google-site-verification: google0d91bc93cfc88895.html ການກຽມແກ່ນແນວກ່ອນປູກ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, January 31, 2016

ການກຽມແກ່ນແນວກ່ອນປູກ

ຕາມປົກກະຕິແລ້ວ, ແກ່ນໝາກໄມ້ບາງຊະນິດທີ່ມີເປືອກອ່ອນ ແລະ ຂ້າງໃນເປືອກມີເນື້ອແຫຼວນັ້ນ ຫຼັງຈາກໄປເອົາແນວມາໄດ້ແລ້ວ ແມ່ນໃຫ້ເອົາໄປປູກໂລດ. ແກ່ນແນວບາງຊະນິດອາດຕ້ອງໄດ້ເກັບໄວ້ເປັນເວລາຫຼາຍເດືອນຈິ່ງຈະນຳເອົາມາປູກໄດ້


             ຕາມປົກກະຕິແລ້ວ, ແກ່ນໝາກໄມ້ບາງຊະນິດທີ່ມີເປືອກອ່ອນ ແລະ ຂ້າງໃນເປືອກມີເນື້ອແຫຼວນັ້ນ ຫຼັງຈາກໄປເອົາແນວມາໄດ້ແລ້ວ ແມ່ນໃຫ້ເອົາໄປປູກໂລດ. ແກ່ນແນວບາງຊະນິດອາດຕ້ອງໄດ້ເກັບໄວ້ເປັນເວລາຫຼາຍເດືອນຈິ່ງຈະນຳເອົາມາປູກໄດ້.
             ແກ່ນແນວເກືອບທຸກຊະນິດແມ່ນຕ້ອງການນ້ຳເພື່ອແຕກງອກອອກມາໄດ້. ຖ້າແກ່ນແນວນັ້ນມີເປືອກແຂງ ແລະ ໜາ ແມ່ນຈຳເປັນຕ້ອງໄດ້ເຮັດໃຫ້ເປືອກມັນອ່ອນ ຫຼື ຕັດເປືອກແຂງນັ້ນເພື່ອໃຫ້ນ້ຳຊືມເຂົ້າໄດ້. ແກ່ນແນວບາງຊະນິດແມ່ນຕ້ອງໄດ້ຜ່ານການກະກຽມຫຼາຍຂັ້ນຕອນກ່ອນຈະນຳໄປປູກໄດ້ ເຊັ່ນ:
      • ຖ້າເປືອກຂອງແກ່ນແນວບໍ່ແຂງຫຼາຍເກີນໄປ (ຊຶ່ງເຈົ້າສາມາດທີ່ຈະເຮັດໃຫ້ມັນແຕກ ຫຼື ແຍກອອກຈາກ ກັນໄດ້ ໂດຍໃຊ້ເລັບ ມື) ແລະ ບໍ່ໜາຫຼາຍເກີນໄປ (ບໍ່ໜາກວ່າຫຼັງປົກຂອງປຶ້ມຫົວນີ້), ໃຫ້ນຳແກ່ນແນວນັ້ນໄປປູກລົງດິນຊຸ່ມໂລດ.

     • ຖ້າວ່າເປືອກມັນແຂງ ແຕ່ບາງ, ໃຫ້ເອົາຜ້າແພຫໍ່ແກ່ນແນວນັ້ນ. ຈາກນັ້ນກໍ່ເອົາລົງຈຸ່ມນ້ຳຮອ້ນທີ່ມີຄວາມຮ້ອນທີ່ບໍ່ສາມາດເອົາມືຈຸ່ມໄດ້ ແຕ່ວ່ານ້ຳນັ້ນ ຍັງບໍ່ທັນຟົດເທື່ອ (ຫຼື 80 ອົງສາເຊເຊ) ປະໄວ້ 1 ນາທີ ແລ້ວໃຫ້ເອົາຂຶ້ນ ແລະ ຈາກນັ້ນກໍ່ເອົາ ລົງແຊ່ນ້ຳເຢັນທັນທີ ແລະ ແຊ່ປະໄວ້ 1 ຄືນ. ໃນມື້ຕໍ່ມາກໍ່ໃຫ້ນຳໄປປູກ.
     • ມີອີກວິທີໜຶ່ງທີ່ຈະສາມາດຈັດການກັບເປືອກແຂງ ແຕ່ບໍ່ໜາຂອງແກ່ນແນວໄດ້ ນັ້ນກໍ່ຄືການເອົາແກ່ນນັ້ນແຊ່ນ້ຳເຢັນໄວ້ 1 ມື້ເຕັມໆ,ຈາກນັ້ນກໍ່ເອົາກະເປົາປຽກປົກແກ່ນນັ້ນປະໄວ້ອີກ 24 ຊົ່ວ ໂມງ. ໃຫ້ປະຕິບັດຕາມຂັ້ນຕອນດັ່ງກ່າວນີ້ຕໍ່ໄປອີກ 6 ມື້, ແລະ ພໍຮອດມື້ທີ 7 ໃຫ້ນຳແກ່ນນັ້ນໄປປູກ.
      • ຖ້າຫາກວ່າເປືອກຂອງແກ່ນແນວນັ້ນແຂງ ແລະ ໜາ, ໃຫ້ເອົາແກ່ນນັ້ນຖູກັບຫີນທີ່ຊາ ຫຼື ກະດາດຊາຍຈົນກວ່າຈະສາມາດແນມເຫັນທາງໃນຂອງແກ່ນນັ້ນ. ຈົ່ງລະວັງຢ່າຖູມັນເລິກຫຼາຍເກີນໄປເພາະມັນອາດເຮັດໃຫ້ແກ່ນແນວເສຍຫາຍໄດ້.
      • ຖ້າຫາກວ່າເປືອກຂອງແກ່ນແນວນັ້ນອ່ອນແຕ່ໜາ, ໃຫ້ໃຊ້ມີດປາດເປືອກນັ້ນອອກ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ