ບ່ອນເກັບສະບຽງອາຫານ (ເລົ້າ ຫຼື ສາງ) ທີ່ປອດໄພ
ຄວາມຫາຍຍະນະຢ່າງໜຶ່ງຂອງຫຼາຍໆຊຸມຊົນກໍ່ຄື ສະບຽງອາຫານທີ່ເກັບກ່ຽວມາໄດ້ນັ້ນ ເກີດເສຍຫາຍເນື່ອງຈາກສະພາບອາກາດ, ສັດຕູພືດທຳລາຍ ຫຼື ເສຍຫາຍຍ້ອນສາເຫດອື່ນໆອີກ. ສະນັ້ນ ບ່ອນເກັບມ້ຽນສະບຽງອາຫານທີ່ປອດໄພຈິ່ງເປັນພາກສ່ວນໜຶ່ງທີ່ສຳຄັນເທົ່າກັບຄວາມສາມາດໃນການປູກພືດທັນຍາຫານນັ້ນ.ການປ້ອງກັນເຂົ້າໃນເລົ້າ ຫຼື ໃນສາງຈາກສັດຕູພືດຕ່າງໆຫຼັງຈາກການເກັບກູ້ແລ້ວ, ເຂົ້າເປັນຈຳນວນຫຼາຍແມ່ນເສຍຫາຍຈາກສັດກັດແຫ້ນຈຳພວກໜູ, ແມງມອດ ຫຼື ເນົ່າເສຍໄປເອງ. ເພື່ອປ້ອງກັນເຂົ້າໃນເລົ້າໄວ້ ແມ່ນໃຫ້ເຮັດດັ່ງນີ້:- ຫຼັງການເກັບກ່ຽວແລ້ວ ໃຫ້ຕາກເຂົ້າໃຫ້ແຫ້ງດີ ແລ້ວຂົນຂຶ້ນເລົ້າ ຫຼື ສາງ ໃຫ້ໄວເທົ່າທີ່ຈະເປັນໄປໄດ້ເພື່ອປ້ອງກັນບໍ່ໃຫ້ເຂົ້າຕົກເຮັ່ຍເສຍຫາຍ. ເມັດເຂົ້າທີ່ຕາກແຫ້ງດີນັ້ນຄວນຈະແຂງພໍທີ່ສາມາດຫຍ້ຳໃຫ້ແຕກ ແລະ ມີສຽງແຕກ.
- ເກັບເຂົ້າທີ່ຕາກແຫ້ງດີແລ້ວ ເອົາໄວ້ໃນພາຊະນະບັນຈຸທີ່ສະອາດ, ປິດສະໜິດດີບໍ່ມີບ່ອນຂາດຮົ່ວ ແລະ ເອົາເຂົ້າໄວ້ໃນບ່ອນທີ່ສາມາດປ້ອງກັນຄວາມຊຸ່ມ ແລະ ສັດຕູພືດໄດ້.
- ໃຫ້ເອົາເຂົ້າລົນຄວັນເພື່ອຂ້າສັດຕູພືດເສຍກ່ອນໆທີ່ຈະເອົາໄປເກັບຮັກສາໄວ້.
- ຝຸ່ນຂີ້ເຖົ່າຈາກໄມ້ ແລະ ພືດຕ່າງໆ ເຊັ່ນ: ໝາກເຜັດ, ຕົ້ນຢູຄາລິບຕັດ (ຕົ້ນວິກ) ແລະ ພືດທີ່ມີກິ່ນແຮງອື່ນໆ ແມ່ນສາມາດຂັບໄລ່ແມງໄມ້ໄດ້ ແຕ່ມັນບໍ່ສາມາດໄລ່ໜູໄດ້. (ຖ້າວ່າເຂົ້າທີ່ເກັບໄວ້ນັ້ນຫາກມີ ຫຼື ຕິດສັດຕູພືດຢູ່ກ່ອນແລ້ວການປ້ອງກັນນີ້ກໍ່ບໍ່ມີຜົນຫຍັງ). ວິທີເຮັດຢາກັນສັດຕູພືດນີ້ແມ່ນໃຫ້ເອົາໃບຢູຄາລິບຕັດ, ໝາກເຜັດ ແລະ ພືດອື່ນໆຕາກແດດໃຫ້ແຫ້ງ ແລ້ວເອົາມາບົດໃຫ້ເປັນຝຸ່ນແປ້ງ. ເອົາແປ້ງທີ່ບົດໄດ້ນັ້ນປະສົມກັບເມັດເຂົ້າ, ສາລີ ຫຼື ໝາກຖົ່ວໃນອັດຕາສ່ວນ ແປ້ງບົດເຕັມ 1 ກຳມື ຕໍ່ກັບເມັດພືດທັນຍາຫານເຫຼົ່ານັ້ນ 1 ກິໂລ ເພື່ອກັນສັດຕູພືດໃຫ້ຢູ່ຫ່າງໆຈາກສະບຽງເຫຼົ່ານີ້. ຈົ່ງລະວັງຢ່າໄດ້ຫາຍໃຈເອົາແປ້ງບົດນັ້ນເຂົ້າໄປ. ກ່ອນຈະນຳ ເອົາມາບໍລິໂພກ ແມ່ນຕ້ອງໄດ້ລ້າງທຳຄວາມສະອາດເມັດພືດເຫຼົ່ານັ້ນເພື່ອເອົາຝຸ່ນແປ້ງອອກເສຍກ່ອນ. ການລ້າງທຳຄວາມສະອາດນີ້ອາດຈະຫຍຸ້ງຍາກເສຍເວລາແດ່ ແຕ່ມັນກໍ່ຍັງດີທີ່ຍັງສາມາດຮັກສາສະບຽງໄວ້ໄດ້ຫຼາຍຂຶ້ນ
ການເກັບຮັກສາໝາກໄມ້, ຜັກ, ຊີ້ນ ແລະ ນ້ຳນົມ.
ໝາກໄມ້, ຜັກ, ຊີ້ນ ແລະ ນ້ຳນົມລ້ວນແຕ່ມີຄວາມຊຸ່ມ ເຊິ່ງເປັນທີ່ຕ້ອງການຂອງພວກແບັກທີເຣັຍ ແລະເຊື້ອລາທີ່ພາໃຫ້ໝາກໄມ້, ຜັກ, ຊີ້ນ ແລະ ນົມເນົ່າເສຍ. ຈົ່ງຮັກສາໝາກໄມ້, ຜັກ, ຊີ້ນ ແລະ ນ້ຳນົມໄວ້ໃຫ້ເປັນ ຫຼື ແຊ່ແຂງຈະສາມາດຊ່ວຍຊະລໍການເນົ່າເສຍໄດ້. ສຳລັບບ່ອນທີ່ບໍ່ມີອຸປະກອນທີ່ສາມາດເກັບອາຫານເຫຼົ່ານີ້ໃຫ້ເຢັນໄດ້ນັ້ນ ພວກເຂົາກໍ່ສາມາດເກັບອາຫານເຫຼົ່ານີ້ໄວ້ໄດ້ດ້ວຍວິທີຕໍ່ໄປນີ້:
- ຕາກແຫ້ງ. ອາຫານຕ່າງໆແມ່ນສາມາດເຮັດໃຫ້ແຫ້ງໄດ້ດ້ວຍການຕາກແດດ, ເອົາໃສ່ໃນເຕົາອົບແລ້ວປັບອຸນຫະພູມຄວາມຮ້ອນໃຫ້ຕ່ຳໆ, ຫຼື ເອົາເກືອເອືອບໄວ້. ຖ້າຮັກສາໃຫ້ພົ້ນຈາກສັດຕູພືດ ແລະ ຄວາມຊຸ່ມໄດ້ ອາຫານແຫ້ງກໍ່ສາມາດເກັບໄວ້ໄດ້ດົນ.
- ຢ້າງ ຫຼື ລົນຄວັນ. ອາຫານທີ່ເອົາລົນຄວັນໄວ້ແມ່ນສາມາດຮັກສາໄວ້ໂດຍຄວາມຮ້ອນທີ່ເກີດຂຶ້ນຈາກໄຟ ແລະ ຄວັນ. ທຳມະດາແລ້ວຊີ້ນແມ່ນມັກເກັບຮັກສາໄວ້ດ້ວຍວິທີນີ້ເປັນສ່ວນໃຫຍ່.
- ການໝັກ (ເຮັດສົ້ມ ຫຼື ເຮັດປາແດກ). ການໝັກກໍ່ຄືກັບການປ່ອຍໃຫ້ເນົ່າ, ເຊິ່ງເປັນຂັ້ນຕອນຂອງການປ່ອຍໃຫ້ເຊື້ອແບັກທີເຣຍ ແລະ ເຊື້ອລາທຳການປ່ຽນສະພາບອາຫານ. ແຕ່ວ່າການໝັກນີ້ແມ່ນແຕກຕ່າງຈາກການປ່ອຍໃຫ້ອາຫານເນົ່າຢູ່ບ່ອນວ່າ ການໝັກແມ່ນປ່ອຍໃຫ້ແບັກທີເຣຍ ແລະ ເຊື້ອຣາສະເພາະບາງຊະນິດເທົ່ານັ້ນເຕີບໂຕ. ເນີຍແຂງ ແລະ ເຂົ້າຈີ່ສົ້ມບາງຊະນິດລ້ວນແຕ່ແມ່ນອາຫານໝັກ. ອາຫານໝັກແມ່ນ ມີທາດອາຫານຫຼາຍກວ່າ ແລະ ຍ່ອຍງ່າຍກວ່າອາຫານທີ່ເຮັດມາຈາກວັດຖຸດິບດຽວກັນທີ່ສົດຢູ່.
- ການດອງ ແລະ ເຮັດກວນ (ໝາກໄມ້). ເອົາຜັກ, ໝາກໄມ້ ແລະ ຊີ້ນລົງແຊ່ໃນນ້ຳສົ້ມສາຍຊູ ແລະ ເອົາໃສ່ໄວ້ໃນພະຊະນະບັນຈຸທີ່ປິດຝາໃຫ້ແໜ້ນ. ຄວາມສົ້ມຂອງນ້ຳສົ້ມໃສຊູຈະຊະລໍການເຕີບໂຕຂອງເຊື້ອແບັກທີເຣຍ ແລະ ເຊື້ອລາ. ເອົາໝາກໄມ້ໃສ່ໃນນ້ຳຕານເສື່ອມ ແລ້ວເອົາໃສ່ໃນຂວດໂຫຼທີ່ຕົ້ມແລ້ວ ເພື່ອເກັບໄວ້.
ການເກັບຮັກສາພືດທັນຍາຫານທີ່ເປັນຫົວ
ພືດທີ່ເປັນຫົວແມ່ນສາມາດເກັບໄວ້ໄດ້ເປັນເວລາດົນໄດ້ ຖ້າຫາກເກັບຮັກສາພວກມັນໄວ້ໃນບ່ອນທີ່ມືດ, ແຫ້ງ, ເຢັນ ແລະ ປອດໄພຈາກສັດຕູພືດຕ່າງໆ. ເອົາຫົວພືດວາງຢາຍໄວ້ເທິງ ເຟືອງ ຫຼື ຂີ້ເລື່ອຍເພື່ອບໍ່ໃຫ້ພວກມັນເຕັງ ຫຼື ໜີບກັນ ເຊິ່ງຈະເຮັດໃຫ້ພວກມັນສົດຢູ່ສະເໝີ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ