google-site-verification: google0d91bc93cfc88895.html ພະຍາດພືດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, February 21, 2016

ພະຍາດພືດ

ພະຍາດພືດ
ເມື່ອພືດເກີດເປັນພະຍາດແມ່ນສາມາດສັງເກດໄດ້ຈາກຜົນກະທົບຂອງພະຍາດທີ່ມີຕໍ່ພືດວ່າຮຸນແຮງປານໃດ ເຊັ່ນ: ໃບພືດປ່ຽນແປງສີສັນ, ໃບຫ່ຽວແຫ້ງ ແລະ ຫລົ່ນ, ຫຼື ເຮັດໃຫ້ບາງສ່ວນຂອງພືດເຕີບໂຕ ຢ່າງຜິດປົກກະຕິ. ພະຍາດພືດອາດຈະເກີດມາຈາກເຊື້ອລາ, ເຊື້ອແບັກທີເຣຍ ຫຼື ເຊື້ອໄວຣັດ. ທຸກເຊື້ອທີ່ກ່າວມານີ້ແມ່ນສາມາດຄວບ ຄຸມໄດ້ໂດຍໃຊ້ວິທີທາງທຳມະຊາດ.ການຮັກສາດິນໃຫ້ອຸດົມສົມບູນດີ ແລະ ປະຕິບັດຕາມບາງ ວິທີ ການປູກຝັງແບບຍືນຍົງ  ນັ້ນເປັນວິທີການປ້ອງກັນພະຍາດພືດທີດີທີ່ສຸດ. ເມື່ອທ່ານແນ່ໃຈແລ້ວວ່າພືດຂອງທ່ານໄດ້ຮັບຜົນກະທົບຈາກ ພະຍາດ, ທ່ານກໍ່ຈະສາມາດປ້ອງກັນບໍ່ໃຫ້ພະຍາດນັ້ນແຜ່ລະບາດອອກໄປຫາພືດພັນອື່ນໆໄດ້ດ້ວຍການ:


  • ໃຫ້ທຳລາຍພືດທີ່ເປັນພະຍາດ. ພືດທີ່ເປັນພະຍາດສາມາດທີ່ຈະແຜ່ພະຍາດ ຫຼື ສັດຕູພືດຕໍ່ໄປຍັງພືດທັນຍາ ຫານທີ່ຈະປູກໃນອະນາຄົດໄດ້. ສຳລັບພະຍາດທີ່ເຮັດໃຫ້ພືດ ຕາຍໝົດຕົ້ນ ຫຼື ເຮັດໃຫ້ຜົນຜະລິດເສຍຫາຍຢ່າງຮ້າຍແຮງ, ເມື່ອພົບວ່າພືດເລີ່ມມີອາການເປັນພະຍາດດັ່ງກ່າວນັ້ນແມ່ນໃຫ້ຮື້ຖອນພືດທັງໝົດນັ້ນອອກ ແລະ ເອົາໄປ ຈູດຖິ້ມ. ຫ້າມບໍ່ໃຫ້ເອົາພືດທີ່ຮື້ຖອນອອກມານັ້ນໄປເຮັດຝຸ່ນໝັກ ຫຼື ຝຸ່ນບົ່ມ ເພາະວ່າພະຍາດບາງຊະນິດ ແມ່ນສາມາດມີຊີວິດລອດຈາກການໝັກຝຸ່ນນັ້ນໄດ້.
  • ອະນາໄມເຄື່ອງມືທີ່ເອົາໄປໃຊ້ໃນພື້ນທີ່ໆມີການເກີດພະຍາດພືດ. ພະຍາດພືດສາ ມາດຕິດຕໍ່ໄປຍັງພືດອື່ນທີ່ບໍ່ທັນເປັນພະຍາດເທື່ອໄດ້ ເມື່ອຮ່າງກາຍຂອງທ່ານ, ເຄື່ອງມື ແລະ ເຄື່ອງນຸ່ງທີ່ມີເຊື້ອທີ່ຕິດມາຈາກພືດທີ່ເປັນພະຍາດ ແລ້ວຫາກໄປສຳຜັດກັບພວກມັນ. ໃຫ້ລ້າງເຄື່ອງມືອຸປະກອນທຸກຢ່າງດ່ວຍນ້ຳສະບູກ່ອນທີ່ ຈະເຂົ້າໄປຈັບບາຍພືດທີ່ບໍ່ເປັນພະຍາດ.
  • ຄວບຄຸມ ຫຼື ກຳຈັດແມງໄມ້ຈຳພວກດູດກິນນ້ຳຫຼໍ່ລ້ຽງໃນພືດ. ພະຍາດພືດຫຼາຍຊະນິດແມ່ນແຜ່ເຊື້ອຕິດຕໍ່ໄປຫາພືດອື່ນໆໄດ້ໂດຍຜ່ານແມງໄມ້ພວກດູດກິນນ້ຳຫຼໍ່ລ້ຽງໃນພືດ. ສຳລັບການໃຊ້ສານທຳມະຊາດຂ້າສັດຕູພືດປະເພດດູດນ້ຳຫຼໍ່ລ້ຽງໃນພືດ

  • ໃຊ້ນົມສົດຂ້າພະຍາດຈາກເຊື້ອລາ, ໄຂ່ບົ້ງ ແລະ ເພັ້ຍແມງມຸມ. ເອົານົມສົດ 1 ລິດປະສົມກັບນ້ຳ 15 ລິດ ແລ້ວສີດພົ່ນໃສ່ພືດທັນຍາຫານທີ່ເກີດພະຍາດດັ່ງກ່າວ. ສຳລັບຂ້າພະຍາດເຊື້ອລາແມ່ນໃຫ້ສີດອີກຫຼັງຈາກສີດຄັ້ງທຳອິດແລ້ວ 10 ມື້. ສຳລັບຂ້າໄຂ່ບົ້ງແມ່ນໃຫ້ສີດອີກຫຼັງຈາກສີດຄັ້ງທຳອິດແລ້ວ 3 ອາທິດ.
  • ຂີ້ເຖົ່າຂ້າພະຍາດເຊື້ອລາ. ການເອົາຂີ້ເຖົ່າໃສ່ລົງໄປພ້ອມກັບແກ່ນພືດໃນເວລາປູກນັ້ນຈະຊ່ວຍປ້ອງກັນເຊື້ອລາບາງຊະນິດໄດ້. ສຳລັບໂລກໝາກ ແລະ ໃບໝາກເລັ່ນ ຫຼື ຫົວມັນຝຼັ່ງໄໝ້ ແມ່ນໃຫ້ສີດພົ່ນດ້ວຍນ້ຳປະສົມຂີ້ເຖົ່າທີ່ຕອງແລ້ວ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ