google-site-verification: google0d91bc93cfc88895.html ການຟື້ນຟູສາຍໄຍຊີວິດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 22, 2016

ການຟື້ນຟູສາຍໄຍຊີວິດ

ການຟື້ນຟູສາຍໄຍຊີວິດ
          ໃນລະບົບສາຍໄຍຊີວິດ, ເມື່ຶອສິ່ງທີ່ມີຊີວິດຊະນິດໃດໜຶ່ງຕາຍລົງໄປມັນຈະມີຜົນຕໍ່ກັບຄົນແລະ ສິ່ງມີຊີວິດອື່ນໆອີກຫຼາຍຊະນິດ. ດັ່ງໃນເລື່ອງຕົວຢ່າງໃນບົດທີໜຶ່ງ ທີ່ປະຊາຊົນເມືອງມັງກຼາຣາໂຕ ທີ່ໄດ້ພະຍາຍາມເຮັດໃຫ້ສາຍໄຍຊີວິດກັບມາມີຄວາມສົມບູນຄືນ. ໃນຕອນທີ່ ເຂົາເຈົ້າສູນເສຍປ່າໄປນັ້ນ ເຂົາເຈົ້າກໍ່ເສຍແຫຼ່ງອາຫານ ແລະ ແຫຼ່ງ ລາຍໄດ້ໄປນຳ. ການສູນເສຍປ່າທີ່ເປັນທັງແຫຼ່ງອາຫານ ແລະ ເປັນທັງທີ່ກຳບັງເພື່ອປ້ອງກັນໄພທຳມະຊາດ
ຕ່າງໆໄປ ເມື່ອລົມພາຍຸເຂົ້າມາເຂົາເຈົ້າກໍ່ສູນເສຍບ້ານເຮືອນໄປ ແລະ ເມື່ອພວກເຂົາເຈົ້າຫັນມາປູກປ່າທົດແທນ ພວກເຂົາເຈົ້າຈິ່ງເຫັນໄດ້ວ່າການປູກປ່ານັ້ນມັນບໍ່ພຽງແຕ່ຊ່ວຍປ້ອງກັນການເຊາະເຈືອນຂອງດິນ ແລະ ສ້າງລາຍໄດ້ເທົ່ານັ້ນ ແຕ່ສິ່ງທີ່ເຂົາເຈົ້າໄດ້ພາກັນເຮັດນັ້ນ ແມ່ນເປັນການນຳເອົາຊີວິດ (ເຊັ່ນ: ພືດພັນ ແລະ ສັດນາໆຊະນິດ) ກັບຄືນສູ່ຜືນປ່າ ທີ່ຖືກທຳລາຍນັ້ນ ຊຶ່ງບັນດາພືດພັນ ແລະ ສັດນາໆຊະນິດນັ້ນ ມີຄວາມສຳຄັນຕໍ່ກັບສຸຂະ ພາບຂອງຊຸມຊົນ.


ການເຮັດວຽກຂອງທຳມະຊາດ
ຢູ່ໃນລະບົບການການເຮັດວຽກຂອງທຳມະຊາດນັ້ນ ບໍ່ມີສິ່ງໃດຕົກຄ້າງເປັນສິ່ງເສດເຫຼືອ ນັ້ນກໍ່ເພາະວ່າ ທຸກໆຢ່າງນັ້ນມີປະໂຫຍດທີ່ຈະສາມາດໃຊ້ຕໍ່ໄດ້. ການທີ່ ທຳມະຊາດນຳຊັບພະຍາກອນມາໃຊ້ຄືນ ໂດຍບໍ່ມີສິ່ງເສດເຫຼືອກໍ່ເພາະວ່າ ມັນເຮັດວຽກແບບເປັນວົງຈອນ.ແຕ່ກໍ່ໜ້າເສຍດາຍທີ່ວ່າວົງຈອນການເຮັດວຽກຂອງທຳມະຊາດນັ້ນ ຖືກມະນຸດ ແລະ ອຸດສະຫະ ກຳທຳລາຍ; ຊຶ່ງມັນເຮັດໃຫ້ເກີດບັນດາບັນຫາສຸຂະອະນາໄມຢ່າງຮ້າຍແຮງ. ຕົວຢ່າງທີ່ເຫັນກໍ່ຄື ບັນຫາໂລກຮ້ອນ ທີ່ເກີດຂຶ້ນຈາກການທຳລາຍວົງຈອນທຳມະຊາດຂອງມະນຸດນັ້ນເອງ





ການນຳໃຊ້ຊັບພະຍາກອນຕ່າງໆມະນຸດເຮົາກໍ່ສາມາດເຮັດຄືກັບລະບົບທຳມະຊາດໄດ້.
ນັກສົ່ງເສີມສຸຂະພາບສິ່ງແວດລ້ອມໃນປະເທດຟີລິບປິນ ໄດ້ເວົ້າວ່າ:ການທີ່ເຂົ້າໃຈຄວາມສຳຄັນຂອງການນຳເອົາສິ່ງທີ່ມາຈາກທຳມະຊາດນັ້ນກັບສູ່ທຳມະຊາດ ນັ້ນກໍ່ໝາຍຄວາມວ່າ ພວກເຮົາໄດ້ເຮັດຕາມແບບຂອງລະບົບທຳມະຊາດ ຊຶ່ງມັນເປັນການປົກປັກຮັກສາແຫຼ່ງ ຊັບພະຍາກອນ ແລະ ສຸຂະພາບຂອງພວກເຮົາເອງນຳ. ການຮຽນແບບວົງຈອນຂອງທຳມະຊາດມາໃຊ້ຕາມບ້ານເຮືອນ, ຊຸມຊົນ ແລະ ໂຮງຈັກໂຮງງານຕ່າງໆນັ້ນ ມັນເປັນບາດກ້າວລິເລີ່ມນ້ອຍໆຂອງພວກເຮົາໃນການຟື້ນຟູສຸຂະພາບສິ່ງແວດລ້ອມ. ຍົກຕົວຢ່າງເຊັ່ນ: ການເຮັດປຸຍໝັກ ແລະ ການນຳເອົາຂວດແກ້ວ ແລະ ກະປ໋ອງກັບມາໃຊ້ໃໝ່ ເປັນວິທີທາງ ຕາມແບບຕົວຢ່າງຂອງທຳມະຊາດທີ່ສ້າງວົງຈອນການນຳໃຊ້ຊັບພະຍາກອນຕ່າງໆມາແທນການກຳຈັດຂີ້ເຫຍື້ອ.

ໃນການນຳໃຊ້ຊັບພະຍາກອນຕ່າງໆອຸດສະຫະກຳ ກໍ່ສາມາດເຮັດຄືກັບລະບົບທຳມະຊາດໄດ້.
ນັກສົ່ງເສີມສີ່ງແວດລ້ອມໃນປະເທດຟິລິບປິນ ອີກທ່ານໜຶ່ງກໍ່ກ່າວວ່າ: ບັນດາອຸດສະຫະກຳຕ່າງໆເປັນຜູ້ກໍ່ໃຫ້ເກີດມົນລະພິດ.ໂຮງງານອຸດສະຫະກຳນັ້ນສາມາດ ຈະເຮັດຕາມແບບວົງຈອນທຳມະຊາດໂດຍການນຳເອົາພະລັງ ງານ ແລະ ວັດຖຸດິບ ກັບມາໃຊ້ເຂົ້າໃນຂະບວນການຜະລິດອີກ ຊຶ່ງເຮົາເອີ້ນຂະບວນການຜະລິດດັ່ງກ່າວນັ້ນວ່າ: ການຜະລິດສະອາດ. ບາດກ້າວທຳອິດ ບັນດາໂຮງງານອຸດສະຫະກຳຕ້ອງໄດ້ນຳເອົາເສດເຫຼືອທັງໝົດທີ່ເກີດຈາກຂະບວນການຜະລິດນັ້ນກັບມາໃຊ້ໃໝ່. ຖ້າພວກສິ່ງເສດເຫຼືອຕ່າງໆເຊັ່ນ: ສານເຄມີທີ່ເປັນພິດ ທີ່ບໍ່ສາມາດນຳກັບມາໃຊ້ໃໝ່ໄດ້ນັ້ນ ທາງໂຮງງານອຸດສະຫະກຳ ຕ້ອງມີວິທີການກຳຈັດທີ່ປອດໄພ ແລະ ພ້ອມດຽວກັນນັ້ນ ກໍ່ໄດ້ຫຼຸດປະລິມານການນຳໃຊ້ຫຼືບໍ່ກໍ່ຢຸດໃຊ້ວັດຖຸດິບທີ່ຈະກໍ່ໃຫ້ເກີດສິ່ງເສດເຫຼືອດັ່ງກ່າວເລີຍ. ຖ້າວ່າບັນດາໂຮງງານອຸດ ສະ ຫະກຳນັ້ນຍັງຕ້ອງການຈະທຳການຜະລິດຕໍ່ໄປໃນອະນາຄົດ ກໍ່ຕ້ອງໄດ້ຫັນມາທຳການ ຜະລິດແບບຍືນຍົງໂດຍຄຳນຶງເຖິງການປ້ອງກັນ ແລະ ວາງແຜນປ້ອງກັນລ່ວງໜ້າ, ແລະ ກໍ່ຄຳນຶງເຖິງສຸຂະພາບຂອງທຸກໆຄົນ, ບໍ່ແມ່ນຄິດເຖິງແຕ່ກຳໄລ ແລ້ວປະປ່ອຍໃຫ້ເກີດໄພ ອັນຕະລາຍ ແລະ ພະຍາດຈາກສິ່ງເສດເຫຼືອຈາກການຜະລິດ, ການຈັດການກັບຂີ້ເຫຍື້ອອັນຕະລາຍທີ່ບໍ່ມີປະສິດທິພາບນັ້ນ. ການໃຊ້ຊັບພະຍາກອນໜ້ອຍລົງ ພ້ອມໆກັບການນຳ ເອົາສິ່ງທີ່ມີ ແລະ ສິ່ງທີ່ໃຊ້ແລ້ວ ກັບມາໃຊ້ຄືນອີກນັ້ນ, ໂຮງງານອຸດສະຫະກຳສາມາດຫຼຸດໄພອັນຕະລາຍທີ່ຄຸກຄາມສຸຂະພາບສິ່ງແວດລ້ອມຂອງພວກເຮົາໄດ້


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ