google-site-verification: google0d91bc93cfc88895.html ຂ່າບ້ານ ຊື່ວິທະຍາສາດ: Alpinia galanga Willd. - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 16, 2016

ຂ່າບ້ານ ຊື່ວິທະຍາສາດ: Alpinia galanga Willd.

ຂ່າບ້ານ
ຊື່ວິທະຍາສາດ: Alpinia galanga Willd.



ຂ່າບ້ານ ເປັນພືດລົ້ມລຸກ ມີເຫງົ້າ ຫົວຢູໃຕ້ດິນ ເປັນຂໍ້ປ້ອງຖີ່ກັນ ລຳຕົ້ນ ເທິງໜ້າດິນ ສີຂຽວ ເປັນກາບຫຸ້ມແໜ້ນ ດອກອອກເປັນຊໍ່ ຢູ່ຍອດ ສີຂາວ ປະຊາຊົນມັກເກັບມາກິນກັບອາຫານ.ຖ້າເວົ້າເຖິງຕົ້ນຂ່າປະຊາຊົນລາວ ທັງນ້ອຍ ແລະ ໃຫຍ່ແມ່ນຮູ້ກັນໝົດ ເປັນພືດທີ່ປະຊາຊົນລາວນຳໃຊ້ເຂົ້າໃນການປຸງແຕ່ງອາຫານ ໃຫ້ມີລົດຊາດແຊບ ແລະ ດັບກິ່ນຄາວ ໂດຍສະເພາະແມ່ນອາຫານທີ່ປຸງແຕ່ງດ້ວຍປາ. ປະຊາຊົນລາວ ແຕ່ລະຄອບຄົວມັກປູກໄວ້ໃນສວນຄົວໜ້າບ້ານ ຫຼື ຫຼັງບ້ານເພື່ອສະດວກໃນການເກັບມານຳໃຊ້. ຫົວຂ່າ ນອກຈາກໃຫ້ປະໂຫຍດທາງດ້ານອາຫານແລ້ວ ຍັງມີປະໂຫຍດທາງການປິ່ນປົວເຊັ່ນ: ໃບຂ່ານຳມາຕົ້ມນ້ຳອາບ ສາມາດບັນເທົາ ຫຼື ແກ້ອາການປວດເມື່ອຍຕາມຮ່າງກາຍ, ຫົວຂ່າອ່ອນ ນຳມາຕຳປະສົມເຫຼົ້າທາຂີ້ຈ້ຽນ, ເຫງົ້າແກ່ຕຳໃຫ້ມຸ່ນລະອຽດໃຊ້ທາພາຍນອກ ຮັກສາໂລກຜິວໜັງ. ນອກຈາກນັ້ນ ຫົວຂ່າເປັນຢາຟອກມົດລູກ ເຮັດໃຫ້ມົດລູກເຂົ້າອູ່ໄວ ແລະເປັນຢາຂັບລົມໃນແມ່ຍິງຫຼັງຄອດ ສະນັ້ນເວລານັ່ງກຳເພິ່ນຈຶ່ງນຳຫົວຂ່າສົດມາປີ້ງຕຳໃຫ້ກິນ ຫຼື ຈະກິນຫົວຂ່າສົດຈໍ້າເກືອກໍໄດ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ