຂດເມືອງໜອງແຮດ 16%. ເຖິງຢ່າງໃດກໍ່ຕາມ, ການຜັນຂະຫຍາຍເຕັກນິກດັ່ງກ່າວກໍ່ຍັງຖືກຈຳກັດ ເພາະວ່າຊາວກະສິກອນບໍ່ມີທຶນພຽງພໍສຳລັບທຳການຜະລິດ. ເນື່ອງຈາກມີຄວາມຫຍຸ້ງຍາກ ໃນການເຂົ້າເຖິງເງິນກູ້ (ສິນເຊື່ອ) ຂອງທະນາຄານ ພ້ອມທັງອັດຕາດອກເບ້ຍສູງ ແລະ ໄລຍະເວລາໃນການກູ້ຢືມກໍ່ສັ້ນ. ນອກຈາກນີ້, ຊາວກະສິກອນສ່ວນໃຫ່ຍແມ່ນຍັງຂາດຄວາມຮູ້ ແລະ ປະສົບການກ່ຽວກັບເຕັກນິກລະອຽດ (ການນຳໃຊ້ຢາຂ້າຫຍ້າ, ອຸປະກອນ ແລະ ອື່ນໆ). ດັ່ງນັ້ນ, ຈຶ່ງເຮັດໃຫ້ເຂົາເຈົ້າບໍ່ຄຳນຶງເຖິງບັນຫາການເຊື່ອມໂຊມຂອງສິ່ງແວດລ້ອມ ຈາກກິດຈະກຳການໄຖພື້ນທີ່ໃນໄລຍະກະກຽມດິນ ຈຶ່ງ ເຮັດ ໃຫເ້ຂົາ ເຈົ້າ ສືບ ຕໍ່ກະກຽມດິນ ໃນຮບູແບບທີ່ມີ ການໄຖພື້ນທີ່ ດັ່ງ ທີ່ເຄີຍຈັດຕັ້ງປະຕິບັດຜ່ານມາ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ