google-site-verification: google0d91bc93cfc88895.html ຫວ້ານໄພ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 15, 2016

ຫວ້ານໄພ



ຫວ້ານໄພ
ຊື່ວິທະຍາສາດ: Zingiber montanum (J.Konig) Link ex ADietr.
ຫວ້ານໄພ ເປັນພືດຫຍ້າ ຈັດຢູ່ຕະກຸນຂີງ (Zingiberaceae), ໃນກຸ່ມສະກຸນຂີງ (Zingiber) ມີຮູບຊົງ ຄ້າຍຄືຕົ້ນຂີງແຕ່ມີລຳ ແລະ ໃບໃຫຍ່ກວ່າ ມີຄວາມສູງເຖິງ 1,5 ແມັດ, ເຫງົ້າຮາກ ກໍ່ເຊັ່ນດຽວກັນ ຄ້າຍຄືຫົວຂີງ ແຕ່ການຈັດຂໍ້ແຕກຕ່າງກັນ ແລະ ເວລາຜ່າຫົວ ສັງເກດເຫັນວ່າ ສີແມ່ນແຕກຕ່າງກັນຢ່າງຊັດເຈນ ເພາະຫົວ ຫວ້ານໄພ ຈະມີສີເຫຼືອງເຂັ້ມ ຫົວຂີງຈະມີສີຂາວ. ປະໂຫຍດທາງດ້ານການນຳມາໃຊ້ເຮັດຢາ ແມ່ນໂດ່ງດັງມາແຕ່ດຶກດຳບັນ ເພາະປູ່ຍ່າຕາຍາຍ ມີການນຳໃຊ້ ຫົວຫວ້ານໄພ ແກ້ທ້ອງອືດທ້ອງຍຶ່ງ ໂດຍສະເພາະແມ່ນກັບເດັກນ້ອຍ ທີ່ເກີດໃຫມ່ເວລາມີທ້ອງເບັງ ເພິ່ນເອົາ ຫົວຫວ້ານໄພ ມາປອກເປືອກອອກລ້າງສະອາດ ຂູດນ້ອຍໆ ແລ້ວນຳໄປທາທ້ອງປະມານ 20 ນາທີກໍເຫັນວ່າດີຂື້ນ. ນອກຈາກນັ້ນຖ້າເດັກນ້ອຍອ່ອນມີ ອາການຖ່າຍຍາກ ຫຼື ວ່າບໍຖ່າຍ 2-3 ວັນເດັກກໍຈະອຶດອັດຢູ່ຍາກ ແລະ ຮ້ອງໃຫ້ ເພິ່ນໄດ້ເອົາ ຫວ້ານໄພ ລ້າງສະອາດປອກເປືອກອອກ ຫຼັງຈາກນັ້ນກໍເຫຼົ່າໃຫ້ເປັນແຫຼມໆ ນຳໄປສວນກົ້ນເດັກ ໃຫ້ເດັກຖ່າຍງ່າຍ ອັນນີ້ຖືວ່າແມ່ນພູມປັນຍາທ້ອງຖິ່ນຂອງຄົນບູຮານເຫັນວ່າເປັນໜ້າສຶກສາ ແລະ ຮຽນຮູ້. ຈາກປະໂຫຍດທີ່ກ່າວມາຂ້າງເທິງນັ້ນແລ້ວ ຫົວຫວ້ານໄພ ຍັງໃຊ້ເປັນຢາປົວກະເພາະລົມ, ກະເພາະລຳໃສ້ ຊຶ່ງມີສ່ວນປະກອບໃນຕຳລາດຽວກັນທີ່ໄດ້ເວົ້າຢູ່ ໃນປະໂຫຍດການນຳໃຊ້ ເຄືອຕົດໝາໃນຂ້າງເທິງ. ຫວ້ານໄພ ນອກຈາກນຳໃຊ້ແບບພື້ນເມືອງແລ້ວປະຈຸບັນຍັງມີຜະລິດຕະພັນສຳເລັດຮູບອອກຮັບໃຊ້ສັງຄົມ ຊຶ່ງໄດ້ນຳໄປຜະສົມກັບຢາພື້ນເມືອງຊະນິດອື່ນໆ ແລະ ອັດເປັນເມັດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ