google-site-verification: google0d91bc93cfc88895.html ການຄວບຄຸມສັດຕູ ແລະ ພະຍາດພືດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, February 20, 2016

ການຄວບຄຸມສັດຕູ ແລະ ພະຍາດພືດ

ການຈັດການກັບສັດຕູພືດ ແລະ ພະຍາດຂອງພືດ

ການຈັດການກັບສັດຕູພືດ ແລະ ພະຍາດຂອງພືດສັດຕູພືດ, ພະຍາດພືດ ແລະ ຫຍ້າ ເປັນໄພຄຸກຄາມອັນໃຫຍ່ຫຼວງຕໍ່ກັບພືດທັນຍາຫານຕ່າງໆ. ພວກບໍລິສັດເຄມີບອກວ່າມີວິທີທາງດຽວເທົ່ານັ້ນທີ່ຈະສາມາດຈັດການກັບພວກມັນໄດ້ກໍ່ຄືການສີດພົ່ນຢາຂ້າສັດຕູພືດຢ່າງເປັນປົກກະຕິ. ແຕ່ວ່າສານເຄມີເຫຼົ່ານັ້ນອາດຈະພາໃຫ້ເກີດມີບັນຫາຫຼາຍກວ່າທີ່ພວກມັນໄດ້ແກ້ໄຂໄປນັ້ນ. ການເຮັດການກະສິກຳແບບຍືນຍົງເປັນມິດກັບທຳມະຊາດໃນການຄວບຄຸມໃຫ້ພືດທັນຍາຫານ, ສັດຕູ ພືດ, ພະຍາດ, ຫຍ້າ ແລະ ດິນ ຄົງຢູ່ຢ່າງສົມດຸນກັນ. ວິທີການແບບນີ້ເອີ້ນວ່າ ການຄວບ ຄຸມຈັດການສັດຕູພືດແບບທຳມະຊາດ ຫຼືວິທີ ການຈັດການຄວບຄຸມສັດຕູພືດແບບປະສົມປະສານ (IPM).

               ສັດຕູພືດ, ພະຍາດພືດ ແລະ ຫຍ້າ ເປັນໄພຄຸກຄາມອັນໃຫຍ່ຫຼວງຕໍ່ກັບພືດທັນຍາຫານຕ່າງໆ. ພວກບໍລິສັດເຄມີບອກວ່າມີວິທີທາງດຽວເທົ່ານັ້ນທີ່ຈະສາມາດຈັດການກັບພວກມັນໄດ້ກໍ່ຄືການສີດພົ່ນຢາຂ້າສັດຕູພືດຢ່າງເປັນປົກກະຕິ. ແຕ່ວ່າສານເຄມີເຫຼົ່ານັ້ນອາດຈະພາໃຫ້ເກີດມີບັນຫາຫຼາຍກວ່າທີ່ພວກມັນໄດ້ແກ້ໄຂໄປນັ້ນ. ການເຮັດການກະສິກຳແບບຍືນຍົງເປັນມິດກັບທຳມະຊາດໃນການຄວບຄຸມໃຫ້ພືດທັນຍາຫານ, ສັດຕູ ພືດ, ພະຍາດ, ຫຍ້າ ແລະ ດິນ ຄົງຢູ່ຢ່າງສົມດຸນກັນ. ວິທີການແບບນີ້ເອີ້ນວ່າ ການຄວບ ຄຸມຈັດການສັດຕູພືດແບບທຳມະຊາດ ຫຼືວິທີ ການຈັດການຄວບຄຸມສັດຕູພືດແບບປະສົມປະສານ (IPM).
             ການຄວບຄຸມຈັດການສັດຕູພືດ ຕາມວິທີທຳມະຊາດຊ່ວຍປ້ອງກັນການເກີດບັນຫາສັດຕູພືດ ແລະ ການເກີດພະຍາດກັບພືດ, ມັນຍັງຊ່ວຍປ້ອງກັນບໍ່ໃຫ້ມີສານພິດເຄມີເຂົ້າມາຕົກຄ້າງໃນຮ່າງກາຍ ແລະ ສະພາບແວດ ລ້ອມຂອງພວກເຮົາໄດ້. ມັນຍັງເປັນການຫຼີກເວັ້ນບັນຫາການປູກຝັງທີ່ເອື່ອຍອີງໃສ່ແຕ່ສານເຄມີ ແລະ ບັນຫາສັດ ຕູພືດເກີດການດື້ຢາ.
             ເຖິງແມ່ນວ່າທ່ານພະຍາຍາມປາບສັດຕູພືດໂດຍການໃຊ້ຢາປາບ, ມັນເປັນເລື່ອງທີ່ສຳຄັນທີ່ທ່ານຕ້ອງໄດ້ຮູ້ວ່າ ສັດຕູພືດນັ້ນກຳລັງເຮັດໃຫ້ຜົນລະປູກຂອງທ່ານເສຍຫາຍບໍ່ ແລະ ມັນເຮັດໃຫ້ເກີດຄວາມເສຍຫາຍຫຼາຍປານ ໃດ ແລະ ສິ່ງມີຊີວິດຕ່າງໆ (ແມງໄມ້ ແລະ ສັດຕ່າງໆ) ທີ່ຢູ່ທີ່ນັ້ນໄດ້ຄວບຄຸມສັດຕູພືດເຫຼົ່ານັ້ນ ຫຼື ບໍ່. ຫຼັງຈາກນັ້ນ ຈິ່ງມາຕັດສິນໃຈວ່າສົມຄວນຕ້ອງໃຊ້ຢາເຄມີປາບສັດຕູພືດ ຫຼື ບໍ່ ແລະ ຈະໃຊ້ເມື່ອໃດ ແລະ ໃຊ້ຊະນິດໃດຈິ່ງຈະ ເໝາະສົມ.ວິທີການທີ່ດີທີ່ສຸດໃນການຄວບຄຸມທັງສັດຕູພືດ ແລະ ພະຍາດພືດ ກໍ່ຄືການເຮັດໃຫ້ພືດຜັກແຂງ ແຮງສົມບູນດີ.

ການຈັດການກັບສັດຕູພືດ ແລະ ພະຍາດຂອງພືດສັດຕູພືດ, ພະຍາດພືດ ແລະ ຫຍ້າ ເປັນໄພຄຸກຄາມອັນໃຫຍ່ຫຼວງຕໍ່ກັບພືດທັນຍາຫານຕ່າງໆ. ພວກບໍລິສັດເຄມີບອກວ່າມີວິທີທາງດຽວເທົ່ານັ້ນທີ່ຈະສາມາດຈັດການກັບພວກມັນໄດ້ກໍ່ຄືການສີດພົ່ນຢາຂ້າສັດຕູພືດຢ່າງເປັນປົກກະຕິ. ແຕ່ວ່າສານເຄມີເຫຼົ່ານັ້ນອາດຈະພາໃຫ້ເກີດມີບັນຫາຫຼາຍກວ່າທີ່ພວກມັນໄດ້ແກ້ໄຂໄປນັ້ນ. ການເຮັດການກະສິກຳແບບຍືນຍົງເປັນມິດກັບທຳມະຊາດໃນການຄວບຄຸມໃຫ້ພືດທັນຍາຫານ, ສັດຕູ ພືດ, ພະຍາດ, ຫຍ້າ ແລະ ດິນ ຄົງຢູ່ຢ່າງສົມດຸນກັນ. ວິທີການແບບນີ້ເອີ້ນວ່າ ການຄວບ ຄຸມຈັດການສັດຕູພືດແບບທຳມະຊາດ ຫຼືວິທີ ການຈັດການຄວບຄຸມສັດຕູພືດແບບປະສົມປະສານ (IPM).

       ● ເຮັດໃຫ້ດິນອຸດົມສົມບູນດີ. ດິນທີ່ອຸດົມສົມບູນດີເປັນທີ່ຢູ່ອາໄສຂອງແມງໄມ້ທີ່ເປັນມິດກັບພືດພັນທີ່ປູກໄວ້ນັ້ນ ພວກມັນຊ່ວຍປ້ອງກັນພະຍາດພືດຕ່າງໆໄດ້.
       ● ເລືອກປູກພືດພັນທີ່ທົນທານຕໍ່ພະຍາດ ແລະ ສັດຕູພືດຕ່າງໆໄດ້. ຈົ່ງສອບຖາມນຳຊາວກະສິກອນ ຫຼື ຕົວແທນຈຳໜ່າຍ ເພື່ອໃຫ້ແນ່ໃຈວ່າ ແນວພັນທີ່ທ່ານເລືອກຊື້ມາປູກນັ້ນສາມາດຕ້ານທານກັບສັດຕູພືດ ແລະ ພະຍາດທົ່ວໄປຕ່າງໆໄດ້.
       ● ວາງໄລຍະຫ່າງຂອງພືດທີ່ຈະປູກໃຫ້ຖືກຕ້ອງ. ການປູກພືດຖີ່ ຫຼື ໃກ້ກັນຫຼາຍໂພດເຮັດໃຫ້ແສງແດດ ແລະ ອາກາດເຂົ້າໄປເຖິງໃບພືດໄດ້ໜ້ອຍ ເຊິ່ງຈະອຳນວຍໃຫ້ພະຍາດຈະເລີນເຕີບໂຕໄດ້, ແຕ່ຖ້າຫາກປູກຫ່າງກັນໂພດ ກໍ່ຈະມີຊ່ອງຫວ່າງໃຫ້ ຫຍ້າເກີດຂຶ້ນ ແລະ ກໍ່ເຮັດໃຫ້ດິນແຫ້ງນຳ ເຊິ່ງຈະພາໃຫ້ຜົນຜະລິດບໍ່ໄດ້ເຕັມເມັດ
ເຕັມໜ່ວຍ. ຈົ່ງເຮັດການທົດລອງເພື່ອຊອກຫາໄລຍະຫ່າງທີ່ເໝາະສົມທີ່ສຸດສຳລັບພືດແຕ່ລະຊະນິດ.
       ● ທຳການປູກຝັງໃນໄລຍະເວລາທີ່ເໝາະສົມ. ສັດຕູພືດ ແລະ ພະຍາດພືດຕ່າງໆແມ່ນຂຶ້ນກັບສະພາບຂອງດິນຟ້າອາກາດໃນການຈະເລີນເຕີບໂຕ ເຊັ່ນ: ມື້ຝົນຕົກເທື່ອທຳອິດ ຫຼື ມື້ທຳອິດທີ່ອາກາດອົບອຸ່ນ. ການສັງເກດການຈະເລີນເຕີບໃຫຍ່ຂອງພືດແຕ່ລະຊະນິດ ແລະ ສອບຖາມນຳຊາວກະສິກອນກ່ຽວກັບແບບວິທີການປູກຝັງຂອງເຂົາເຈົ້າກໍ່ຈະສາມາດຊ່ວຍໃຫ້ທ່ານສາມາດເລືອກໄລຍະເວລາທີ່ດີທີ່ສຸດໃນການລົງມືປູກ. ການລົງມືປູກກ່ອນເວລາປູກປົກກະຕິທົ່ວໄປ ເຮັດໃຫ້ພືດພັນເຕີບໃຫຍ່ພໍທີ່ຈະສາມາດຕ້ານທານກັບສັດຕູພືດ ແລະ ພະຍາດຕ່າງໆທີ່ມັກເກີດຂຶ້ນໃນໄລຍະເວລາໃດໜຶ່ງໄດ້. ການປູກຊ້າກວ່າປົກກະຕິກໍ່ສາມາດເຮັດໃຫ້ສັດຕູພືດ ຫຼື ພະຍາດເກືອບທຸກຊະນິດຕາຍໄປຍ້ອນຂາດອາຫານ.
ການຈັດການກັບສັດຕູພືດ ແລະ ພະຍາດຂອງພືດສັດຕູພືດ, ພະຍາດພືດ ແລະ ຫຍ້າ ເປັນໄພຄຸກຄາມອັນໃຫຍ່ຫຼວງຕໍ່ກັບພືດທັນຍາຫານຕ່າງໆ. ພວກບໍລິສັດເຄມີບອກວ່າມີວິທີທາງດຽວເທົ່ານັ້ນທີ່ຈະສາມາດຈັດການກັບພວກມັນໄດ້ກໍ່ຄືການສີດພົ່ນຢາຂ້າສັດຕູພືດຢ່າງເປັນປົກກະຕິ. ແຕ່ວ່າສານເຄມີເຫຼົ່ານັ້ນອາດຈະພາໃຫ້ເກີດມີບັນຫາຫຼາຍກວ່າທີ່ພວກມັນໄດ້ແກ້ໄຂໄປນັ້ນ. ການເຮັດການກະສິກຳແບບຍືນຍົງເປັນມິດກັບທຳມະຊາດໃນການຄວບຄຸມໃຫ້ພືດທັນຍາຫານ, ສັດຕູ ພືດ, ພະຍາດ, ຫຍ້າ ແລະ ດິນ ຄົງຢູ່ຢ່າງສົມດຸນກັນ. ວິທີການແບບນີ້ເອີ້ນວ່າ ການຄວບ ຄຸມຈັດການສັດຕູພືດແບບທຳມະຊາດ ຫຼືວິທີ ການຈັດການຄວບຄຸມສັດຕູພືດແບບປະສົມປະສານ (IPM).

        ● ປູກພືດຫຼາກຫຼາຍຊະນິດ ແລະ ປ່ຽນ ຮູບແບບຂອງການປູກຝັງເລື້ອຍໆ. ການປູູກພືດຊະນິດດຽວໃນພື້ນທີ່ໆກວ້າງຂວາງ ແມ່ນເປັນການດຶງດູດແມງໄມ້ ຫຼື ສັດຕູພືດທີ່ມັກພືດຊະນິດນັ້ນມາທຳລາຍ
        ● ໃຫ້ນ້ຳຈາກທາງລຸ່ມ. ການຫົດນ້ຳລົງຈາກທາງເທິງສາມາດທີ່ຈະພາໃຫ້ພະຍາດທີ່ອາໄສໃນດິນຟົ້ງຂຶ້ນມາໃສ່ພືດໄດ້, ເຊິ່ງວ່າໃບ ແລະ ກ້ານຂອງພືດທີ່ປຽກຊຸ່ມນັ້ນເປັນບ່ອນຂະຫຍາຍຕົວທີ່ດີສຳລັບພວກມັນ. ການໃຊ້ວິທີການໃຫ້ນ້ຳດ້ວຍລະບົບນ້ຳຢອດ ຫຼື ການປ່ອຍນ້ຳເຂົ້າຖ້ວມແມ່ນຈະເຮັດໃຫ້ກ້ານ ແລະ ໃບຂອງພືດແຂງແຮງດີ
ການຈັດການກັບສັດຕູພືດ ແລະ ພະຍາດຂອງພືດສັດຕູພືດ, ພະຍາດພືດ ແລະ ຫຍ້າ ເປັນໄພຄຸກຄາມອັນໃຫຍ່ຫຼວງຕໍ່ກັບພືດທັນຍາຫານຕ່າງໆ. ພວກບໍລິສັດເຄມີບອກວ່າມີວິທີທາງດຽວເທົ່ານັ້ນທີ່ຈະສາມາດຈັດການກັບພວກມັນໄດ້ກໍ່ຄືການສີດພົ່ນຢາຂ້າສັດຕູພືດຢ່າງເປັນປົກກະຕິ. ແຕ່ວ່າສານເຄມີເຫຼົ່ານັ້ນອາດຈະພາໃຫ້ເກີດມີບັນຫາຫຼາຍກວ່າທີ່ພວກມັນໄດ້ແກ້ໄຂໄປນັ້ນ. ການເຮັດການກະສິກຳແບບຍືນຍົງເປັນມິດກັບທຳມະຊາດໃນການຄວບຄຸມໃຫ້ພືດທັນຍາຫານ, ສັດຕູ ພືດ, ພະຍາດ, ຫຍ້າ ແລະ ດິນ ຄົງຢູ່ຢ່າງສົມດຸນກັນ. ວິທີການແບບນີ້ເອີ້ນວ່າ ການຄວບ ຄຸມຈັດການສັດຕູພືດແບບທຳມະຊາດ ຫຼືວິທີ ການຈັດການຄວບຄຸມສັດຕູພືດແບບປະສົມປະສານ (IPM).

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ