google-site-verification: google0d91bc93cfc88895.html ຂ່າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, January 07, 2016

ຂ່າ

ຊື່ພາສາລາວ: ຂ່າ ຫລື ຂ່າບ້ານ 

ຊື່ວິທະຍາສາດ  Alpinia galanga (L.) Willd.
ຊື່ສາມັນ:  Zingiberaceae

ຂ່າບ້ານ Alpinia galanga (L.) Willd. Zingiberaceae    ລັກສະນະພືດສາດ: ເປັນພືດລົ້ມລຸກຫຼາຍປີ ມີເຫງົ້າໃຕ້ດິນ, ເຫງົ້າແຕກຂະແໜງ, ເສັ້ນຜ່າສູນກາງເຫງົ້າປະມານ 2-3 ຊມ, ດ້ານນອກສີເຫຼືອງອົມຂາວ, ສັງເກັດເຫັນເປັນຂໍ້ ຫຼື ປ້ອງ; ດ້ານໃນສີຂາວ; ລຳຕົ້ນສູງປະມານ 1-1.5 ມ, ຕັ້ງຊື່, ມີກາບໃບຫຸ່ມຫໍ່ລຳຕົ້ນໄວ້, ໜໍ່ອ່ອນຈະມີກາບຫຸ້ມໄວ້ທັງໝົດ, ກາບຫຸ້ມໃກ້ກັບດິນມັກເປັນສີແດງ, ສຸ່ມໜື່ງສ່ວນຫຼາຍແລ້ວມີປະມານ 5 ກໍຂື້ນໄປ, ຕົ້ນໜື່ງມີປະມານ 10-25 ໃບ;ແຜ່ນໃບຮູບຂອບຂະໜານ, ກວ້າງ 4-6 ຊມ, ຍາວ 25-30 ຊມ, ກົກໃບຮູບຕັດ, ຂອບໃບລຽບ, ປາຍໃບເປັນຕິ່ງແຫຼມ, ແຜ່ນໃບດ້ານເທິງກ້ຽງ, ແຜ່ນໃບດ້ານລຸ່ມມີຂົນນຸ່ມໆ ແລະ ເປັນຮ່ອງ; ກ້ານໃບຍາວປະມານ0.7 ຊມ, ມີຂົນນຸ່ມໆປົກຄຸມ; ລີ້ນໃບຍາວ 0.5 ຊມ, ຮູບມົນກົມ, ປາຍວ້ຳເລັກນ້ອຍໆ, ມີຂົນນຸ້ມໆ.ດອກອອກເປັນຊໍ່ທີ່ປາຍລຳຕົ້ນ ຊໍ່ແບບແຕກຂະແໜງ ກ້ານຊໍ່ດອກຍາວປະມານ 30 ຊມ, ກ້ານດອກຍາວ 1 ຊມ, ດອກສີຂາວອົມຂຽວ, ກາບດອກສີຂຽວອ່ອນກົກເຊື່ອມຕິດກັນ, ປາຍແຍກເປັນ 3 ແສກ,ກີບດອກ 4 ກີບ ຖານເຊື່ອມຕິດກັນ, ກີບປາກແຜ່ອອກເປັນຮູບໄຂ່ກວ້າງ ສີຂາວມີເສັ້ນສີມ່ວງແດງເປັນເສັ້ນ; ເກສອນເພດຜູ້ສີເຫຼືອງອ່ອນໆຍື່ນພົ້ນກາຍກີບດອກຊັດເຈນ. ໝາກຮູບຊົງກົມ ຂະໜາດປະມານ1 ຊມ, ໝາກອ່ອນເປັນສີຂຽວ, ໝາກແກ່ຈະເປັນສີແດງ. ເມັດແຂງສີດຳເມື່ອແກ່ຂະໜານ 2 ມມ. ປີ່ນປົວພະຍາດ: ຮັກສາໂລກຜີວໜັງເຊັ່ນ: ຂີ້ກາກ ແລະ ຂີ້ກ້ຽນ ພາກສ່ວນທີ່ໃຊ້: ເຫງົ້າ ວິທີການນຳໃຊ້: ໃຊ້ເຫງົ້າຂ່າແກ່ ເທົ່າກັບຫົວແມ່ມື ນຳມາຊອຍບາງໆ ແລ້ວນຳມາບົດໃຫ້ລະອຽດ ປະສົມກັບເຫລົ້າຕົ້ມໃຫ້ພໍດີຊື່ມໆນ້ອຍໜຶ່ງ, ແລ້ວນຳມາທາບໍລິເວນຜິວໜັງທີ່ເປັນຂີ້ກາກ ແລະ ຂີ້ກ້ຽນທາຈົນກວ່າຈະຫາຍດີ. ການປູກຂະຫຍາຍພັນ: ເລືອກເອົາເຫງົ້າທີ່ບໍ່ອ່ອນ ແລະ ກໍ່ບໍ່ແກ່ເກີນໄປ ນຳມາຕັດເປັນສ່ວນໆເພື່ອນຳໄປປູກ. ລະດູເໝາະສົມໃນການປູກຂ່າແມ່ນຕົ້ນລະດູຝົນ.

ລັກສະນະພືດສາດ: ເປັນພືດລົ້ມລຸກຫຼາຍປີ ມີເຫງົ້າໃຕ້ດິນ, ເຫງົ້າແຕກຂະແໜງ, ເສັ້ນຜ່າສູນກາງເຫງົ້າປະມານ 2-3 ຊມ, ດ້ານນອກສີເຫຼືອງອົມຂາວ, ສັງເກັດເຫັນເປັນຂໍ້ ຫຼື ປ້ອງ; ດ້ານໃນສີຂາວ; ລຳຕົ້ນສູງປະມານ 1-1.5 ມ, ຕັ້ງຊື່, ມີກາບໃບຫຸ່ມຫໍ່ລຳຕົ້ນໄວ້, ໜໍ່ອ່ອນຈະມີກາບຫຸ້ມໄວ້ທັງໝົດ, ກາບຫຸ້ມໃກ້ກັບດິນມັກເປັນສີແດງ, ສຸ່ມໜື່ງສ່ວນຫຼາຍແລ້ວມີປະມານ 5 ກໍຂື້ນໄປ, ຕົ້ນໜື່ງມີປະມານ 10-25 ໃບ;ແຜ່ນໃບຮູບຂອບຂະໜານ, ກວ້າງ 4-6 ຊມ, ຍາວ 25-30 ຊມ, ກົກໃບຮູບຕັດ, ຂອບໃບລຽບ, ປາຍໃບເປັນຕິ່ງແຫຼມ, ແຜ່ນໃບດ້ານເທິງກ້ຽງ, ແຜ່ນໃບດ້ານລຸ່ມມີຂົນນຸ່ມໆ ແລະ ເປັນຮ່ອງ; ກ້ານໃບຍາວປະມານ0.7 ຊມ, ມີຂົນນຸ່ມໆປົກຄຸມ; ລີ້ນໃບຍາວ 0.5 ຊມ, ຮູບມົນກົມ, ປາຍວ້ຳເລັກນ້ອຍໆ, ມີຂົນນຸ້ມໆ.ດອກອອກເປັນຊໍ່ທີ່ປາຍລຳຕົ້ນ ຊໍ່ແບບແຕກຂະແໜງ ກ້ານຊໍ່ດອກຍາວປະມານ 30 ຊມ, ກ້ານດອກຍາວ 1 ຊມ, ດອກສີຂາວອົມຂຽວ, ກາບດອກສີຂຽວອ່ອນກົກເຊື່ອມຕິດກັນ, ປາຍແຍກເປັນ 3 ແສກ,ກີບດອກ 4 ກີບ ຖານເຊື່ອມຕິດກັນ, ກີບປາກແຜ່ອອກເປັນຮູບໄຂ່ກວ້າງ ສີຂາວມີເສັ້ນສີມ່ວງແດງເປັນເສັ້ນ; ເກສອນເພດຜູ້ສີເຫຼືອງອ່ອນໆຍື່ນພົ້ນກາຍກີບດອກຊັດເຈນ. ໝາກຮູບຊົງກົມ ຂະໜາດປະມານ1 ຊມ, ໝາກອ່ອນເປັນສີຂຽວ, ໝາກແກ່ຈະເປັນສີແດງ. ເມັດແຂງສີດຳເມື່ອແກ່ຂະໜານ 2 ມມ.
ປີ່ນປົວພະຍາດ: ຮັກສາໂລກຜີວໜັງເຊັ່ນ: ຂີ້ກາກ ແລະ ຂີ້ກ້ຽນ
ພາກສ່ວນທີ່ໃຊ້: ເຫງົ້າ
ວິທີການນຳໃຊ້: ໃຊ້ເຫງົ້າຂ່າແກ່ ເທົ່າກັບຫົວແມ່ມື ນຳມາຊອຍບາງໆ ແລ້ວນຳມາບົດໃຫ້ລະອຽດ ປະສົມກັບເຫລົ້າຕົ້ມໃຫ້ພໍດີຊື່ມໆນ້ອຍໜຶ່ງ, ແລ້ວນຳມາທາບໍລິເວນຜິວໜັງທີ່ເປັນຂີ້ກາກ ແລະ ຂີ້ກ້ຽນທາຈົນກວ່າຈະຫາຍດີ.
ການປູກຂະຫຍາຍພັນ: ເລືອກເອົາເຫງົ້າທີ່ບໍ່ອ່ອນ ແລະ ກໍ່ບໍ່ແກ່ເກີນໄປ ນຳມາຕັດເປັນສ່ວນໆເພື່ອນຳໄປປູກ.
ລະດູເໝາະສົມໃນການປູກຂ່າແມ່ນຕົ້ນລະດູຝົນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ