google-site-verification: google0d91bc93cfc88895.html ພາວະໂລກຮ້ອນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 22, 2016

ພາວະໂລກຮ້ອນ


ພາວະໂລກຮ້ອນ
ການປ່ຽນແປງຂອງສະພາບອາກາດແມ່ນ ໄດ້ເກີດຂຶ້ນໃນທົ່ວໂລກ ແລະເຊິ່ງກໍ່ໃຫ້ເກີດໄພພິບັດທາງທໍາມະຊາດຫຼາຍຂຶ້ນເລື້ອຍໆ ແລະ ບັນຫາຕ່າງໆທີ່ຮ້າຍແຮງສໍາລັບສຸຂະພາບຂອງຄົນເຮົາ. ໃນບາງພື້ນທີ່ກໍມີນ້ຳຖ້ວມ ແລະພາຍຸທີ່ຮຸນແຮງ, ແລະໃນບາງພື້ນທີ່ກໍມີຝົນຫນ້ອຍ ແລະໄພແຫ້ງແລ້ງຫຼາຍຂຶ້ນ.
            ສະຖານະການດັ່ງກ່າວນີ້ແມ່ນເອີ້ນວ່າການປ່ຽນແປງສະພາບອາກາດ ຫຼືພາວະໂລກຮ້ອນ, ມັນແມ່ນເຮັດໃຫ້ມີບັນຫາສະພາບແວດລ້ອມຕ່າງໆເຊິ່ງລວມທັງການຕັດໄມ້ທຳລາຍປ່າ, ການເພີ່ມຂຶ້ນຂອງມົນລະພິດໃນນ້ຳ, ອາກາດ ແລະການສູນເສຍສັດປ່າຕ່າງໆ. ບັນຫາເຫຼົ່ານີ້ເປັນສາເຫດເຮັດໃຫ້ເກີດການເພີ່ມຂຶ້ນຂອງໃນອຸນຫະພູມຂອງໜ່ວຍໂລກທີ່ຄ່ອຍເພີ່ມຂຶ້ນເທື່ອລະເລັກລະໜ້ອຍເຊິ່ງເຮັດໃຫ້ກາຍເປັນຫຼາຍໄດ້, ນີ້ເປັນສາເຫດກໍ່ໃຫ້ເກີດການປ່ຽນແປງທາງອາກາດຢ່າງຖາວອນ.
            ສະພາບການປ່ຽນແປງຂອງສະພາບອາກາດເຮັດໃຫ້ເກີດໄພພິບັດທີ່ມີຜົນກະທົບຕໍ່ຜູ້ຄົນໃນທົ່ວທຸກແຫ່ງ. ຄວາມຮຸນແຮງພາຍຸ ແລະໄພນໍ້າຖ້ວມໄດ້ທໍາລາຍບ້ານເຮືອນ ແລະພືດພັນທັນຍາຫານ, ໄພແຫ້ງແລ້ງເຮັດໃຫ້ເກີດຄວາມຂາດແຄ້ນອົດຍາກ, ແລະ ແມງໄມ້ ແລະສັດຕ່າງໆເປັນພາຫະແຜ່ເຊື້ອພະຍາດໃນເວລາທີ່ພວກມັນຍ້າຍອອກໄປບ່ອນໃໝ່ເພາະວ່າການປ່ຽນແປງດິນຟ້າອາກາດ.


ຕົ້ນເຫດຂອງພາວະໂລກຮ້ອນ

             ສະພາບແວດລ້ອມແມ່ນມີຄວາມສາມາດຕາມທຳມະຊາດທີ່ຈະດູດຊັບເອົາມົນລະພິດ ຕ່າງໆໄດ້. ແຕ່ຖ້າຢູ່ໃນສະພາບແວດລ້ອມນັ້ນມີມົນລະພິດຫຼາຍເກີນໄປ ໂລກຂອງພວກເຮົາກໍ່ບໍ່ສາມາດດູດເອົາໄດ້. ຫຼາຍກວ່າໜຶ່ງສະຕະວັດມາແລ້ວ ທີ່ມະນຸດເຮົາໄດ້ຂຸດຄົ້ນເອົາ ນ້ຳມັນ ແລະ ຖ່ານຫີນມາໃຊ້ເຜົາເປັນພະລັງງານ, ຊຶ່ງປະລິມານຂອງມົນລະພິດທີ່ປ່ອຍອອກສູ່ສະພາບແວດລ້ອມນັ້ນມີປະລິມານເພີ່ມຂຶ້ນໄວຫຼາຍກວ່າແຕ່ກ່ອນ. ການປ່ອຍມົນ
ລະພິດອອກສູ່ສະພາບແວດລ້ອມກໍ່ເປັນຕົ້ນເຫດອັນໜຶ່ງທີ່ພາໃຫ້ເກີດພາວະໂລກຮ້ອນ. ແລະ ອີກໜຶ່ງສາເຫດຂອງໂລກຮ້ອນແມ່ນມາຈາກການຜະລິດສານເຄມີເພື່ອໃຊ້ເຂົ້າໃນຂະບວນການຜະລິດ. ຊຶ່ງສານເຄມີເຫຼົ່ານີ້ໄດ້ເກີດມົນລະພິດໃນອາກາດທີ່ສະພາບແວດລ້ອມບໍ່ສາມາດດູດເອົາໄດ້. ສະນັ້ນມັນກໍ່ເລີຍກາຍເປັນສາເຫດອີກອັນໜຶ່ງທີ່ພາໃຫ້ໂລກຮ້ອນ.


              ຄວາມບໍ່ເທົ່າທຽມ ແລະ ບໍ່ເປັນທຳໃນການນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດແລະ ການນຳໃຊ້ແຫຼ່ງຊັບພະຍາກອນເຫຼົ່ານັ້ນຢ່າງບໍ່ຍືນຍົງ ກໍ່ເປັນອີກສາເຫດໜຶ່ງຂອງພາ ວະໂລກຮ້ອນ. ບັນດາປະເທດຮັ່ງມີ ເຊັ່ນ: ປະເທດອາເມລິກາ ແມ່ນໃຊ້ແຫຼ່ງຊັບພະຍາກອນ ທຳມະຊາດຕ່າງໆ ແລະ ກໍ່ໃຫ້ເກີດມົນລະພິດຫຼາຍເກີນໄປໂພດ ເພື່ອເຂົາເຈົ້າຈະໄດ້ມາຊຶ່ງ ຜົນກຳໄລ ແລະ ຄຸນນະພາບການດຳລົງຊີວິດທີ່ດີມີມາດຕະຖານ. ເມື່ອບັນດາປະເທດທີ່
ດ້ອຍພັດທະນາ ເລີ່ມການພັດທະນາຢ່າງບໍ່ຍືນຍົງຕາມແບບອາເມລິການັ້ນ, ບັນຫາມົນລະພິດກໍ່ຍິ່ງເພີ່ມຄວາມຮຸນແຮງເກີນທີ່ໂລກຈະຮັບໄດ້. ການທີ່ຈະປ້ອງກັນໄພພິບັດ ທີ່ເກີດຈາກພາວະໂລກຮ້ອນ ຄືດັ່ງທີ່ໄດ້ກ່າວໃນຂ້າງເທິງ ແລະ ໄພພິບັດອື່ນໆທີ່ຮ້າຍແຮງກວ່າກຳ ລັງຄືບຄານເຂົ້າມາໄດ້ນັ້ນ, ທັງປະເທດທີ່ພັດທະນາແລ້ວ ແລະ ປະເທດກຳລັງພັດທະນາຕ້ອງໄດ້ປ່ຽນພຶດຕິກຳການນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດຕ່າງໆຢ່າງຍືນຍົງ. ໄພຈາກທໍາມະຊາດ ແລະ ສານເຄມີຕ່າງໆ ແລະເລີ່ມໃຊ້ພະລັງງານສະອາດ ແລະ ຂະບວນການຜະລິດທີ່ສະອາດ. ພວກເຮົາທຸກຄົນຕ້ອງມີສ່ວນຮ່ວມໃນການປ່ຽນແປງຂອງສັງຄົມຂອງ ພວກເຮົາ ແລະ ຜູ້ທີ່ມີຊັບພະຍາກອນຫຼາຍ
ຄວນຈະປະກອບສ່ວນຫຼາຍຂຶ້ນຕໍ່ກັບໃຫ້ ຂະບວນການ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ