google-site-verification: google0d91bc93cfc88895.html ເຄືອຕົດໝາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 15, 2016

ເຄືອຕົດໝາ

ເຄືອຕົດໝາ
ຊື່ວິທະຍາສາດ: Paederia foetida L.



ເຄືອຕົດໝາ ເປັນພືດປະເພດເຄືອກ້ຽວນ້ອຍເລືອຕາມໜ້າດິນ ແລະ ຕົ້ນໄມ້, ທົ່ວເຄືອເວລາເດັດມາຍ່ອງດົມຈະມີກິ່ນເໝັນ ປະຊາຊົນລາວໃນສະໄໝກ່ອນໄດ້ນຳໃຊ້ຮາກເຄືອຕົດໝາປະສົມ ຫຼື ນວດກັບແປ້ງເຂົ້າຂຽບ ເຮັດໃຫ້ເຂົ້າຂຽບໂພງດີ. ປະໂຫຍດທາງດ້ານການປິ່ນປົວ, ເຄືອຕົດໝາຖືວ່າສາມາດນຳໃຊ້ໝົດເກືອບທຸ່ກໆພາກສວນ ສາມາດປົວພະຍາດໄດ້ເຊັ່ນ: ກະເພາະລົມ, ທ້ອງອືດ ທ້ອງຍຶ່ງ ໂດຍເອົາເຄືອຕົດໝາ 1 ກຳມືປະສົມກັບຜັກບົ່ວເລືອດ (ຫວ້ານຈອດ) 3 ຫົວ, ຂີ້ໝິ້ນ 7 ປ່ຽນ, ຫວ້ານຕູບໝູບ 7 ຫົວ ແລະ ຫວ້ານພັຍ7 ປ່ຽນເອົາທັງໝົດປະສົມກັນ ນຳໄປຕົ້ມກັບນ້ຳ 1,5 ລີດ ໃຫ້ຟົດ ຕອງດ້ວຍແພຂາວສະອາດແລ້ວແບ່ງດື່ມສາມເວລາ (ເຊົ້າ, ສວຍ, ແລງ) ຈົນກວ່າອາການຈະດີຂື້ນ.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ