google-site-verification: google0d91bc93cfc88895.html ມັນດ້າງ Ipomoea batatas - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, February 10, 2016

ມັນດ້າງ Ipomoea batatas

ມັນດ້າງ
Ipomoea batatas



ຄຸນຄ່າທາງໂພຊະນາການ
ຫົວມັນດ້າງ ແມ່ນແຫຼ່ງຂອງຄາໂບໄຮເດຣທ໌ທີ່ດີພ້ອມທັງອຸດົມດ້ວຍວິຕາມິນເອ. ຍອດຂອງມັນ ເປັນແຫຼ່ງຂອງທາດເຫຼັກທີ່ດີ. ມັນດ້າງເປັນອາຫານທີ່ຍ່ອຍງ່າຍ, ສະນັ້ນຈຶ່ງເປັນອາຫານທີ່ດີ ສໍາລັບເດັກນ້ອຍ ແລະ ຄົນປ່ວຍ.

ວິທີການກິນມັນດ້າງ
ມັນດ້າງ ສາມາດເອົາມາແຕ່ງສຸກກິນ ເຊັ່ນ: ປີ້ງ, ໜຶ້ງ ຫຼື ຕົ້ມ. ມັນດ້າງສາມາດ ກິນເປັນອາຫານຫຼັກ, ຫຼື ກິນເປັນອາຫານຫວ່າງກໍໄດ້. ທ່ານສາມາດປຸງແຕ່ງມັນດ້າງທີ່ຊອຍເປັນປ່ຽງແລ້ວ ດ້ວຍການຂົ້ວ, ເຮັດແກງກະລີ່, ຕົ້ມ ຫຼື ເຮັດແກງຈືດກໍໄດ້.

ຄໍາແນະນໍາ ສຳລັບການຂະຫຍາຍພັນ
ກະກຽມຄູໜານ ທີ່ມີຄວາມສູງປະມານ 30 - 40 ຊັງຕີແມັດ ແລະ ຫ່າງກັນປະມານ 1 ແມັດ, ເຮັດຄູໜານໃສ່ດິນຊຸ່ມປົນກັບເສດພືດສີຂຽວ ຫຼື ຝຸ່ນບົ່ມ. ວິທີທີ່ໄວ ແລະ ງ່າຍທີ່ສຸດໃນການປູກມັນດ້າງ ແມ່ນວິທີຊຳ. ຕັດເອົາເຄືອຍາວປະມານ 30 ຊັງຕີແມັດ. ປິດເອົາໃບອອກໃຫ້ໝົດໂດຍ ຈົ່ງໄວ້ພຽງໃບນ້ອຍໆທີ່ຢູ່ປາຍສຸດ. ປູກໂດຍການຝັງເຄືອທັງໝົດລົງໃສ່ໜານ. ຄວນຈົ່ງແຕ່ໃບໃຫ້ພົ້ນຂຶ້ນໜ້າດິນ. ທ່ານສາມາດປູກມັນດ້າງດ້ວຍ ການໃຊ້ຫົວຂອງມັນກໍໄດ້. ປາດສ່ວນເທິງຫົວມັນເປັນປ່ຽງປະມານ 3 - 4 ຊັງຕີແມັດ. ເອົາໄປຝັງລົງໃນດິນທີ່ປຽກ ແລະ ປະໄວ້ຈົນມັນອອກຈາວ ແລ້ວຈຶ່ງໄປປູກໃສ່ຄູໜານທີ່ກຽມໄວ້.

ວິທີເບິ່ງແຍງຮັກສາ
ປົກຫຸ້ມໜານ ແລະ ໃສ່ຝຸ່ນບົ່ມທຸກໆເດືອນ. ຍົກເຄືອມັນດ້າງຂຶ້ນເປັນບາງຄັ້ງຄາວ ເພື່ອຢຸດການຂະຫຍາຍຕົວຂອງຮາກລົງສູ່ດິນ ໃນເວລາອາກາດ ຮ້ອນຄວນຫົດນໍ້າຕົ້ນມັນດ້າງໃນປະລິມານໜ້ອຍເປັນປະຈຳ.

ບັນຫາທີ່ອາດຈະເກີດຂຶ້ນ
ມອດມັນດ້າງ ແມ່ນໜຶ່ງໃນບັນດາສັດຕູພືດທີ່ຮ້າຍກາດທີ່ສຸດ. ຄວນເອົາຂີ້ເຖົ່າມາໂຮຍອ້ອມຕົ້ນມັນເພື່ອຂັບໄລ່ພວກມັນ.

ການເກັບກ່ຽວ
ສາມາດເກັບກ່ຽວເອົາຍອດນ້ອຍ ໄດ້ເປັນປະຈໍາ. ຄວນຂຸດເອົາຫົວມັນດ້າງ ໃນເວລາທີ່ພວກມັນໃຫຍ່ພໍຄວນ. ຖ້າປະຫົວມັນໄວ້ໃຫ້ຂະຫຍາຍຕົວອອກຍາວໂພດ ມັນຈະເປັນໄຍ ແລະ ຫຍາບ. ຫົວມັນທີ່ລ້າງສະອາດ ແລະ ປະໃຫ້ແຫ້ງດີແລ້ວ ສາມາດຮັກສາໄວ້ໄດ້ເຖິງ 3 - 5 ເດືອນ ດ້ວຍການ ຫໍ່ໃສ່ເຈ້ຍໜັງສືພິມ ແລະ ປະໄວ້ໃນບ່ອນທີ່ແຫ້ງ ແລະ ບ່ອນເຢັນ.

ໄລຍະເວລາ ແລະ ການອອກຜົນຜະລິດ
ຫຼັງຈາກປູກແລ້ວ, ມັນດ້າງຈະມີຄວາມພ້ອມສໍາລັບການເກັບກ່ຽວ ພາຍໃນ 4 - 6 ເດືອນ. ສ່ວນຍອດຂອງໃບ ສາມາດເດັດໄດ້ ພາຍຫຼັງປູກ 6 - 8 ອາທິດ. ມັນດ້າງມັກສະພາບອາກາດທີ່ອົບອຸ່ນ ແລະ ຖືກແສງແດດ ສະນັ້ນບໍ່ຄວນປູກມັນດ້າງໃນລະດູຝົນມັນດ້າງມັກດິນມີຊາຍ, ມີແສງ ແດດ ແລະ ໄດ້ຮັບນໍ້າ ແລະ ສານອາຫານໃນປະລິ ມານທີ່ເໝາະສົມ. ມັນດ້າງມັກຄວາມຮ້ອນ ແລະ ຈະໃຫຍ່ໄດ້ດີໃນສະພາບອາກາດຮ້ອນ. ແຕ່ລະອາທິດ ຈະອອກຜົນຜະລິດໄດ້ປະມານ 350 ກຣາມ. ແຕ່ລະຕົ້ນຈະອອກຫົວປະມານ 2 ກິໂລກຣາມ.

ການນໍາໃຊ້ດ້ານອື່ນໆ
ທຸກສ່ວນຂອງມັນດ້າງ ສາມາດນໍາໄປເກືອສັດ, ເຮັດຝຸ່ນບົ່ມ ແລະ ເຮັດນໍ້າສະກັດຊີວະພາບໄດ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ