google-site-verification: google0d91bc93cfc88895.html ຂີ້ໝິ້ນຂຶ້ນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 15, 2016

ຂີ້ໝິ້ນຂຶ້ນ

ຂີ້ໝິ້ນຂຶ້ນ
ຊື່ວິທະຍາສາດ: Curcuma longa L.


ຂີ້ໝິ້ນຂຶ້ນ ເປັນພືດຫຍ້າ ຈັດຢູ່ຕະກຸນຂີງ ໃນສະກຸນຫວ້ານ ມີຄວາມສູງ 80-100 ຊັງຕີແມັດ, ມີຫົວສີເຫຼືອງ ອອກສົ້ມ ຫົວມີເຫງົ້າໃຫຍ່ຢູ່ກາງ ແລະ ມີແໜງນ້ອຍແຕກອອກທາງສອງຂ້າງ,ໃບຮູບຫອກຍາວ 60-80 ຊັງຕີແມັດ, ດອກສີເຫຼືອງ. ປະຊາຊົນລາວເກືອບວ່າຈະຮູ້ດີໝົດ ທຸກໆຄົນຖ້າ ເວົ້າເຖິງຂີ້ໝິ້ນ ເພາະຍາມປີໃຫມ່ລາວໃນແຕ່ລະປີໄດ້ພາ ກັນນຳມາໃຊ້ ໃນການແຕ່ງນ້ຳຫອມໃຫ້ມີສີສວຍງາມ ເພື່ອເອົາໄປສົງພະ, ປະຊາຊົນບາງເຂດຍັງໃຊ້ຂີ້ໝິ້ນ ຍ້ອມສີອາຫານ ແລະ ຍ້ອມແຜ່ນແພ. ສະເພາະປະໂຫຍດດ້ານຢາ ກໍແມ່ນມີຫຼາຍສາມາດໃຊ້ທັງຫົວດິບ ແລະ ຕາກແຫ້ງ. ປັດຈຸບັນ ຫຼາຍພາກສ່ວນທີ່ຜະລິດຢາພື້ນເມືອງຂາຍ ໄດ້ໃຊ້ປະກອບເປັນຕຳລາ ແລະ ຜະລິດເປັນຢາເມັດອອກຂາຍເຊັ່ນ: ຢາປົວກະເພາະ, ຢາບຳລຸງຕັບ ແລະ ຢາຊະນິດອື່ນໆ. ຫົວສົດຂອງຂີ້ໝິ້ນທີ່ລ້າງສະອາດ ນຳມາຂູດ ໃຫ້ມຸ່ນ ໃຊ້ທາບາດແຜຊຶມເຊື້ອທີ່ຖືກແມງໄມ້ຕອດ ແລະ ເປັນຢາທາແກ້ຕຸ່ມຄັນຄາຍ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ