google-site-verification: google0d91bc93cfc88895.html ການປົກປັກຮັກສາແຫຼ່ງນ້ຳ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 23, 2016

ການປົກປັກຮັກສາແຫຼ່ງນ້ຳ

ການປົກປັກຮັກສາແຫຼ່ງນ້ຳ
  ແຫຼ່ງນ້ຳມີ 2 ປະເພດຄື: ແຫຼ່ງນ້ຳເທິງໜ້າດິນ ແລະ ແຫຼ່ງນ້ຳໃຕ້ດິນ.

ແຫຼ່ງນ້ຳເທິງໜ້າດິນ ໝາຍເຖິງແມ່ນ້ຳ, ຫ້ວຍຮ່ອງ, ທະເລສາບ ແລະ ໜອງ.
ແຫຼ່ງນ້ຳໃຕ້ດິນ ໝາຍເຖິງນ້ຳບາດານ, ນ້ຳອອກບໍ່ ແລະ ນ້ຳສ້າງ.

         ຕາມປົກກະຕິແລ້ວ ແຫຼ່ງນ້ຳເທິງໜ້າດິນແມ່ນມີຄວາມເປື້ອນຢູ່ ສະນັ້ນ ຄວນໄດ້ຮັບການທຳຄວາມສະອາດກ່ອນໄດ້ຮັບການນຳມາດື່ມກິນ. ສ່ວນນ້ຳໃຕ້ດິນຕາມປົກກະຕິແລ້ວ ແມ່ນສະອາດບໍ່ມີພະຍາດ ເພາະວ່າຊັ້ນດິນ ຊາຍໄດ້ກັ່ນຕອງໃນເວລາມັນໄຫລຊຶມຜ່ານນັ້ນເອງ. ເຖິງແນວໃດກໍ່ຕາມແຫຼ່ງນ້ຳໃຕ້ດິນກໍ່ອາດມີການປົນເປື້ອນຈາກແຮ່ທາດທຳມະຊາດຕ່າງໆ ເຊັ່ນ: ທາດຟຼູໂອໄຣ, ສານໜູ ຫຼື ບໍ່ດັ່ງນັ້ນນ້ຳໃຕ້ດິນກໍ່ອາດຈະເປື້ອນເປິຈາກການຮົ່ວໄຫຼ່ຂອງທໍ່ສົ່ງນ້ຳເປື້ອນ. ອ່າງເກັບນ້ຳເປື້ອນ ທີ່ມີເຊື້ອແບັດທີເຣຍຕ່າງໆ ຫຼື ວິດຖ່າຍຕ່າງໆ. ນອກນີ້ແຫຼ່ງນ້ຳໃຕ້ ດິນກໍ່ອາດເປື້ອນເປິຈາກນ້ຳທີ່ໄຫຼຜ່ານບ່ອນຖິ້ມຂີ້ເຫຍື້ອ ແລ້ວຊຶມລົງມາປົນກັບແຫຼ່ງນ້ຳໃຕ້ດິນ ຫຼື ຈາກສານພິດເຄມີຈາກໂຮງງານອຸດສາຫະກຳ ພວກການກະສິກຳຕ່າງໆ.



ເມື່ອດິນ ແລະ ທາງນ້ຳບໍ່ໄດ້ຮັບການເອົາໃຈໃສ່ເທົ່າທີ່ຄວນ. ກໍ່ຈະເຮັດໃຫ້ນ້ຳໃຕ້ດິນນັ້ນແຫ້ງ ຂອດເຖິງຂັ້ນວິກິດ. ເປັນແນວນັ້ນຍ້ອນວ່ານ້ຳຢູ່ໃນພື້ນດິນທີ່ບໍ່ມີຕົ້ນໄມ້ ຫຼື ພືດຜັກຕ່າງໆ ທີ່ເຮັດໜ້າທີ່ເກັບຊັບເອົານ້ຳຝົນທີ່ຕົກລົງມານັ້ນໄວ້, ແລ້ວຈາກນັ້ນນ້ຳຝົນນັ້ນກໍ່ຊຶມລົງດິນ ເມື່ອຝົນຕົກລົງມານ້ຳຝົນກໍ່ຈະໄຫລລົງສູ່ແມ່ນ້ຳ ແລ້ວກໍ່ໄຫຼ່ສູ່ມະຫາ ສະໝຸດເລີຍ ແລະ ບໍ່ມີນ້ຳຊຶມ ລົງໄປໃຕ້ດິນອີກ. ສະນັ້ນ ເພື່ອປົກປັກຮັກສາແຫຼ່ງນ້ຳຢູ່ເທິງໜ້າດິນ ແລະ ໃຕ້ດິນແມ່ນມີວິທີທີ່ດີສຸດດັ່ງນີ້:

  • ເຮັດການກະສິກຳແບບຢືນຢົງ.
  • ເຮັດ ແລະ ໃຂ້ວິດທີ່ຖືກສຸຂະອານາໄມ.
  • ປົກປັກຮັກສາພື້ນທີ່, ເຮັດໜ້າທີ່ເກັບນ້ຳ ຫຼື ພື້ນທີ່ທີ່ເປັນອ່າງເກັບນ້ຳ .
ການປົກປັກຮັກສາແຫຼ່ງນ້ຳຕ່າງໆກໍ່ຍິ່ງລຳບາກຂຶ້ນ. ຖ້າຫາກວ່າມີຜູ້ຄົນຈຳນວນຫຼວງຫຼາຍມາຕັ້ງເຮືອນອ້ອມໆແຫຼ່ງນ້ຳນັ້ນ. ບັນຫາການປົກປັກຮັກສາແຫຼ່ງນ້ຳກໍ່ຍິ່ງລຳບາກຂຶ້ນໄປອີກສຳລັບປະຊາຊົນຜູ້ທີ່ຈຳເປັນໃຊ້ນ້ຳທີ່ສຸດ ໂດຍສະເພາະໃນພື້ນທີ່ມີການເຮັດອຸດສະຫະກຳ, ຊຶ່ງມັນຕ້ອງໃຊ້ນ້ຳເປັນຈຳນວນຫຼວງຫຼາຍໃນການຜະລິດ ແລະ ນ້ຳທີ່ໃຊ້ແລ້ວ ກໍ່ກາຍເປັນ ນ້ຳເປື້ອນ . ບັນຫາດັ່ງກວ່ານີ້ ຈະແກ້ໄຂໄດ້ກໍ່ຕໍ່ເມື່ອຊຸມຊົນໄດ້ຈັດຕັ້ງກັນມາຈັດການແຫຼ່ງນ້ຳໃຫ້ສະອາດ ແລະ ປອດໄພ, ຮຽກຮ້ອງໃຫ້ລັດຖະບານມີສ່ວນຮ່ວມໃນການແກ້ໄຂບັນຫາແຫຼ່ງນ້ຳ ແລະ ພ້ອມດຽວກັນນັ້ນກໍ່ມີການບັງຄັບໃຫ້ໃຊ້ກົດໝາຍກັບບັນດາໂຮງງານອຸດສະ ຫະກຳຕ່າງໆຢ່ງເຂັ້ມງວດໃຫ້ແຫຼ່ງໃນໃກ້ໂຮງງານນັ້ນໆ ສະອາດ ແລະ ປອດໄພ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ