google-site-verification: google0d91bc93cfc88895.html ອະນຸລັກປ່າໄມ້ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, February 24, 2016

ອະນຸລັກປ່າໄມ້

ອະນຸລັກປ່າໄມ້
         ສ້າງປ່າສະຫງວນສາມາດເປັນວິທີທາງໜຶ່ງ ທີ່ຈະໄດ້ຮັບການສະໜັບສະໜູນຈາກລັດຖະບານແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອປົກປັກຮັກສາປ່າ ແລະ ສົ່ງເສີມການທ່ອງທ່ຽວ ເພື່ອອານຸລັກສິ່ງແວດລ້ອມ. ແຕ່ວ່າລັດ ຖະບານ ແລະ ກຸ່ມອະນຸລັກນິຍົມບາງຄັ້ງຄິດພຽງແຕ່ວ່າ ມີພຽງວິທີດຽວທີ່ສາມາດປັກປັກຮັກສາ ແລະ ອະນຸລັກປ່າໄມ້ ແມ່ນເອົາຄົນອອກໄກຈາກ ປ່າໃນຫຼາຍໆກໍລະນີ, ພວກເຂົາຄິດຜິດ ເພາະວ່າຄົນທີ່ອາໄສຢູ່ໃນປ່າໄມ້ຮູ້ດີວ່າ ພວກເຂົາຈະ ຊົມໃຊ້ ແລະ ດູແລຮັກສາປ່າຄືແນວໃດ. ໂດຍການທີ່ອາໄສຢູ່ໃນປ່າສະຫງວນ. ຄົນທ້ອງຖິ່ນອາດຈະປົກປັກຮັກສາປ່າໄມ້ໄດ້ດີກວ່າລັດຖະບານ ແລະ ກຸ່ມອະນຸລັກນິຍົມຕ່າງໆ.


         ບາງຊຸມຊົນສືບຕໍ່ຊົມໃຊ້ຊັບພະຍາກອນໃນປ່າສະຫງວນ ໂດຍການເຮັດສັນຍາກັບລັດຖະບານ ແລະ ຊຸມຊົນທ້ອງຖິ່ນຕ່າງໆ ເພື່ອດຳເນີນການບໍລິຫານຊັບພະຍາກອນຮ່ວມກັນນີ້ເອີ້ນວ່າ: ແບບແຜນຮ່ວມມືກັນ.
       ການບໍລິຫານຮ່ວມກັນແບບຫຸ້ນສ່ວນແມ່ນປ່ອຍໃຫ້ຜູ້ຄົນສືບຕໍ່ຊົມໃຊ້ຊັບພະຍາກອນ ແລະ ຜົນຜະລິດຂອງປ່າໄມ້ແບບທີ່ເຂົາເຄີຍໃຊ້ນັ້ນ ຄືການຊົມໃຊ້ແບບຢືນຢົງ. ຊຸມຊົນທີ່ບໍລິຫານປ່າສະຫງວນຍັງສາມາດສຶກສາອົບຮົມຊຸມຊົນອື່ນໆ ກ່ຽວກັບຄວາມສຳຄັນຂອງການປົກປັກຮັກສາປ່າໄມ້.

ການປູກປ່າຄືນໃໝ່
          ປ່າໄມ້ແຕ່ດັ້ງເດີມ (ປ່າໄມ້ທີ່ມີມາແຕ່ປະຖົມບູຮານ ແລະ ຍັງບໍ່ທັນເຄີຍຖືກບຸກລຸກ ແລະທໍາລາຍໂດຍການຕັດຕົ້ນໄມ້ ແລະ ອື່ນໆ) ແມ່ນພົບເຫັນໄດ້ຍາກຫຼາຍ. ເມື່ອປ່າໄມ້ດັ້ງເດີມ ສູນຫາຍໄປ, ມັນກໍ່ຈະບໍ່ກັບຄືນມາຄືດັ່ງເດີມ ເຊັ່ນວ່າຈະບໍ່ມີຕົ້ນໄມ້ທີ່ຫຼາກຫຼາຍ, ສັດປ່າ ແລະ ອື່ນໆ ດັ່ງທີ່ມີມາໃນເມື່ອກ່ອນ. ແຕ່ວ່າປ່າໄມ້ທີ່ຟື້ນຄືນ (ປ່າໄມ້ທີ່ຖືກທໍາລາຍແຕ່ວ່າສາມາດກັບມາເປັນຄືເກົ່າ) ສາມາດຕອບສະໜອງຊັບພະຍາກອນຕ່າງໆຄືກັບປ່າໄມ້ແຕ່ດັ້ງເດີມ ຖ້າພວກມັນສາມາດເຕີບໃຫຍ່ ແລະ ຮັກສາທາງຊີວະວິທະຍາ. ອີກຢ່າງໜຶ່ງປ່າທີ່ຄົນເຮົາປູກເອົາ ແລະ ຄຸ້ມຄອງເປັນຢ່າງດີສາມາດຕອບສະໜອງຊັບພະຍາກອນທໍາມະຊາດຫຼາຍຢ່າງເພື່ອຊຸກຍູ້ສຸຂະພາບຂອງຊຸມຊົນ.
         ປ່າໄມ້ທີ່ອຸດົມສົມບູນແມ່ນຕ້ອງໃຊ້ເວລາດົນໃນການເຕີບໃຫຍ່, ແຕ່ວ່າມີຫຼາຍຢ່າງທີ່ພວກເຮົາສາມາດເຮັດເພື່ອເປັນການເລີ່ມຕົ້ນທີ່ດີ ເຊັ່ນການຄຸ້ມຄອງການເຊາະເຈື່ອນຂອງດິນ, ການກະກຽມດິນ, ການປູກຕົ້ນໄມ້ພື້ນເມືອງ ແລະ ຕົ້ນໄມ້ທີ່ເໝາະສົມສໍາລັບຂົງເຂດຂອງທ່ານຈະສາມາດຊ່ວຍໃຫ້ປ່າມີການເຕີບໃຫຍ່ຢ່າງໄວວາ. ປະຕິບັດຕາມທໍາມະຊາດຂອງການເຕີບໃຫຍ່ຂອງຕົ້ນໄມ້ແມ່ນວິທີທາງໜຶ່ງຈະຊ່ວຍໃຫ້ປ່າອຸດົມສົມບູນ



ການປູກຕົ້ນໄມ້ມີປະໂຫຍດບໍ?
           ກ່ອນເລີ່ມມີໂຄງການປູກຕົ້ນໄມ້ຄືນໃໝ່, ຕ້ອງໃຫ້ແນ່ໃຈວ່າ ໂຄງການນີ້ສາມາດຕອບສະໜອງຕາມຄວາມຕ້ອງ ການຂອງຊຸມຊົນ ແລະ ສະພາບແວດລ້ອມໃນທ້ອງຖິ່ນຂອງພວກເຂົາ.ຕົ້ນໄມ້ແມ່ນຕ້ອງຕໍ່ສູ້ກັບພືດພັນທັນຍາ ຫານໃນເມື່ອມີຈໍານວນຈໍາກັດຂອງນໍ້າ ແລະ ດິນ. ບາງຄັ້ງເບິ່ງຄືວ່າມັນເປັນວຽກທີ່ໜັກ ທີ່ຈະຕ້ອງດູແລຕົ້ນໄມ້ທີ່ຍັງນ້ອຍໃນສະພາບແວດລ້ອມທີ່ບໍ່ດີ. ການປູກຕົ້ນໄມ້ບ່ອນທີ່ພວກເຈົ້າບໍ່ສາມາດປູກ ຫຼື ບໍ່ສົນໃຈວ່າມັນຈະນໍາໄປສູ່ຄວາມລົ້ມເຫຼວຂອງໂຄງການ ແລະ ຕົ້ນໄມ້ຕາຍ.ຖ້າວ່າຊຸມຊົນອາໄສຜະລິດຕະພັນຈາກປ່າໄມ້ ເຊັ່ນວ່າ: ໄມ້ທ່ອນ ຫຼື ໝາກໄມ້,ການປູກຕົ້ນໄມ້ແມ່ນວິທີທາງທີ່ດີ ທີ່ຈະສາມາດເຮັດໃຫ້ຊັບພະຍາກອນປ່າໄມ້ກັບຄືນມາຢ່າງໄວວາ. ຖ້າວ່າຊຸມຊົນພຽງແຕ່ອາໄສປ່າໄມ້ເປັນບ່ອນລ່າສັດ ຫຼື ການປົກປັກຮັກສາທີ່ດິນ, ອາກາດ ແລະ ນໍ້າ, ພວກທ່ານອາດຈະໄດ້ຮັບຜົນປະໂຫຍດເພີ່ມເຕີມ ໂດຍການປົກປັກຮັກສາເນື້ອທີ່ດິນຈາກການໃຊ້ສອຍໃນຂະນະທີ່ຕົ້ນໄມ້ກໍາລັງເຕີບໃຫຍ່ກັບຄືນມາເປັນປ່າຄືເກົ່າ.
         ບໍ່ແມ່ນວ່າພວກເຮົາຈະສາມາດປູກຕົ້ນໄມ້ໄດ້ໝົດທຸກບ່ອນ. ຕົ້ນໄມ້ບາງຊະນິດ ແມ່ນສາມາດເຕີບໃຫຍ່ຢູ່ທະເລຊາຍ, ຂີ້ຕົມ, ຫຼື ທົ່ງຫຍ້າ. ຖ້າວ່າຜູ້ຄົນເຮົາພະຍາຍາມປູກ ຕົ້ນໄມ້ໃສ່ໃນບ່ອນຕ່າງໆເຫຼົ່ານີ້ ແມ່ນຈະເຮັດໃຫ້ເສຍສົມດູນທາງທໍາມະຊາດ ໂດຍສະເພາະເລື່ອງປ່າໄມ້ ແລະ ສັດສາວາສິ່ງຕ່າງໆ. ແຕ່ວ່າຢູ່ໃນສະຖານທີ່ອື່ນໆອີກ ເຊັ່ນ: ໃນຕົວເມືອງຕ່າງໆ ທີ່ມີຕົ້ນໄມ້ໜ້ອຍແມ່ນສາມາດປູກຕົ້ນໄມ້ໃສ່ຕາມແຄມຖະໜົນຫົນທາງ, ໃກ້ໂຮງຈັກ
ໂຮງງານ, ໃນສວນສາທາລະນະນີ້ອາດຈະສາມາດປັບປຸງສຸຂະພາບ ແລະ ສ້າງຄວາມໝັ້ນ ຄົງຢູ່ໃນຊຸມຊົນ.
ໃຜເປັນເຈົ້າຂອງທີ່ດິນ ແລະ ມີຂໍ້ກົດໝາຍຄືແນວໃດ?
ຖ້າພວກທ່ານຕ້ອງການສ້າງປ່າກັບຄືນມາເຊັ່ນເດີມ ແລະ ສາມາດໃຊ້ຜະລິດຕະພັນຈາກປ່າພາຍຫຼັງ, ຕ້ອງແນ່ໃຈວ່າ ທ່ານຈະສາມາດຊົມໃຊ້ປ່າເຫຼົ່ານັ້ນເມື່ອຕົ້ນໄມ້ເຕີບໃຫຍ່ຄືເກົ່າ.ຕ້ອງຮູ້ວ່າ ເຈົ້າຂອງທີ່ດິນແມ່ນໃຜ ແລະ ໄດ້ຮັບອະນຸຍາດກ່ອນປູກຕົ້ນໄມ້ນີ້ຈະສາມາດຊ່ວຍຫຼີກເວັ້ນບັນຫາໃນພາຍຫຼັງ. ດິນທີ່ບໍ່ດີ ແລະ ແຫ້ງແລ້ງ ສາມາດກາຍເປັນດິນທີ່ມີຄຸນຄ່າໃນເມື່ອມັນປົກຫຸ້ມດ້ວຍປ່າໄມ້ທີ່ອຸດົມສົມບູນ. ອີກຢ່າງໜຶ່ງມັນມີກົດໝາຍທີ່ບໍ່ໃຫ້ຜູ້ຄົນປູກ ຕົ້ນໄມ້ ເຖິງແມ່ນວ່າຈະເປັນຕົ້ນໄມ້ທີ່ພວກເຂົາປູກຂຶ້ນມາເອງກໍ່ຕາມ. ສະນັ້ນພວກທ່ານຄວນຈະຊອກຮູ້ວ່າ ມັນມີກົດໝາຍຄືແນວນັ້ນຢູ່ໃນເຂດທີ່ທ່ານອາໄສຢູ່ ຫຼື ບໍ່.
ຕົ້ນໄມ້ຊະນິດທີ່ແຕກຕ່າງກັນກໍ່ສາມາດຕອບສະໜອງຄວາມຕ້ອງການທີ່ແຕກຕ່າງກັນ
ການເລືອກຊະນິດຂອງຕົ້ນໄມ້ໄປປູກແມ່ນຂຶ້ນກັບຄວາມຕ້ອງການຂອງຄົນຢູ່ໃນແຕ່ລະຊຸມຊົນ.

1 comment:

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ