google-site-verification: google0d91bc93cfc88895.html ການປອ້ງກັນໄພຮ້າຍຈາກມົນລະພິດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 22, 2016

ການປອ້ງກັນໄພຮ້າຍຈາກມົນລະພິດ

ມົນລະພິດໃນເມືອງຫລວງ


ການປອ້ງກັນໄພຮ້າຍຈາກມົນລະພິດ
         ມົນລະພິດທີ່ເກີດຈາກສິ່ງເສດເຫຼືອທີ່ເປັນພິດ ຫຼື ສານພິດຈາກກິດຈະກຳຕ່າງໆຂອງມະນຸດເປັນຕົ້ນແມ່ນສິ່ງເສດເຫຼືອຈາກໂຮງງານອຸດສະຫະກຳ, ການຄົມມະນາຄົມຂົນສົ່ງ ແລະ ການກະສິກຳນັ້ນ ເປັນໄພອັນຕະລາຍຕໍ່ຜູ້ຄົນ ແລະ ສິ່ງແວດລ້ອມ. ຊຶ່ງມົນລະພິດດັ່ງກ່າວຈະແຜ່ຂະຫຍາຍຕາມສະພາບແວດລ້ອມຂອງພວກເຮົາເຊັ່ນ: ໃນອາກາດ, ນ້ຳ ແລະ ໃນດິນ.ຄົນເຮົາໄດ້ຮັບມົນລະພິດສ່ວນຫຼວງຫຼາຍແມ່ນມາຈາກສິ່ງໃຊ້ສອຍ ແລະ ສະພາບແວດລ້ອມທີ່ພວກເຮົາໃຊ້ຊີວິດຢູ່ປະຈຳວັນນັ້ນ. ໂດຍທົ່ວໄປແລ້ວ ຄົນເຮົາໄດ້ສຳຜັດກັບມົນລະພິດແມ່ນຜ່ານວິທີທາງດັ່ງລຸ່ມນີ້:

ໂຮງໄຟຟ້າ ຫົງສາ ແຂວງໄຊຍະບູລີ ຕົ້ນກຳເນີດມົນລະພິດທາງອາກາດແຫ່ງທຳອິດຂອງລາວ

  • ຄວັນໄຟ, ໂດຍສະເພາະຄວັນໄຟທີ່ເກີດຈາກການຈູດຢາງ. ຊຶ່ງມົນລະພິດນີ້ ຈະເຂົ້າໄປໃນຮ່າງກາຍຂອງຄົນເຮົາໂດຍຜ່ານທາງລົມຫາຍໃຈ ແລະ ພ້ອມດຽວກັນນັ້ນ ຂີ້ເຖົ່າຈາກການເຜົານັ້ນກໍ່ເປັນພິດທີ່ໄປປົນເປື້ອນແຫຼ່ງນ້ຳດື່ມ ແລະ ດິນປູກຝັງຂອງພວກເຮົາ.
  • ຄວັນໄຟຈາກໂຮງຈັກໂຮງງານຕ່າງໆ, ຊຶ່ງມັນເຮັດໃຫ້ເກີດມົນລະພິດໃນອາກາດ, ໃນນ້ຳ ແລະ ໃນດິນ.
  • ສານເຄມີຈາກໂຮງຈັກໂຮງງານ, ເໝືອງແຮ່, ການຂຸດເຈາະ ແລະ ຜະລິດນ້ຳມັນ ຊຶ່ງຖືກປ່ອຍລົງໃສ່ແຫຼ່ງນ້ຳຕ່າງໆ; ນອກຈາກເຮັດໃຫ້ເກີດມົນລະພິດກັບແຫຼ່ງນ້ຳແລ້ວ ມັນ ຍັງເຮັດໃຫ້ເກີດມົນລະພິດກັບດິນ ແລະ ອາກາດນຳ.
  • ຢາຂ້າແມງໄມ້ ທີ່ນຳມາໃຊ້ໃກ້ກັບແຫຼ່ງນ້ຳ, ແຫຼ່ງອາຫານ ແລະ ຕາມບ້ານເຮືອນ ກໍ່ເປັນອັນຕະລາຍຮ້າຍແຮງໄດ້ ເພາະວ່າເວລາທີ່ເຮົາສີດນັ້ນລະອອງຂອງຢານັ້ນກໍ່ຈະປິວໄປກັບອາກາດ ແລ້ວໄປປົນເປື້ອນແຫຼ່ງນ້ຳ, ອາຫານ ແລະ ອາກາດໃນບ້ານເຮືອນໄດ້.

ມົນລະພິດທາງນ້ຳ ຈາກໂຮງງານອຸສາຫະກຳ ແລະ ເຫມືອງແຮ່


  • ສານເຄມີໃນໝໍ້ໄຟ, ນ້ຳສີ, ສີຍ້ອມຜ້າ ແລະ ຈາກການຜະລິດສິ່ງຂອງເອເລັກໂຕນິກຕ່າງໆນັ້ນ ກໍ່ເປັນອັນຕະລາຍຕໍ່ຜູ້ທີ່ເຮັດວຽກກ່ຽວກັບພວກມັນໄດ້.
  • ທໍ່ຄວັນລົດຍົນນັ້ນ ກໍ່ເຮັດໃຫ້ອາກາດ, ນ້ຳ ແລະ ດິນ ເປັນພິດໄດ້ ເຊັ່ນ ກັນ.ມົນລະພິດທີ່ເກີດຈາກສານພິດນັ້ນ ບໍ່ພຽງແຕ່ເປັນຜົນຮ້າຍສະເພາະບ່ອນທີ່ຢູ່ອ້ອມໆບ່ອນທີ່ປ່ອຍອອກມາເທົ່ານັ້ນ ມັນຍັງມີຜົນຮ້າຍຕໍ່ຄົນ, ສັດ ແລະ ພືດພັນຕ່າງໆທີ່ຢູ່ໄກອອກມານຳ ອີກ. ສະນັ້ນ ການປົກປ້ອງຕົນເອງຈາກໄພຮ້າຍທີ່ມາບັນດາຈາກມົນລະພິດ ແລະ ສານພິດນັ້ນ ເປັນສ່ວນທີ່ສຳຄັນໃນການພັດທະນາແບບຍືນຍົງ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ