google-site-verification: google0d91bc93cfc88895.html ຕອບແຕບ ຊື່ວິທະຍາສາດ: Physalis minima L. - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 16, 2016

ຕອບແຕບ ຊື່ວິທະຍາສາດ: Physalis minima L.



ຕອບແຕບ
ຊື່ວິທະຍາສາດ: Physalis minima L.
ຕົ້ນຫຍ້າຕອບແຕບ ແມ່ນພືດລົ້ມລຸກ ແຕກຫງ່າຫຼາຍ ສູງ 50-80 ຊັງຕີແມັດ ມັກເກີດຕາມແຄມ ທາງ ແຄມນ້ຳ ບ່ອນທີ່ມີແສງແດດ ທົ່ວຕົ້ນອວບນ້ຳ, ມີໝາກກົມສ້ວຍແຫຼມທັງຫົວຫ້ອຍຕາມຕົ້ນຄ້າຍຄືກັບໂຄມໄຟ. ພືດຊະນິດນີ້ມັກເກີດຢູ່ບ່ອນຕໍ່າຫາສູງເຖິງ 1,600 ແມັດ ຈາກລະດັບສູງຂອງໜ້ານໍ້າທະເລ. ໃນຊຸມຊົນທ້ອງຖິ່ນມັກພົບເຫັນຕາມແຄມນໍ້າ ແຄມສວນ ແຄມທາງ.

          ພືດຊະນິດ ນີ້ນຳມາໃຊ້ໃນປະໂຫຍດດ້ານຢາ ຫຼາຍດ້ານເຊັ່ນ: ແກ້ຜິວໜັງອັກເສບ, ເປັນຕຸ່ມເປື່ອຍ, ຕີນຫໍ່ ໂດຍນຳເອົາລຳ, ໃບ, ໝາກມາລ້າງສະອາດຕຳໃຫ້ມຸ່ນ ແລ້ວບີບເອົານໍ້າໃສ່ຕາມບາດແຜ່ທີ່ເປັນ. ພືດຊະນິດນີ້ຍັງມີປະໂຫຍດດ້ານການປິ່ນປົວພະຍາດອື່ນໆເຊັ່ນ: ປົວໄຂ້, ໄອ, ເປັນຢາລະບາຍ, ໄລ່ຍ່ຽວ ດ້ວຍວິທີເກັບເອົາໝົດຕົ້ນໄປລ້າງສະອາດ ນຳໄປຕົ້ມກັບນໍ້າ 1 ລີດ ໃຫ້ຟົດເດືອດປະມານ 10-15 ນາທີ ແລ້ວຕອງເອົານໍ້າດື່ມ ຕາມທີ່ຕ້ອງ ການ ເພາະພືດຊະນິດນີ້ ບໍ່ໄດ້ເບື່ອຕາມຂໍ້ມູນທາງອິນເຕີແນັດແລະ ເອກະສານອ້າງອີງຂອງຕ່າງປະເທດ. ໃນປະເທດລາວບາງທ້ອງຖິ່ນຍັງໃຊ້ຍອດກິນເປັນຜັກ ແລະ ໝາກກໍສາມາດກິນໄດ້ເຊັ່ນດຽວກັນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ